Monday, October 17, 2011

ໄລຍະທາງມີໄວ້ພິສູຈນ໌ມ້າ ກາລເວລາພິສູຈນ໌ຄົນ ຄຸນຄ່າຂອງຄົນຢູ່ທີ່ຜົລຂອງງານ(ກ)

"ໄຫໃຫຍ່ລົ້ນ ໄຫນ້ອຍເລົ່າເຕັມ"..
ໃນທັສນະບໍຣິບົທສ່ວນຕົວ..ຂໍທ່ານຜູ່ອ່ານແລະຜູ່ທຣົງຄຸນວຸຖມີປຼະສົບກາຣນ໌ຫຼັງໄດ້ອ່ານແລ້ວຊ່ອຍນຳໄປວິເຄາະອີກຕື່ມວ່າເທັຈຈິງຢ່າງໃດ..
ຂໍມອບໃຫ້ເປັນວິທຍາທານ..!!
ກາລເວລາ 37 ຜ່ານມານັ້ນປຼະຊາຊົນລາວໄດ້ຮັບຫັຽງແດ່ທີ່ເປັນມົງຄົລເຊັ່ນຄວາມຢູ່ດີກິນດີ ມີສິດທິເສຣີ ມີປຼະຊາທິປໄຕຍຈາກຣະບອບ
ກາຣປົກຄອງອັນສລາດສ່ອງໃສທີ່ເອິ້ນວ່າ"ຣະບອບປະຕິວັຕິປຼະຊາຊົນລາວ"ດັ່ງທີ່ເປັນຢູ່ໃນຂນະນີ້..ແຕ່ເທົ່າທີ່ສາຍຕາຕ່າງປຼະເທສ ແລະ ຊາວລາວຜູ່ຖືກກີດກັນແລະຖືກຍັດຍຽດໃຫ້ວ່າບໍ່ແມ່ນຄົນລາວທີ່ອາໃສຢູ່ໃນຕ່າງປຼະເທສໃນຂນະນີ້? ແລະໃນຄວາມແຕກຕ່າງລະຫວ່າງຜູ່ປົກ
ຄອງແລະ ຜູ່ຖືກປົກຄອງ?
-ໃນສາຍຕາຂອງພວກດັ່ງກ່າວສ່ວນໃຫຍ່ຈະຕອບເປັນສຽງດຽວກັນວ່າ:
-ຜູ່ປົກຄອງບໍ່ມີສິດທິອຳນາຈເດັດຂາດໃນກາຣປົກຄອງປຼະເທສ ແຕ່ບໍ່ຍອມຫາວິທີຫັນປ່ຽນໃຫ້ແທດເໝາະກັບສະພາບທາງພູມິສາຕຣແລະ
ເປັນແບບວິທຍາສາສຕຣຕາມກົຕເກນຂອງໂລກໂລກາພິວັທນ໌ແລະນອກຈາກນັ້ນຍັງນຳມາຊຶ່ງກາຣຍອມຈຳນົນໃຫ້ແກ່ຕ່າງຊາຕິເຊັ່ນ:ແກວ
ແລະຈີນ-ໄທຽໃຫ້ເຂົ້າມາທຳລາຍແລະຂົນເອົາຊັພຍ໌ໃນດິນສິນໃນນ້ຳຂອງລາວພຽງອາໃສແຕ່ຄ່າຄອມຯເງິນກ້ອງໂຕະແລະເທິງໂຕະໂດຍ
ວິທີປິດຫູບັງຕາຊາວໂລກເສຣີແລະປຼະຊາຊາຕິລາວຕຼອດຜ່ານມາ 37 ປີພຽງວ່າຕ່າງຊາຕິດັ່ງກ່າວມາໃຫ້ກາຣຊ່ອຍເຫຼືອສ້າງສາພັທນາ
ປຼະເທສຊ່ອຍເຫຼືອລາວ.
-ໃນຂນະດຽວກັນສິ່ງທີ່ປຼາກົຕແລະພິສູຈນ໌ໃຫ້ເຫັນຢ່າງຈະແຈ້ງນັ້ນຄື:ປ່າໄມ້ທີ່ອຸດົມສົມບູນຂອງຊາຕິໝົດກ້ຽງບໍ່ເຫຼືອແມ້ແຕ່ຮາກໄມ້.
