Thursday, July 12, 2012

ເມື່ອນານາຊາຕິທວງຕິງຫນັກຂຶ້ນພວກເຂົາກໍພຍາຍາມປ່ຽນແປງສາກລະຄອນໃຫມ່ຫຼັງຈາກນັກຣຽນນັກສຶກສາ
ກ່າວປຼະນາມວິທີກາຮ. ຢ່າງໃດກໍຕາມພວກເຣົາກໍເຄີຍອອກຂ່າວໄປແລ້ວວ່າຮະບອບປັຈຈຸບັນຂອງຮັຖຯຫຸ່ນນີ້ເປັນ
ຮະບອບອຸປຖັມຕົວຕາບຕົວແທນ ຄົນໃນຕຼະກຸລອື່ນຈະມີຄວາມຣູ້ຄວາມສາມາດເກັ່ງກາຈຂນາດໃດພວກເຂົາບໍ່
ຍອມຣັບໃຫ້ເຂົ້າໄປຣັບຜິດຊອບໃນຕຳແຫນ່ງສຳຄັນໆເພາະຢ້ານໄປເປັນນາຍພວກເຂົາແລະໄປເຫັນຄວາມຂີ້ດຽດ
ຂອງລູກຫຼານເຂົາ.
  ກາຮຈະກ້າວຂຶ້ນໄປເປັນເສນາບໍດີຂອງກຸ່ມຂາຍຊາຕິນີ້ໄດ້ມີພຽງລູກຫຼານພວກເຂົາເທົ່ານັ້ນເອງ..ດັ່ງນັ້ນເຖິງຂັ້ນ
ເປັນຮັຖບາລກຸມອຳນາຈ 37 ປີຜ່ານມາແລ້ວຍັງບໍ່ສາມາດສ້າງງົບປຼະມານແຜ່ນດິນໄດ້ ອາໃສແຕ່ເງິນຊ່ວຍເຫຼືອ
ຈາກຕ່າງປູະເທສມາເປັນງົບປຼະມານແຜ່ນດິນ ປານນັ້ນຍັງບໍ່ຍອມຣັບຄວາມຈິງວ່າພວກຕົນດ້ອຍປັນຍາມີຮະ
ດັບຄວາມຣູ້ຕ່ຳ ອາໃສແຕ່ໂຄຊນາຊວນເຊື່ອເຂົ້າກະຕ່າຕົນເອງຕົວະປຼະຊາຊົນໄປວັນໆວ່າປີນັ້ນປີນີ້ຈະເຣັດໃຫ້ປູະ
ຊາຊົນຫາຍຈາກຄວາມທຸກຂ໌ຈົນ.
   ກາຮທີ່ພວກເຂົາບໍ່ຍອມຣັບຣູ້ຫຼືແກ້ໄຂໃຫ້ມີຝ່າຍຄ້ານຫຼືມີພັຄກາຮເມືອງໃຫມ່ເພິ້ມກໍເພາະພວກເຂົາບໍ່ຕ້ອງກາຮ
ໃຫ້ພັຄອື່ນມາແຂ່ງຂັນແລະເຫັນຂີ້ພຶ້ນພວກເຂົານັ້ນເອງ. ເມື່ອບໍ່ມີຝ່າຍຄ້ານພວກເຂົາຈຶ່ງຮວບ 3 ອຳນາຈໄວ້ໃນກັມ
ກາຮສູນກາງພັຄເຊັ່ນ ສະພາຕົບມື-ນິຕິບັນຍັຕິແລະຕຸລາກາຮໄວ້ໃນກົຼມກາຮເມືອງເພາະງ່າຍແກ່ກາຮສັ່ງກາຮໄປ
ຕາມໃຈຊອບ.
  ໃນຂນະທີ່ພມ້າກຳລັງກ້າວກຼະໂດດຂຶ້ນໂດຍບໍ່ສົນໃຈໃຍດີກັບກາຮນາບຂູ່ຂອງຈີນແລະເວລານີ້ພມ້າເກີດຄວາມ
