ສ່ວນທາງດ້ານຮາຍງານຂອງອົງຄ໌ກາຮເສຖກິຈເອເຊັຽຈາກຣ່ອງກົງຮາຍງານວ່າ ຍີ່ງໄປກວ່ານັ້ນກາຮ
ພັທນາເສຖກິຈຂອງລາວຕຼອດໄລຍະເວລາກວ່າ 3 ທົສວັຕິມານີ້ຍັງໄດ້ດຳເນີນຄວບຄູ່ໄປກັບກາຮທຳລາຍຊັພ
ພຍາກອນທັມຊາຕິທັງປ່າໄມ້ແລະແຣ່ທາຕຸໄປຢ່າງມາກມາຍທັງຍັງໄດ້ກໍ່ໃຫ້ເກີດບັນຫາມົລພາວະທີ່ສົ່ງຜົລ
ກຼະທົບຕໍ່ຊີວິຕຄວາມເປັນຢູ່ຂອງປຼະຊາຊົນລາວຢ່າງຢ່າງກວ້າງຂວາງໃນເວລານີ້ອີກດ້ວຍ.
ແລະອີກກໍຮະນີນຶ່ງທີ່ຍັງມີກາຮວິພາກສ໌ວິຈາຮນ໌ຫໜັກຫນາສາຫັສແລະກວ້າງຂວາງທັງໃນທີ່ປຼະຊຸມສະ
ພາຕົບມືແຫ່ງຊາຕິນັ້ນຄືກາເຟທີ່ວຽງຈັນທຮ໌ເວລານີ້ກໍຄືກາຮລົງທຶນຂອງກຸ່ມທຸຮະກິຈວຽຕນາມໃນເຂຕພາຄ
ໃຕ້ຂອງລາວທີ່ສົ່ງຜົລກຼະທົບຕໍ່ສິ່ງແວດລ້ອມທັມຊາຕິແລະປຼະຊາຊົນລາວໃນທ້ອງຖິ່ນຢ່າງສາຫັສສກັນໂດຍ
ສເພາະຢ່າງຍິ່ງປຼະຊາຊົນໃນແຂວງເຊກອງ ແລະອັຕປືນັ້ນຍິ່ງຕ້ອງໄດ້ຣັບຜົລກຼະທົບ ຈາກມົລພາວະໃນ
ຕຼອດສາຍນ້ຳເຊກອງດັ່ງທີ່ເຈົ້າຫນ້າທີ່ຮະດັບສູງໃນແຂວງເຊກອງໄດ້ອະທິບາຍເຖິງພາວະທີ່ເປັນຢູ່ເວລານີ້
ນັ້ນກໍຄືຄວາມປ່າເຖື່ອນຂອງແກວທີ່ເຂົ້າມາທຳມາຫາກິນໂດຍບໍ່ເຄົາຮົພກົຕຫມາຍ ເຖິງຈະຮາຍງານໄປຂັ້ນ
ເທິງຫຼາຍຄັ້ງຫຼາຍຫົນແລ້ວ ແຕ່ຜົລອອກມາກໍຍັງບໍ່ປຼາກົຕກໍຍິ່ງເຣັດໃຫ້ແກວກຳເຮີບເຕີບສານຫໜັກຂຶ້ນ
ເພາະຮັຖບາລກາງເປັນຜູ໋ໃຫ້ສິດທິແກ່ພວກແກວເອງໂດຍບໍ່ຜ່ານແຂວງ.
ນອກຈາກນີ້ບັນຫາທີ່ເກີດຂຶ້ນໃນແຂວງເຊກອງແລະອັຕປືດັ່ງກ່າວແລ້ວກໍຍັງມີບັນຫາຈາກກາຮຂຸດ
ກົ່ນແຣ່ທອງຄຳໃນແຂວງຊຽງຂວາງ ກາຮກໍ່ສ້າງຂອງໂຣງງານຫຼອມເຫຼັກ ທອງແດງ ດີບຸກ ສັງກະສີແລະ
ໂປຮແຕສ ໃນແຂວງວຽງຈັນທຮ໌ເອງທີ່ກຳລັງສ້າງຄວາມກັງວົລຢ່າງຫນັກໃຫ້ກັບປຼະຊາຊົນລາວໃນທ້ອງ
ຖິ່ນຢ່າງກວ້າງຂວາງ.
