Monday, July 16, 2012

ຈາກບົທວິຊາກາຮ"ມະນຸສຍ໌ວິທຍາ"ໄດ້ຮຽບລຽງຮວບຮວມເພື່ອໃຫ້ມະນຸສຍ໌ຜູ່ເອີ້ນຕົນເອງວ່າ"ຜູ່ປຼະເສີດເລີດ
ກວ່າສັຕວ໌ເດັຽຮະສານ"ນັ້ນເທັຈຈິງຢ່າງໃດ?
    "ຫາກປຼະເທສລາວຈະມີກາຮປົກຄອງໃນຮະບອບປຼະຊາທິປໄຕຍໄດ້ຫຼືບໍ່..ມັນຂຶ້ນຢູ່ກັບປຼະຊາຊົນ..ຫາກປຼະຊາ
ຊົນລາວທັງປຼະເທສແລະໃນທົ່ວໂລກຕ້ອງກາຮຄົງບໍ່ມີມະນຸສຍ໌ຫນ້າໃດມາຂັດຂວາງໄດ້ເພາະສຽງປຼະຊາຊົນຄືສຽງ
ແຫ່ງສວັນແລະປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນຢ່າງແທ້ຈິງເທົ່ານັ້ນໂລກຈັກຮວາຮຈຶ່ງຈະຢູ່ໄດ້ຢ່າງປອດໄພຍ
ຊຶ່ງໃນນີ້ກໍຄື"ຮະບອບປຼະຊາທິປໄຕຍ"ນັ້ນເອງ.
 ໃນບົທວິຊາກາຮສບັບນີ້ກ່າວໄວ້ວ່າ"...ມະນຸສຍ໌ເປັນສັຕວ໌ສັງຄົມພຽງແຕ່ໃນຣູປແບບກາຮຢູ່ຣ່ວມກັນຕ່າງໄປຈາກ
ສັຕວ໌ສັງຄົມຈຸອື່ນໆເພາະເຣົາ ຣູ້ໃຊ້ສມອງ ຣູ້ໃຊ້ຄວາມຄິດໃຫ້ເປັນກຼະບວນກາຮຂອງເຫຕຸແລະຜົລຣູ້ວາງຮະບົບ
ໂຄງສ້າງກາຮຢູ໋ຣ່ວມກັນຫຼືເອີ້ນວ່າ"ຮະ​ບົບກາ​ຮປົກຄອງ"ຂຶ້ນ​ມາ.
   ​ໃນ​ຂນະ​ທີ່​ສັຕວ໌ສັງຄົມ​ອື່ນໆ​ໃຊ້​ສັນ​ຊາຕິຍານ​ໃນ​ກາ​ຮຈັດ​ຮະ​ບົບກາ​ຮຢູ໋ຣ່ວມກັນ​ເຫມືອນ​ກັບ​ວ່າ​ຮະ​ບົບກາ​ຮປົກ
ຄອງ​ຖືກ​ຈັດ​ມາ​ແລ້ວ​ຕັ້ງ​ແຕ່​ກຳ​ເນີ​ດທີ່​ເປັນ​ໄປ​ຕາມ​ຫຼັກ​ທັມ​ຊາຕິ​ດັ່ງ​ທີ່​ຄວນ​ຈະ​ເປັນ​ໂດຽບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄວາມ​ຄິດ
   ຮະ​ບົບກາ​ຮຢູ໋ຣ່ວມກັນ​ຂອງ​ສັຕວ໌ສັງຄົມ​ອື່ນ​ບໍ່​ຄ່ອຍ​ຈະ​ເກີດ​ບັນຫາ​ເພາະ​ແຕ່​ລະ​ຕົວ​ຕ່າງຣູ້ຫນ້າ​ທີ່​ແລະ​ຖານະ​ຂອງ​ພວກ​ຕົນ​ເອງຄື​ພຽງ​ແຕ່​ປ່ອຍ​ໃຫ້​ຊີວິຕດຳ​ເນີນ​ໄປ​ຕາມ​ທີ່​ທັມ​ຊາຕິ​ກຳນົດ​ກໍ​ຈະ​ສາມາດ​ຢູ່ຣ່ວມກັນ​ໄດ້​ຢ່າງ​ສງົບ.
