Wednesday, August 1, 2012

ຍິ່ປຸ່ນຊີ້ວ່າ'ທັພຈີນມີບົທເດັ່ນຂອງນະໂຍບາຍຕ່າງປຼະເທສ ເຣັດໃຫ້ເອເຊັຽຕະວັນອອກບໍ່ປອດໄພຍ
   ສຳນັກຂ່າວຕ່າງປຼະເທສສບັບ 7/31/2012 ສມຸດປົກຂາວກຼະຊວງປ້ອງກັນປຼະເທສປຼະຈຳປີຂອງ
ຍິ່ປຸ່ນຮະບຸວ່າກອງທັພຈີນມີບົທບາທຫຼາຍຂຶ້ນໃນກາຮກຳນົດນະໂຍບາຍກາຮຕ່າງປຼະເທສ ຊຶ່ງຖື
ເປັນຄວາມສ່ຽງດ້ານຄວາມຫມັ້ນຄົງຂອງຍິ່ປຸ່ນແລະນອກນັ້ນຍັງເຣັດໃຫ້ບັລດາປຼະເທສໃນຍ່ານເອ
ເຊັຽຕະວັນອອກຕ່າງພາກັນກັງວົລກັບກາຮທີ່ປັກກິ່ງກຳລັງຂຍາຍອິດທິພົລທາງກາຮທຫາຮໃນພູມິ
ພາຄ.
   ໃນສຖານະກາຮນ໌ດ້ານປ້ອງກັນປຼະເທສປຼະຈຳປີສບັບລ້າສຸດທີ່ນຳອອກເຜີຍແພ່ເມື່ອອັງຄານ 31
ກ.ດ.ທີ່ຮະບຸວ່າມີບາງຄົນເຊື່ອວ່າຄວາມສັມພັນທ໌ຮະຫວ່າງກອງທັພປົດແອກປຼະຊາຊົນກັບຄນະຜູ່
ນຳພັຄຄອມຯ"ກຳລັງມີຄວາມກ່ຽວພັນທ໌ກັນຫຼາຍຂື້ນ"ຊຶ່ງຖືເປັນປຼະເດັນສຳຄັນ.
    ຮາຍງາບອກດ້ວຍວ່າຄວາມເປັນໄປໄດ້ທີ່ຮະດັບຂອງອິດທິພົລກອງທັພຈີນຊຶ່ງມີຕໍ່ກາຮຕັດສິນໃຈ
ທາງດ້ານນະໂຍບາຍກາຮຕ່າງປຼະເທສນັ້ນກຳລັງເກີດກາຮປ່ຽນແປງ ແຕ່ວ່າຮາຍງານກໍບໍ່ໄດ້ອະທິ
ບາຍລະອຽດໄປກວ່ານີ້.
   "ສຖານະກາຮນ໌ເຊັ່ນນີ້ຣຽກຣ້ອງໃຫ້ຕ້ອງໃສ່ໃຈໂດຍຖືວ່າເປັນປຼະເດັນບັນຫາທາງດ້ານກາຮບໍຮິຫາຮ
ຈັດກາຮຄວາມສ່ຽງ" ສມຸດປົກຂາວສບັບລ້າສຸດຮາຍງານແລະສມຸດປົກຂາວປ້ອງກັນປຼະເທສສບັບນີ້
ນຳອອກເຜີຍແພ່ໃນຊ່ວງເວລາທີ່ພວກເຈົ້າຫນ້າທີ່ອາວຸໂສ ທີ່ປຶກສາດ້ານຂ່າວກຼອງແລະຜູ່ອຳນວຍກາຮ
ຫນ່ວຍງານທາງທະເລຂອງຈີນອອກມາຣຽກຣ້ອງຢ່າງເປີດເຜີຍຫຼາຍຂຶ້ນໃຫ້ປັກກິ່ງໃຊ້ໄມ້ແຂງຍິ່ງຂຶ້ນໃນ
ກໍຮະນີພິພາທຂັດແຍ່ງເຮື້ອງດິນແດນກັບປຼະເທສອື່ນໆທີ່ອ້າງກັມມາສິດທິທັບຊ້ອນກັບຈີນ.
