Tuesday, July 24, 2012

ກຼະບອກສຽງພັຄ-ຮັຖຫຸ່ນແກວຖແລງວ່າເສຖກິຈກາຮຄ້າຂອງຕົນໄປໄດ້ສວຍຈະສາມາດແກ້ໄຂຄວາມ
ຍາກຈົນແລະເປັນປຼະເທສດ້ອຍພັທນາໄດ້ບໍ່ເກີນປີ 2020. ແຕ່ທນາຄາຮໂລກຄາດວ່າຮັຖຯຫຸ່ນແກວຈະ
ຂາດດຸລກາຮຄ້າຫຼາຍກວ່າ 1 ພັນລ້ານດອລລາໃນປີນີ້.
  ຮາຍງານສບັບນີ້ຮະບຸເມື່ອ 7/10/12 ວ່າທນາຄາຮໂລກຄາດວ່າຮັຖຯຫຸ່ນແກວຈະຕ້ອງປຼະສົບບັນຫາ
ຂາດດຸລກາຮຄ້າຕ່າງປຼະເທສຫຼາຍກວ່າ 1 ພັນລ້ານດອລລາໂດຍສາເຫຕຸສຳຄັນປຼະກາຮນຶ່ງມາຈາກກາຮ
ເປັນເຈົ້າພາບຈັດກອງປຼະຊຸມ ASEAM ຄັ້ງທີ 9.
  ໃນເຮື້ອງນີ້ທາງທນາຄາຮໂລກໄດ້ສເນີຮາຍງານສະພາບກາຮທາງເສຖກິຈສຳລັບພູມິພາຄເອເຊັຽ-ປາຊິ
ຟິກໃນໄລຍະ 6 ເດຶອນຕົ້ນປີ 2012ວ່າຮັຖຯຫຸ່ນລາວເປັນອີກປຼະເທສນຶ່ງທີ່ຈະຕ້ອງພະເຊີນກັບກາຮຂາດດຸລກາຮຄ້າກັບຕ່າງປຼະເທສ
ຫຼາຍຂຶ້ນໂດຍຄາດວ່າກາຮນຳເຂົ້າສິນຄ້າຈາກຕ່າງປຼະເທສຂອງລາວຕຼອດປີນີ້ ມີມູລຄ່າຮວມເກີນກວ່າ
4,100 ລ້ານດອລລາໃນຂນະດຽວກັນກໍຈະມີກາຮສົ່ງອອກສິນຄ້າໄປຕ່າງປຼະເທສຄິດເປັນມູລຄ່າຮວມບໍ່
ເກີນ 3,000 ລ້ານດອລລາຊຶ່ງຈະເຣັດໃຫ້ຮັຖຯຫຸ່ນແກວຕ້ອງຂາດດຸລກາຮຄ້າຄິດເປັນມູລຄ່າເກີນກວ່າ
1,100 ລ້ານດອລລາເປັນຢ່າງຕ່ຳ.
   ໃນຂນະດຽວກັນທນາຄາຮໂລກໄດ້ຮະບຸຊັດເຈນວ່າສາເຫຕຸທີ່ສຳຄັນທີ່ເຣັດໃຫ້ຮັຖຯຫຸ່ນລາວຕ້ອງຂາດ
ດຸລກາຮຄ້າກັບຕ່າງປຼະເທສກໍຄືກາຮເປັນເຈົ້າພາບຈັດກອງປຼະຊຸມສຸດຍອດເອເຊັຽ-ຍູໂຮປຄັ້ງທີ 9ທີ່ຈະມີ
ຂຶ້ນໃນວັນທີ 5-6 ພະຈິກາປີນີ້ທີ່ວຽງຈັນທຮ໌ຊຶ່ງເຣັດໃຫ້ຮັຖຯຫຸ່ນລາວຕ້ອງກາຮນຳເຂົ້າສິນຄ້າປຼະເພທ
ວັສະດຸແລະອຸປກອນຕ່າງໆສຳລັບກາຮກ່ໍສ້າງອາຄາຮສຖານທີ່ແລະສິ່ງອຳນວຍຄວາມສະດວກອື່ນໆ
ໃຫ້ພ້ອມເພື່ອຣອງຣັບກອງປຼະຊຸມ.
   ນອກຈາກນີ້ທນາຄານໂລກຍັງເສິມດ້ວຍວ່າກາຮຂາດດຸລກາຮຄ້າກັບຕ່າງປຼະເທສຂອງຮັຖຫຸ່ນຍັງໄດ້
ສົ່ງຜົລກຼະທົບຕໍ່ສຖານະທາງດ້ານທຶນສຳຮອງເງິນຕຼາຕ່າງປຼະເທສໃນຮັຖຯຫຸ່ນອີກ. ເຖິງແມ່ນວ່າຮັຖຫຸ່ນ
