Monday, July 23, 2012

ຂ່າວສຳຄັນໃນຣອບ 7 ເດືອນຄົງຫນີບໍ່ພົ້ນຂ່າວຂອງເຄື່ອງບິນ B-1B ຂອງສຫະຮັຖຯທີ່ຈະກັບມາປະຕິບັຕິ
ກາຮໃຫມ່ອີກຄັ້ງນຶ່ງໃນບໍຮິເວນກໍຮະນີພິພາທບັນຫາເກາະຕ່າງໆໃນທະເລຈີນໃຕ້.
  ກາຮຈະກັບມາຂອງ B-1B ຄັ້ງນີ້ຜູ່ເປັນເດືອນເປັນແຄ້ນຄົງຫນີບໍ່ພົ້ນກອງທັພປົດປ່ອຍປຼະຊາຊົນຈີນໂດຍ
ສື່ມວລຊົນທັງຫນັງສືພິມ ໂທຮທັສນ໌ ວິທຍຸອອກກຼະຈາຍກັນຫາສຫະຮັຖຯຕ້ອງກາຮຄຸມເອເຊັຽຕະວັນ
ອອກດ້ວຍກຳລັງທຫາຮ.
    ນອກຈາກ B-1B ແລ້ວຍັງມີຂະບວນເຣືອບັລທຸກເຄື່ອງບິນແລະເຣືອຮົບຕິດຕາມອີກຕ່າງຫາກປຼະມານ
ໄດ້ວ່າ 60% ຊຶ່ງໃນນີ້ຕາມຮາຍງານຮະບຸວ່າກັບຄືນສູ່ເອເຊັຽຕະວັນອອກຕາມໂຄງກາຮສຳຄັນໆຫຼາຍປຼະ
ກາຮພ໊ອມກັບເຄື່ອງບິນຮົບລຸ້ນພິເສສຕ່າງໆທີ່ທັນສມັຍເຂົ້າປຼະຈຳກາຮແຕ່ຕ່າງພາຮະກິຈຕາມແຜນຍຸທ
ສາສຕຮ໌ຂອງກອງທັພໂດຽຝູງບິນຖິ້ມຮະເບີດຍຸທສາສຕຮ໌ B-1B ກຳລັງຈະຫັນຫນ້າເຂົ້າສູ່ທະເລຈີນໃຕ້
  ແລະໃນໄລຍະຕໍ່ໄປນີ້ສຫະຮັຖຯຈະບໍ່ໄດ້ອາໃສພຶ້ນທີ່ສນາມບິນຂອງໄທຍຫຼືຟິລິບປິນສ໌ໃນພາຮະກິຈໃນ
ກາຮໂຈມຕີຂ້າເສິກເຫມືອນໃນອະດີຕຍຸຄສົງຄາມເຢັນ. ເຖິງແມ່ນສຫະຮັຖຯຈະຍັງບໍ່ທັນໄດ໊ປຼະກາສເປັນ
ທາງກາຮໃນເຮື້ອງນີ້ກໍຕາມ ຫນັງສືພິມ US Today ກ່າວຮາຍງານວ່າ B-1Bອາຈເຂົ້າມາມີບົທບາທສຳ
ຄັນໃນທະເລຈີນໃຕ້ໃນສົງຄາມຄວາມຂັດແຍ່ງແລະຣູ້ສຶກວ່າກຳລັງຣຸນແຣງຂຶ້ນເຮື້ອຽໆໃນແຖບເອເຊັຽ
ຊຶ່ງໃນກໍຮະນີຫາກເກີດສົງຄາມສຫະຮັຖຯຈະບໍ່ຍອມເດັດຂາດທີ່ຈະປ່ອຍໃຫ້ພັນທ໌ມິຕຮຖືກສັຕຼູຂົ່ມຂູ່
ຈະດ້ວຍວິທີໃດໆກໍຕາມໂດຍສເພາະເວລານີ້ແມ່ນຈີນໄດ້ໃຊ້ອິດທິພົລຂອງຕົນກ້າວກ່າຍແລະແຊກແຊງ
ປຼະເທສພັນທ໌ມິຕຮຂອງສຫະຮັຖຯເປັນປຼະຈຳ ດັ່ງນັ້ນຝູງເຄື່ອງບິນຍຸຄສາສຕຮ໌ຈຶ່ງຖືເປັນເຄື່ອງມືທີ່ສຳ
ຄັນໃນກາຮສນັບສນູນທຸກກະບວນທ່າໃນສນາມຮົບ.
