Monday, July 30, 2012

ຄວາມວິຕົກຂອງຍິ່ປຸ່ນທີ່ມີຕໍ່ກາຮເຄື່ອນໄຫວຂອງກອງທັພເຣືອຈີນ
ສຳນັກຂ່າວຕ່າງປຼະເທສຮາຍງານເມື່ອ 7/29/2012
  ກຼະຊວງປ້ອງກັນປຼະເທສຍິ່ປຸ່ນສເນີຮາຍງານປຼະຈຳປີຮະບຸວ່າຄວາມເຄື່ອນໄຫວຂອງກອງທັພເຣືອຈີນເປັນ
ປຼະເດັນສຳຄັນທີ່ສ້າງຄວາມວິຕົກຕໍ່ເອເຊັຽຕະວັນອອກແລະປຼະຊາຄົມຮະຫວ່າງປຼະເທສ. ຮາຍງານສບັບໄດ້
ຮະບຸວ່າງົບປຼະມານປ້ອງກັນປຼະເທສຂອງຈີນເພິ້ມຂຶ້ນປຼະມານ 30%ໃນຊ່ວງ 24ປີຜ່ານມາ ຊຶ່ງເຈົ້າຫນ້າທີ່ຍິ່
ປຸ່ນເຊື່ອວ່າງົບປຼມານທີ່ເພິ້ມຂຶ້ນຂອງຈີນສ່ວນນຶ່ງມາຈາກກາຮສ້າງເຣືອບັນທຸກເຄື່ອງບິນ ນອກຈາກນີ້ຍັງສະ
ແດງຄວາມວິຕົກຕໍ່ຄວາມລັງເລຂອງຈີນໃນກາຮເປີດເຜີຍຂໍ້ມູລທາງທຫາຮ.
   ໃນຊ່ວງບໍ່ເທົ່າໃດເດືອນມານີ້ຈີນໄດ້ສົ່ງເຣືອຮົບໄປປຼະຈຳກາຮໃນທະເລຈີນຕະວັນອອກແລະທະເລຈີນໃຕ້
ຫຼາຍໆຖ້ຽວກວ່າແຕ່ສມັຍກ່ອນເຊັ່ນບໍຮິເວນຫມູ່ເກາະເຊນກາກຸຂອງຍິ່ປຸ່ນໃນທະເລຈີນຕະວັອອກຊຶ່ງເປັນ
ກໍຮະນີພິພາທເຮື້ອງກັມມາສິດທິກັບຈີນມານານ.
   ກຼະຊວງປ້ອງກັນປຼະເທສຍິ່ປຸ່ນໄດ້ອອກຮາຍງານປ້ອງກັນປຼະເທສປຼະຈຳທຸກໆຮະດູຣ້ອນ ໃນຮາຍງານ
ກ່າວເຖິງສະພາບແວດລ້ອມດ້ານຄວາມຫມັ້ນຄົງຂອງຍິ່ປຸ່ນແລະຫຼັກກາຮສຳຄັນຂອງນະໂຍບາຍປ້ອງກັນ
ປຼະເທສທີ່ກຳລັງຈະມີຂຶ້ນໂດຍຮາຍງານຈະນຳອອກເຜີຍແພ່ຕໍ່ສາທາຮນະຊົນຫຼັງຈາກສເນີຕໍ່ຄນະຮັຖມົນຕຼີ
ໃນປາຍເດືອນ ກໍຮະກະດານີ້.
   ຫລ້າສຸດຄນະກັມກາຮກາງກາຮທຫາຮພັຄຄອມຯຈີນໄດ້ອະນຸມັຕິສົ່ງກອງທຫາຮຮັກສາກາຮນ໌ໄປປຼະ
ຈຳໃນທະເລຈີນໃຕ້ຢ່າງເປັນທາງກາຮແລ້ວ ຊຶ່ງຖຶເປັນກາຮຮຸກຄືບອີກຊັ້ນນຶ່ງໃນກາຮອ້າງກັມສິດທິເຫນືອ
ຫມູ່ເກາະໃນນ່ານນ້ຳແຫ່ງນີ້ແລະເພິ້ມຄວາມຕຶງຄຽດກັບຊາຕິທີ່ເປັນຄູ່ພິພາທໃຫ້ຟົດເດືອດຂຶ້ນຫນັກອີກ.
