Friday, July 27, 2012

                                                 ຈຸດເອຊ່ຽນໃນກາຮແກ້ໄຂບັນຫາທະເລຈີນໃຕ້
                                         ໂດຽ:ນັກວິຈັຍອິສຮະສຫະຮັຖຯ"ອາຈລາມໄປສູ່ຈຸດຮະເບີດ"
                                                      (ຕອນທີ 1) ຕ້ອງ​ມີ​ອັສວິນ​ຂິ່ມ້າ​ຂາວ​ເກີດ​ຂຶ້ນ.
  ກາຮປຼະຊຸມຮັຖມົນຕຼີຕ່າງປຼະເທສເອຊ່ຽນທີ່ກໍຫາຈົບໄປເມື່ອສົດໆຣ້ອນໆເມື່ອບໍ່ນານມານີ້ໄດ້ເຣັດໃຫ້ເອ
ຊ່ຽນເສັຽຫນ້າບໍ່ຫນ້ອຍເນື່ອງຈາກເປັນຄັ້ງແຮກໃນປຼະວັຕິສາສຕຮ໌ເອຊ່ຽນທີ່ປຼະເທສສມາຊິກບໍ່ສາມາດ
ຕົກລົງອອກຖແລງກາຮນ໌ຣ່ວມກັນໄດ້. ແຕ່ຖ້າຍັງຈຳກັນໄດ້ ຄວາມທີ່ບໍ່ລົງລອຍກັນນັ້ນຖືກບົ່ມມາຕັ້ງແຕ່
ກາຮປຼະຊຸມສຸດຍອດເອຊ່ຽນຄັ້ງທີ 20 ທີ່ກຸງພນົມເປັນເມື່ອເດືອນເມສາທີ່ຜ່ານມາ ແມ້ຈະເປັນເຮື້ອງປົກຕິ
ທີ່ສມາຊິກເອຊ່ຽນຈະມີຄວາມເຫັນທີ່ແຕກຕ່າງຫຼືບໍ່ລົງລອຍກັນ ແຕ່ເມື່ອຕ້ອງອອກຖແລງກາຮນ໌ຣ່ວມເອ
ຊ່ຽນມັກຈະອອມຊອມກັນເພື່ອສ້າງເອກພາບໃນສາຍຕາຂອງສື່ແລະປຼະຊາຄົມໂລກໄດ້ຢ່າງປຼະທັບໃຈຢູ່
ສເມີໆ. ສ່ວນໃນຄັ້ງນີ້ສາເຫຕຸທີ່ເອຊ່ຽນບໍ່ສາມາດເຫັນພ້ອງຕ້ອງກັນນັ້ນມາຈາກປຼະເດັນທີ່ແກ້ບໍ່ຕົກຄືເຮື້ອງ
"ຄວາມຂັດແຍ່ງໃນທະເລຈີນໃຕ້"ແລະສາເຫຕຸສຳຄັນມັນເຮິ້ມຕົ້ນຂອງບັນຫານັ້ນຄື:ນະໂຍບາຍບໍ່ແຊກແຊງ
ກິຈກາຮພາຍໃນຂອງກັນແລະກັນ" ຕົ້ນຕໍຜູ່ສເນີຮິເຮິ້ມກໍຄືໄທຍນັ້ນແຫລະທີ່ຖືກແນະນຳມາຈາກຈີນກໍເລີຍ
ເຣັດໃຫ້ເກີດບັນຫາມາໂດຽຕຼອດບໍ່ສາມາດແກ້ໄຂບັນຫາເຫຼືອມລ້ຳຕ່ຳສູງແລະປະຕິຣູປປ່ຽນແປງໃຫ້ເປັນ
ລັດທິດຽວກັນໄດ້.
    ໃນຫຼາຽໆຄັ້ງກາຮປຼະຊຸມເອຊ່ຽນຈົບລົງຖ້າມກາງສຽງວິພາກສ໌ວິຈາຮນ໌ກ່ຽວກັບບັນຫາ"ຄວາມອ່ອນ
ໄຫວ ອ່ອນແອຂອງສຖາບັນເອຊ່ຽນ"ໃນກາຮຈັດກາຮກັບເຮື້ອງຄວາມຂັດແຍ່ງຕ່າງໆທາງກາຮເມືອງພາຍ
ໃນປຼະເທສແລະຮະຫວ່າງປຼະເທສສມາຊິກຢູ່ສເມີໆ.