     ໃນຂນະທີ່ຫນັງສືພິມຊິນຫົວຜູ່ຊົງອິດທິພົລທີ່ເປັນກຼະບອກສຽງຂອງກອງທັພປົດແອກຂອງຈີນກໍໄດ້
ຕີຂ່າວຢ່າງຫນັກວ່າ B-1B ຂອງສຫະຮັຖຈະເຂົ້າໄປມີບົທບາທສຳຄັນແລະຍັງມອງໄກໄປກວ່ານີ້ອີກໃນ
ນັ້ນກໍຄືພາຮະກິຈຂອງເຄື່ອງບິນຖິ້ມຮະເບີດ B-1 ຈະບໍ່ແມ່ນເຂຕພູດອຍໃນອັຟການິສຖານຫຼຶໂລກອາ
ຫຮັບຕໍ່ໄປອີກແລ້ວ ແຕ່ຍັງຫາກມີເປົ້າຫມາຍມາທີ່ຈີນທັງໃນທະເລແລະແຜ່ນດິນໃຫຍ່ຈີນ.
   ນັກວິເຄາະຫ໌ຈີນຄົນນຶ່ງໃນກອງທັພປຟດແອກຂອງຈີນ China Defense.com ກ່າວແລະທັງຍັງຊີ້ໃຫ້
ເຫັນອີກວ່າ B-B1ຖືເປັນໄພຍຄຸກຄາມຣ້າຍແຣງທີ່ສຸດສຳລັບເຣືອພິຄາຕແລະເຣືອຮົບທຸກລຳຂອງຈີນ
ໃນອຳນາຄົຕອັນໃກ້ນີ້.
   ກາຮເປີດເຜີຍໃນເຮື້ອງນີ້ມີຂຶ້ນໃນຊ່ວງກາຮພະເຊີນຫນ້າຮະຫວ່າງຟິລິບປິນສ໌-ຈີນທີ່ຕຶງຄຽດທີ່ສຸດ
ແລະຖ້າຫາກເກີດມີກາຮລົງໄມ້ລົງມືກັນຈິງໆແລ້ວກໍຄົງຫນີບໍ່ພົ້ນມືກອງທັພອັນທຮົງພລັງຂອງສຫະ
ຮັຖຯທີ່ມີຕໍ່ພັນທ໌ມິຕຮໃນພູມິພາຄນີ້.ໂດຍຕາມສົນທິສັນຍາພັນທ໌ໄມຕຼີທີ່ເຊັນກັບຟິລິບປິນສ໌ຊ່ວງສົງ
ຄຼາມໂລກຄັ້ງທີ 2 ແຕ່ໃນຂນະທີ່ໃນຮະບອບອາກີໂນຊຶ່ງເປັນແມ່ຂອງຜູ່ນຳຟິລິບປິນສ໌ປັຈຈຸບັນຊ້ຳພັດ
ຫັນໄປແລ່ນນຳກົ້ນຈີນ ກ່າວຫາວ່າສຫະຮັຖຯເປັນສັຕຼູກໍປຼະຊາຊົນຟິລິບປິນສ໌ ແຕ່ເວລາເຖິງອັຕຄັດ
ມາຊ້ຳພັດແລ່ນໄປຣ້ອງໃຫ້ອະເມຮິກາທົບທວນສົນທິສັນຍາຄວາມຣ່ວມມື?..
    ເຄື່ອງບິນ B-1B ກຳລັງເຂົ້າສນັບສນູນກອງທັພເຣືອທີ 7 ທີ່ຕັ້ງຂຶ້ນເພື່ອພິທັກສ໌ຄາບສມຸທຮເກົາຫລີ
ແລະປົກປ້ອງສາຍທາງເດີນເຣືອເສຮີໃນທະເລຈີນໃຕ້ຊຶ່ງໃນນີ້ມີ 6 ຫາ 7 ພາຮະກິຈພິເສສອີກຕ່າງຫາກ
ນັກວິເຄາະກຼະຊວງປ້ອງກັນຊາຕິຈີນໄດ້ອອກມາຣຽກຣ້ອງຢ່າງເປັນທາງກາຮວ່າຕ້ອງພັທນາໃນຂີດ
ຄວາມສາມາດ ພັທນາອາວຸທຕໍ່ສູ້ດິນສູ່ອາກາສທີ່ມີປຼະສິດທິພາບສູງສຸດສາມາດຣັບມືກັບ B-1Bຂອງ
ສຫະຮັຖຯໃຫ້ໄດ້.
