Thursday, July 26, 2012

ຜົລຂອງກາຮປະຕິວັຕິທີ່ເອົາຫນ້າປຼະຊາຊົນວ໋າ"ພັຄປຼະຊາຊົນປະຕິວັຕິ"ນັ້ນກໍຄືກາຮປຸ້ນອຳນາຈຂອງປຼະ
ຊາຊົນໄປເພື່ອ"ລູກຫຼານຂອງພວກໂຈຮຫ້າຣ້ອຍ"ເທົ່ານັ້ນເອງແລະເພື່ອຍົກຖານະຍົສຖາບັນດາສັກສືບ
ທອດອຳນາຈແຕ່ກຸ່ມອຳນາຈລຸ້ນເກົ່າໄວ້ໃຫ້ລູກຫຼານຂອງພວກເຂົາເອງ ຊຶ່ງໃນນັ້ນພວກເຂົາກໍໄດ້ເຜົາຜານ
ຊັພພຍາກອນທັມຊາຕິຂອງແຜ່ນດິນແລະທຳລາຍແນວຄິດອຸດົມຄະຕິຂອງເຍົາວ໌ຊົນລຸ້ນໃຫມ່ຊຶ່ງບໍ່ແມ່ນ
ເຄືອຍາຕິໂກໂຫຕິກາຂອງພວກເຂົາໃຫ້ກາຍເປັນຄົນໂງ່ຈ້າຫລ້າຫຼັງໂດຍກາຮເບື່ອເມົາດ້ວຍຢາເສພຕິດທຳ
ລາຍວັທນະທັມສັງຄົມພ້ອມສ້າງຄວາມໄຈ້ແຍກສັງຄົມລາວໃຫ້ກາຍເປັນ"ພວກລາວນອກ-ລາວໃນ"ສ້າງ
ຄວາມຮະແວງສົງໃສຊຶ່ງກັນແລະກັນໃນສັງຄົມ,ສ້າງຄວາມສູງຕ່ຳຮະຫວ່າງລູກຫຼານປຼະຊາຊົນກັບລູກຫຼານ
ພວກເຂົາ.(ນີ້ແຫຼະຄືສັກດິນານາຍທຶນໂຕຈິງໆ)ເປັນທັງຣ່ອງເຕ້ແລະເປັນທັງນາຍທຶນເອງ.
   ພວກເຣົາຂໍນຳບົທຮາຍງານພິເສສຂອງພັຄປຼະຊາຊົນປະຕິວັຕິປີ 2020 ທີ່ຜ່ານມາສເນີໃຫ້ບັລດາທ່ານຜູ່
ບໍ່ແມ່ນເຄືອຍາຕິໂກໂຫຕິກາຂອງກຸ່ມກຳອຳນາຈຜເດັຈກາຮລາວມາໃຫ້ວິເຄາະຫ໌ດັ່ງນີ້:
  -ກາຮປຼະຊຸມໃຫຍ່ສມັຊຊາພັຄຯຄັ້ງທີ 9 ນັ້ນຈະບໍ່ມີກຳນົດຊັດເຈນເຖິງເວລານີ້ກໍຕາມ ແຕ່ກາຮທີ່ສາຂາ
ຂອງພັຄຯທັງໃນຮະດັບກະຊວງຮະດັບແຂວງແລະຮະດັບອົງຄ໌ກາຮຈັດຕັ້ງມະຫາຊົນຂອງພັຄຯໄດ້ສິ້ນສຸດ
ລົງໃນຣອບ 5ປີໄປເປັນສ່ວນໃຫຍ່ແລ້ວນັ້ນກໍສາມາດມອງເຫັນກາຮຈະຜັດປ່ຽນຕຳແຫນ່ງທາງກາຮເມືອງ
ພາໃນຮັຖຯຫຸ່ນຢ່າງຊັດເຈນແລ້ວນັ້ນກໍຄື"ຕົວຕາຍຕົວແທນ..ລູກຫຼານຄນະພັຄຕົກນ້ຳບໍ່ໄຫລຕົກໄຟບໍ່
ໄຫມ້" ຄົນຊຶ່ງບໍ່ແມ່ນຍາຕິໂກໂຫຕິກາຂອງພວກເຂົາເຖິງຈະເກ່ງແສນເກ່ງກໍບໍ່ມີໂອກາສວາສນາໄດ້ກ້າວຂຶ້ນ
ສູ່ຕຳແຫນ່ງທຮົງກຽຕິຢ່າງແນ່ນອນ.
   ທັງນີ້ເນື່ອງຈາກຜູ່ທີ່ໄດ້ຣັບເລືອກໃຫ້ມາເປັນເລຂາທິກາຮພັຄຯທັງໃນຮະດັບກຼະຊວງ ຮະດັບແຂວງແລະ
ໃນຮະດັບອົງຄ໌ກາຮຈັດຕັ້ງມຫາຊົນນັ້ນກໍຄືກາຮສົ່ງສັນຍານຈາກສູນຍ໌ກາງອຳນາຈຂອງພັຄຯວ່າບຸຄຄົລ
ທີ່ໄດ້ຣັບກາຮເລືອກນັ້ນຈະໄດ້ຄອງອຳນາຈໃນຕຳແຫນ່ງຮັຖມົນຕຼີ ຕຳແຫນ່ງເຈົ້າແຂວງແລະຕຳແຫນ່ງປຼະ