   "ສງົບ​ສຸຂ"ຄື​ເປົ້າ​ຫມາຍ​ຂອງ​ກາ​ຮຢູ່ຣ່ວມກັນ​ຂອງ​ສັຕວ໌ສັງຄົມ​ທຸກ​ຊນິດ​ແລະ​ເຊື່ອວ່າ"ມະນຸ​ສຍ໌ກໍ​ຄົງ​ເຊັ່ນດຽວ
ກັນ"​ເຣົາຄວນ​ສ້າງ​ຮະ​ບົບກາ​ຮຢູ່ຣ່ວມກັນ​ຂຶ້ນ​ມາ​ກໍ​ເພື່ອ​ຄວາມ​ສງົບສຸຂ ​ແບ່ງ​ປັນ​ຫນ້າ​ທີ່​ກັນ​ທຳ ຊ່ອຍ​ເຫຼື​ອ​ເກື້ອ
ກຸລກັນ​ບໍ່​ແມ່ນ​ໄປ​ກີດ​ກັນ​ແລະ​ກັນ. ​ແຕ່​ກໍ​ເປັນ​ດັ່ງ​ບັນທຶກ​ໃນ​ປຼະວັຕິ​ສາສຕຮ໌ກ່າວ​ໄວ້​ວ່າ'ມະນຸ​ສຍ໌​ໃຊ້​ສມອງ​ໃນ​
ກາ​ຮຈັດ​ຮະ​ບົບຫຼາຍ​ກວ່າ​ຈະ​ໃຊ້​ສັນ​ຊາຕຍານ'.
  ​ໂຄງ​ສ້າງ​ກາ​ຮຢູ່ຣ່ວມກັນ​ຂອງ​ມະນຸ​ສຍ໌ຈຶ່ງ​ເກີດ​ຄວາມ​ຊັບຊ້ອນ​ມີ​ຫຼາຍຣູປ​ແບບ​ແລະ​ເກີດ​ຄວາມ​ຜັນ​ຜວນ​ປ່ຽນ
​ແປງ​ເຮື້​ອຽໆ​ຕາມ​ຄວາມ​ເຫມາະ​ສົມ​ແລະ​ບາງ​ຄັ້ງ​ກໍ​ບໍ່​ເຫມາະ​ສົມ​ແລະ​ຝືນ​ໃຈ​ສັງຄົມ​ໄປ​ຕາມ​ຍຸຄສມັຍ​ແລະ​ສຖາ
ນະ​ກາ​ຮນ໌ຈະ​ບໍ່​ເຫມືອນ​ກັນ​ຂອງ​ຮະ​ບົບສັງຄົມ​ຂອງ​ສັຕວ໌ອື່ນໆ​ແບບ​ງ່າຍ​ກວ່າ​ແລະ​ບໍ່​ຄ່ອຍ​ມີ​ກາ​ຮປ່ຽນ​ແປງ​ຫຼື​ມີ
ກາ​ຮປະຕິຣູປ​ເພາະ​ໃຊ້​ສມອງ​ຈຶ່ງ​ຄ້າ​ຍກັບ​ວ່າມະນຸ​ສຍ໌ນັ້ນ​ສລາດ​ກວ່າ. ​ແຕ່​ກໍ​ເພາະ​ໃຊ້​ສມອງ​ເຊັ່ນ​ກັນ​ນີ້​ເອງ​ຈຶ່ງ
​ເຣັດ​ໃຫ້​ເກີດ​ຄວາມ​ສັບສົນ​ເພາະ​ຕ່າງ​ຄົນ​ຕ່າງ​ຄິດ​ແລ້ວ​ເຊື່ອ​ແບບ​ຊນິດ​ວ່າ​ແບບ​ຂອງ​ພວກ​ຕົນ​ນີ້ເອງ​ແລະ​ແບບ​ທີ່
ຕົນ​ເອງ​ເຊື່ອ​ດີກ​ວ່າ​ຮະ​ບົບອື່ນໆ.
