Friday, July 27, 2012

                                                         (ບົທທີ 2)
                     -​ເປັນ​ຫັຽງທະ​ເລ​ຈີນ​ໃຕ້​ຈຶ່ງ​ເກີດ​ຄວາມ​ສຳຄັນ​ເອົາ​ຕອນ​ນີ້???
    ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ສຳຄັນ​ທາງ​ຍຸ​ທສາສຕຮ໌ຄວາມ​ຫມັ້ນຄົງ​ແລະ​ກ່ຽວຂ້ອງ​ກັບ​ຜົລປຼະ​ໂຍຊນ໌ທາງ​ເສ​ຖກິ​ຈ
ຢ່າງ​ມະຫາ​ສາລ!!(ຍິ່ງ​ມີ​ບັນຫາ​ເຮື້ອງໆ..​ໄທຍຍິ່ງ​ດີ​ໃຈ​​ແລະສົມ​ຄວາມ​ປຼາຖນາ​ເພາະ​ກອງ​ປຼະຊຸມ​ແກ້​ບັນຫາ​ຈະ
ຕ້ອງ​ຈັດ​ຂຶ້ນ​ທີ່​ປຼະ​ເທສ​ໄທຍ​ເພາະ​ເລຂາທິກາ​ຮ​ເອຊ່ຽນ​ແມ່ນ​ໄທຍ!!!ຜົລຈາກ​ກາ​ຮປຼະຊຸມ​ກໍ​ຕົກ​ຢູ່​ແກ່​ໄທຍ!!
   -​ໃນ​ປຼະການ​ແຮກ​ຄື ທະ​ເລ​ຈີນ​ໃຕ້​ເປັນ​ເສັ້ນທາງ​ກາ​ຮ​ເດີນ​ເຣືອສົ່ງ​ສິນຄ້າ​ທີ່​ສຳຄັນ​ຂອງ​ໂລກ​ຮວມທັງ​ສິນຄ້າ
ຈຳພວກ​ພລັງ​ງານ​ໂດຽສ​ເພາະ​ນ້ຳມັນ​ດິບ​ທີ່​ຂົນ​ສົ່ງ​ຈາກ​ອ່າວ​ເປີ​ຮ໌​ເຊັຽຈຳ​ເປັນ​ຕ້ອງ​ຜ່ານ​ມຫາ​ສມຸທຮອິນ​ເດັຽ
ຊ໋ອງ​ແຄບ​ມະລະ​ກາ​ແລະ​ເຂົ້າ​ມາ​ໃນ​ທະ​ເລ​ຈີນ​ໃຕ້ ກ່ອນ​ຈະ​ສົ່ງ​ຕໍ່​ໄປ​ຍັງ​ປຼະ​ເທສຕ່າງໆ​ໃນ​ເອ​ເຊັຽຕະວັນ​ອອກ
ສນັ້ນ​ປຼະ​ເທສ​ໃດ​ກໍ​ຕາມ​ມີ​ອຳນາ​ຈ​ໃນ​ກາ​ຮຄຸມ​ກາ​ຮ​ເດີນ​ເຣືອ​ໃນ​ທະ​ເລ​ຈີນ​ໃຕ້​ໄດ້​ຈຶ່ງ​ຖື​ເປັນຄວາມ​ໄດ້​ປຼຽບທີ່​ສຳ
ຄັນ​ໃນ​ທາງ​ຍຸ​ທສາສຕຮ໌ຄວາມ​ຫມັ້ນຄົງ​ຂອງ​ພູມິ​ພາຄ​ແລະ​ກາ​ຮທີ່​ຈີນ​ເຂົ້າ​ມາ​ມີ​ບົທບາ​ທຫຼາຍ​ຂຶ້ນ​ໃນ​ທະ​ເລ​ຈີນ
​ໃຕ້ ຈຶ່ງ​ເຣັດ​ໃຫ້​ເອຊ່ຽນ​ຮວມທັງ​ສຫະຮັຖຯ​ບໍ່​ສາມາດ​ນິ່ງນອນ​ໃຈ​ໄດ້.