ໂປ່ງໃສຢ່າງຣອບດ້ານທີ່ໄດ້ຍານາງອອງຊານ ຊູຈີເຂົ້າຣ່ວມສັງຄາຍນາໃນຮັຖບາລເຣັດໃຫ້ໂຄງສ້າງຮັຖຯເຂັ້ມແຂງ
ຫນ້າເຊື່ອຖືເຣັດໃຫ້ນານາຊາຕິແຫ່ແຫນກັນເຂົ້າໄປລົງທຶນຂນານໃຫຍ່.
  ພມ້າຖືເປັນປຼະເທສຜເດັຈກາຮສຸດຂີດຣອງຈາກກັມພູຊາ ແຕ່ແລ້ວພມ້າໄດ້ກາຍເປັນເສືອສຳນຶກບາປແລະຕ່າງ
ປຼະເທສຍອມຣັບພ້ອມໃຫ້ຄວາມຊ່ອຍເຫຼືອ ມັນແຕກຕ່າງໄປຈາກກຸ່ມຜເດັຈກາຮທາສຫຼືກຸ່ມຂາຍຊາຕິ 14 ຕຼະກຸລ
ຂອງລາວຊ້າຍຕົກຂອບ.
  ໃນພູມິພາຄເອເຊັຍຕະວັນອອກສຽງໃຕ້ອີງຕາມກຼະແສຂ່າວຂອງເອເຊັຽຫຼາຍສຳນັກກ່າວຕຼົງກັນວ່າ ອີກບໍ່ຊ້າ
ເກີນລໍພມ້າຈະເປັນປຼະເທສຕົວຢ່າງໃນກາຮພັທນາເພາະເວລານີພມ້າກຳລັງປຼັບເຮື້ອງອຳນາຈບໍຮິຫາຮ,ນິຕິບັຕິ
ແລະຕຸລາກາຮໃຫມ່ໃຫ້ສອດຄ່ອງກັບສາກົລແລະຮັຖບາລພມ້າໄດ້ສັ່ງປິດທຸກໂຄງກາຮທີ່ເຄີຍໃຫ້ອະນຸຍາຕມາ
ແຕ່ກ່ອນ. ຫມາຍຄວາມວ່າເຮິ້ມເລຂສູນຍ໌ກັນໃຫມ່ຖືວ່າສິ່ງທີ່ຜ່ານມາເປັນກາຮຜິດພາດທີ່ປ່ອຍໂອກາສໃຫ້ປຼະ
ເທສຈີນ,ຮັສເຊັຽເຂົ້າມາລົງທຶນແບບຜູກຂາດເພາະພມ້າມອງເຫັນແລ້ວວ່າໃນອະນາຄົຕອັນໃກ້ນີ້ຫາກບໍ່ຣີບປຼັບ
ປ່ຽນທິສພມ້າຈະກາຍເປັນປຼະເທສທີ່ລ້າຫຼັງທີ່ສຸດທັ້ງໆທີ່ມີຊັພພຍາກອນທັມຊາຕິເຫຼືອຫຼາຍໃນແຜ່ນດິນ.
  ດັ່ງນັ້ນເມື່ອກາຮເມືອງພາຽໃນມີສເຖັຽຮະພາບ ກາຮລົງທຶນຂອງຕ່າງປຼະເທສຈຶ່ງຫຼັ່ງໄຫຼກັນເຂົ້າໄປລົງທຶນໂດຍ
ສເພາະດ້ານກົຕຫມາຍທີ່ມີມາຕຮຖານສາກົລ ມັນຕ່າງໄປຈາກກຸ່ມຜເດັຈກາຮຕົກຂອບລາວຂາຍຊາຕິທີ່ໃຊ້ພາ
ສາຕລາດເອົາພາສາເວົ້າມາເປັນພາສາກົຕຫມາຍ ອັນຫມາຍເຖິງຮະດັບກາຮສຶກສາຂອງກຸ່ມຜູ່ບໍຮິຫາຮຮັຖ
ກາຮຂອງລາວຕ່ຳກວ່າມາຕຮຖານສາກົລນັ້ນເອງ.

No comments:

Post a Comment