Tuesday, August 7, 2012

ຮັຖບາລຫຸ່ນຜເດັຈກາຮລາວຫຼືຮາຊວົງແຫ່ງຮັຖຊຸດປັຈຈຸບັນ??
                (ສືບຕໍ່ຮາຍງານຊຸດກ່ອນ)
ສ່ວນທີ່ພໍຈະຖືໄດ້ວ່າເປັນກາຮເຄື່ອນໄຫວທີ່ໂດດເດັ່ນໃນນາມຂອງພັຄຯທີ່ປຼະຊາຊົນລາວໄດ້ມີໂອກາສຣັບ
ຣູ້ຈາກສື່ກຼະບອກສຽງທັງຫຼາຍຂອງພັຄແລະຮັຖບາລຫຸ່ນທັງສິ້ນນັ້ນກໍຄືຊ່ວງປາຍເດືອນມີນາຄົມປີຜ່ານມາ
ທີ່ ສຫາຍ ດຮ.ຄຳເຜີຍໄດ້ຣັບໂອກາສເປັນຫົວຫນ້າຄນະຜູ່ແທນຂອງສູນຍ໌ກາງພັຄຯເດີນທາງໄປຢ້ຽມ
ຢາມປຼະເທສຈີນຕາມຄຳເຊີນຂອງສູນຍ໌ກາງພັຄຄອມຯຈີນຢ່າງເປັນທາງກາຮ ແຕ່ຫຼັງຈາກນັ້ນເປັນຕົ້ນມາ
ກໍຖືກແທນທີ່ດ້ວຍກຼະແສຂ່າວກາຮປົດສຫາຍ ດຮ.ຄຳເຜີຍອອກຈາກຕຳແຫນ່ງພາຍໃນພັຄເຮື້ອຍມາຈົນ
ເຖິງປັຈຈຸບັນ..ນີ້ແຫຼະຄອມຯຮັຖຯສາມາດຖອດຖອນປົດຜູ່ແທນຄົນໃດກໍໄດ້ບໍ່ກ່ຽງວ່າປຼະຊາຊົນຈະເລືອກ
ມາໃຫ້ເປັນຕົວແທນກໍຕາມແລະປຼະເທສທີ່ກຸ່ມກຳອຳນາຈຮັຖມັກໃຫ້ໄປລ້ວນແຕ່ແມ່ນປຼະເທສເຈົ້າຫນີ້ທີ່ເປັນ
ປຼະເທສສັງຄົມຄອມຯໃນຮະບອບດຽວກັນເທົ່ານັ້ນ ສຳລັບປຼະເທສໂລກເສຮີແລ້ວບໍ່ມີໂອກາສ ພວກເຂົາຈຶ່ງ
ກາຍເປັນກົບໃນນ້ຳສ້າງຕຼອດຜ່ານມາ 37ປີ.
   ແຕ່ຢ່າງໃດກໍຕາມສຫາຍນາງວຽງທອງ ກໍບໍ່ແມ່ນລູກຫຼານຜູ່ນຳຄົນທຳອິດທີ່ໄດ້ຣັບກາຮສນັບສນຸນສົ່ງເສີມ
ແຕ່ປຼະກາຮໃດ ແຕ່ຫາກໄດ້ມີກາຮປຼະກາສແຕ່ງຕັ້ງຜູ່ດຳຮົງຕຳແຫນ່ງທາງກາຮເມືອງຮະດັບຮັຖມົນຕຼີຊ່ອຽ
ຂອງກຼະຊວງຕ່າງໆມາແລ້ວບໍ່ຫນ້ອຍ ທີ່ຖືເປັນກາຮຕອກຢ້ຳເຖິງກາຮສົ່ງຕໍ່ອຳນາຈທາງກາຮເມືອງຈາກລຸ້ນ
ພໍ່ແມ່ໄປສູ່ລຸ້ນລູກຫຼານຂອງບັລດາຄົນສຳຄັນຂອງພັຄໂທນ ມີທັງທີ່ເສັຽຊີວິຕໄປແລ້ວແລະທີ່ຍັງມີຊີວິຕຢູ່ຢ່າງ
ຊັດເຈນ..ແລະຍັງຖືເປັນຄວາມພຍາຍາມທີ່ຈະຣັບປຼະກັນວ່າທຶນສັງຄົມນິຍົມພາຽໃຕ້ກາຮຜູກຂາດອຳນາຈ
ໂດຍພັຄໂທນນັ້ນຍັງມີຄວາມມັ່ງຄັ່ງສືບຕໍ່ໄປຢ່າງວັທນາຖາວອນນັ້ນເອງ.
    ແລະໃນກາຮແຕ່ງຕັ້ງຄັ້ງນັ້ນໄດ້ປຼາກົຕຮາຍຊື່ລູກຫຼານຂອງຜູ່ນຳຄົນສຳຄັນຂອງພັຄໂທນຫຼາຍຄົນທີ່ໄດ້
