Sunday, July 29, 2012

ພວກເຣົາປຼະຊາຊົນລາວທຸກເຜົ່າພັນທ໌ຕ້ອງຣູ້ແລະຕື່ນຕົວວ່າຕົນເອງກໍຄືເຈົ້າຂອງປຼະເທສຄືກັນຈະບໍ່ແມ່ນແຕ່
ພວກກຳອຳນາຈຮັຖຯປັຈຈຸບັນ..ພວກເຮົາເສັຽອຳນາຈອະທິປໄຕຍໄປກໍຍ້ອນພວກເຂົາປຸ້ນອຳນາຈດ້ວຍວິທີ
ນຳແກວເຂົ້າມາສນັບສນຸນແລະມອບດິນແດນແລະສິດທິເຫນືອດິນແດນໃຫ້ແກ່ພວກແກວດັ່ງເຫັນແຈ້ງໃນ
ປັຈຈຸບັນແກວມີສິດທິເຫນືອອະທິປະໄຕຍຂອງລາວແລະປຼະຊາຊົນລາວເປັນພຽງປຼະຊາຊົນອັນດັບສອງ.
   ໃນຮະບົບອຸປຖັມພ໌ດັ່ງກ່າວນີ້ສຫາຍຄຳໄຕ ໄດ້ຕັດສິນໃຈວາງມືຈາກຕຳແຫນ່ງປຼະທານພັຄຯແລະປຼະ
ທານປຼະເທສໃນປີ 2006 ນັ້ນເຂົາເຂົາໄດ້ສົ່ງມອບຕຳແຫນ່ງທັງສອງໃຫ້ກັບຜູ່ທີ່ເຂົາໄວ້ວາງໃຈທີ່ສຸດເຊັ່ນ
ສຫາຍຈູມມະລີ ໄຊຍະສອນໃນຂນະດຽວກັນກໍສາມາດຜັກດັນໃຫ້ເລຂານຸກາຮສ່ວນຕົວຄືສຫາຍບົວສອນ
ບຸບຜາວັນມີອກາສກ້າວຂຶ້ນສູ່ຕຳແຫນ່ງນາຍົກຯໄດ້ສຳເຮັຈທັງຍັງປຸກປັ້ນໃຫ້ສຫາຍສອນໄຊໄດ້ກ້າວຂຶ້ນ
ສູ່ຕຳແຫນ່ງເຈົ້າແຂວງຈຳປາສັກທີ່ມີອາຍຸນ້ອຍທີ່ສຸດອີກດ້ວຍ.
   ແຕ່ກໍບໍ່ໄດ້ຫມາຍຄວາມວ່າທາຍາຕຂອງອະດີຕຜູ່ນຳສຫາຍອື່ນໆຈະບໍ່ໄດ້ຣັບຕຳແຫນ່ງສຳຄັນທາງກາຮ
ເມືອງແຕ່ຢ່າງໃດ ແຕ່ກໍກາຮຈັດສັລອຳນາຈຮະຫວ່າງກັນໄວ້ຢ່າງລົງຕົວເຊັ່ນ ສຫາຍໄຊສົມພອນ ພົມວິຫານ
ໄດ້ຣັບຕຳແຫນ່ງຣອງປຼະທານສະພາຕົບມືແຫ່ງຊາຕິເພື່ອລໍວັນເວລາຈະກ້າວຂື້ນສູ່ຕຳຫນ່ງປຼະທານສະພາຯ
ໃນອະນາຄົຕ. ສ່ວນສຫາຍສັນຍາຣັກ ພົມວິຫານອີກຄົນນຶ່ງໄດ້ຣັບຍົສພົລຕຼີທີ່ມີອາຍຸນ້ອຍທີ່ສຸດໃນກອງທັພ
ເພື່ອລໍໂອກາສໃນກາຮທີ່ຈະກ້າວຂຶ້ນສູ່ຕຳແຫນ່ງເສນາທິກາຮສູງສຸດຂອງກອງທັພແລະຮັຖມົນຕຼີປ້ອງກັນ
ຊາຕິ.
   ສ່ວນຫຼານຊາຍສຫາຍພູມີ ວົງວິຈິຕອະດີຕທີ່ປຶກສາປຼະທານປຼະເທສເຊັ່ນສຫາຍ ບໍສາຍຄຳ ວົງດາຮາກໍໄດ້
ຣັບຕຳແຫນ່ງ້ປັນຮັຖມົນຕີຼກຼະຊວງພລັງງານແລະບໍ່ແຣ່(ເຈຕໂຫລຍເມື່ອປີຜ່ານມາ)ໃນຂນະທີ່ຜູ່ນ້ອງອີກ
ສຫາຍຄື ສຫາຍບໍວຽງຄຳ ວົງດາຮາກໍໄດ້ຣັບຕຳແຫນ່ງຮັຖມົນຕຼີປຼະຈຳສຳນັກນາຍົກຯທີ່ມີຄວາມໃກ້ຊິດກັບ
ສນິທສນົມກັບສຫາຍບົວສອນ ບຸບຜາວັນນັ້ນກໍເພາະທັງສອງຈົບກາຮສຶກສາມາຈາກອະດີຕສຫະພາບໂຊວຽຕ