   ໃນກາຮກ່າວພາດພິງເຖິງຂໍ້ພິພາທເຫຼົ່ານີ້ ຊຶ່ງຮວມເຖິງກາຮໂຕ້ແຍ້ງທີ່ດຳເນີນມາຍາວນານຮະຫວ່າງ
ຈີນ-ຍິ່ປຸ່ນໃນທະເລຈີນຕະວັນອອກ. ມຸມມອງໂຕກຽວໃນຄັ້ງນີ້ກໍຢູ່ໃນທຳນອງດຽວກັບຮາຍງານປີ 2011
ທີ່ຜ່ານມາຊຶ່ງສະແດງຄວາມຍິນດີຕ້ອນຮັບກາຮເພິ້ມບົທບາທຂອງປັກກິ່ງໃນເວທີໂລກ ແຕ່ພ້ອມກັນນີ້
ກໍຕັ້ງຂໍ້ສັງເກຕເຖິງຄວາມເຄື່ອນໄຫວຢ່າງແຂງກຼະດ້າງຫຼາຍຂຶ້ນຂອງຈີນ.
    "ຈີນຣັບມືກັບປຼະເດັນຂັດແຍ່ງຕ່າງໆ ທັ້ງທີ່ກ່ຽວຂ້ອງກັບຍິ່ປຸ່ນແລະກັບປຼະເທສເພື່ອນບ້ານອື່ນໆ
ໃນແນວທາງຊຶ່ງເຣັດໃຫ້ຖືກວິຈາຮນ໌ວ່າ"ແຂງກຼະດ້າງ"ແລະເຣັດໃຫ້ເກີດຄວາມກັງວົລກ່ຽວກັບທິສທາງ
ໃນອະນາຄົຕຂອງຈີນ"​ເຊັ່ນ​ດຽວ​ກັບ​ຮາ​ຍງານ​ສບັບປີ 2011 ຍິ່ປຸ່ນຕັ້ງ​ຂໍ້​ສັງ​ເກຕ​ເຖິງ​ກາ​ຮສ້າງ​ສົມ​ແສນ​
ຍານຸພາບ​ທາງ​ທຫາ​ຮຢ່າງ​ວ່ອງ​ໄວ​ຂອງ​ຈີນ​ໂດຍສ​ເພາະ​ກອງທັພ​ເຣືອ​ແລະ​ເນັ້ນ​ວາງ​ງົບປຼະມານ​ປ້ອງ​ກັນ
ປຼະ​ເທສຂອງ​ຈີນ​ທີ່​ເພິ້ມຂຶ້ນ​ເຖິງ 30 ​ເທົ່າ​ຕົວ​ໃນ​ຊ່ວງ 24ປີຜ່ານມາ.
    ຊາ​ໂຕ​ຊິ ​ໂມ​ຮິ​ໂມ​ໂຕະ ຮັຖມົນຕີຼປ້ອງ​ກັນ​ປຼະ​ເທສຍິ່ປຸ່ນກ່າວ​ໃນ​ກາ​ຮຖ​ແລງ​ຂ່າວ​ເປີດ​ຕົວ​ສມຸດ​ປົກ​ຂາວ
ປ້ອງ​ກັນ​ປຼະ​ເທສສບັບນີ້​ວ່າ​ຫຼາຍ​ປຼະ​ເທສ​ໃນ​ເອ​ເຊັຽຕະວັນ​ອອກ​ຕ່າງຣູ້ສຶກກັງວົລ​ແລະ​ເຝົ້າ​ຕິດຕາມ​ທິສ
ທາງ​ທີ່​ຈີນ​ກຳລັງ​ມຸ້ງ​ຫນ້າ​ໄປ.