ສ່ວນກາຮຂຸດຄົ້ນທອງຄຳ ທອງແດງທີ່ເມືອງເຊໂປນແລະວີຮະບຸລີໃນແຂວງສວັນເຂຕນັ້ນ ຜູ່ລົງທຶນຈາກ
ຈີນໄດ້ໃຫ້ກາຮຍອມຮັບວ່າກາຮຂຸດຄົ້ນແຣ່ທອງຄຳໃນຕຼອດໄລຍະ 10ປີມານີ້ໄດ້ເປັນຜົລເຣັດໃຫ້ປຮິມານ
ແຣ່ທອງຄຳໃນເຂຕສັມປທານລົດລົງຢ່າງຕໍ່ເນື່ອງແລະຜົລຈາກກາຮສຳຮວຈລ້າສຸດກໍຍັງສາມາດປຼະມານ
ໄດ້ວ່າແຣ່ທອງຄຳໃນເຂຕສັມປທານຄົງເຫຼືອຫນ້ອຍແລະຈະຂຸດຄົ້ນຫມົດພາຍໃນປີ 2013.
ຊຶ່ງໃນນັ້ນຫມາຍຄວາມວ່າ ຖ້າຫາກພາຍໃນປີ 2013 ຍັງບໍ່ທັນມີກາຮສຳຮວຈພົບແຫຼ່ງແຣ່ທອງຄຳແຫ່ງ
ໃຫມ່ກໍຍ່ອມຈະເປັນຜົລເຣັດໃຫ້ເຫມືອງແຣ່ເຊໂປນແລະວີລະບຸລີດັ່ງກ່າວຈະຍັງຄົງເຫຼືອພຽງຜົລຜລິຕຈາກ
ແຣ່ທອງແດງເທົ່ານັ້ນຈາກປີ 2014 ເປັນຕົ້ນໄປເພາະແຣ່ທອງຄຳທີ່ເຫຼືອຢູ່ໃນເວລານີ້ມີປຮິມານພຽງ 65,000
ອອນຊ໌ ໃນປີ 2012ແລະຈະລົດລົງເຫຼືອພຽງບໍ່ເກີນ 60,000 ອອນຊ໌ເທົ່ານັ້ນໃນປີ 2013.
ໃນສເພາະປັຈຈຸບັນປຼະກອບກັບ ຮັຖບາລລາວໄດ້ອະນຸມັຕິສັມປທານກາຮສຳຮວຈແລະຂຸດຄົ້ນແຣ່ທາຕຸ
ໃຫ້ກັບເອກຊົນລາວແລະຕ່າງຊາຕິໄປແລ້ວເຖິງ 184 ບໍຮິສັທທີ່ມີເຂຕສັມປທານໃນກາຮສຳຮວຈແລະຂຸດຄົ້ນ
ແຣ່ທາຕຸຮວມກັນເກີນກວ່າ 300 ໂຄງກາຮດ້ວຍແລ້ວ ຍ່ອມຫມາຍເຖິງໄພຍພິບັຕິທີ່ຄົນລາວທັງຊາຕິຈະຕ້ອງ
ໄດ້ພະເຊິນຢ່າງແສນສາຫັສຍິ່ງຂຶ້ນ..ອັນນີ້ແຫຼະຄນະໂຈຮຫ້າຣ້ອຍ ອ່ານເອົາແຕ່ຜົລກຳໄຮເພາະພວກເຂົາບໍ່
ໄດ້ລົງທຶນ ແລະອີກຢ່າງນຶ່ງຮະດັບຄວາມຣັບຣູ້ທາງດ້ານວິຊາກາຮຍັງໄກ ກາຮທີ່ພວກເຂົາບໍ່ຍອມຣັບຄົນເກ່ງ
ມາບໍຮິຫາຮກໍເພາະຢ້ານມາເປັນນາຍເຂົາແລະຢ້ານມາເຫັນຄວາມດ້ອຍຕ່ຳຕ້ອຍດ້ານວິຊາກາຮຂອງເຂົານັ້ນ
ເອງ..ໂດຍສເພາະກາຮສໍ້ທັງຮາສບັງທັງຫຼວງຕຼອດຜ່ານມາ 37ປີຍິ່ງເຣັດໃຫ້ນານາຊາຕິເຫັນຄວາມຊົ່ວປ່າ
ເຖື່ອນຍິ່ງຂຶ້ນນັ້ນເອງ.
No comments:
Post a Comment