ແຮ່ທາຕຸທີ່ມີຄຸນຄ່າຕ່າງໆຫຼາຍຊນິດເຊັ່ນຢູ່ທາງແຂວງຫຼວງນ້ຳທາ-ຜົງສາລີຖືກຈີນນຳຣົຖມາຂຸດກົ່ນຂົນໃສ່ຣົຖໄປເມືອງຈີນ.ໂດຍທາງ
ຄນະແຂວງ-ເມືອງຜູ໋ປົກຄອງທ້ອງຖິ່ນບາງຄົນຖືກຊື້ຈ້າງຮວມຫົວກັບຜູ່ກຳອຳນາຈໃນພັຄ-ຣັຖ ຊຶ່ງໃນເຂຕນີ້ທາງພັຄໄດ້ມອບໝາຍໃຫ້ກັບ
ສຫາຍອາຊາງ ເລົາລີແລະສຫາຍຄຳອ້ວນບຸຜາເພາະເຄີຍເປັນລູກແຫຼ້ງຕີນມືເຈັກມາກ່ອນແລະເປັນພວກທີ່ຈີນໄວ້ເນື້ອເຊື່ອໃຈແຕ່ປຼະຊາ
ຊົນລາວໃນເຂຕດັ່ງກ່າວເປັນຜູ່ຮັບກັມເພາະຈີນທີ່ເຂົ້າມາໃຊ້ສິດທິພິເສສເໜືອດິນແດນແລະອຳນາຈອະທິປໄຕຍຂອງລາວ..ຊຶ່ງໃນນີ້ໄດ້
ຣວມໄປເຖິງກາຣຕັ້ງໂຮງງານໂຄຊິໂນແລະໂຮງຈັກຣໂຮງງານຂຶ້ນໃນສອງແຂວງດັ່ງກ່າວແຕ່ຄົນລາວຜູ່ເປັນເຈົ້າປຼະເທສບໍ່ມີສິດທິເຂົ້າໄປ
ທຳງານໃນໂຮງງານນີ້ຈົນເຖິງຂັ້ນປຼະຊາຊົນລາວລຸມປຼະຊາທັນພວກຈີນເຫຼົ່ານັ້ນບາທເຈັບຫຼາຍສິບຄົນແລະເຜົາໂຮງງານໃຫ້ເປັນສັນຍານ
ເຕືອນແລະພັຄ-ຣັຖຫຸ່ນວ່າ"ກູໝົດຄວາມອົດທົນ ອົດກັ້ນແລ້ວ".
-ໃນໄລຍະຕໍ່ໆມາແຂວງບໍ່ແຕນເຈັກກໍໄດ້ຕັ້ງກາຊິໂນຂຶ້ນອີກໂດຍບໍ່ຍອມຮັບຄົນລາວເຂົ້າທຳງານຫາວ່າແຮງງານບໍ່ມີຄຸນພາບຈຶ່ງຖືກຕໍ່ຕ້ານ
ຈາກປຼະຊາຊົນລາວອີກເຮັດໃຫ້ຄົນງານຈີນບາທເຈັບຫຼາຍຄົນແລະຖືກປິດຫຼາຍເດືອນກໍຫາເຣິ້ມເປີດໃໝ່ອີກແລະນອກຈາກນີ້ແມ່ນ ທີ່ສາມ
ຫຼ່ຽມທອງຄຳເວລານີ້ກຳລັງມີບັນຫາອາຈຈະເກີດເສິກກັບປຼະຊາຊົນໃນທ້ອງຖິ່ນອີກ..ໃນຂນະດຽວກັນເຮືອສິນຄ້າຈີນທີ່ໃຊ້ລຳແມ່ນ້ຳຂອງ
ຂົນສິນຄ້າມາຂາຍຖ້ຽວລະຫຼາຍສິບລຳນັ້ນເມື່ອບໍ່ນານມານີ້ໄດ້ເກີດປະຕິກິຣິຍາຕໍ່ຕ້ານອາຈຈາກຄວາມບໍ່ພໍໃຈຂອງປຼະຊາຊົນທ້ອງຖິ່ນກໍເປັນ
ໄດ້ທັງນີ້ເພາະເຮືອບັນທຸກສິນຄ້າຈິນດັ່ງກ່າວຖືກມືມືດຈີ້ແລະຂົນເອົາສິນຄ້າໃນເຮືອອອກແລະໃຊ້ໄຟເຜົາເຮືອຫຼາຍລຳເສັຽຫາຍ ແລະໄດ້
ຈັບກຸມລູກເຮືອຊາວຈີນຫຼາຍຄົນ ແລະມີບາງສ່ວນຖືກຍິງຖິ້ມແລະຕັດຫົວສຽບຫຼັກຮົ້ວ ໂດຍທາງກາຣຣັຖຫຸ່ນຖແລງວ່າອາຈຈະເປັນສີມື
ກຸ່ມຄ້າຢາເສພຕິດ. ຫຼັງຈາກນັ້ນບໍ່ເທົ່າໃດທາງກາຣຈີນຈຶ່ງເຊີນໃຫ້ຣັຖຯຫຸ່ນ-ພມ້າແລະໄທຍໄປຫາລືກັນທີ່ເມືອງຈີນ.
