Tuesday, July 31, 2012

ເຂື່ອນໄຊຍະບຸຮີເປົ້າຫມາຍໃຫຍ່ຂອງບໍຮິສັທກາຮຊ່າງກັບສຫາຍວີຮະພົລ ວີຮະວົງ ຮມຕ.ຊ່ອຍກຼະຊວງພລັງ
ງານລາວຂອງຮັຖຯຫຸ່ນຊຶ່ງຮວມຫົວກັນນັ້ນມີຢູ່ 3 ສິ່ງຕ້ອງກາຮຈະບໍ່ແມ່ນເຈາະຈົງແຕ່ສເພາະກາຮສ້າງເຂື່ອນ
ໄຟຟ້າພລັງນ້ຳເທົ່ານັ້ນຄື:
-ຕົ້ນຕໍຄວາມຕ້ອງກາຮນັ້ນແມ່ນໄມ້.
-ແຣ່ທາຕຸວັດຖຸດິບແລະ
-ພລັງງານໄຟຟ້າແທ້ໆມີພຽງ 40%.
   ສນັ້ນເງື່ອນໄຟຟ້າໄຊຍະບຸຮີຈຶ່ງຖືເປັນແຫຼ່ງສ້າງຮາຍໄດ້ທີ່ສຳຄັນໃຫ້ກັບບໍຮິສັທກາຮຊ່າງແລະສຫາຍວີຮະ
ພົລ ວີຮະວົງ..ມຫາສີລາ ວີຮະວົງທຳທຳລາຍໄວຍກອນອັຄຮະພາສາລາວ ຕົກມາຍຸຄຄອມຯ ຄອງເມືອງ
ລູກຊາຍສາມາດຢູ່ໄດ້ແລະຮວມຫົວຊໍກາຮຊ່າງໂກງຊາຕິທີ່ເຂື່ອນໄຊຍະບຸຮີສຫາຍວີຮະພົລຈຶ່ງກາຍເປັນຄົນ
ຂາຍຊາຕິອີກສຫາຍນຶ່ງ.
     ນອກຈາກເຂື່ອນໄຊຍະບຸຮີນີ້ແລ້ວຍັງມີເຂື່ອນຂອງຈີນທີ່ສ້າງໃສ່ລຳແມ່ນຳຂອງຕອນບົນອີກ 8 ເຂື່ອນນີ້
ຄືອາວຸທແລະຍຸທສາສຕຮ໌ສຳຄັນຂອງຈີນເພື່ອຕຼຽມໄວ້ດັບສູນຍ໌ພູມີພາຄເອເຊັຽຕະວັນອອກສຽງໃຕ້ໃຫ້
ຍ່ອມຕົກເປັນເບັ້ຽລ່າງທາງຍຸທສາສຕຮ໌ຄວາມຫມັ້ນຄົງພູມິພາຄ.
    ອິງຕາມຮາຍງານຂອງສຳນັກຂ່າວຕ່າງປຼະເທສສບັບ 7/22/2012 ຮະບຸວ່າເຖິງແມ່ນປຼະເທສທີ່ຢູ່ຕອນລ່າງ
ແມ່ນ້ຳຂອງທັງພມ້າ-ລາວ-ໄທຍ-ກັມພູຊາແລະວຽຕນາມຊຶ່ງກໍຫາຜ່ານພົ້ນຈາກມຫາອຸທົກໄພຍຍັງຕົດບໍ່ເຫີຍ
ກໍຕາມແຕ່ໃນເວລານີ້ກໍມີທ່າທີວ່າຈະຕ້ອງໄດ້ພະເຊີນກັບໄພຍແຫ້ງແລ້ງທີ່ຈະມີຮະດັບຣ້າຍແຣງບໍ່ຫນ້ອຍໄປ
ກວ່າໄພຍນ້ຳຖ້ວມທີ່ເຄີຍເກີດຂຶ້ນເມື່ອຕົ້ນປີ 2010. ເນື່ອງຈາກສຖານະກາຮນ໌ຂອງຮະດັບນ້ຳຂອງເວລານີ້ໄດ້
ລົດລົງຢ່າງວ່ອງໄວເຫມືອນກັບທີ່ເຄີຍເກີດຂຶ້ນເມື່ອ 2 ປີກ່ອນທີ່ສົ່ງຜົລໃຫ້ຊາວວຽງຈັນທຮ໌ໄດ້ຣັບຄວາມເດືອດ
ຣ້ອນຢ່າງຖ້ວນຫນ້າຍ້ອນ"ຄວາມຣູ້ຫນ້ອຍໄປຄິດຄອງເມືອງ ນຸ່ງຜ້າເຫຼືອງໄປຈາຄວາມບ້ານ" ນັ້ນເອງສເພາະ
ໃນນະຄອນວຽງຈັນທຮ໌ຄວາມຕ້ອງກາຮນ້ຳໂດຍສເລັ່ຽແລ້ວ 180,000 ລູກບາສກ໌ເມຕຮຕໍ່ວັນເທົ່ານັ້ນ. ທັງນີ້
ໂດຽຮັຖວິສາຫະກິຈນ້ຳປຼະປາລາວໄດ້ໃຫ້ເຫຕຸຜົລວ່າເປັນເພາະຮະດັບນ້ຳໃນແມ່ນ້ຳຂອງທີ່ນະຄອນວຽງ
ຈັນທຮ໌ນັ້ນໄດ້ລົດລົງຫຼາຍສຸດເປັນປຼະວັຕິກາຮນ໌ຈົນເຖິງຂນາດທີ່ຕ້ອງໄດ້ນຳຮົຖຂຸດລົງໄປຕັກຊາຍເພື່ອເຣັດ