   ກອງທຫາຮຮັກສາກາຮນ໌ນີ້ປຼະຈຳຢູ່ໃນເມືອງຊວນຊາ ຊຶ່ງຕັ້ງຢູ່ບົນເກາະວູດດິ້ຫຼືເກາະຫຍົງຊິ່ງໃນຫມູ່
ເກາະພາຮາເຊລເພື່ອທຳຫນ້າທີ່"ເຄື່ອນກາຮປ້ອງກັນປຼະເທສຮັກສາເມືອງຊານຊາແລະສນັບສນຸນປະຕິ
ບັຕິກາຮກູ້ໄພຍໃນທ້ອງຖິ່ນ ບັລເທົາທຸກຂ໌ໄພຍພິບັຕິຕຼອດຈົນດຳເນີນພາຮະກິຈທຫາຮດ້ວຍ".
   ກາຮສົ່ງທຫາຮຮັກສາກາຮນ໌ຢ່າງເປັນທາງກາຮຮິ້ເປັນກາຮເດີນຫນ້າກາຮອ້າງກັມສິດທິຢ່າງຫນັກ
ແຫນ້ນຍິ່ງຂຶ້ນຫຼັງຈາກຈີນເພິ່ງປຼະກາສຕັ້ງເມືອງຊານຊາ ຊຶ່ງມີປຼະຊາກອນປຼະພຽງບໍ່ເທົ່າໃດພັນຄົນເມື່ອ
ເດືອນມິຖຸນາຜ່ານມາ ເພື່ອຍົກຮະດັບກາຮບໍຮິຫາຮປົກຄອງຂອງຈີນໃນທະເລຈີນໃຕ້ ທີ່ລືກັນວ່າອຸດົມ
ໄປດ້ວຍຊັພພຍາກອນທັມຊາຕິ.
    ສນັ້ນທັງວຽຕນາມແລະໄຕ້ຫວັນຕ່າງກໍອ້າງກັມສິດທິຄອບຄອງຫມູ່ເກາະພາຮາເຊລເຊັ່ນກັນຊຶ່ງຫຼັງ
ຈາກມີກາຮພະເຊີນຫນ້າຮະຫວ່າງກອງທັພເຣືອຈີນກັບກອງທັພເຣືອວຽຕນາມ ໃນທີ່ສຸດຈີນກໍໄດ້ເຂົ້າ
ໄປຄວບຄຸມຫມູ່ເກາະພາຮາເຊລທັງຫມົດເມື່ອປີ 1974.
   ກາຮຕັ້ງເມືອງຊານຊາເຣັດໃຫ້ວຽຕນາມຄັດຄເນໂດຍຮະບຸວ່າເປັນຕັ້ງເມືອງທີ່ຜິດກົຕຫມາຍແລະທັບ
ຊ້ອນກັບຫຼາຍເມືອງທີ່ວຽຕນາມເປັນເຈົ້າຂອງ.
   ທະເລຈີນໃຕ້ຈຶ່ງກາຍເປັນບໍຮິເວນຂອງຄວາມຂັດແຍ່ງທາງທຫາຮທີ່ສຳຄັນທີ່ສຸດໃນເອເຊັຽໂດຍຈີນ
ວຽຕນາມ,ຟິລິບປິນສ໌,ໄຕ້ຫວັນ,ບຮູໄນແລະມາເລເຊັຽຕ່າງກໍອ້າງອະທິປໄຕຍເຫນືອພຶ້ນທີ່ໃນທະເລ
ເພື່ອເຂົ້າໄປຂຸດເຈາະແຫຼ່ງນ້ຳມັນທີ່ເຊື່ອວ່າມີປຮິມານມຫາສາລ.
    ຂນະທີ່ສມາຄົມປຼະຊາຊາຕິເອເຊັຽຕະວັນອອກສຽງໃຕ້ແທບບໍ່ມີຄວາມຄືບຫນ້າໃດໆໃນກາຮຢຸດຢັ້ງ
ກາຮຢືນຢັນກາຮອ້າງກັມສິດທິຂອງຈີນໃນນ່ານນ້ຳແຫ່ງນີ້.
        ສຳນັກຂ່າວຕ່າງປຼະເທສຮາຍງານ...
  

No comments:

Post a Comment