Sunday, July 29, 2012

ຮະບົບອຸປຖັມພ໌ແລະຮະບົບຜູກຂາດອຳນາຈໃນລາວພວກເຂົາຣັກສາໄວ້ແຕ່ສເພາະລູກຫຼານຍາຕິໂກໂຫຕິ
ກາຂອງກຸ່ມອຳນາຈຜເດັຈກາຮຂອງພວກເຂົາເທົ່ານັ້ນ..ພວກເຣົາປຼະຊາຊົນລາວຕ໊ອງຣູ້ແລະເຂົ້າໃຈວ່າຜືນ
ແຜ່ນດິນຕອນນີ້ຄືປຼະເທສບ່ອນຝັງສາຍແຣ່ແພ່ສາຍບືຂອງພວກເຣົາທຸກເຜົ່າພັນທ໌ລາວຈະບໍ່ແມ່ນແຕ່ເປັນ
ກັມສິດທິສເພາະກຸ່ມກຳອຳນາຈຜເດັຈກາຮຜູ່ດຽວແລະຂນະນີ້ພວກເຂົາໃຊ້ສິດທິເຫນືອອຳນາຈປຼະຊາທິ
ປໄຕຍຂອງລາວທັງຊາຕິແລະນຳແຜ່ນດິນບາງຕອນໄປຂາຍໃຫ້ແກ່ຈີນ-ແກວແລະໄທຍຜານຊັພໃນດິນສິນ
ໃນນ້ຳຈົນໃກ້ຈະຫມົດແລ້ວ.
     ກັມວິທີກຸມອຳນາຈຂອງພວກເຂົາຄືຕົວຕາຍຕົວແທນດຶງຍາຕິໂກໂຫຕິກາຂອງພວກເຂົາຂຶ້ນກຸມອຳນາຈ
ທັງໆທີ່ຂາດຄຸນສົມບັນຕິຂາດຈາຮິຍະທັມ. ຢ່າງໃດກໍຕາມເມື່ອຜູ່ເປັນບິດາຂອງເຂົາຄອຝຕຳແຫນ່ງປຼະທານ
ພັຄຯຢ່າງຍາວນານເຖິງ 14 ປີແລະຄວບຕຳແຫນ່ງປຼະທານປຼະເທສ 10 ປີຕິດຕໍ່ກັນນັ້ນກໍຫມາຍຫມັ້ນປັ້ນ
ມືທີ່ຈະຜັກດັນໃຫ້ສຫາຍສອນໄຊ ກ້າວຂຶ້ນສູ່ຕຳແຫນ່ງນາຍົກຯໃຫ້ໄດ້ ຊຶ່ງນັ້ນກໍຈະເປັນພຶ້ນຖານຢ່າງດີສຳ
ລັບກາຮປູທາງຂຶ້ນໄປສູ່ຕຳແຫນ່ງປຼະທານປຼະເທສແລະເລຂາທິກາຮໃຫຍ່(ປ່ຽນຈາກຕຳແຫນ່ງປຼະທານ)
ຂອງພັຄໃນອະນາຄົຕບໍ່ຍັງບໍ່ໄກເກີນເອຶ້ອມເຊັ່ນກໍຮະນີກາຮກ້າວຂຶ້ນສູ່ຕຳແຫນ່ງເລຂາທິກາຮພັຄຯແຂວງ
ຈຳປາສັກ ສຫາຍສອນໄຊກໍລໍຄອຍວັນເວລາພຽງ 5 ປີເທົ່ານັ້ນເອງ.
   ສ່ວນລູກສາວສຫາຍຄຳໄຕ ສີພັນດອນທີ່ມີວັຍພຽງ 40 ປີກໍເຊັ່ນກັນຊື່ສຫາຍນາງວຽງສະວັນ ສີພັນດອນ
ກະຕິກາບໍ່ສົນກັບຮະດັບກາຮສຶກສາ..ແມ່ນວ່າໃນເວລານີ້ຈະພຽງເປັນຮັຖມົນຕຼີຊ່ອຍກະຊວງກາຮເງິນກໍຕາມ
ແຕ່ຄວາມຄາດຫມາຍລ່ວງຫນ້າໄດ້ເລີຍວ່າສຫາຍນາງນີ້ຕ້ອງກ້າວຂຶ້ນສູ່ຕຳແຫນ່ງຮັຖມົນຕຼີເຕັມຕົວໃນບໍ່ຊ້າ