ດ້ວຍກັນແລະທາງດ້ານສຫາຍ ບໍແສງແກ້ວ ວົງດາຮານັ້ນກໍຫາຈະໄດ້ຣັບລາກມາເປັນເລຂາທິຫາຮພັຄຯກຼະ
ຊວງຖປລງຂ່າວແລະວັທນະທັມເມື່ອ 2ອາທິຕຍ໌ຜ່ານມາເພື່ອຕຼຽມກ້າວຂຶ້ນສູ່ຕຳແຫນ່ງຮັຖມົນຕຼີກຼະຊວງນີ້ເອງ
ໃນຕົ້ນປີຫນ້າ.
   ນອກຈາກນີ້ຍັງມີລູກຊາຍສຫາຍສມານ ວິຍະເກຕທີ່ຍັງຄົງເປັນກັມກາຮກົຼມກາຮເມືອງພັຄຯຊຸດປັຈຈຸບັນ
ຄືສຫາຍນາມ ວິຍະເກຕນັ້ນກໍໄດ້ຄອງຕຳແຫນ່ງຮັຖມົນຕຼີກຼະຊວງອຸຕສາຫະກັມແລະກາຮຄ້າມາເປັນເວລາ
ເກືອບ 5ປີເຕັມແລ້ວແລະດ້ວຍວ່າເຂົາສຫາຍນີ້ຍັງມີບົທບາທທີ່ໂດດເດັ່ນໃນກາຮເຈຮະຈາຕໍ່ຮອງເພື່ອໃຫ້ລາວ
ໄດ້ເຂົ້າເປັນສມາຊິກຂອງອົງຄ໌ກາຮຄ້າໂລກດ້ວຍແລ້ວຈຶ່ງເຣັດໃຫ້ເຊ່ືອວ່າທາບາທຂອງຜູ່ນຳລາວຄົນນີ້ຈະໄດ້
ຣັບຕຳແຫນ່ງທາງກາຮເມືອງສູງຂຶ້ນເຮື້ອຽໆໂດຍສເພາະສຫາຍນີ້ຮຽນຈົບມັທຍົມສຶກສາຈາກໄທຍແລະເປັນ
ແກວມຸກດາຫາຮແລະ ດຮ.ດົງໂດກເຊັ່ນກັນ.
     ທັງນີ້ໂດຍຫຼັກປຼະກັນສຳຄັນທີ່ສຸດທີ່ຈະໃຫ້ທາຍາທຂອງອະດີຕກຸ່ມກຳອຳນາຈໃນລາວເຫຼົ່ານີ້ສາມາດຈະ
ຄອງອຳນາຈໄດ້ສືບຕໍ່ໄປນັ້ນກໍຄືກາຮເສິມສ້າງຄວາມແຂວງແກ່ງພາຍໃນພັຄຯດ້ວຍກາຮສ້າງສັທທາຂອງ
ປຼະຊາຊົນໃຫ້ມີຕໍ່ກາຮນຳພາຂອງພັຄຯຢ່າງຫມັ້ນຄົງໂດຍສິ່ງທີ່ພັຄຯຖືວ່າຈະເປັນງານຊິ້ນໂບແດງທີ່ທາຍາຕິ
ຂອງອະດີຕຜູ່ນຳທັງຫຼາຍຈະຕ້ອງພິສູຈນ໌ສີມືໃຫ້ປຼະຈັກສ໌ແກ່ສາຍຕາຂອງປຼະຊາຊົນທັງຊາຕິໃຫ້ໄດ້ນັ້ນກໍຄື
ກາຮເຣັດໃຫ້ປຼະຊາຊົນຫຼຸດພົ້ນຈາກຄວາມຍາກຈົນພາຍໃນປີ 2015ຕາມໂຄຊນາໄວ້ແລະກາຮນຳພາປຼະ
ເທສໃຫ້ຫຼຸດພົ້ນຈາກກາຮດ້ອບພັທນາໃຫ້ໄດ້ໃນປີ 2020 ຊຶ່ງຖ້າສາມາດທຳໄດ້ກໍຍ່ອມຫມາຍເຖິງກາຮຢູ່
ລອດຂອງພັຄໂທນຯ. ແຕ່ເທົ່າທີ່ສັງເກຕຜ່ານມາມັນໃກ້ເປັນແຍ້ຫາງກຸດເຂົ້າໄປເຮື້ອຍໆເພາະຊັພຍ໌ໃນດິນ
ສິນໃນນ້ຳມັນໃກ້ຈະຫມົດແລ້ວແລະຕ່າງຊາຕິເຊັ່ນແກວ-ຈີນແລະໄທຍກຳລັງຍາດແຍ່ງຊັພພຍາກອນທັມຊາຕິ
ກຸ່ມກຳອຳນາຈລາວພຽງມືນຕາຣຸບໆຕ່າງຝ່າຍຕ່າງແລ່ນເລັຽກົ້ນແກວ-ຈີນ-ໄທຍ.ຂນະທີ່ນານາຊາຕິໄດ້ມອງ
ເຫັນໄພຍພິບັຕິຈະເກີດຂຶ້ນໃນລາວແລ້ວເວລານີ້.
        ນີ້ແຫຼະຄືທຶສດີໄດໂນເສົາຮ໌ທີ່ກຸ່ມກຳອຳນາຈຮັຖຯຫຸ່ນແກວກຳລັງສ້າງກັນຟົດເດືອດຢູ່ໃນລາວເວລານີ້

No comments:

Post a Comment