Friday, July 20, 2012

              ແຕ່ຢ່າງໃດກໍຕາມກາຮທີ່ຮັຖບາລຫຸ່ນລາວຈະສາມາດກ້າວໄປສູ່ກາຮຫຼຸດພົ້ນຈາກສະພາບ
ດ້ອຍພັທນາໄດ້ຕາມເປົ້າຫມາຍທີ່ວາງໄວ້ໃນປີ 2020 ນັ້ນມັນຈະບໍ່ແມ່ນເຮື້ອງທັມດາເພາະກາຮຂຍາຍ
ຕົວທາງເສຖກິຈຢ່າງຕໍ່ເນື່ອງແລະກາຮສໍ້ຮາສບັງຫຼວງດັ່ງກ່າວຖືເປັນພຽງເງື່ອນໄຂສຳຄັນທີ່ຈະຊິ້ວັດ
ວ່າປຼະຊາຊົນລາວຈະໄດ້ຫຼຸດພົ້ນຈາກສະພາບດ້ອຍພັທນາໄດ້ຈິງຫຼືບໍ່?ເພາະຍັງມີອີກຫຼາຍປັຈຈັຍທີ່ບົ່ງ
ຊີ້ເຊັ່ນ:ກາຮສໍ້ຮາສບັງຫຼວງ,ກາຮຂາດນັກວິຊາກາຮ,ດ້ານກາຮເມືອງ ສັງຄົມຈາຮິຍະທັມທີ່ຍັງຖືວ່າເປັນ
ອຸປສັກໃນກາຮພັທນາຊາຕິເຊ່ັນກັນ.
    ໃນເຮື້ອງນີ້ສຫາຍ Minh Pham ຜູ່ແທນຂອງອົງຄ໌ກາຮສຫະປຼະຊາຊາຕິເພື່ອກາຮພັທນາ (UNDP)
ປຼະຈຳ ສປປ ລ ໄດ້ຢືນຢັນເງື່ອນໄຂສຳຄັນອັນແຮກຄື ກາຮບັລລຸເປົ້າຫມາຍຮາຍໄດ້ປຼະຊາຊາຕິ (GNI)
ຊຶ່ງ​ອົງຄ໌ກາ​ຮສຫະປຼະຊາ​ຊາຕິ​ກຳນົດ​ອັຕຼາຂັ້ນ​ຕ່ຳ​ເປັນ​ປຼະຈຳ​ທຸກໆ 3ປີ​ໂດຍ​ສຳລັບ​ລາວ​ນັ້ນ​ກໍ​ຈະ​ຕ້ອງ​ມີ
ຮາ​ຍ​ໄດ້​ປຼະຊາ​ຊາຕິ​ທີ່​ສາມາດ​ສ​ເລັ່ຍ​ເປັນ​ຮາ​ຍ​ໄດ້​ຂັ້ນ​ຕ່ຳ​ຂອງ​ປຼະຊາກ​ອນລາວ​ໄດ້​ບໍ່​ຕ່ຳ​ກວ່າ $1,190 ດອລ
ລາ​ຕໍ່​ຄົນ​ໃນ​ປີ 2012 ທັງ​ຍັງ​ຈະ​ຕ້ອງ​ເພິ້ມຂຶ້ນ​ຢ່າງ​ສມ່ຳສ​ເມີ​ໃນ​ທຸກໆ​ປີ​ອີກ​ດ້ວຍ..ອັນ​ນີ້​ຄື​ກາ​ຮບີບ​ໃຫ້​ຮັຖ
ລາວ​ຕ້ອງ​ປະຕິບັຕິ​ຕາມ.
   ສ່ວນ​ເງື່ອນ​ໄຂ​ທີ 2 ດັຊນີຊີ້​ວັດ​ຄຸນ​ພາບ​ຊີວິຕກາ​ຮ​ເປັນ​ຢູ່​ຂອງ​ປຼະຊາ​ຊົນ​ເຊັ່ນ ຮະ​ດັບ​ກາ​ຮສຶກສາ ອັຕຼາ
ສ​ເລັ່ຍກາ​ຮຣູ້ຫນັງສື​ຂອງ​ປຼະຊາ​ຊົນ​ ກາ​ຮ​ໄດ້​ຮັບ​ບໍ​ຮິ​ກາ​ຮດ້ານ​ສຸຂພາບ​ອນາ​ມັຍ ອັຕຼາກາ​ຮ​ເສັຽຊີວິຕຂອງ
​ເດັກນ້ອຍ​ແລະ​ຜູ່​ຍິງ​ທີ່​ຕັ້ງ​ທ້ອງ​ແລະ​ອັຕຼາສ​ເລັ່ຍກາ​ຮ​ໄດ້ຣັບສາ​ຮອາຫາ​ຮຂອງ​ເດັກ​ຢ່າງ​ຄົບ​ຖ້ວນ​ເປັນ​ຕົ້ນ.
ຊຶ່ງ​ທັງ​ຫມົດ​ນີ້​ກໍ​ຈະ​ຕ້ອງ​ປະຕິບັຕິ​ໃຫ້​ໄດ້​ຕາມ​ເກນ​ທ໌ຂອງ​ສຫະປຼະຊາ​ຊາຕິ ​ແຕ່​ສຳລັບ​ລາວ​ແລ້ວ​ຖື​ວ່າ​ຍັງ