  ຄວາມ​ຂັດ​ແຍ່ງ​ຈຶ່ງ​ເກີດ​ຂຶ້ນ​ປຼະຈຳ ​ເກີດ​ກາ​ຮຕໍ່​ສູ້​ຈາກ​ສັຕວ໌ສັງຄົມ​ມະນຸ​ສຍ໌ກັບກາຍ​ມາ​ເປັນ​ສັຕວ໌ກາ​ຮ​ເມືອງ
​ແລະ​ເກີດ​ກາ​ຮຍາດ​ຊີງ​ອຳນາ​ຈຮະ​ຫວ່າງ​ຄວາມ​ເຊື່ອ​ໃນ​ຮະ​ບົບກາ​ຮປົກຄອງ​ໃນຣູປ​ແບບ​ທີ່​ຕົນ​ເອງ​ສັທທາ​ກັບ
ຮະ​ບົບອື່ນໆ. ດັ່ງ​ນັ້ນ​ແທນ​ທີ່​ກາ​ຮຮວມຕົວ​ເປັນ​ສັຕວ໌ສັງຄົມ​ຈະ​ເປັນ​ໄປ​ຕາມ​ເປົ້າ​ຫມາຍ​ເພື່ອ​ຄວາມສງົບ​ສຸຂ
​ແລະ​ຄວາມ​ສຸຂສບາຍ​ຈາ​ກາ​ຮ​ແບ່ງປັນ​ຫນ້າ​ທີ່​ກັນ​ທຳ​ຫຼື​ຊ່ອຍ​ເຫຼືອ​ເກື້ອນ​ຫນຸນ​ກັນ​ກັບກາ​ຮມາ​ເປັນຄວາມ
​ແຕກ​ແຍກ​ສູ້​ຮົບ​ຂ້າ​ຟັນກັນ​ແລະ​ກັນ.
  ​ເມື່ອ​ຕ່າງ​ຄົນ​ເຫັນ​ວ່າ​ອັນ​ນີ້​ເປັນ​ບັນຫາ​ໃນ​ກາ​ຮຢູ່ຣ່ວມກັນ​ຂອງ​ສັງຄົມ​ມະນຸ​ສຍ໌ຈຶ່ງ​ມີ​ກາ​ຮບັນທຶກ​ແລະ​ຖ່າຍ​
ທອດສູ່​ຄົນ​ລຸ້ນຫຼັງ​ກາຍ​ມາ​ເປັນ​ປຼະວັຕິ​ສາສຕຮ໌​ໃນ​ດ້ານ​ຕ່າງໆ.ກາ​ຮຣຽນຣູ້ທາງ​ປຼະວັຕິ​ສາສຕຮ໌​ໂດຍສ​ເພາະ​
ດ້ານ​ກາ​ຮ​ເມືອງຄວນ​ຈະ​ເປັນ​ໄປ​ເພື່ອ​ໃຫ້​ໄດ້ຣັບຣູ້​ໃນ​ເຮື້ອງ​ທີ່​ຈະ​ກໍ່​ບັນຫາ​ໃຫ້​ກັບກາ​ຮຢູ໋ຣ່ວມກັນ​ໃນ​ສັງຄົມ​ວ໋າ
ຣູປ​ແບບ​ໃດ​ມີ​ບັນຫາ​ຢ່າງ​ໃດ? ຕົ້ນ​ເຫ​ຕຸ​ຂອງ​ບັນຫາ​ຄື​ສິ່ງ​ໃດ?​ເພື່ອ​ເຣັດ​ໃຫ້​ຄົນ​ລຸ້ນຫຼັງ​ແລະ​ຜູ່ຣຽນຣູ້ປຼະສົບ​
ກາ​ຮນ໌ນີ້ຈະ​ໄດ້​ໃຊ້​ສມອງ​ຄິດ​ຫາ​ທາງ​ແກ້​ໄຂ​ໄດ້ ​ເພື່ອ​ນຳ​ສັງຄົມ​ໄປ​ສູ່​ຄວາມ​ສຸຂຄວາມສງົບ​ຫຼາຍ​ຂຶ້ນ​ຫຼື​ປ້ອງ
ກັນ​ຄວາມ​ຂັດ​ແຍ່ງ​ແຕກ​ແຍກ​ແລະ​ທຳລາຍ​ລ້າງ​ຕໍ່​ກັນ​ຮະ​ຫວ່າງ​ມະນຸ​ສວ໌​ເຜົ່າ​ພັນທ໌ດຽວ​ກັນ.