   B-1B ມີຄວາມໄວສູງສຸດເຖິງ 1,400 ກ.ມ.ຕໍ່ຊົ່ວໂມງສາມາດເຂົ້າປົກປ້ອງເຣືອຮົບທຸກລຳຂອງສຫະ
ຮັຖໄດ້ຢ່າງທັນດ່ວນຫາກເກີດກໍຮະນີປະທະກັນກັບສັຕຼແລະສາມາດບັລທຸກອາວຸທຍຸທໂທປະກອນ
ໄດ້ເກືອບ 4 ຕັນແລະສາມາດປະຕິບັຕິກາຮໄດ້ທັງໃນເພດານຕ່ຳສຸດແລະສູງສຸດຄວາມໄວກວ່າສຽງ
3 ເທົ່າຕົວແລະມີຮະບົບປ້ອງກັນຣອບດ້ານ.
  ເຖິງແມ່ນຕົວຕົນຈະໃຫຍ່ ແຕ່ໃນເຄື່ອງບິນກໍມີພຽງ 4 ຄົນປຼະຈຳເຄື່ອງແລະສາມາດປະຕິບັຕິກາຮ
ໄດ້ຢ່າງມີອິສຮະໃນທຸກສະພາບດິນຟ້າອາກາສແລະທຸກເວລາຕາມຄຳສັ່ງໂດຍບໍ່ຕ້ອງເພິ່ງພາກາຮ
ຊ່ອຍເຫຼືອໃດໆຈາກພາຄພຶ້ນດິນແລະບໍ່ຕ້ອງເຕິມນ້ຳມັນບົນເວຫາ.
  B-1B ເປັນກຳລັງຫຼັກໃນປະຕິບັຕິກາຮນ໌ໄລຍະໄກຂອງກອງທັພອາກາສສຫະຮັຖຯສາມາດບິນ
ໄປຖິ້ມຮະເບີດຫຼືຍິງຈຮວດນຳວິຖີໄດ້ທຸກພາຄພຶ້ນແລະແມ່ນຢຳເປັນພິເສສ. ໃນຂນະທີ່ນັກວິເຄາະຫ໌
ຈີນກ່າວອີກວ່າສຫະຮັຖຯສາມາດໃຊ້ເກາະກວມເປັນຖານໄປປະຕິບັຕິກາຮນ໌ທ່ົວປາຊິຟິກໄດ້.
   ປັຈຈຸບັນເຂົາສາມາດຕິດຕັ້ງຂີປນາວຸທນິວເຄລັຽຮ໌ພິສັຍກາງໄດ້ ໃນຂນະທີ່ອາວຸທຍຸທວິທີ ທີ່ຫນ້າ
ຢ້ານກົວທີ່ສຸດນັ້ນຄື AGM-158A JASSM ເປັນຂີປນາວຸທສຳລັບໂຈມຕີເປົ້າຫມາຍທັງທາງບົກ-
ອາກາສແລະທາງທະເລເພາະເປັນຈຮວດແບບ"ສເຕລທ໌" ຕິດຕັ້ງອິເລັກໂທຮນິກຕໍ່ຕ້ານກາຮຮົບ
ກວນໂດຍເຮດ້າຮ໌ມີຮະບົບນຳທາງດ້ວຍອິຟຮາເລດ ຍາກແກ່ກາຮຈັບໄດ້ຖືເປັນອາວຸທລ້ຳຍຸຄແລະ
ມີຄວາມໄວສູງສຸດເມື່ອເຂົ້າໃກ້ເປົ້າຫມາຍຈຮວດຈະແລ່ນເຂົ້າຫາເປົ້າຢ່າງແມ່ນຢຳດ້ວຍເທັຄໂນ
ໂລຍິ່ທີ່ຣຽກວ່າ“Stand off Missile"ກ່ອນຈະພຸ້ງເຂົ້າຫາຕຳແຫນ່ງເຫມາະສົມແລະສາມາດທຳລາຍ
ໄດ້ສູງທີ່ສຸດດ້ວຍວັດຖຸຮະເບີດທີ່ເຂັ້ມຂົ້ນ WDU-42/B ຫນັກ 1000 ປອນ (450 kilogram)ແລະຈຮວດ
ສຳຄັນອິກຊນິດນຶ່ງຄື ຂີປນາວຸທ AGM - 158 A ທີ່ສາມາດຕິດຕັ້ງກັບເຄື່ອງບິນຮົບທຸກລຳໂດຍສເພາະ
ກັບ F-18 - F-35 ແລະແຖມດ້ວຍແສງສາມມິຕິເລເຊິຮ໌ຕ່າງຫາກດ້ວຍ.

No comments:

Post a Comment