Friday, July 20, 2012

  ເສຖກິຈລາວອາຈມີຄວາມກ້າວຫນ້າ ແຕ່ຊັພພຍາກອນມະນຸສຍ໌ແລະຊັພພຍາກອນທັມຊາຕິຫຼ້ອຍຫລໍ
ທ້າຍສຸດມາຜືນແຜ່ນດິນລາວຈະບໍ່ມີຫັຽງເຫຼືອໄວ້ໃຫ້ລູກຫຼານກຼະທຳກາຮເພື່ອລ້ຽງຊີພກຸ່ມຜເດັຈກາຮ
ຜິດພາດໃນກາຮຄຳນວນເພາະຮະດັບກາຮສຶກສາຕ່ຳແລະຂາດນັກວິຊາກາຮ.!!
   ສຳນັກຂ່າວຕ່າງປຼະເທສຮາຍງານເມື່ອ 7/17/12 ຜ່ານມາໂດຍ Ms. Genevieve Boyreau ນັກເສຖສາສຕຮ໌
ຂອງທນາຄາຮໂລກໄດ້ຢືນຢັນຕໍ່ທີ່ປຼະຊຸມວ໋າດ້ວຍກາຮພັທນາເສຖກິຈໃນພູມິພາຄເອເຊັຽຕະວັນອອກແລະແປ
ຊີຟິກທີ່ກຸງໂຕກຽວເມື່ອບໍ່ນານມານີ້ວ່າ ລາວເປັນອີກປຼະເທສນຶ່ງທີ່ມີຮະດັບກາຮຂຍາຍຕົວທາງເສຖກິຈສູງສຸດ
ທັງໃນເອຊ່ຽນແລະລຸ່ມແມ່ນ້ຳຂອງ(ບໍ່ຮວມຈີນ)ໃນຕຼອດປີ 2012ນີ້ຊຶ່ງໃນນັ້ນກໍຄົງເປັນເພາະຈາກກາຮພິຈາຮນາ
ປັຈຈັຍຕ່າງໆໃນຊ່ວງເກືອບ 6 ເດືອນຜ່ານມາຂອງປີນີ້ ເຣັດໃຫ້ທນາຄາຮໂລກໄດ້ປຼັບປ່ຽນຄາດຫມາຍກາຮ
ຂຍາຍຕົວທາງເສຖກິຈຂອງລາວຈາກ 7.5% ຂຶ້ນມາເປັນ 8.3% ນັ້ນເອງ ຫາກຮາຍງານສບັບນີ້ບໍ່ເປັນຮາຍງານ
ດອກໄມ້ດັ່ງທີ່ຜ່ານມາຫຼືບໍ່ແມ່ນຮາຍງານເຂົ້າກຼະຕ່າຕົນເອງ..ກໍສາທຸ!!
  ສາເຫຕຸຫຼັກທີ່ສຳຄັນທີ່ເຣັດໃຫ້ທນາຄາຮໂລກຕ້ອງປັຼບປ່ຽນຄາດຫມາຍດັ່ງກ່າວກໍເພາະມີປັຈຈັຍໃນຫຼາຍໆ
ດ້ານທີ່ສົ່ງຜົລດີຕໍ່ກາຮພັທນາເສຖກິຈຂອງລາວໃນຊ່ວງ 6 ເດືອນຂ້າງຫນ້າໂດຍທີ່ສຳຄັນຄືກາຮຂຍາຍກາຮ
ຜລິຕໃນພາຄອຸຕສາຫະກັມເຫມືອງແຣ່ທີ່ໄດ້ຣັບແຣງຫນຸນຮາຄາທອງຄຳແລະທອງແດງໃນຕຼາດໂລກທີ່ໄດ້
ປຼັບຕົວສູງຂຶ້ນຢ່າງຕໍ່ເນື່ອງແລະຫາກຫຼີກເວັ້ນກາຮສໍ້ຮາສບັງຫຼວງພາຍໃນ.
  ສ່ວນດ້ານກະເສຕຮກັມກໍເຊື່ອວ່າຈະສາມາດເພີ້ມຜົລຜລິຕໄດ້ຫຼາຍກວ່າປີ 2011 ທີ່ໄດ້ຣັບຜົລກຼະທົບຈາກ
