Wednesday, July 25, 2012

ໂຄງສ້າງຫຼືນະໂຍບາຍຕ່າງໆຂອງພັຄຄອມຯບໍ່ວ່າສາຍເຫມົາ ເຈິຕົງ ສາຍໂຣ໋ ຈິມິນແມ້ແຕ່ສາຍແບຮສແນຟ
ສຫະພາບໂຊວຽຕກໍຄືຜີຕົວດຽວກັນທີ່ຝັງເລິກໃນຄນະບໍຮິຫາຮຈັດກາຮເມື່ອໄດ້ໄຊຊນະ ນັ້ນກໍຄືຮະບົບຜູກ
ຂາດອຳນາຈ ໃຊ້ຮະບົບອຸປຖັມພ໌ແບບຕົວຕາຍຕົວແທນທັງສິ້ນແລະກາຮອ້າງເອົາຫນ້າປຼະຊາຊົນມາໃສ່ໃນ
ກາຮປະຕິວັຕິພຽງເພື່ອຫຼອກໃຊ້ໃຫ້ຕາຍໃຈເທົ່ານັ້ນເອງທາຕຸແທ້ກໍເພື່ອພວກລູກຫຼານເຂົາເອງທັງສິ້ນເຊັ່ນຂໍ
ນຳຕົວຢ່າງຂອງຈີນມີຮາຍງານກອງປຼະຊຸມຮະດັບສູງພາຍໃນພັຄຄອມຯຊອດອອກມາວ່າ"ອະນາຄົຕຈີນໃນ
ອຸ້ງມືຜູ່ນຳລຸ້ນເກົ່າ"..
   ເຮື້ອງນີ້ເຊົາທ໌ໄຊນາມໍຮ໌ນິງໂພສຕ໌ - 23 ກ.ດ.ຮາຍງານວ່າບັລດາຜູ່ນຳທັງໄປກະສຽນແລ້ວແລະທີ່ຍັງດຳຮົງ
ຕຳແຫນ່ງຢູ່ໃນປັຈຈຸບັນປຼະຊຸມກັນເພື່ອຕັດສິນໃຈຂັ້ນສຸດທ້າຍກ່ຽວກັບກາຮວາງຕົວຜູ່ນຳລຸ້ນຕໍ່ໄປທີ່ຈະມີ
ກາຮປຼະກາສຢ່າງເປັນທາງກາຮໃນກາຮປຼະຊຸມພັຄຄອມຯເຕັມຄນະຄັ້ງທີ 18 ໃນອີກບໍ່ເທົ່າໃດເດືອນຂ້າ
ຫນ້ານີ້.
   ກາຮປຼະຊຸມຄັ້ງນີ້ 24 ກ.ດ.ເປັນກາຮກຳນົດທິສທາງນະໂຍບາຍຂອງປຼະເທສໃນທົສວັຕິຫນ້າຂນະດຽວກັນ
ສຫາຍຫູ ຊິນເຖົາຜູ່ນຳປຼະເທສກໍກຳລັງຣຽກຣ້ອງໃຫ້ຜັກດັນຄວາມມີເອກພາບຂອງພັຄຄອມຯບຸຄຄົລວົງໃນ
ຂອງພັຄຯຄົນນຶ່ງເລົ່າວ່າ ກາຮຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຕຳແຫນ່ງຄນະກັມກາຮກຼົມກາຮເມືອງກັບຄນະ
ກັມກາຮປຼະຈຳກຼົມກາຮເມືອງຫຼືໂປລິຕບູໂຮຈະມີກາຮຖົກຖຽງກັນເຖິງຮາຍລະອຽດໃນກາຮປຼະຊຸມວາຮະຕໍ່
ໄປໃນອາທິຕຍ໌ຫນ້າ.
   ຜູ່ນຳເກົ່າແລະປັຈຈຸບັນຈະຍັງໄດ້ພົບປະກັນຢ່າງບໍ່ເປັນທາງກາຮທີ່ຮີສອຮ໌ທຣິມຊາຍຫາດເປິ່ຍໄຕ້ເຫີມົນ
ທົລເຫິເປິ່ຍ ແຫຼ່ງຂ່າວໃກ້ຊິດຮະບຸວ່າ"ຂນະທີ່ຜູ່ນຳລຸ້ນປັຈຈຸບັນຢູ່ໃນກຸງປັກກິ່ງ ຜູ່ນຳລຸ້ນເກົ່າກໍຫລົບຣ້ອນ
ແລະມົລພິສຂອງເມືອງຫນີໄປພັກຜ່ອນທີ່ເປິ່ຍໄດ້ຂນາດນີ້ຢູ່ບໍ?"
   ສຫາຍຫູ ຜູ່ນຳຈີນໄດ້ກ່າວສຸນທອນພົຈນ໌ຖ້າມກາງເຈົ້າຫນ້າທີ່ອາວຸໂສຮະດັບມົນທົລກວ່າ 400ສຫາຍ
ເມື່ອວັນຈັນທຮ໌ 23 ກ.ດ ຜ່ານມາຣຽກຣ້ອງໃຫ້ມຸ້ງຫນ້າກາຮປະຕິຣູປແລະເປີດປຼະເທສຂນານໃຫຍ່ທີ່ທ້າ
ທາຍຢ່າງບໍ່ເຄີຍເກີດຂຶ້ນມາກ່ອນ ແຕ່ສຫາຍຫູກໍເນັ້ນໄປທີ່ສຳຄັນຂອງຮະບອບສັງຄົມນິຍົມຈີນພາຍໃຕ້ກາຮ