ນີ້ເຊັ່ນກັນ.
   ຕາມຈິງແລ້ວກາຮສົ່ງທອດອຳນາຈທາງກາຮເມືອງໃນພັຄຯລາວຈາກລຸ້ນພໍ່ສູ່ລຸ້ນລູກຫຼານເຫລນນີ້ບໍ່ແມ່ນ
ກໍຫາຈະເກີດໃນຊ່ວງຫຼັງແຕ່ມັນເປັນທຶສດີຕາຍຕົວ ແຕ່ກໍຫາປຼາກົຕຂຶ້ນຢ່າງເປັນຣູປທັມນັບແຕ່ປີ 1986 ເປັນ
ຕົ້ນມາໂດຍຜູ່ທີ່ໄດ້ກ້າວຂຶ້ນສູ່ຕຳແຫນ່ງຮັມົນຕຼີຊ່ວງເວລານີ້ກໍຄືສຫາຍຄຳໄຊ ສຸພານຸວົງແລະສຫາຍໄຊສົມ
ພອນ ພົມວິຫານຜູ່ເປັນລູກຊາຍສຫາຍໄກສອນ ພົມວິຫານປຼະທານປຼະເທສ.
  ຕໍ່ມາໃນປີ 1991 ລູກຊາຍສຫາຍອະດີຕຜູ່ນຳທັງສອງກໍໄດ້ເຂົ້າສູ່ຄນະກັມກາຮບໍຮິຫາຮສູນຍ໌ກາງພັຄຯທີ່
ມີອາຍຸນ້ອຍທີ່ສຸດຊຶ່ງເວລານັ້ນສມາຊິກພັຄຯທັງຫຼາຍກໍມອງໄປທິສດຽວກັນວ່າທາຍາຕຂອງອະດີຕທັງສອງ
ນີ້ກໍຄືຜູ່ຕ້ອງສືບທອດອຳນາຈສູງສຸດຂອງປຼະເທສແລະພາຍໃນພັຄຯຈາກຜູ໋ເປັນພໍ່ຢ໋າງແນ່ນອນແຕ່ບໍ່ເປັນ
ເຊັ່ນນັ້ນກໍເພາະສຫາຍໄກສອນ ພົມວິຫານໄດ້ເຈຕໂຫລຍຢ່າງກຼະທັນຫັນໃນປີຕໍ່ມາໃນຂນະທີ່ສຫາຍສຸພາ
ນຸວົງເອງກໍປ່ວຍຖືຢາສັ່ງແກວແລ້ວເຈຕໂຫລຍໃນ 3 ປີຕໍ່ມາ.
    ແຕ່ແລ້ວໂອກາສຂອງຕຼະກຸລສີພັນດອນກໍມາເຖິງເມື່ອສຫາຍຄຳໄຕກ້າວຂຶ້ນສູ່ຕຳແຫນ່ງປຼະທານພັຄຯ
ສືບຕໍ່ສຫາຍໄກສອນ ແຕ່ຢ່າງໃດກໍຕາມຮະບົບອາວຸໂສພາຍໃນພັຄຯກໍເຣັດໃຫ້ສຫາຍຄຳໄຕຕ້ອງລໍວັນ
ເວລາຢູ່ເກືອບ 6ປີກວ່າຈະໄດ້ຄວບຕຳແຫນ່ງປຼະທານປຼະເທສຕໍ່ຈາກສຫາຍຫນູຣັກ ພູມສວັນ ຊຶ່ງໃນນັ້ນ
ກໍບໍ່ໄດ້ເປັນອຸປສັກດິ໌ຕໍ່ກາຮທີ່ສຫາຍຄຳໄຕຈະວາງຣາກຖານທາງກາຮເມືອງໄວ້ຣອງຣັບລູກຊາຍ-ລູກສາວ
ຂອງຕົນແຕ່ຢ່າງໃດທັງຍັງຖືວ່າເປັນກາຮວາງຣາກຖານໄວ້ໄດ້ຢ່າງຫມັ້ນຄົງກວ່າອະດີຕຜູ່ນຳສຫາຍອື່ນໆ.
         (ເຊິນອ່ານຕໍ່ຮະບົບອຸປຖັມພ໌ຕົວຕາຍຕົວແທນຂອງຮະບອບຜເດັຈກາຮລາວ)

No comments:

Post a Comment