   ກາ​ຮຖ່າຍ​ທອດ​ຄວາມຣູ້ທາງ​ປຼະວັຕິ​ສາສຕຮ໌ທັງ​ໃນ​ເຮື້ອງ​ສາ​ເຫ​ຕຸ​ທີ່​ກໍ່​ບັນຫາ​ແລະ​ວິທີ​ແກ້​ບັນຫາ​ເປັນສົມ
ບັຕິ​ທີ່​ຄົນ​ລຸ້ນກ່ອນ​ຖ່າຍ​ທອດ​ໃຫ້​ຄົນ​ລຸ້ນຫຼັງ​ຊຶ່ງ​ສົມຄວນ​ທີ່​ຄົນ​ລຸ້ນຫຼັງ​ຈະຣຽນຣູ້​ໃຫ້​ລຶກ​ເຊິ່ງ​ແລະ​ນຳ​ໄປ​ໃຊ້​ຢ່າງ
ສລາດ​ແລະ​ຍິ່ງ​ໃນ​ສມັຍ​ປັຈຈຸ​ບັນ​ທີ່​ເທົຄ​ໂນ​ໂລ​ຍີ່​ກາ​ຮສື່ສາ​ຮ​ໄດ້​ພັທນາ​ຂຶ້ນ​ຢ່າງ​ມີ​ປຼະສິດທິ​ພາບ ຂໍ້​ມູລຄວາມ
ຣູ້ຫຼັກ​ຄິດ​ແລະ​ວິທີ​ປະຕິບັຕິ​ຈັດກາ​ຮຈາກ​ສັງຄົມ​ມະນຸ​ສຍ໌ທົ່ວ​ໂລກ​ໄດ້ຣັບກາ​ຮຖ່າຍ​ທອດ​ໃຫ້​ກັນ​ແລະ​ກັນ​ຢ່າງ
ກວ້າງຂວາງ​ລຶກ​ເຊິ່ງ​ແລະ​ວ່ອງ​ໄວ.
   ບັນຫາ​ກາ​ຮ​ເມືອງ​ທີ່​ເກີດ​ຈາກ​ຄວາມ​ຂັດ​ແຍ່ງ​ຮະ​ຫວ່າງ​ຄວາມ​ເຊື່ອ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ມີ​ຕົວຢ່າງ​ທີ່
ຣຸນ​ແຣງ​ແຕ່ລະ​ຮະ​ດັບ​ໃຫ້​ໄດ້ຣຽນຣູ້ທັງ​ເຮື້ອງ​ສາ​ເຫ​ຕຸ​ແລະ​ວິທີ​ແກ້​ໄຂ​ຈັດກາ​ຮ​ແລະ​ປ້ອງ​ກັນ. ​ແຕ່​ວ່າຄວາມຣູ້
ທາງ​ປຼະວັຕິ​ສາສຕຮ໌ນັ້ນ​ແທບ​ບໍ່​ມີ​ປຼະ​ໂຍຊນ໌​ເພາະ​ທັງ​ທີ່​ມີ​ຕົວຢ່າງ​ມາກ​ມາຍ. ​ແຕ່​ມະນຸ​ສຍ໌ກັບ​ບໍ່​ນຳ​ເອົາ​ປຼະ
ສົບ​ກາ​ຮນັ້ນ​ມາ​ພັທນາ​ຄວາມ​ຄິດ​ຂອງ​ຕົນ.
