Wednesday, July 18, 2012

ອ້າວ!!ໃສບອກວ່າຢຸດໃຫ້ສັມປທານແລ້ວ? ໃນຂນະທີ່ທຶນໄທຍໄດ້ສັມປທານພິເສສເກືອບ 2 ແສນໄຣ່ໃນຊ່ວງເວ
ລາຫຼັງຈາກສຫາຍທອງສິງ ທັມວົງນາຍົກຯຫຸ່ນປຼະກາສຢຸດສັມປທານ. ຈູ໋ໆເມື່ອ 13 ກໍຮະກະດາຜ່ານມານີ້ກໍມີ
ພິທີເຊັນສັນຍາສັມປທານເນື້ອທີ່ 30,000 ເຣັກຕາຮ໌(ກວ່າ 187,500 ໄຣ່)ຮະຫວ່າງບໍຮິສັທໄທຍກັບກຸ່ມວິສາຫະ
ກິຈປູກພືຊລ້ຽງສັຕວ໌ຂອງລາວແຫ່ງນຶ່ງເຊັນກັນຫຍົກໆໃນວັນທີ 13 ກ.ດ ທີ່ຜ່ານມາຍັງບໍ່ທັນເຖິງເດືອນຕົດບໍ່
ທັນເຫີຍ!ຫຼງຈາກສຫາຍທອງສິງຯນາຍົກຯປຼະກາສກາງທີ່ປຼະຊຸມສະພາຕົບມືແຫ່ງຊາຕິວ່າຈະບໍ່ອະນຸຍາຕິ
ໂຄງກາຮສັມປທານທີ່ດິນກະເສຕຮກັບເຫມືອງແຣ່ອີກຈົນກວ່າເຖິງສິ້ນປີ 2558 ບໍຮິສັທໄທຍກຳລັງຈະເຂົ້າໄປ
ປູກອ້ອຍໃນແຂວງຈຳປາສັກພ້ອມຕັ້ງໂຣງງານນ້ຳຕາລແຫ່ງໃຫມ່.
   ສັມປທານຄັ້ງນີ້ມີອາຍຸ 35ປີເປີດໂອກາສໃຫ້ກຸ່ມທຶນຈາກໄທຍເຂົ້າປູກອ້ອຍແລະກໍ່ສ້າງໂຣງງານນ້ຳຕາລໃນ
ເຂຕແຂວງຈຳປາສັກຊຶ່ງຈະເປັນໂຣງງານນ້ຳຕາລແຫ່ງທີ 2 ຖັດຈາກແຫ່ງແຮກໂດຍກຸ່ມນ້ຳຕາລມິຕຮຜົລຈາກ
ໄທຍທີ່ຕັ້ງຢູ່ໃນແຂວງສວັນເຂຕພ້ອມທີ່ດິນສັມປທານລ໊ອຄໃຫຍ່ເຊັ່ນກັນ.
   ຂນາດໂຣງງານຜລິຕນ້ຳຕາລແຫ່ງໃຫມ່ນີ້ສາມາດຜລິຕ 10,000 ຕັນຕໍ່ປີໂດຍຄາດວ່າຈະສ້າງແລ້ວເສັຈໃນປີ
2558ມູລຄ່າກາຮລົງທຶນປຼະມານ 5,000 ລ້ານບາທພ້ອມຖືເປັນກາຮສົ່ງເສິມໃຫ້ປຼະຊາຊົນລາວຫັນມາປູກອ້ອຍ
ປ້ອນໂຮງງານນ້ຳຕາລແຫ່ງໃຫມ່ຈະເຮິ້ມໃນເດືອນ ພ.ຍ 2555 ເປັນຕົ້ນໄປ.
   ນີ້ແຫຼະສັຈຈະບໍ່ມີໃນຫມູ່ໂຈຮ ທັ້ງໆທີ່ປຼະກາສໃນສະພາຕົບມືແລະໃຫ້ກຼະບອກສຽງພັຄ-ຮັຖແຫກປາກວ່າ
ຮັຖບາລຫຸ່ນຈະຢຸດໃຫ້ສັມປທານທີ່ດິນ ແຕ່ແລ້ວນັກລົງທຶນໄທຍຊ້ຳພັດໄດ້ຣັບສັມປທານເກືອບ 2 ແສນໄຣ່ໄວ້
ປູກອ້ອຍແລະຕັ້ງໂຣງງານນ້ຳຕາລ.?ໃຫ້ຖາມສຫາຍທອງສິງ ນາຍົກຯເບິ່ງວ່າກາຮອະນຸມັຕິໃຫ້ສັມປທານທີ່
ດິນທີ່ຂັດກັບຄຳປຼະກາສຂອງຕົນເອງໃນສະພານີ້ໄດ້ເງິນເທິງໂຕະຫຼືກ້ອງໂຕະຫຼາຍປານໃດ?

No comments:

Post a Comment