-ເຫຕຸກາຣທັງໝົດທີ່ເກີດຂຶ້ນທາງພາຄເໜືອຖືໄດ້ວ່າຊາວຊົນລາວທາງພາຄເໜືອບໍ່ຍອມຮັບກາຣປົກຄອງຂອງຣັຖບາລຫຸ່ນແລະບໍ່ຍອມຮັບ
ພຶຕຕິກັມອັນປ່າເຖື່ອນຂອງຈີນອີກຕໍ່ໄປແລ້ວແລະຍັງບໍ່ຄິດໄຫລ່ທີ່ຄົນຈີນມາຕົວະຍົວະເອົາເຍົາວະຊົນລາວໄປຂາຍໃຫ້ເປັນທາຕຸໃນເມືອງ
ຈີນຍັລຕັ້ງແຕ່ຣັຖຯຫຸ່ນລາວປ່ອຍໃຫ້ກອງທັພປົດປ່ອຍຈີນເຂົ້າມາຄ້າຂາຍແລະແລະບໍ່ມີກາຣເຮັດວິຊ່າເຂົ້າເມືອງ.
-ທີ່ນີ້ຫັນມາເບິ່ງຄວາມຮັ່ງມີລົ້ນຟ້າເໜືອຄວາມທຸກຂ໌ຈົນຂອງປຼະຊາຊົນເຂຕດັ່ງກ່າວຄື:ດິນດອນ-ບ້ານເຮືອນຂອງພວກສຫາຍເຫຼົ່ານີ້ທັງໃນ
ເຂຕພາຄເໜືອທີ່ໄກຕານັກກາຣທູຕແລ້ວມັນໂຕນກັນເໝືອນຟ້າກັບດິນເໜືອກວ່າຣະບອບສັກດິນາເສັຽອີກແລະທາງເຂຕພາກເໜືອທີ່ວ໋າ
ນີ້ນອກຈາກພີ່ນ້ອງສອງສຫາຍນີ້ແລ້ວຍັງມີອິດທິພົລເມັຽນ້ອຍ ອິດທິເມັຽຫຼວງແລະອິດທິພົລລູກຫຼານພວກເຂົາອີກແລະຍັງບໍ່ໄດ້ກ່າວເຖິງ
ສົມບັຕິຂອງພວກສຫາຍນີ້ໃນອ້ອມຂ້າງພັຄ-ຣັຖຯທີ່ວຽງຈັນທຣ໌ເລີຍ!!
ອັນນີ້ເປັນພຽງບາງພາກສ່ວນນ້ອຍທີ່ເລົ່າໃຫ້ຟັງເທົ່ານັ້ນແລະທີ່ເລົ່າມານີ້ຮັບຮອງດ້ວຍກຽຕິວ່າ ບໍ່ແມ່ນເຂົາວ່າຕັ້ງແມ່ນຊາວຊົນ
ທ້ອງຖິ່ນທີ່ໄປເຫັນດ້ວຍຕາຕົນເອງມາບອກກ່າວທັງສິ້ນແລະຕໍ່ໄປ

No comments:

Post a Comment