    ຄວາມຂັດແຍ່ງທີ່ຍາວນານໃນທະເລຈີນໃຕ້ນັ້ນ ບຮູໄນ,ມາເລເຊັຽ,ຟິລິບປິນສ໌ແລະວຽຕນາມຄືສິ່ປຼະເທສ
ສມາຊິກເອຊ່ຽນທີ່ອ້າງສິດທິຖືຄອງພຶ້ນທີ່ບາງສ່ວນຂອງເກາະແລະແນວປຼະກາຮັງໃນທະເລຈີນໃຕ້ ຂນະ
ດຽວກັນຈີນແລະໄຕ້ຫວັນກໍອ້າງສິດທິນີ້ດ້ວຍເຊັ່ນກັນ ໃນບັລດາສິ່ປຼະເທສເອຊ່ຽນ ຟິລິບປິນສ໌ແລະວຽຕ
ນາມຖືເປັນປຼະເທສຄູ່ກໍຮະນີທີ່ເຄີຍມີກາຮປະທະທາງທຫາຮຢ່າງເສັຽເລຶອດເນື້ອກັນກັບຈີນມາແລ້ວຕັ້ງແຕ່
ທົສວັຕິ 1970.
    ໃນປີ 1974 ຈີນໄດ້ຂັບໄລ່ທຫາຮວຽຕນາມໃຕ້ແລະເຂົ້າຄອບຄອງຫມູ່ເກາະພາຮາເຊລສ໌ໃນທະເລຈີນ
ໃຕ້ໄດ້ທັງຫມົດ ປັຈຈຸບັນຮັຖບາລຈີນໃຫ້ອຳນາຈແຂວງຕັ້ງໃຫມ່ໄຫ່ຫນານເປັນຜູ່ສອດສ່ອງດູແລຫມູ່ເກາະ
ເຫຼົ່ານີ້ໃຫ້ພົ້ນຈາກເງື້ອມມືຂອງວຽຕນາມ ຊຶ່ງໃນທາງກັບກັນ ວຽຕນາມຄົງອ້າງສິດທິເຫນືອມຫມູ່ເກາະ
ພາຮາເຊລສ໌ຢູ່ແລະເຫັນວ່າກາຮກຼະທຳຂອງຈີນເປັນສິ່ງບໍ່ຊອບແລະຜິດກົຕຫມາຍ.
   ໃນປີ 1988 ກອງທັພເຣືອຈີນກັບກອງທັພເຣືອວຽຕນາມເກີດຍິງປະທະກັນທີ່ບໍຮິເວນແນວຫິນຈອຫ໌ນ
ສັນເຣັດໃຫ້ຝ່າຍວຽຕນາມເສັຽຊີວິຕ 70 ຄົນ ຕໍ່ມາໃນປີ 1992 ຈີນໄດ້ປຼະກາສຢ່າງແຂງຂັນຜ່ານສະພາ
ຕົບມືແຫ່ງຊາຕິວ່າຈີນມີອະທິປໄຕຍເຫນືອຫມູ່ເກາະແກ່ງທັງຫມົດໃນທະເລຈີນໃຕ້ແຕ່ພຽງຜູ່ດຽວໂດຍ
ທີ່ຮັຖບາລຈີນໃຊ້ແຜນທີ່ໂບຣານຂອງຕົນອ້າງກາຮມີສິດທິຍຶດຄອງ.
    ໃນທົສວັຕິທີ 1990 ຈີນໄດ້ຮຸກພຶ້ນນ້ຳແລະໂຂດຫິນທົ່ວທະເລຈີນໃຕ້ຢ່າງທ້າທາຍ ກອງທັພເຣືອຟິລິບ
ປິນສ໌ພົບວ່າຈີນແອບສ້າງສິ່ງກໍ່ສ້າງບົນຫິນມິສຊີຟ (Mischief Reef) ທີ່ຟິລິບປິນອ້າງສິດທິແລະທັງສອງ
ເຄີຍປະທະກັນບໍຮິເວນໂຂດຫິນໃກ້ເກາະລູຊອນດ້ວຍ ນອກຈາກນັ້ນຈີນຍັງໄດ້ສົ່ງເຣືອສຳຮວຈນ້ຳມັນ
ດິບເຂົ້າໄປໃນນ່ານນ້ຳວຽຕນາມແລະໂລິບປິນສ໌ຢູ່ຫຼາຍຄັ້ງ ບັນຫາຮຸກລ້ຳນ່ານນ້ຳຍັງຄົງເປັນບັນຫາທີ່
ຍັງແກ້ບໍ່ຕົກຈົນເຖິງປັຈຈຸບັນ.

No comments:

Post a Comment