Wednesday, October 5, 2011

ໂລກແຫ່ງຍຸຄໂລກວິບັດ ມະຫັນຕະໄພຍ

ໂຄງກອນແຫ່ງຍຸຄສໄໜ ໂລກຈະບັລໄລຍ້ອນມວລມະນຸສຍ໌ໃຈຊາມຊົ່ວ?????ສະຫາຍລາວທຸກສ່ວນຈົ່ງຈຳໃສ່ກະບາລກັນໄວ້ໃຫ້ດີໆພວກທີ່ອັປປີຈັງ
ໄຮຈະບັລໄລດ້ວຍກັມຕົນເອງ..ໃຜບໍ່ຂ້າ ບາຈຽງໃຫ້ຕາຍສື່ ໃຜບໍ່ຂ້າ ບາທ້າວຫາກຕາຍເອງ!!

-ຕໍ່ໄປນີ້ໂລກເຄັ່ງຮ້ອນ ວິກຣິຕໃຫຍ່ໄພຍມະຫັນ ແທ້ເນີ!!
ປີເປິງສອງພັນສິບສອງ (ຄ.ສ.ສອງສູນສິບສອງ)ຕໍ່ໄປຈະວາຍວຸ້ນ
ໂຫຣາທຳນາຍໄວ້ ໂລກາຄົນວິບັດຄັ້ງໃຫຍ່
ມະຫັນຕະໄພຍໂລຫຮ້ອນ ປີນີ້ເພີ້ມທະວີ
ຕາເວັນແດງແດດກ້າ ຊິເຜົາແຜ່ນໂລກາ ແທ້ເນີ!!
ອາກສເສັຽ ອາຍພິສ ຊິປ່ອຍຄວນມົວກຸ້ມ
ອານຸພູມິຄວາມຮ້ອນ ທະວີສູງເອົ້າອູ່ ແທ້ແລ້ວ!!
ຕົກເຖິງຣະດູໜາວ ນ້ຳໝອກແຂງຈົນເປັນກ້ອນ
ຄັນເມື່ອເຖິງຣະດູຮ້ອນ ຮ້ອນເຮັ່ງເຫຼຶອຄນານັບ!!
ເຂົ້າປາຣາແພງ ຖີບຕົວສູງຂຶ້ນ
ມວນໝູ່ພົງພັນທ໌ໄມ້ ຜັກປາທີ່ຂຽວງາມ ຫັ້ນນາ!!
ແຫ້ງຫ່ຽວຕາມຄາເຄືອ ຮອດບໍ່ຍັງເຫຼືອຄ້າງ
ປູປາແນວສັຕວ໌ນ້ຳ ຊິສູນພັນທ໌ຫາບໍ່ພົບ
ນົກກາບິນເສິ່ນຟ້າ ຊິສູນສ້ຽງບໍ່ຍັງ ທ່ານເອີຍ!!
ປະກາຣັງຢູ່ໃນພື້ນ ທະເລຫຼວງຊິເປື່ອຍເບ່ືອບ
ບໍ່ສວຍງາມຄືດັ່ງດ້າມ ສມັຍກີ້ເກົ່າຫຼັງ
ຟັງເບິ່ງເນີພີ່ນ້ອງ ນໍ້າຖ້ວມປ່າໄຫຼຫຼາກ ແລ໊ວເດ!!
ໄຫຼຫຼັ່ງເທຖົມເຮືອນ ເດືອດດາລໄປເໝິດບ້ານ
ອຸທົກໄພຍນໍ້າຖ້ວມ ເທມາເປັນຄື້ນໃຫຍ່
ພູເຂົາໄຟລະເບີດຕຸ້ມ ຫິນກ້ອນເປື່ອຍລະລາຍ
ວາທະໄພຍພາຍຸຮ້າຍ ຊິພັດຜ່ານແຖບເອເຊັບ
ໄຊໂຄຣນລົມພະຍຸ ຊິເປົ່າແປນເພມ້າງ
ທາງຖິ່ນແຖວເອເຊັຍໄຕ້ ໄທຍແລນດ໌ແລະມຽນມ່າ
ກັມພູຊາ ລາວ ຍວນບໍ່ເລືອກໜ້າ ໄຊໂຄຣນມ້າງຖລົ່ມຫຼວງ
ຖັດຈາກນັ້ນ ແມ່ນແຜ່ນດິນໄຫວລຽນຕິດ
ຜິດຈາກຄາວຄືນຫຼັງ ຕ່າງສມັຍຄາວກີ້
ປີເດືອນນັບມື້ສ້ວຍ ເງິນຄຳຊິຫາຍາກ
ເຂົ້າຍາກໝາກແພງ ຂອງເຄື່ອງໃຊ້ຫາມາໄດ້ກໍບໍ່ຍັງ
ພ້ອມທັງມີໂຈຣມາຣຮ້າຍ ຍາດແຍ່ງຊິງຊັພ
ຄົນອັປປີຈັງໄຮ ເກື່ອນເມືອງເຕັມບ້ານ
ອັສຈັນໃຈແທ້ ໂລກາຄົນຊິວຸ້ນໃຫຍ່
ພຼະອິນທຣາເທພໄທ້ ແລຢ້ຽມສ່ອງລົງ
ເຫັນຝູງຊົນແຊວໆຮ້ອງ ກອງກັນອະນັນເບກ
ພຼະອິນທຣາເທພພຼະເຈົ້າ ເອົາເຂິງຄຳແກ໊ວຮ໋ອນຄົນ
ຮ້ອນຈົນວ໋າຂີ້ຊ້າງເຖົ້າ ກ້ອນໃຫຍ່ ລອດຮູເຂິງ
ຮ້ອນຈົນວ່າຂິ້ມອດຜົງຄືຮຳ ຄ້າງຢູ່ໃນເຂິງແກ້ວ
ແລ້ວເລົ່າປົງພຽນໃຫ້ ອາຣິຍະເມຕໄຕຼເຈົ້າລົງມາໂຜດ
ຜືນແຜ່ນຫຼ້າ ຈຶ່ງເຊົາຮ້ອນຊຸ່ມເຢັນ ທ່ານເອີຍ!!
ຢ່າໄດ້ປະໄລເວັ້ນ ໃຫ້ຕັ້ງຕໍ່ຄຸນທັມ ແທ້ເນີ!!
ຕັ້ງຕໍ່ທຳກັມດີ ຈຶ່ງຊິຍົງຍືນໝັ້ນ
ແລ້ວພາກັນສອນສິດໃຫ້ ຊຸມຊົນລາວຜູ່ເຍົາອ່ອນ
ໃຫ້ເຂົາຮຽນຮຳຮູ້ ຄອງເຄົ້າເກົ່າຫຼັງ
ຈຶ່ງຈະຢັ້ງຢູ່ຂ້ອນ ສາມຮົ່ມໂພສີ
ໃຜຜູ່ມີສິລທັມ ຈຶ່ງຊິຍັງເຫຼືອຄ້າງ
ປຸນປຽບດັ່ງເຂິງຄຳແກ້ວ ພຼະອິນທຣາຮອນຂິ້ຊ້າງລອດ ນັ້ນແລ້ວ!!
ເຫຼືອແຕ່ຂີ້ມອດເມັດນ້ອຍໆ ຄາຄ້າງຢູ່ໃນເຂິງ ຫັ້ນແລ້ວ!!

(ຖືເປັນຄະຕິພົຈນ໌ປຼະໃຈໃນທາງທັມ)

No comments:

Post a Comment