Tuesday, July 24, 2012

ນັກວິຊາກາຮລາວຫຼາຍຄົນວ່າ"..ໂຄງກາຮພັທນາຂອງຮັຖຯແທບຈະບໍ່ມີຜົລຕອບແທນຕໍ່ປຼະຊາຊົນລາວ
ປານນັ້ນທາງພາຄຮັຖຯຍັງຫນ້າດ້ານວ່າຈະເຣັດໃຫ້ລາວພົ້ນທຸກຂ໌ແລະພົ້ນຈາກປຼະເທສດດ້ອຍພັທນາ
ໃນປີ 2020.
    ຈາກມຸມມອງຂອງນັກວິຊາກາຮລາວວ່າປັຈຸບັນກາຮພັທນາໃນລາວທີ່ເນັ້ນໃສ່ດ້ານເສຖກິຈແລະອຸຕສາ
ຫະກັມເປັນຫຼັກ ຊຶ່ງຈະເຫັນໄດ້ຈາກຕົວເມືອງໃຫຍ່ທີ່ມີໂຣງຈັກໂຣງງານໃຫຍ່ເພີ້ມຂຶ້ນ ແຕ່ສຳລັບຊາວລາວ
ຫຼາຍຄົນຄິດວ່າປຼະຊາຊົນສ່ວນໃຫຍ່ຈະບໍ່ຄ່ອຍໄດ້ຣັບຜົລປຼໂຍຊນ໌ຈາກກາຮພັທນາເຫຼົ່ານັ້ນເທົ່າທີ່ຄວນ
ສ່ວນໃຫຍ່ຜົລພັທນາທັງຫຼາຍໄປຣັບໃຊ້ແຕ່ສເພາະລູກທ່ານຫຼານກຼະຊວງຂອງຕົນເອງ. ທັງນີ້ສິ່ງທີ່ປຼາກົຕ
ໃຫ້ເຫັນກໍຄືປຼະຊາຊົນລາວສ່ວນໃຫຍ່ຍັງທຸກຂ໌ຈົນຖືກເອົາລັດເອົາປຼຽບຈາກທັງນາຍທຶນຄົນຂອງພັຄແລະ
ປຼະຊາຊົນສ່ວນໃຫຍ່ເປັນກະເສຕຮກອນແລະກະສິກອນແລະກາຮພັທນາດັ່ງກ່າວສ່ວນຫຼາຍຈະຢູ່ໃນເຂຕ
ຕົວເມືອງໃຫຍ່ ສ່ວນຊົນບົທຍັງທຸກຂ໌ຍາກຕາມເຄີຍແລະຍັງຖືກຂູດຣີດຈາກພນັກງານຮັຖຢູ່ຕຼອດກາລ.
    ໃນຂນະດຽວກັນກໍມີນັກວິຊາກາຮລາວຄົນນຶ່ງກ່າວວ່າ ຮັຖບາລຫຸ່ນຈະບໍ່ສາມາດລົບລ້າງຄວາມຍາກ
ຈົນໃຫ້ຫມົດໄປໄດ້ໃນປີ 2020. ເຂົາກ່າວເສິມດ້ວຍວ່າເຖິງທາງພັຄ-ຮັຖຈະອະນຸຍາຕໃຫ້ນັກລົງທຶນຕ່າງ
ຊາຕິເຂົ້າໄປລົງທຶນໃນໂຄງກາຮຕ່າງໆຫຼາຍປານໃດກໍຕາມ ແຕ່ກາຮລົງທຶນເຫຼົ່ານັ້ນຈະບໍ່ໃຫ້ຜົລແກ່ປຼະ
ຊາຊົນເທົ່າທີ່ຄວນແລະໂຄງກາຮຕ່າງໆລ້ວນແຕ່ສົ່ງຜົລກຼະທົບມວລຮວມໃຫ້ກັບປຼະຊາຊົນ.
   ສຫາຍນັກວິຊາກາຮຄົນນີ້ກ່າວເນັ້ນອີກວ່າ..ໂຄງກາຮຕ່າງໆຂອງພາຄຮັຖທີ່ນັກລົງທຶນຕ່າງປຼະເທສຣັບ
ໄປທຳນັ້ນສ່ວນໃຫຍ່ຈະສົ່ງຜົລກຼະທົບທາງລົບຕໍ່ປຼະຊາຊົນ ເຖິງແມ່ນຈະໃຫ້ຄ່າຊົດເຊີຍ ແຕ່ເງິນທີ່ໃຫ້ຄ່າ
ຊົດເຊີຍນັ້ນຈະບໍ່ເທົ່າກັບຄວາມເສັຽຫາຍທີ່ປຼະຊາຊົນໄດ້ຣັບເນື່ອງຈາກວ່າເຂົາເຈົ້າຕ້ອງໄດ້ປະຖິ້ມເຣືອນ
ຊານ ໄຣ່ນາຕະກ້າ ໄປຕັ້ງຖິ່ນຖານໃຫມ່ແລະຕ້ອງໃຊ້ເວລາຫຼາຍປີກ່ອນຈະຕັ້ງຫຼັກແຫຼ່ງຫມັ້ນແກ່ນໄດ້
ແລະຍິ່ງພັທນາຫຼາຍເທົ່າໃດກໍຍິ່ງສ້າງຄວາມສັບສົນວຸ້ນວາຍໃຫ້ແກ່ປຼະຊາຊົນພ໊ອມທັງເຜົາຜານຊັພ
ພຍາກອນຫໜັກຍິ່ງຂຶ້ນ 37 ປີຜ່ານມາຫາກຕິດຕາມຜົລກາຮພັທນາຂອງພາຄຮັຖແລ້ວ ຜົລປຼະໂຍຊນ໌
ທີ່ປຼະຊາຊົນໄດ້ຣັບແທບບໍ່ມີ ມີແຕ່ຜົລກຼະທົບ. ຜູ່ທີ່ໄດ້ຣັບເຕັມປຼະຕູກໍຄືຄົນຂອງພັຄ-ຮັຖຜູ່ທີ່ບໍ່ໄດ້ອອກ
ແຣງງານໃດໆທັງສິ້ນ.
    

No comments:

Post a Comment