ຢູ່​ຫ່າງ​ຈາກ​ເກນ​ທ໌ຂັ້ນ​ພຶ້ນຖານ​ດັ່ງກ່າວ​ຂອງ​ສຫະປຼະຊາ​ຊາຕິ​ຄິດ​ເປັນ​ໄລຍະ​ເວລາ​ຢ່າງ​ນ້ອຍ 6ປີ​ເມື່ອ​ພິຈາ​
ຮະ​ນາຈາກ​ດັຊນີຊີ້​ວັດ​ທີ່​ເປັນ​ຢູ່​ປັຈຈຸ​ບັນ​ລາວ​ຍັງ​ອີກ​ໄກ​ໂຂ​ເພາະ​ສຳຄັນ​ຂຶ້ນ​ຢູ່​ກັບ​ຄນະ​ບໍ​ຮິ​ຫາ​ຮ ບໍ​ຮິ​ກາ​ຮອັນ
​ເປັນ​ວິທຍາ​ສາສຕຮ໌ຂອງ​ຮັຖບາ​ລ ​ໂດຍສ​ເພາະ​ມີ​ພັຄກາ​ຮ​ເມືອງ​ດຽວ​ບໍ​ຮິ​ຫາ​ຮບໍ່​ມີ​ຝ່າຍ​ຄ້ານ​ຕິດຕາມ​ຄວບ
ຄຸມ​ດ້ວຍ​ແລ້ວ​ຍິ່ງ​ຍຸ້ງ​ຍາກ​ດ້ານ​ປະຕິບັຕິ.
    ​ແລະ​ເງື່ອນ​ໄຂ​ທີ 3 ຄື​ຄວາມ​ແຂງ​ແກ່ງ​ຂອງ​ເສ​ຖກິ​ຈມຫາ​ພາຄທີ່​ຈະ​ຕ້ອງ​ມີ​ກາ​ຮຂຍາຍ​ຕົວ​ເພີ້​ມຂຶ້ນ​ຢ່າງ
ຕໍ່​ເນື່ອງ​ທັງ​ຍັງ​ສາມາດ​ທີ່​ຈະ​ຕ້ານທານ​ກັບ​ບັນຫາ​ຫຼື​ຜົລກຼະທົບ​ຕ່າງໆ​ໄດ້​ຢ່າງ​ຫມັ້ນຄົງ​ເຊັ່ນ​ຜົລກຼະທົບ
ຈາກ​ໄພ​ຍພິບັຕິ​ທັມ​ຊາຕິ ຫຼື​ບັນຫາ​ວິກຮິ​ຕກາ​ຮນ໌ທາງ​ກາ​ຮ​ເງິນ​ຈາກ​ຕ່າງປຼະ​ເທສ​ເປັນ​ຕົ້ນ..​ແລະ​ຕ້ອງ​ເຂົ້າ
​ໃຈ​ວ່າ​ຮັຖບາ​ລລາວ​ຍັງ​ຢືມ​ເງິນ​ຕ່າງປຼະ​ເທສມາ​ເປັນ​ງົບປຼະມານ​ແຜ່ນດິນ​ຢູ່​ຍິ່ງ​ຍັງ​ອີກ​ໄກ​ໂຂ​ ອາຈ​ເປັນ​ພຽງ
​ເຈັກ​ຝັນ​ກໍ​ໄດ້.
   ສ່ວນ​ສຫາຍ​ສົມ​ສັກ ດວງ​ດີ ຮມຕ.ກຼະຊວງ​ແຜນຜັງ​ແລະ​ກາ​ຮລົງທຶນ ອາຈຈະ​ດວງ​ບໍ່​ດີ​ກໍ​ໄດ້ ​ແລະ​ໄດ້​ຍອມ
ຮັບ​ວ່າກາ​ຮປະຕິບັຕິ​ແຜນກາ​ຮພັທນາ​ເສ​ຖກິ​ຈປີ 2011-2012 ຈະ​ບໍ່​ສາມາດ​ບັລລຸ​ຕາມ​ຄາດຫມາຍ​ທີ່​ວາງ​ໄວ້
​ໂດຍ​ມີ​ສາ​ເຫ​ຕຸ​ມາ​ຈາກ​ໄພ​ຍນ້ຳ​ຖ້ວມ​ຄັ້​ງໃຫຍ່ທີ່​ເກີດ​ຈາກ​ພາຍຸ​ໂຊນຣ້ອນປາຍ​ປີ 2011ທີ່​ເຣັດ​ໃຫ້ກາ​ຮຜລິ​ຕ
ກະ​ເສຕຮທັ​ໃນ​ພາຄກະ​ເສຕຮກັມ​ແລະ​ພາ​ຄອຸຕສາ​ຫະກັມ​ບໍ່​ເປັນ​ໄປ​ຕາມ​ແຜນ​ທີ່​ວາງ​ໄວ້ ຊຶ່ງ​ຍ່ອມ​ຈະ​ສົ່ງ​ຜົລ
ກຼະທົບ​ຕໍ່​ເປົ້າ​ຫມາຍ​ທີ່​ຈະ​ເຣັດ​ໃຫ້​ປຼະຊາ​ຊົນ​ຫຼຸດ​ພົ້ນ​ຈາກ​ຄວາມ​ຍາກຈົນ​ໃນ​ປີ 2015 ​ແລະ​ເຣັດ​ໃຫ້​ລາວ​ພົ້ນ
ຈາກ​ປຼະ​ເທສດ້ອຍ​ພັທນາ​ໃນ​ປີ 2020ນັ້ນ​ເປັນ​ໄປ​ໄດ້​ຍາກ.

No comments:

Post a Comment