   
   -ປຼະກາ​ຮທີ 2ຄື ມີ​ກາ​ຮຄາດ​ກາ​ຮນ໌ວ່າ​ທະ​ເລ​ຈີນ​ໃຕ້​ເປັນ​ແຫຼ່ງນ້ຳມັນ​ດິບ​ແລະ​ກ໊າຊທັມ​ຊາຕິ​ຂນາດ​ໃຫຍ່​ໂດຽ
ອ້າ​ຈມີ​ນ້ຳມັນ​ດິບ​ເຖິງ 200 ​ແສນ​ລ້ານ​ບາ​ຮ໌​ເຮ​ລສະ​ສົມ​ຢູ່​ໃຕ້​ທະ​ເລ​ເພາະ​ໃຜໆ​ເວລາ​ນີ້​ກໍ​ເສືອ​ຫິວ​ວັດຖຸ​ດິບ​ແລະ
​ແກ໊ຊທັມ​ຊາຕິ​ນັ້ນ​ເອງ. ຕັ້ງ​ແຕ່​ທົສວັຕິ 1990 ຈີນ​ມີ​ຄວາມ​ຕ້ອງກາ​ຮດ້ານ​ພລັງ​ງານ​ເພິ້ມຫຼາຍ​ຂຶ້ນ​ຢ່າງ​ມະຫາ​
ສາລ​ເພື່ອ​ທຳ​ຕາມ​ນະ​ໂຍບາຍ​ປຕິຣູປ​ເສ​ຖກິ​ຈພາຍ​ໃນ​ປຼະ​ເທສ​ແລະ​ພັທນາ​ຖານ​ກາ​ຮຜລິ​ຕ​ເພື່ອ​ສົ່ງ​ອອກ​ຢ່າງ
ຈິງ​ຈັງ ສົງຄາມ​ຍາດ​ແຍ່ງ​ພລັງ​ງານ​ຈຶ່ງ​ເຮິ້ມປະທຸ​ຂຶ້ນ​ຢ່າງ​ດຸ​ເດືອດ​ແລະ​ດຸ​ດັນ​ໃນ​ຫຼາຍ​ສ່ວນ​ຂອງ​ໂລກ​ຮວມທັງ
​ໃນ​ທະ​ເລ​ຈີນ​ໃຕ້​ແລະ​ສົງຄາມ​ພລັງ​ງານ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກ​ຂນະ​ນີ້ກໍ​ຄື​ຈີນນັ້ນ​ແຫຼະ​ຕົວ​ກາ​ຮສຳຄັນ​ແມ້​ແຕ່​ໃນ
ສົງຄາມ​ຕະວັນ​ອອກ​ກາງ​ທີ່​ເປັນ​ຢູ່​ເພາະ​ຈີນ​ຕ້ອງກາ​ຮ​ເປັນ​ເສືອ​ເສ​ຖກິ​ຈ​ໂຕ​ທີ 9ຕໍ່​ຈາກ​ຮັສ​ເຊັຍ.
    ທັ້ງ​ຈີນ​-ວຽຕນາມແລະ​ແລະ​ຟິລິບ​ປິນສ໌ຕ້ອງກາ​ຮ​ເປັນ​ເຈົ້າ​ຂອງ​ແຫຼ່ງນ້ຳມັນ​ດິບ​ໃນ​ທະ​ເລ​ຈີນ​ໃຕ້​ແລະ​ພຍາ​
ຍາມ​ໃຫ້​ສັມປທານ​ບໍ​ຮິ​ສັທນ້ຳມັນ​ຂອງ​ຕົນ​ເອງ​ແລະ​ບໍ​ຮິ​ສັທຕ່າງ​ຊາຕິ​ເຂົ້າ​ໄປ​ສຳ​ຮວຈພຶ້ນທີ່​ໃນ​ບໍ​ຮິ​ເວນ​ຫມູ່​ເກາະ
ຫຼື​ແນວ​ຫິນ​ທີ່​ປຼະ​ເທສຕົນ​ເອງ​ອ້າງ​ສິດທິ​ທັບ​ຊ້ອນ​ຢູ່​ສ​ເມີ ​ແຕ່​ກໍ​ຕ້ອງ​ຖືກ​ຂັດ​ຂວາງ​ຈາກ​ຈີນ​ຕຼອດມາຈົນ​ເຖິງ​ປີ