ພາຍຸໂຊນຮ້ອນຢ່າງຫນັກ. ສຳລັບພາຄບໍຮິກາຮ ກາຮທ່ອງທ່ຽວ ກາຮຄ້າກາຮຂົນສົ່ງແລະໂທຮະຄົມນັ້ນກໍຍັງ
ມີກາຮຂຍາຍຕົວເພິ້ມຂື້ນເຊັ່ນກັນ ເຊັ່ນດຽວກັບພາຄກາຮກໍ່ສ້າງທີ່ໄດ້ຣັບຜົລໃນດ້ານບວກຈາກໂຄງກາຮກໍ່
ສ້າງສູນຍ໌ກາຮປຼະຊຸມ ບ້ານພັກ ໂຣງແຮມ ກາຮພັທນາສນາມບິນນານາຊາຕິທີ່ວຽງຈັນທຮ໌ແລະສິ່ງອຳນວຍ
ຄວາມສະດວກຕ່າງໆເພື່ອຮອງຮັບກາຮປຼະຊຸມສຸດຍອດເອເຊັຽ-ຍຸໂຮປຄັ້ງທີ 9 ໃນເດືອນພຶສຈິກາປີນີ້ທີ່ວຽງ
ຈັນທຮ໌.
    ກາຮປຼັບປ່ຽນຄາດຫມາຍຂອງທນາຄາຮໂລກຄັ້ງຫຼັງສຸດນີ້ ນັບວ່າສອດຄ່ອງກັບແຜນກາຮຂອງຮັຖບາລ
ລາວທີ່ວາງໄວ້ແຕ່ກ່ອນ ຊຶ່ງໄດ້ວາງຮະດັບຄາດຫມາຍໄວ້ວ່າຍອດຜລິຕພັນທ໌ມວລຮວມພາຍໃນປຼະເທສ
(GDP) ໃນປີ 2012 ຈະມີມູລຄ່າຮວມຫຼາຍກວ່າ 73,200 ພັນລ້ານກືບ ($9,150)ລ້ານດອລລາ ໂດຍຄິດອັຕຼາ
ສເລັ່ຽທີ່ເພິ້ມຂຶ້ນຈາກປີ 2011 ເຖິງ 8.3%.   
   ນອກຈາກນັ້ນທີ່ປຼະຊຸມໃຫຍ່ສມັຊຊາພັຄປຼະຊາຊົນປະຕິວັຕິຄັ້ງທີ 9 ໃນຕົ້ນປີ 2011ໄດ້ວາງເປົ້າຫມາຍທີ່
ຈະພັທນາເສຖກິຈແຫ່ງຊາຕິໃນປີ 2011-2015 ໃຫ້ຂຍາຍຕົວໃນອັຕຼາສເລ່ັຽບໍ່ຕ່ຳກວ່າ 8%ຕໍ່ປີຊຶ່ງກໍຈະ
ເຣັດໃຫ້ GDP ມີມູລຄ່າຮວມສເລັ່ຍເປັນຮາຍຮັບຂອງປຼະຊາຊົນລາວໄດ້ເຖິງ $1,700 ດອລລາຕໍ່ຄົນຕໍ່ປີໃນປີ
2015 ທັງຍັງເຣັດໃຫ້ອັຕຼາຄວາມຍາກຈົນໃນລາວລົດລົງເຫຼືອບໍ່ເກີນ 10% ຂອງຈຳນວນປຼະຊາກອນທັງຫມົດ
ໃນປີ 2015 ອັນຈະເປັນພຶ້ນຖານໃຫ້ກັບກາຮທີ່ລາວຈະກ້າວໄປສູ່ກາຮເປັນປຼະເທສທີ່ບໍ່ດ້ອຍພັທນາໃຫ້ໄດ້
ໃນປີ 2020 ເຮື້ອງນີ້ສຫາຍສົມສະຫວາດ ເລັ່ງສວັດຮອງນາຍົກຯຜູ່ຣັບຜິດຊອບດ້ານເສຖກິຈຢືນຢັນ.

No comments:

Post a Comment