Saturday, August 4, 2012

      ວິເຄາະຫ໌ຈາກຍຸທສຶກສາເອເຊັຽຕະວັນອອກສຽງໃຕ້
                                       (ພາຄທີ 1)
ເມື່ອພວກເຂົາກຳຈັດຮາຊວົງລ້ານຊ້າງຣົ່ມຂາວລົງໂດຍສາຍເຈົ້າວັງຫນ້າຄື,ເພັຊຮາຊ,ສຸວັນພູມມາ,ສຸພານຸ
ວົງແລ້ວ ຕຼະກຸລວັງຫນ້າເລີຍຖືກແກວ-ໄທຍຈັບຫົວມຸດດິນຕາຍກ່ອນກຳນັດວັຍທັງສິ້ນ.
ໃນເຮື້ອງນີ້ສຫາຍຜເດັຈກາຮລາວຈະຕັດສິນໃຈຕາມກົ້ນແກວ-ຈີນ,ສຍາມຢ່າງໃດນັ້ນສຸດແລ້ວແຕ່ຫຼືຄິດວ່າ
ຊາຕິເຫຼົ່ານັ້ນເປັນຍາຕິໂກໂຫຕິກາຂອງພວກສຫາຍ!!ແລະກາຮສຖາປນາຮາຊວົງໃຫມ່ຂອງພວກສຫາຍ
-ຮາຊວົງສີພັນດອນຂຶ້ນແທນ ຮາຊວົງຈຳປາສັກ ຊຶ່ງມີອຳມາຕຕ໌ດັ່ງນີ້
  -ຫົວຫນ້າອະມາຕຕ໌:ສຫາຍສມານ ວິຍະເກຕ,ສຫາຍຈູມມະລີ ໄຊຍະສອນ,ຕະກຸລພົມວິຫານ,ຕະກຸລພູມ
    ສຸວັນ,ພົລເສນາ,ຕະກຸລ ບຸຕດາຄຳ,ຕະກຸລ ຫອມສົມບັຕິ,ພົມຈັນທຮ໌
-ສຫາຍສີສະຫວາດ ແກ້ວບຸນພັນ ສຖາປນາຂຶ້ນແທນຮາຊວົງເມືອງພວນ ຊຶ່ງມີອະມາຕຕ໌ຊາຕິຕະກຸລຮັບໃຊ້
ດັ່ງນີ້:
  -ຫົວຫນ້າອຳມາຕຕ໌ໃຫຍ່ ອາຊ່າງ ເລົາລີ,ປານີ ຍາທໍຕູ,ລໍວັນໄຊ,ຕະກຸລເລັ່ງສວັດ,ວົງວິຈິຕ,ບຸບຜາ,ສຸພານຸວົງ
   ຕະກຸລ ວົງດາຮາ.
    ດັ່ງນັ້ນເມື່ອ 7/20/2012 ຈຶ່ງມີຮາຍງານຊອດອອກມາໃຫ້ເຫັນເຖິງກາຮຕຼຽມກາຮໄວ້ກຸມອຳນາຈຕຼອດກາລ
ຂອງຮາຊວົງເມືອງພວນແລະຮາຊວົງຈຳປາສັດດັ່ງນີ້:
   ທີ່ປຼະຊຸມສະພາຕົບມືແຫ່ງຊາຕິພາຍໃຕ້ ກາຮເປັນປຼະທານຂອງສຫາຍນາງປານີ ຍາທໍຕູ່ຈຶ່ງມີມະຕິລາກຕັ້ງ
ໃຫ້ສຫາຍນາງວຽງທອງ ສີພັນດອນລູກສາວສຫາຍຄຳໄຕເປັນປຼະທານອົງຄ໌ກາຮຕຼວຈສອບແຫ່ງຮັຖຄົນ
ໃຫມ່ແທນສຫາຍບົວສີ ລໍວັນໄຊໃນຮະຫວ່າງກາຮປຼະຊຸມສມັຍສາມັນຄັ້ງທີ 3 ຊຶ່ງຖ້າຫາກບໍ່ຄິດໃຫ້ປວດຫົວ
ຕໍ່ກໍຮະນີດັ່ງກ່າວຍ່ອມຈະເຫັນເປັນເຮື້ອງປົກຕິທັມດາທີ່ຈະຕ້ອງມີກາຮປ່ຽນແປງຕົວບຸຄຄົລໃນຕຳແຫນ່ງ
ຕ່າງໆຫຼືປ່ຽນກັນກິນກໍໄດ້ເມື່ອຄົບວາຮະໂດຍສຳລັບກໍຮະນີນີ້ຄື ສຫາຍບົວສີ ລໍວັນໄຊນັ້ນຢູ່ໃນຕຳແຫນ່ງ
ນີ້ມາແລ້ວ 5ປີນັ້ນເອງ.