2004 ຟິລິບ​ປິນສ໌​ແລະ​ຈີນ​ໄດ້​ທຳ​ຂໍ້​ຕົກລົງ​ກາ​ຮສຳ​ຮວຈນ້ຳມັນ​ດິບຣ່ວມກັນ​ໃນ​ໂຄງກາ​ຮ JMSU (Joint Marine
Seismic Undertaking) ​ເຣັດ​ໃຫ້​ວຽຕນາມ​ປຼະນາມ​ຂໍ້​ຕົກລົງ​ດັ່ງກ່າວ ​ແຕ່​ໃນ​ຂນະ​ດຽວ​ກັນ​ວຽຕນາມ​ກໍ​ພຍາ
ຍາມ​ທຳ​ກາ​ຮ​ເຈ​ຮະ​ຈາ​ກັບ​ຟິລິບ​ປິນສ໌ນອກ​ກຼອບ​ເພື່ອ​ເຂົ້າຣ່ວມ​ໂຄງກາ​ຮສຳ​ຮວຈນີ້​ດ້ວຍ​ຈົນ​ໃນ​ທີ່​ສຸດ​ທັງ​ສາມ
ປຼະ​ເທສ​ໄດ້​ທຳ​ກາ​ຮສຳ​ຮວຈພຶ້ນທີ່ຣ່ວມກັນ​ໂດຍ​ມີ​ກາ​ຮກຳນົດ​ໄລຍະ​ເວລາ​ສາມ​ປີ​ຄື​ຮະ​ຫວ່າງ​ປີ 2005-2008
​ແຕ່​ໂຄງກາ​ຮກໍ​ຕ້ອງ​ລົ້ມ​ເມື່ອ​ຄວາມ​ຂັດ​ແຍ້​ງ​ໄດ້​ກໍ່​ຕົວ​ຂຶ້ນ​ອີກ. 
                                                ບົທບາ​ທ​ເອຊ່ຽນ?
   ​ເອຊ່ຽນ​ໃນ​ຖານະ "ສຖາ​ບັນ​ຄວາມຣ່ວມມື"ທາງ​ກາ​ຮ​ເມືອງ​ແລະ​ເສ​ຖກິ​ຈມີ​ບົທບາ​ທ​ເຂົ້າ​ມາ​ຈັດກາ​ຮບັນຫາ
ຄວາມ​ຂັດ​ແຍ່ງ​ນີ້​ຢ່າງ​ໃດ? ​ເອຊ່ຽນ​ມີ​ວິທີ​ກາ​ຮຈັດກາ​ຮຢູ່ 3 ວິທີ​ຄື:
 -ນຶ່ງ: ປ່ອຍ​ໃຫ້​ບັນຫາ​ທາງ​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ບັນຫາ​ກາ​ຮລຸກ​ລ້ຳ​ເຂ​ຕນ່ານນ້ຳ​ໃນ​ຮະ​ດັບ​"ທວິພາ​ຄີ"​ແທນ​
ທີ່​ຈະ​ເປັນ​ບັນຫາ​ຮະ​ດັບ​ພູມິ​ພາຄຄື​ເປັນຄວາມ​ຂັດ​ແຍ່ງ​ຮະ​ຫວ່າງ​ຈີນ​ກັບ​ຟິລິບ​ປິນສ໌​ແລະ​ຈີນ​ກັບ​ວຽຕນາມ​ຫຼື​
ຈີນ​ກັບຄູ່​ກໍ​ຮະ​ນີອື່ນໆ​ໄປ ຈີນ​ພຍາ​ຍາມ​ໃຊ້​ວິທີ​ກາ​ຮ​ເຈ​ຮຈາ​ແບບ​ທວິພາ​ຄີ​ມາ​ໂດຽຕຼອດ.