ທານອົງຄ໌ກາຮຈັດຕັ້ງມຫາຊົນຂອງພັຄຯຄືແນວລາວສ້າງຊາຕິ,ສຫະພັນທ໌ກັມມາບາລ,ສຫະພັນທ໌ແມ່
ຍິງແລະສູນຍ໌ກາງຊາວຫນຸ່ມປະຕິວັຕິຊ່ວງ 5 ປີ(2011-2015) ຕໍ່ໄປນີ້ນັ້ນເອງ.
    ຍິ່ງໄປກວ່ານັ້ນຖ້າຫາກວ່າກາຮປຼະຊຸມສັຊຊາໃຫຍ່ພັຄຯຄັ້ງທີ 9 ຊຶ່ງຈະມີຂຶ້ນເປັນທາງກາຮພາຍໃນຕົ້ນ
ປີ 2013ບໍ່ໄດ້ມີມະຕິປ່ຽນແປງບົທບັນຍັຕິກ່ຽວກັບກາຮຢູ່ໃນຕຳແຫນ່ງຕ່າງໆທາງກາຮເມືອງຂອງສມາຊິກ
ພັຄຯທີ່ກຳນົດໃຫ້ສາມາດຢູ່ໃນຕຳແຫນ່ງເດີມໄດ້ບໍ່ເກີນ 2 ສມັຍຕິດຕໍ່ກັນນັ້ນກໍຍັງຈະເຣັດໃຫ້ຜູ່ທີ່ໄດ້ຣັບ
ກາຮລາກຕັ້ງເປັນເລຂາທິກາຮພັຄຯຮະດັບກຼະຊວງ ຮະດັບແຂວງແລະຮະດັບອົງກາຮຈັດຕັ້ງມຫາຊົນຂອງ
ພັຄຯມາເມື່ອບໍ່ນານນັ້ນສາມາດທີ່ຈະຄອງອຳນາຈໃນຕຳແຫນ່ງເດິມໄດ້ເຖິງ 10 ປີຕິດຕໍ່ກັນອິກດ້ວຍ.
    ນອກຈາກນັ້ນສິ່ງທີ່ຖືວ່າເປັນກາຮສົ່ງສັນຍານຈາກສູນຍ໌ກາງພັຄຯທີ່ຊັດເຈນຫຼາຍຂຶ້ນເວລານີ້ກໍຄືກາຮ
ສືບທອດອຳນາຈທາງກາຮເມືອງຈາກຜູ່ທີ່ອ້າງວ່ານັກປະຕິວັຕິລຸ້ນແຮກມາສູ່ລຸ້ນລູກຫຼານເລີຍໄປເຖິງເຄືອ
ຍາຕິໂກໂຫຕິກາໂດຍບໍ່ມີແຣງສຽດທານໃດໆມາໃກ້ໄດ້.
    ທັງນີ້ເນື່ອງຈາກວ່າກາຮຜູກຂາດອຳນາຈທາງກາຮເມືອງໂດຍພັຄຯພຽງພັຄຯດຽວນັບແຕ່ປີ 1975ເປັນ
ຕົ້ນມາເຖິງ 37ປີຕິດຕໍ່ກັນນັ້ນ ສູນຍ໌ກາງພັຄຯຍັງຍຶດຫມັ້ນໃນກາຮຈະຕ້ອງສືບທອດກາຮຜູກຂາດອຳນາຈ
ຕໍ່ໄປໃຫ້ໄດ້ນານທີ່ສຸດນັ້ນເອງດ້ວຍກາຮບັນຍັຕິໄວ້ຊັດເຈນໃນຮັຖທັມນູນທີ່ໄດ້ມີກາຮປຼະກາສບັງຄັບໃຊ້
ມາຕັ້ງແຕ່ປີ 1991 ວ່າພັຄຯນັ້ນເປັນພັຄກາຮເມືອງດຽວທີ່ຈະຊີ້ນຳກາຮໃຊ້ອຳນາຈນິຕິບັນຍັຕິ ອຳນາຈບໍຮິ
ຫາຮແລະອຳນາຈຕຸລາກາຮໃນ ສປປລາວ.
     ກ່າວສຳລັບທາຍາທເທວດາຂອງອະດີຕຜູ່ນຳສູງສຸດທີ່ຖືວ່າມີຄວາມໂດດເດັ່ນແລະເຕີບໂຕທາງກາຮ
ເມືອງຢ່າງຮວດເຮວທີ່ສຸດປັຈຈຸບັນກໍຄືສຫາຍສອນໄຊ ສີພັນດອນ ລູກຊາຍສຫາຍຄຳໄຕ ສີພັນດອນ
ອະດີຕປຼະທານປຼະເທສແລະຜູ່ນຳພັຄຯຊຶ່ງນອກຈາກຈະເປັນເຈົ້າແຂວງຈຳປາສັກດ້ວຍວັຍພຽງ 40ປີ
ແລະກໍຍັງໄດ້ຄວບຕຳແຫນ່ງເລຂາທິກາຮພັຄຯຮະດັບແຂວງອີກດ້ວຍ.
                   (ຍັງມີຕໍ່)
   

No comments:

Post a Comment