    ແຕ່ທີ່ຕ້ອງຖືວ່າເປັນເຮື້ອງທີ່ບໍ່ແມ່ນທັມດາສຳລັບກໍຮະນີນີ້ກໍຄືຜູ່ທີ່ໄດ້ຣັບລາກຕັ້ງມາໃຫມ່ຄັ້ງນີ້ບໍ່ແມ່ນບຸຄ
ຄົລທັມດາໆ ຫາກແຕ່ແມ່ນລູກສາວສຫາຍຄຳໄຕຮາຊວົງຈຳປາສັກຜູ່ທີ່ຢູ່ໃນຕຳແຫນ່ງນານທີ່ສຸດ 14ປີ.
   ແຕ່ແນ່ນອນສຫາຍວຽງທອງກໍບໍ່ແມ່ນຄົນຫນ້າໃຫມ່ໃນກາຮເມືອງຜເດັຈກາຮຫຸ່ນລາວເພາະກ່ອນຫນ້າ
ທີ່ພໍ່ສຫາຍນາງຈະວາງມືອຳນາຈສູງສຸດນັ້ນສຫາຍວຽງທອງກໍໄດ້ຣັບລາກຕັ້ງໃຫ້ດຳຮົງຕຳແຫນ່ງເປັນຮັຖ
ມົນຕຼີຊ່ອຍກຼະຊວງກາຮເງິນຢູ່ແລ້ວ ແຕ່ວ່າຍັງບໍ່ທັນອິ່ມ ກາຮຣັບຕຳແຫນ່ງໃຫມ່ໃນຖານະປຼະທານອົງຄ໌
ກາຮກວດສອບແຫ່ງຮັຖໃນຄັ້ງນີ້ຕ່າງຖືກມອງວ່າເປັນກາຮກ້າວກຼະໂດດໃນທາງກາຮເມືອງຈົນເກີນໄປ
ດ້ວຍເຫຕຸນີ້ຈຶ່ງໄດ້ຮັບສຽງສນັບສນຸນຈາກສມາຊິກສະພາຕົບມືພຽງ 106 ສຽງຈາກຈຳນວນສມາຊິກທັງ
ຫມົດ 132 ສຫາຍທັ້ງໆທີ່ທັມນຽມປະຕິບັຕິທີ່ເປັນຈິງຂອງສະພາຕົບມືແຫ່ງຊາຕິນັ້ນຈະລົງມະຕິສຽງເປັນ
ເອກສັນທ໌ມາໂດຽຕຼອດ.
    ຍິ່ງເມື່ອປຼະກອບກັບກາຮປຼະຊຸມສະພາຕົບມືໃນຄັ້ງນີ້ກໍດຳເນີນໄປໃນຖ້າມກາງກຼະແສຂ່າວທີ່ຊ່າລືຫນາ
ຫູວ່າ ສຫາຍ ດຮ.ຄຳເຜີຍ ປານມາລັຍທອງ ສມາຊິກສະພາຕົບມືຈາກເຂຕວຽງຈັນທຮ໌ໄດ້ຖືກປົດຈາກຕຳ
ແຫນ່ງກັມກາຮສູນຍ໌ກາງພັຄແລະປຼະທານສຖາບັນວິທຍາສາສຕຮ໌ສັງຄົມແຫ່ງຊາຕິໂດຍຍັງຄົງເຫຼືອພຽງ
ຕຳແຫນ່ງສມາຊິກສະພາຕົບມືເທົ່ານັ້ນດ້ວຍແລ້ວ ກໍຍິ່ງກໍ່ໃຫ້ເກີດກຼະແສວິພາກສ໌ວິຈາຮນ໌ກາຮລາກຕັ້ງລູກ
ສຫາຍຄຳໄຕຫຼືລູກຜູ່ນຳຄົນອື່ນໆດັ່ງຂຶ້ນທົ່ວລາວ.