   ຂນະ​ນີ້​ໃນ​ປຼະ​ເທສລາວ​ທີ່​ຕ່າງ​ຝ່າຍ​ຕ່າງ​ກຳລັງ​ໂຫມ​ເອົາຄວາ​ມກຽດ​ຊັງ ​ແກ້​ແຄ້ນ​ຕໍ່​ກັນ​ຢ່າງ​ເອົາ​ເປັນ​ເອົາ
ຕາຍ ຍ້ອນ​ເຊື່ອ​ວ່າ​ຮະ​ບອບ​ແລະ​ຮະ​ບົບບ້າໆ​ບໍໆ​ວຸ້ນວາຍ​ກັນ​ຢູ່​ນີ້​ເປັນ​ອີກ​ຕົວຢ່າງ​ນຶ່ງ​ຂອງ​ກາ​ຮບໍ່ຣູ້ຈັກ​ໃຊ້
ປຼະວັຕິ​ສາສຕຮ໌​ໃຫ້​ເປັນ​ປຼະ​ໂຍຊນ໌​ເຊັ່ນ​ເຮົາຄວນຣັບຣູ້​​ເຮື້ອງ​ຂອງ​ສົງຄາມ​ກາ​ຮ​ເມືອງ​ມາ​ຫຼາຍ​ຊົ່ວອາຍຸ​ຄົນ​ໂດຽ
ສ​ເພາະ​ກຸ່ມ​ກຳ​ອຳນາ​ຈຮັຖຯ​ປັຈຈຸ​ບັນ​ບໍ່​ຍອມ​ສຶກສາ​ປຼະວັຕິ​ສາສຕຮ໌ກາ​ຮ​ເມືອງ​ຈາກ​ທົ່ວ​ໂລກ​ທັງ​ສາ​ເຫ​ຕຸ​ແລະ
ຜົລຣ້າຍທີ່​ກຳລັງ​ເກີດ​ຕໍ່​ຊາຕິ​ບ້ານ​ເມືອງ​ຢູ່​ຂນະ​ນີ້ ​ແທນ​ທີ່​ຈະ​ຊ່ອຍ​ກັນ​ສ້າງສາ​ພັທນາ​ຄວາມ​ສາມັຄຄີ​ພາຍ​ໃນ
ຊາຕິ ຍິ່ງ​ຊ້ຳພັດ​ສ້າງ​ຄວາມ​ແຕກ​ແຍກ​ຫນັກ​ຂຶ້ນ​ໃນ​ຂນະ​ທີ່​ພວກ​ຕົນ​ເອງ​ກຳລັງ​ທຳລາຍ​ຊາຕິ​ທຳລາຍ​ຊົນ​ຊາຕິ
ດຽວ​ກັນ.