ຈະມີທຶນສຳຮອງເພິ້ມຂຶ້ນຈາກ 676ລ້ານດອລລາໃນປີ 2011 ເປັນ 681ລ້ານດອລລາໃນປີນີ້ກໍຕາມຫາກແຕ່
ທຽບໃສ່ກັບກາຮນຳເຂົ້າຈາກຕ່າງປຼະເທສພຽງ 1.9 ເດືອນເທົ່ານັ້ນ.
   ໃນຂນະທີ່ສຫາຍສົມສວາດ ເລັ່ງສວັດ ຮອງນາຍົກຯນັກເສຖສາສຕຮ໌ຊັ້ນຍອດຂອງລາວຜູ່ຊີ້ນຳວຽກງານ
ດ້ານເສຖກິຈຂອງຮັຖຫຸ່ນລາວກໍໄດ້ອອກຖແລງຢືນຢັນເມື່ອບໍ່ນານມານີ້ວ່າເປົ້າຫມາຍສຳຄັນຂອງຮັຖຫຸ່ນ
ເຖິງປີ 2015ກໍຄືກາຮເພີ້ມມູລຄ່າສົ່ງອອກສິນຄ້າໄປຕ່າງປຼະເທສໃຫ້ສູງຂຶ້ນເພື່ອໃຫ້ລາວບໍ່ຕ້ອງພະເຊີນກັບ
ກາຮຂາດດຸລກາຮຄ້າຕ່າງປຼະເທສຕໍ່ໄປ...ໂດຽສຫາຍຄຸຍໂວວ່າ"...ດ້ານກາຮຜລິຕເປັນສິນຄ້າສູ້ຊົນຜລິຕ
ເຂົ້າເພື່ອສົ່ງອອກໃຫ້ໄດ້ສເລັ່ຍ 6ແສນຕັນຕໍ່ປີ ສູ້ຊົນເຣັດໃຫ້ອຸຕສາຫະກັມປຸງແຕ່ງຂຍາຍຕົວໃນອັຕຼາສ່ວນ
ແຕ່ 12-13% ຕໍ່ປີຂຍາຍຕລາດຂາຍຍ່ອຍໃຫ້ກວມເອົາ 80% ຂອງຈຳນວນກຸ່ມບ້ານ". ສົມຄວາມຄຸຍຫຼືບໍ່
ນັ້ນດຽວໆກໍຣູ໊ເອງ.
    ປຼະເທສຄູ່ຄ້າຂອງຮັຖຫຸ່ນລາວສ່ວນໃຫຍ່ແມ່ນ ໄທຍ-ຈີນ-ວຽຕ-ສຫະຮັຖ-ຍິ່ປຸ່ນ-ເກົາຫຼີໃຕ້-ການາດາ
-ອອສເຕຼເລັຽແລະນິວຊີແລນດ໌ ໂດຍສເພາະແມ່ນໄທຍກັບຈີນແລະວຽຕນັ້ນຍັງຖືເປັນ 3 ປຼະເທສທີ່ມີມູລຄ່າ
ກວ່າ 90%ຂອງມູລຄ່າກາຮຄ້າຕ່າງປຼະເທສທັງຫມົດຂອງລາວ..
  ໃນປີ 2011 ລາວກັບໄທຍກາຮຄ້າມີມູລຄ່າຮະຫວ່າງກັນ 3,800 ລ້ານດອລລາໂດຍລາວສົ່ງໄປໄທຍມູລ
ຄ່າ 1,100 ລ້ານດອລລາຈຶ່ງເຣັດໃຫ້ລາວເປັນຝ່າຍຂາດດຸລຕໍ່ໄທຍ 1,600 ລ້ານດອລລາ. ສ່ວນກັບຈີນນັ້ນ
ມີມູລຄ່າຮວມ 1,280 ລ້ານດອລລາຝ່າຍລາວຫຸ່ນໂຄຊນາວ່າເປັນຝ່າຍໄດ້ປຽບດຸລກາຮຄ້າ 150 ລ້ານດອລ
ລາ. ສ່ວນຮັຖຫຸ່ນສມຸນກັບນາຍແກວນັ້ນ ມີມູລຄ່າຮວມຫຼາຍກວ່າ 700 ລ້ານດອລລາ ລູກສມຸນຄຸຍໂວວ່າ
ເປັນຝ່າຍໄດ້ປຼຽບຫຼາຍກວ່າ 100 ລ້ານດອລລາເຖິງແມ່ນມູລຄ່າຮວມຈະບໍ່ເຖິງ 1.,000 ລ້ານດອລລາຕາມ
ເປົ້າຫມາຍທີ່ວາງໄວ້ກໍຕາມ..ແຕ່ຊັພພຍາກອນທັມຊາຕິຂອງລາວແທບຈະບໍ່ເຫຼືອໄວ້ໃຫ້ລູກຫຼານແລ້ວ.

No comments:

Post a Comment