   ​ແຕ່​ໃນ​ທາງ​ກັບ​ກັນ​ຟິລິບ​ປິນສ໌ກັບ​ວຽຕນາມ​ຕ້ອງກາ​ຮກາ​ຮ​ເຈ​ຮະ​ຈາ​ແບບ​ພຫຸພາຄີ​ແລະ​ຕ້ອງກາ​ຮ​ໃຫ້​ເອ
ຊ່ຽນ​ເຂົ້າ​ໄປ​ມາຊ່ອຍ​ເສິມ​ກຳລັງ​ໃນ​ກາ​ຮຕໍ່​ຮອງ​ກັບ​ຈີນ ຊຶ່ງ​ເອຊ່ຽນ​ໃນ​ຖານະ​ທີ່​ເປັນສຖາ​ບັນ​ຄວາມຣ່ວມມື
ຂອງ​ພູມິ​ພາຄສາມາດ​ທີ່​ຈະ​ເຂົ້າຣ່ວມ​ແລະ​ຜັກ​ດັນ​ແຜນກາ​ຮ​ເຈ​ຮຈາ​ໄດ້​ເຊັ່ນ​ກັນ ​ແຕ່​ທີ່​ຜ່ານ​ມາສມາ​ຊິກ​ເອ
ຊ່ຽນ​ອື່ນໆບໍ່​ຕ້ອງກາ​ຮ​ເຂົ້າ​ມາ​ກ່ຽວຂ້ອງ​ເນື່ອງ​ຈາກ​ມີ​ຜົລປຼະ​ໂຍຊນ໌ທັບ​ຊ້ອນ​ທາງ​ເສ​ຖກິ​ຈ ກາ​ຮທູຕ​ແລະ​
ກາ​ຮ​ເມືອງ​ທີ່​ຜູກ​ພັນທ໌ກັບ​ຈີນ​ຫຼາຍ​ຂຶ້ນ​ເຮື້ອຍໆ.
    ສ່ວນ​ກໍ​ຮະ​ນີທີ່​ຈີນ​ມີ​ພຶ​ຕຕິ​ກັມ​ແຂງ​ກ້າວ​ໃນ​ກາ​ຮ​ເດີນ​ເຣືອສຳ​ຮວຈນ້ຳມັນ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ​ເອຊ່ຽນ​ໃນ
ຖານະ​ອົງ​ກອນ​ຄວາມຣ່ວມມື​ຮະ​ດັບ​ພູມິ​ພາ​ຄອາຈສົ່ງ​ສາ​ຮ​ເຕືອນ​ຫຼື​ສ​ແດ​ງຄວາມ​ກັງວົລ​ເຮື້ອງ​ຄວາມ​ຫມັ້ນ
ຄົງ​ທາງ​ທະ​ເລ​ໃນ​ພູມິ​ພາຄ​ເປັນ​ຄັ້ງ​ຄາວ ກາ​ຮປະຕິບັຕິ​ເຊັ່ນ​ນິ້ຖື​ເປັນ​ຫຼັກກາ​ຮພຶ້ນຖານ​ສຳຄັນ​ຂອງ​ສມາ​ຄົມ
​ເອຊ່ຽນ​ຕາມ​ນະ​ໂຍບາຍ​ບໍ່​ແຊກ​ແຊງ​ກາ​ຮ​ເມືອງ​ພາຍ​ໃນ​ປຼະ​ເທສ (non-interference policy)ຫຼື​ບໍ່​ເຂົ້າ​ຍຸ້ງ
​ກ່ຽວ​ເຮື້ອງ​ຄວາມ​ຂັດ​ແຍ່ງ​ພາຍ​ໃນ​ຂອງ​ທັງ​ສອງ​ປຼະ​ເທສ.
  -ສອງ: ​ເມື່ອ​ໃດ​ກໍ​ຕາມ​ທີ່​ກາ​ຮປະ​ທະ​ກັນ​ຮະ​ຫວ່າງ​ສອງ​ປຼະ​ເທສຢ່າງ​ຍືດ​ເຍື້ອຍາວ​ນານ​ຈົນ​ເຣັດ​ໃຫ້​ເກີດ​ຜົລ
ກຼະທົບ​ຕໍ່​ຄວາມ​ຫມັ້ນຄົງ​ໃນ​ຮະ​ດັບ​ພູມິ​ພາຄ​ແລ້ວ ​ເອຊ່ຽນ​ຈຳ​ເປັນ​ຕ້ອງ​ເຂົ້າ​ໄປ​ມີ​ບົທບາ​ທ​ໃນ​ກາ​ຮຊ່ອຍ​ປຼະ
ສານ​ຫຼື​ເປັນ​ຜູ່​ໄກ່​ເກັ່ຽ​ເຊັ່ນ​ດຽວ​ກັບ​ກໍ​ຮະ​ນີຄວາມ​ຂັດ​ແຍ່ງ​ເຮື້ອງ​ພົມ​ແດນ​ບໍ​ຮິ​ເວນ​ເຂົາ​ພຼະວິຫາ​ຮ ກັມ​ພູ​ຊາ-
​ໄທຍຫມາຍ​ຄວາມ​ວ່າ​ເອຊ່ຽນ​ບໍ່​ສາມາດ​ຢູ່​ໃນ​ບົທບາ​ທທີ່​ນິ້ງ​ເສິຍ​ໄປ​ຕໍ່​ໄປ.