ປົກຄອງຂອງພັຄຄອມຯຈີນດ້ວຍ.
   ຮາຍງານຮະບຸດ້ວຍວ່າຣອງປຼະທານາຯລີ ຈິ້ນຜິງໄດ້ກ່າວສູນທອນພົຈນ໌ໃນກາຮປຼະຊຸມດຽວກັນນີ້ເມື່ອ
24 ກ.ດ ເນັ້ນໃນສິ່ງທີ່ສຫາຍຫູຜູ່ນຳໄດ້ກ່າວໄປແລ້ວ ສ່ວນນັກວິເຄາະຫ໌ຊິ້ວ່າສູນທອນພົຈນ໌ຂອງສຫາຍຫູ
ມີປຼະສົງຄ໌.ເພື່ອກຳນົດທິສທາງແລະເນື້ອຫາສຳຄັນໃນກາຮປຼະຊຸມພັຄຄອມຯເຕັມຄນະຊຶ່ງຈະມີຂຶ້ນໃນບໍ່
ເທົ່າໃດເດືອນຂ້າງຫນ້ານີ້.
   ສຫາຍ ອູ ຊຶ້ ຫົວຫນ້າບັລນາທິກາຮນິຕຍ໌ສາຮກາຮເມືອງຝ່າຍເສຮີນິຍົມຢຽນຫວງຊຸນຊິວ ຊິ້ວ່າ" ສຫາຍ
ຫູໄດ້ຢ້ຳເຖິງທິສທາງນະໂຍບາຍໃນອະນາຄົຕພ້ອມສົ່ງສັນຍານວ່າ ຜູ່ນຳຮະດັບສູງໄດ້ມີມະຕິເຫັນພ້ອງ
ຕ້ອງກັນໃນປຼະເດັນສຳຄັນ".
   ສຫາຍຫູ ຜູ່ນຳວັຍ 69 ປີຈະລົງຈາກອຳນາຈເລຂາທິກາຮພັຄຯໃນກາຮປຼະຊຸມແລະຕຳແຫນ່ງປຼະທານ
ປຼະເທສໃນເດືອນມິນາ ສິ່ງທີ່ສຫາຍຫູກ່າວນັ້ນເປັນສິ່ງທີ່ກຳນົດນະໂຍບາຍໃຫຍ່ໆຂອງພັຄຯຂນະສື່ຂອງ
ຮັຖຯໄດ້ພາດຫົວຂ່າວເຕັມຫນ້າເພື່ອກາຮປຼະຊາສັມພັນທ໌.
   ສຫາຍຫູຢ້ຳເຖິງຄວາມສຳຄັນກາຮຍົກຮະດັບຄວາມເປັນຢູ່ຂອງປຼະຊາຊົນ ກາຮກຼະຈາຍຮາຍໄດ້ໃຫ້ກັບ
ທຸກກາຮງານອາຊີພສເມີພາບຫຼາຍຂຶ້ນຫຼືແຣງງານຫຼືຊາວນາ ຊຶ່ງປຼະເດັນນີ້ອາຈຈະເປັນສິ່ງທີ່ສຫາຍຫູຖິ້ມ
ໄວ້ເປັນມໍຮະດົກທາງກາຮເມືອງໃນຮັຖບາລຊຸດຕໍ່ໄປໃຫ້ປະຕິບັຕິ.?"ພວກເຣົາຕ້ອງເດິນຫນ້າກາຮພັທນາ
ອົງຄ໌ຄວາມຣູ້ຄວາມຄິດທາງວິທຍາສາສຕຮ໌ ຄວາມສມານສັນທ໌ທາງສັງຄົມ ຍົກຮະດັບຄວາມເປັນຢູ່ແລະ
ສວັສດິກາຮສັງຄົມ"ສຫາຍຫູກ່າວ.
   ສ່ວນສຫາຍ ຈັງ ລີຟານ ນັກວິຈາຮນ໌ກາຮເມືອງເຜີຍວ່າ ສຫາຍຫູຕ້ອງກາຮສົ່ງຂໍ້ຄວາມວ່າພັຄຯຈະຕ້ອງ
ດຳຮົງນະໂຍບາຍເດີມໄວ້ ເພື່ອໃຫ້ສາມາດບັລລຸເປົ້າຫມາຍທາງກາຮເມືອງທີ່ຕ້ອງກາຮຫຼືສຫາຍຫູໄດ້ສົ່ງຕໍ່
ສິ່ງທີ່ເຂົາປະຕິບັຕິຍັງບໍ່ສຳເຮັຈໃຫ້ແກ່ຜູ່ນຳລຸ້ນຕໍ່ໄປແກ້ໄຂ.
    ກາຮປຼະຊຸມທີ່ສຫາຍຫູຂຶ້ນກ່າວສຸນທອນພົຈນ໌ກໍພຽງເປັນກາຮສະແດງເຖິງຄວາມມີເອກພາບຂອງພັຄຯ
ເທົ່ານັ້ນເອງເພາະທຸກພາຄສ່ວນຈະຕ້ອງມາຣ່ວມປຼະຊຸມຂາດບໍ່ໄດ້ແມ້ແຕ່ຄົນດຽວ.ສ່ວນຜູ່ນຳຄົນຕໍ່ໄປຄື
ສຫາຍຈິ້ນຜິງ ແລະນາຍົກຯຄືສຫາຍຫລີ ເຕິສຽງ.   
    ນີ້ຄືຮະບົບພັຄຄອມຯຂອງຈີນປົກຄອງປຼະຊາຊົນຈີນ ສ່ວນຮະບົບຂອງຄອມຯລາວຈະສເນີຕໍ່ໄປ

No comments:

Post a Comment