   ​ແທນ​ທີ່​ຈະ​ໃຊ້​ເທັຄ​ໂນ​ໂລ​ຍີ່​ສື່ສາ​ຮທີ່​ພັທນາມາ​ຢ່າງ​ປຼະສິດທິ​ພາບ​ແລະ​ຄວາມຣູ້ຕ່າງໆ​ມາ​ຊ່ອຍ​ກັນ​ນຳພາ​ສັງ
ຄົມລາວ​ໃຫ້​ກ້າວຫນ້າ​ໄປ​ສ່ຄຄວາມ​ສາມັຄຄີ ຄວາມສງົບ​ສຸຂກັບກາຍ​ຫັນ​ໄປ​ໃຊ້​ສັງຄົມ​ໃນ​ກາ​ຮກຼະຕຸ້ນ​ໃຫ້​ເກີດ
ສົງຄາມ​ກາ​ຮ​ເມືອງ​ຫນັກ​ຂຶ້ນ​ແລະ​ໃຊ້​ພຽງເພື່ອສນອງ​ດ້ານ​ມືດ​ຂອງ​ເຜົ່າ​ພັນທ໌ມະນຸ​ສຍ໌ຂອງ​ພວກ​ຕົນ.
   ຂນະ​ທີ່​ສັຕວ໌​ໂລກ​ອື່ນໆ​ໃຊ້​ສັນ​ຊາຕຍານ​ສ້າງ​ສັງຄົມ​ຂຶ້ນ​ມາ​ເພື່ອ​ກາ​ຮຢູ໋ຣ່ວມກັນ​ຢ່າງ​ສງົບ​ສຸຂ ​ແຕ່​ມະນຸ​ສຍ໌
​ເຫຼົ່າ​ນີ້​ກັບ​ພາກັນ​ໃຊ້​ສມອງ​ແລະ​ປັນຍາຣັບ​ໃຊ້​ກິ​ເລ​ສ ຕັນຫາ ​ໂລພມາກ​ໂລພາ​ໄປ​ທຳລາຍ​ຄວາມສງົບ​ສຸຂຂອງ
ສົງຄມ ຊຶ່ງ​ທ້າຍ​ສຸດ​ແລ້ວ​ກໍ​ເປັນ​ພຽງ​ຄວາມ​ສຸຂຂອງ​ກຸ່ມ​ຕົນ​ເອງ​ແລະ​ຍາຕິ​ໂກ​ໂຫຕິ​ກາ​ຂອງ​ຕົນ​ຢ່າງ​ມືນ​ຫູ​ມືນ
ຕາ​ບໍ່​ຂຶ້ນ.
     ສນັ້ນຄວາມຣູ້ທາງ​ປຼະວັຕິ​ສາສຕຮ໌ຈະ​ບໍ່​ມີ​ຜົລສຳລັບ​ຄົນ​ທີ່​ໂງ້ຈ້າ​ລ້າ​ຫຼັງ​ແລະ​ສ້າງສັຕຼູ​ໃສ່​ຕົນ​ເອງ​ຕຼອດດາລ
ພວກ​ສຫາຍ​ຈົ່ງ​ຈຳ​ໄວ້​ໃສ່​ສມອງ​ວ່າ"ທຸກ​ສິ່ງ​ຢ່າງ​ໃນ​ໂລກ"ບໍ່ມີສິ່ງໃດສຖາພອນຢັ້ງຢືນຢູ່ນານໄດ້ ເມື່ອສິ່ງໃດຂຶ້ນ
ໄດ້ ສິ່ງນັ້ນກໍລົງໄດ້..ມະນຸສຍ໌ທຸກຕົວເມື່ອສິ້ນສັງຂາຮໄປແລ້ວ ສິ່ງທີ່ສໍ້ໂກງແລະຫາມາໄດ້ບໍ່ມີໂອກາສຈະຖືຕິດ
ຕົວໄປນຳໄດ້ແມ້ແຕ່ພຼະພຸທອົງຄ໌ກໍຍັງໄດ້ປົງໃຫ້ຕົກ..ສິ່ງທີ່ເພື່ອນຣ່ວມຊາຕິສ້າງໃຫ້ຄືອະນຸສອນສຖານແຫ່ງ
ຄວາມດີ..ຖ້າສ້າງຄວາມຊົ່ວຈະໄດ້ຣັບມີແຕ່ຄວາມສາບແຊ່ງຊ່ົວຕຼະກຸລນັ້ນແລ!!!! 

No comments:

Post a Comment