    ສິ່ງ​ເອຊ່ຽນ​ສາມາດ​ທຳ​ໄດ້​ພາ​ຍໃຕ້​ຫຼັກປະຕິບັຕິ​ແລະ​ຄ່າ​ນິຍົມ​ຂອງ​ສຖາ​ບັນ​ເອຊ່ຽນ​ຄື​ກາ​ຮ​ເຈ​ຮະ​ຈາ​ໃຫ້​ມີ
ກາ​ຮປຼະນີປຼະນອມຕາມ​ວັທນະ​ທັມ​ກາ​ຮ​ເມືອງ​ຂອງ​ເອຊ່ຽນ​ທີ່ຣຽກວ່າ"ວິຖີ​ເອຊ່ຽນ..The Asian Way)​ເຊັ່ນ
​ໃຫ້​ມີ​ກາ​ຮຕັ້ງ​ຄນະ​ເຈ​ຮະ​ຈາ​ທາງ​ກາ​ຮທູຕ​ແລະ​ກຸ່ມ​ທຳ​ງານ​ເພື່ອ​ສຶກສາ​ຫາ​ທາງ​ແກ້​ໄຂ​ທີ່​ສຳຄັນ​ຄື​ເອຊ່ຽນ
ຈະ​ພຍາ​ຍາມ​ບໍ່​ໃຫ້​ຄູ່​ກໍ​ຮະ​ນີ​ໃຊ້​ກຳລັງ​ທຫາ​ຮຕໍ່​ກັນ ​ແຕ່​ເອຊ່ຽນ​ກໍ​ບໍ່​ສາມາດ​ບັງຄັບ​ສມາ​ຊິກ​ໄດ້​ເຊັ່ນ​ກັນ.
    ​ແຕ່​ຂນະ​ດຽວ​ກັນ​ພໍດີ​ວ່າ​ໃນ​ຊ່ວງ​ທົສວັຕິ 2000 ຈີນ​ໄດ້​ປ່ຽນ​ນະ​ໂຍບາຍ​ຕ່າງປຼະ​ເທສທີ່​ເຫັນ​ວ່າ​ແຂງ​ກ້າວ
ມາ​ເປັນ​ນະ​ໂຍບາຍ​ປຼະສານ​ຜົລປຼະ​ໂຍຊນ໌​ແລະ​ຄວາມຣ່ວມມື Charm Offensive. ນະ​ໂຍບາຍ​ນີ້​ສົ່ງ​ຜົລ​ໃຫ້
ຈີນ​ແລະ​ເອຊ່ຽນ​ສາມາດ​ນັ່ງ​ໂຕະ​ເຈ​ຮະ​ຈາຣ່ວມກັນ​ແລະ​ສຸດ​ທ້າຍ​ລົງນາມ​ໃນ​ຄຳປຼະກາສ Declaration on
the Conduct of Parties in the South China Sea (DoC) ​ໄດ້​ສຳ​ເຮັຈ​ໃນ​ປີ 2002​ໂດຍ​ຈຸດປຼະສົງຄ໌​ໃຫ້​ປຼະ
​ເທສທີ່​ອ້າງ​ກັມ​ສິດທິ​ໃນ​ທະ​ເລ​ຈີນ​ໃຕ້​ຫາ​ທາງ​ໄກ່​ເກັ່ຽຂໍ້​ພິພາ​ທ​ໂດຍ​ສັນຕິ​ວິທີ​ແລະ​ໃນ​ຄຳປຼະກາສນີ້​ຍັງ​ໄດ້
ຕົກລົງ​ກັນ​ດ້ວຍ​ວ່າ​ຈະຣ່າງກົຕປະຕິບັຕິ​ທີ່​ຊັດ​ເຈນ​ຫູ Code of Council (CoC)​ໃນ​ກາ​ຮ​ໃຊ້​ທະ​ເລ​ຈີນ​ໃຕ້
ຣ່ວມກັນ.
  
  

No comments:

Post a Comment