    ເຖິງແມ່ນວ່າຍັງບໍ່ທັນທີທ່າທີຖແລງກາຮນ໌ຈາກສູນຍ໌ກາງພັຄໂທນກ່ຽວກັບກຼະແສດັ່ງກ່າວກໍຕາມແຕ່
ສຳລັບສັງຄົມລາວພາຍໃນແລ້ວຕ່າງກໍຍັງເຊື່ອວ່າກຼະແສຂ່າວທີ່ວ່ານີ້ໄດ້ເກີດຂຶ້ນຈິງແລະກໍເຊື່ອດ້ວຍວ່າ
ສາເຫຕຸທີ່ຕ້ອງໄດ້ປົດ ດຮ.ຄຳເຜີຍອອກຈາກຕຳແຫນ່ງໃນພັຄກໍເພາະສຫາຍຜູ່ຊຶ່ງເປັນປັນຍາຊົນດ້ານ
ເສຖສາສຕຮ໌ກາຮເມືອງຈາກອະດີຕໂຊວຽຕນັ້ນໄດ້ສແດງຄວາມຄິດເຫັນຕໍ່ທີ່ປຼະຊຸມສະພາຕົບມືຄັ້ງກ່ອນ
(ທັນວາ 11)ໄປໃນທາງກາຮວິພາກສ໌ວິຈາຮນ໌ເຖິງຄວາມຄວາມຜິດພາດຂອງພັຄໃນກາຮພັທນາກາຮສຶກ
ສາແຫ່ງຊາຕິນັ້ນເອງ.
    ຢ່າງໃດກໍຕາມສຫາຍຄຳເຜີຍກໍຍັງໄດ້ມີໂອກາສເຂົາຣ່ວມກອງປຼະຊຸມສມັຍສາມັນຄັ້ງທີ 3 ຂອງສະພາ
ຕົບມືໃນຄັ້ງຫລ້າສຸດຕາມປົກຕິ ແຕ່ທີ່ແຕກຕ່າງໄປຈາກກາຮປຼະຊຸມຄັ້ງກ່ອນກໍຄືກາຮປະຕິບັຕິຫນ້າທີ່ໃນ
ຖານະສມາຊິກສະພາຕົບມືທີ່ໄດ້ຣັບຄະແນນສຽງຫຼາຍສຸດຈາກຊາວວຽງຈັນທຮ໌ໃນກາຮເລືອກຕັ້ງຜ່ານມາ
ນັ້ນກໍຄືໂອກາສກາຮສະແດງຄວາມຄິດເຫັນຕໍ່ທີ່ປຼະຊຸມສະພາຄັ້ງນີ້ນັ້ນເອງ..ຫາກເປັນໂລກເສຮີປຼະຊາຊົນ
ຜູ່ມີສິດທິເລືອກຕັ້ງສາມາເຣໂຮລຸກປຼະທ້ວງສນັບສນຸນຜູ່ແທນຂອງເຂົາໄດ້ ແຕ່ໂລກຄອມຯຕາຍລູກດຽວ
ເພາະປຼະຊາຊົນສິດທິເທົ່າກັບສູນຍ໌ເພາະອຳນາຈສູງສຸດຂຶ້ນຢູ່ກັບຮະບົບພັຄໂທນ,ເລຂາທິກາຮຂອງພັຄພຽງ
ຄົນດຽວນັ້ນເອງ.
                                (ເຊີນຕິດຕາມພາຄ 2)

No comments:

Post a Comment