ໃຫ້ພຶ້ນທີ່ຮອງຮັບນ້ຳໃນແມ່ນ້ຳຂອງນັ້ນເລິກລົງແລະກວ້າງຂຶ້ນທັງຍັງຕ້ອງໄດ້ຂຸດຣ່ອງເພື່ອຜັນນ້ຳຈາກແມ່
ນ້ຳຂອງລົງສູ່ພຶ້ນທີ່ຮອງຣັບນ້ຳດັ່ງກ່າວອີກດ້ວຍ.
    ສ່ວນໃນເຂຕພາຄເຫນືອນັ້ນມີຮາຍງານຂ່າວຈາກສື່ທ້ອງຖິ່ນຂອງລາວເອງວ່າຊ່ວງເວລາດຽວກັນນີ້ບໍ່ສາ
ມາດເດິນເຣືອໂດຍສາຮໃນແນວນ້ຳຂອງຈາກເມືອງຫ້ວຍຊາຍແຂວງບໍ່ແກ້ວໄປທີ່ທີ່ເຣືອເມືອງປາກແບງ
ແຂວງອຸດົມໄຊແລະຕໍ່ໄປຍັງທ່າເຣືອຫຼວງພຼະບາງໄດ້ຕາມປົກຕິເພາະຮະດັບນ້ຳຂອງໄດ້ລົດລົງຈົນແຫ້ງ
ຂອດ ທັ້ງໆທີ່ໃນຄວາມເປັນຈິງນັ້ນຣ່ອງນ້ຳຕາມແນວນ້ຳຂອງໃນເຂຕພາຄເຫນືອຂອງລາວຈະເລິກກວ່າໃນ
ເຂຕຕອນລ່າງກໍຕາມ.
   ແລະຍິ່ງໄປກວ່ານັ້ນດ້ວຍສະພາບກາຮນ໌ທີ່ຮະດັບນ້ຳຂອງໄດ້ລົດຕ່ຳລົງຢ່າງກຼະທັນຫັນເຊັ່ນນີ້ກໍໄດ້ສົ່ງຜົລ
ກຼະທົບຢ່າງສາຫັສຕໍ່ກາຮເພາະປູກພືຊຜົລທາງກາຮກະເສຕຮໃນລາວຢ່າງກວ້າງຂວາງໂດຍສເພາະຜົລ
ກຼະທົບຕໍ່ແຜນກາຮທຳນາປັງຊຶ່ງຮັຖຯຫຸ່ນໄດ້ວາງເປົ້າຫມາຍທີ່ຈະສົ່ງເສິມໃຫ້ກະເສຕຮກອນປູກເຂົ້າໃນຮະ
ດູແລ້ງ ໃຫ້ໄດ້ເນື້ອທີ່ກວ້າງຂຶ້ນທຸກປີກໍຕາມ.  
    ທັງນີ້ກໍສືບເນື່ອງມາຈາກກຸ່ມອົງຄ໌ກາຮອະນຸຮັກສ໌ຯທັງໃນໄທຍແລະພັນທ໌ມິຕທີ່ຢູ່ໃນຕ່າງປຼະເທສນັ້ນ
ຕ່າງເຊື່ອວ່າສາເຫຕຸສຳຄັນທີ່ສຸດທີ່ເຣັດໃຫ້ຮະດັບນ້ຳໃນແມ່ນ້ຳຂອງລົດຕ່ຳລົງຢ່າງຫນັກຈົນເຫັນຜິດປົກຕິ
ເຊັ່ນນີ້ກໍເພາະວ່າເຂື່ອນຂນາດໃຫຍ່ 4 ເຂື່ອນບົນແນວແມ່ນ້ຳຂອງໃນເຂຕມົນທົລຫຍຸນນ່ານ ໃນນັ້ນກໍຄືເຂື່ອນ
ມັ່ນວານ,ເຂື່ອນຕ້າເສົາຊານ,ເຂື່ອນຊຽງຣຸ່ງແລະເຂື່ອນສຽວວານນັ້ນໄດ້ປິດປຼະຕູນ້ຳເຂື່ອນເພື່ອເກັບກັກນ້ຳ
ໄວ້ສຳລັບຜລິຕກຼະແສໄຟຟ້າແລະສນອງນ້ຳໃຫ້ກັບພຶ້ນທີ່ກາຮກະເສຕຮໃນມົນທົລຫຍຸນນ່ານນັ້ນເອງ.
                      ເມື່ອຫາກຈີນບີບໃຫ້ 5 ປຼະເທສຫາງນ້ຳຕ້ອງທຳຕາມຈີນສັ່ງ..ເພາະເວລານີ້ຈີນກຳລັງເດືອດ
ຣ້ອນເຮື້ອງວັດຖຸດິບປ້ອນໂຣງງານແລະພລັງງານເພື່ອກ້າວກຼະໂດດຂຶ້ນເປັນເສືອເສຖກິຈໂຕທີ 9 ໃຫ້ທັນກັບ
ຄວາມຕ້ອງກາຮແລ້ວ ສະພາເອຊ່ຽນ 10 ຊາຕິທີ່ວ່ານີ້ອາຈກາຍມາເປັນໂຣງລິເກຂອງຈີນໄດ້ໃນພິບຕາມ.
   
      

No comments:

Post a Comment