   ສຳລັບ​ຝ່າຍ​ຈີນ ສຫາຍ​ເກິ​ງ ຫງຽນ​ເຊິ​ງ ​ໂຄສົກກຼະຊວງ​ປ້ອງ​ກັນ​ປຼະ​ເທສຖ​ແລງ​ຢ້ຳວ່າ ກາ​ຮທີ່​ຈີນ​ປຼັບ
ປຸງ​ກອງທັພ​ໃຫ້​ທັນ​ສມັຍນັ້ນ ດຳ​ເນີນ​ໄປ​ດ້ວຍ​ຄວາມ​ໂປ່​ງ​ໃສ​ແລະ​ບໍ່​ມີ​ເປົ້າ​ຫມາຍ​​ໄປທີ່ປຼະ​ເທສ​ໃດ​ປຼະ​
ເທສນຶ່ງ.
    ຂນະ​ທີ່​ສຫາຍ​ເກິ​ງກໍ​ວິ​ຈາຮນ໌"ຄຳ​ຖ​ແລງ​ທີ່​ຂາດ​ຄວາມຣັບຜິດ​ຊອບ"ຂອງ​ເຈົ້າ​ຫນ້າ​ທີ່​ຍິ່ປຸ່ນທີ່​ບໍ່​ຮະ
ບຸ​ຊື່​ກ່ຽວ​ກັບ​ຫມູ່​ເກາະ​ໃນ​ທະ​ເລ​ຈີນ​ຕະວັນ​ອອກ ຊຶ່ງ​ຈີນ​ກັບ​ຍິ່ປຸ່ນຕ່າງ​ອ້າງ​ກັມມະສິດ​ທິທັບ​ຊ້ອນ​ກັນ​ຢູ່
​ໂດຍ​ທີ່​ພາສາ​ຈີນ​ເອີ້ນ​ຫມູ່​ເກາະ​ນີ້ວ່າຕຽວອີ່ຮ໌ ສ່ວນ​ພາສາ​ຍິ່ປຸ່ນ​ເອີ້ນ​ວ່າ​ເຊ​ນກາ​ກຸ ​ໂຄສົກ​ຈີນ​ຜູ່​ນີ້ຢ້ຳ
ວ່າ ຈີນ​ຈະ​ປົກ​ປ້ອງ​ສິດທິ​ຂອງ​ຕົນ​ເອງ.
    ນອກ​ເຫນືອ​ຈາກ​ກາ​ຮ​ໂຕ້​ແຍ້​ງຍາດ​ຊີງ​ກັມ​ມາ​ສິດທິ​ເຫນືອ​ດິນ​ແດນ​ໃນ​ທະ​ເລ​ຈີນ​ຕະວັນ​ອອກ​ແລ້ວ
​ໃນ​ທະ​ເລ​ຈີນ​ໃຕ້​ກໍ​ເກີດ​ຄວາມ​ຕຶງ​ຄຽດ​ຫຼາຍ​ຂຶ້ນ​ຈາກ​ກາ​ຮທີ່​ປັກ​ກິ່ງ​ອ້າງ​ກັມ​ມາ​ສິດທິ​ໃນ​ບໍ​ຮິ​ເວນ​ດັ່ງ
ກ່າວ​ຢ່າງ​ແຂງ​ຂັນຖ້າມກາງກາ​ຮສຽງ​ຄັດຄ້ານ​ຈາກ​ປຼະ​ເທສ​ເພື່ອນ​ບ້ານ.
    ນັບ​ແຕ່​ປີ​ທີ່​ຜ່ານ​ມາ ​ເດິ​ມພັນ​ໃນ​ທະ​ເລ​ຈີນ​ໃຕ້​ເພິ້ມສູງ​ຂຶ້ນ​ເມື່ອ​ສຫະຮັຖຯ​ປຼະກາສຍຸ​ທສາສຕຮ໌​ແຫ່ງ​
ກາ​ຮກັບ​ຄືນ​ໃຫ້​ຄວາມ​ສຳຄັນ​ແກ່​ເອ​ເຊັຽຮວມທັງ​ກອງທັພສຫະຮັຖຯ​ກໍ​ເນັ້ນ​ຄວາມ​ສົນ​ໃຈ​ແລະ​ທຸ້ມ​ເທ
ຊັພພຍາກ​ອນມາ​ຍັງ​ເອ​ເຊັຽ.