ກ້າວສູ່ຕຳແຫນ່ງຮັຖມົນຕຼີເຊັ່ນ ສຫາຍສັນຕິພາບ ພົມວິຫານລູກສຫາຍໄກສອນ ພົມວິຫານກໍໄດ້ຣັບແຕ່ງ
ຕັ້ງເປັນຮັຖມົນຕຼີກຼະຊວງກາຮເງິນເພື່ອເປີດທາງໃຫ້ສຫາຍ ອັດສະພັງທອງ ສີພັນດອນ ລູກສຫາຍຄຳໄຕ
ທີ່ກ້າວສູ່ຕຳແຫນ່ງຫົວຫນ້າກຼົມພາສີຢ່າງເຕັມຕົວໃນຂນະທີ່ ສຫາຍສຸພາໄຊ ສຸພານຸວົງລູກສຸພານຸວົງກໍໄດ້
ຣັບຕຳແຫນ່ງຮັຖມົນຕຼີຊ່ອຍກຼະຊວງພລັງງານແລະບໍ່ແຣ່ພ້ອມທັງສຫາຍ ອິລາວັນ ແກ້ວບຸນພັນເອງກໍໄດ້ຂຶ້ນ
ສູ່ຕຳແຫນ່ງ ຮມຕ.ຊ່ອຍກະຊວງສາທາຮນະສຸຂດັ່ງນີ້ເປັນຕົ້ນ.
    ເຫຕຸກາຮນ໌ລາກຕັ້ງຕ່າງໆເຫຼົ່ານີ້ຖືເປັນວາຮະປົກຕິຂອງກຸ່ມກຳອຳນາຈຜເດັຈກາຮລາວຢູ່ແລ້ວບໍ່ແມ່ນ
ເຮື້ອງກໍຫາເກີດ ຊຶ່ງຈະເຫັນໄດ້ຈາກທີ່ປຼະຊຸມສມັຍສາມັນຄັ້ງປະຖົມລືກຂອງສະພາຕົບມືແຫ່ງຮັຖຯຊຸດທີ 7
ຜ່ານກາຮລາກຕັ້ງມາເມື່ອ 30 ເມສາ 2011ທີ່ມີມະຕິດ້ວຍສຽງຂ້າງມາກເພື່ອລາກເອົາສຫາຍຈຸມມະລີ ໄຊຍ
ສອນມາເປັນປຼະທານປຼະເທສລາວຕໍ່ອີກສມັຍນຶ່ງຕາມຄາດຫມາຍເມື່ອ 15 ມິຖຸນາ 2011.
    ສຫາຍຈູມມະລີ ຖືວ່າເປັນຜູ່ນຳສູງສຸດຄົນທີ 3 ທີ່ໄດ້ຄວບຕຳແຫນ່ງດັ່ງກ່າວໃນເວລາດຽວກັນຊຶ່ງຫມາຍ
ເຖິງໂອກາສທີ່ຈະຍັງຄົງຢູ່ໃນອຳນາຈສູງສຸດນີ້ຕໍ່ໄປອີກນານຖ້າຫາກບໍ່ຕົກຕັ່ງຕາຍເສັຽກ່ອນເພາະກາຮທີ່
ຄອງອຳນາຈສູງສຸດທັງຂອງພັຄຯແລະຮັຖເຊັ່ນນີ້ຍັງຫມາຍເຖິງໂອກາສທີ່ຈະເສີມສ້າງອຳນາຈໃນທາງ
ກາຮເມືອງຂອງຕົນໃຫ້ມີຄວາມແຂງແກ່ງຍິ່ງຂຶ້ນໄປໄດ້ດ້ວຍໃນເວລາດຽວກັນ.
     ແຕ່ຫຼາຍສຫາຍໃນສູນຍ໌ກາງພັຄຯໂທນຕ່າງກໍຍັງສົງໃສຢູ່ບໍ່ຫນ້ອຍ ແຕ່ຄົງບໍ່ມີບັນຫາເພາະຍັງມີ
ສຫາຍຄຳໄຕ ສີພັນດອນແລະຜົລປຼະໂຍຊນ໌ຂອງແກວຍັງດຳຮົງຕໍ່ໄປຢູ່ຄົງໄດ້ຕາຍເຖົ້າແບບສຫາຍຄຳ
ໄຕ ບໍ່ດັ່ງນັ້ນອາຈຕາຍກ່ອນວັຍເຊັ່ນສຫາຍສຸພານຸວົງແລະສຫາຍໄກສອນ ພົມວິຫານຫາກຂັດໃຈແກວ
ແລະໃນຍຸຄນີ້ຍິ່ງສາຫັສເພາະແກວກັບຈີນສ້າງອິດທິພົລຍາດແຍ່ງຜົລປຼະໂຍຊນ໌ກັນໃນລາວແລະສ່ວນ
ພູມິພາຄຢ່າງເອົາເປັນເອົາຕາຍດ້ວຍແລ້ວ ຊີວິຕຂອງສຫາຍຈຸມມະລີກໍຍັງບໍ່ແນ່ດອກນາຍ?

No comments:

Post a Comment