    ​ໃນ​ຂນະ​ດຽວ​ກັນ​ຮາ​ຍງານ​ສມຸດ​ປົກ​ຂາວ​ຍິ່ປຸ່ນສບັບນີ້​ໄດ້​ຢ້ຳ​ເຖິງ​ຄວາມ​ສຳຄັນ​ໃນ​ກາ​ຮ​ເປັນ​ພັນທ໌
ມິ​ຕຮກັບສຫະຮັຖຯ​ໂດຍ​ຊີ້ແຈງວ່າກາ​ຮທີ່​ມີ​ກອງທຫາ​ຮອະ​ເມ​ຮິ​ກັນ​ປຼະຈຳ​ທີ່​ຍິ່ປຸ່ນສາມາດ​ທີ່​ຈະ​ເປັນ
ຕົວ​ປ້ອງ​ປຼາມບໍ່​ໃຫ້​ເກີດ​ກໍ​ຮະ​ນີສຸກ​ເສິນ​ໃນ​ພູມິ​ພາຄ​ແລະ​ຍັງ​ເຣັດ​ໃຫ້​ຫຼາຍ​ປຼະ​ເທສຣູ້ສຶກຫມັ້ນຄົງ​ປອດ
​ໄພ​ຍຫຼາ​ຍຂຶ້ນ.
     ນອກຈາກ​ນີ້​ໃນ​ສມຸດ​ປົກ​ຂາວ​ປ້ອງ​ກັນ​ປຼະ​ເທສສບັບນີ້​ຊຶ່ງ​ເປັນສບັບ​ແຮກ​ທີ່​ຈັດ​ທຳ​ຂຶ້ນ​ຫຼັງ​ຈາກ​
ສຫາຍຄິມ ຈອງ ອຶນ ຂຶ້ນ​ຄອງ​ອຳນາ​ຈ​ໃນ​ເກົາຫຼີ​ເຫນືອ ​ແລະ​ຮະ​ບຸ​ວ່າກາ​ຮທີ່​ຜູ່​ນຳ​ໂສມ​ແດງ​ຄົນ​ໃຫມ່
ສານ​ຕໍ່​ຍຸ​ທສາສຕຮ໌ກາ​ຮ​ເປັນ​ມຫາ​ອຳນາ​ຈນິວ​ເຄລັຽຮ໌​ເຣັດ​ໃຫ້​ປຽງ​ຢາງ​ຍັງ​ຄົງ​ເປັນ​ໄພ​ຍຄຸກ​ຄາມ​ສຳ
ຄັນ​ຕໍ່​ຄວາມ​ຫມັ້ນຄົງ​ຂອງ​ຍິ່ປຸ່ນ.
    ​ໃນ​ຂນະ​ນັກວິຊາກາ​ຮດ້ານ​ຄວາມ​ຫມັ້ນຄົງ​ພູມິ​ພາຄ​ເອ​ເຊັຽຫຼາຍ​ຄົນ​ກ່າວຣຽກຣ້ອງ​ໃຫ້​ຍິ່ປຸ່ນພັທ
ນາ​ແນ​ຍານຸພາບ​ທາງ​ທຫາ​ຮ​ໃຫ້​ທັດ​ທຽມ​ກັບ​ຈີນ​ແລະ​ເກົາຫລີ​ເຫນືອ​ແລະ​ສຫະຮັຖຯ​ແລ້ວ​ຫັນ​ມາ
ສ້າງ​ວົງ​ໄພ​ບູລຍ໌​ແຫ່ງ​ເອ​ເຊັຽບູຮະ​ພາ​ອີກ​ຄັ້ງ ​ເພື່ອ​ດຸລຍະ​ພາບ​ທາງ​ທຫາ​ຮກັບ​ຈີນ.
       
   

No comments:

Post a Comment