Thursday, August 2, 2012

ເຍົາວຊົນລາວຜູ່ທີ່ເກີດມາໃນຊ່ວງປີ 1970 ພັຄ-ຮັຖຫຸ່ນໄດ້ສ້າງຄຮູອາຈາຮນ໌ສອນໃຫ້ເປັນນົກແກ້ວ ຕັດອັຄ
ຮະວັຍກອນປ່ຽນແປງວິຖີກາຮສຶກສາຂອງລາວທັງຊາຕິ..ປຼະຊາຊົນລາວທົ່ວປຼະເທສກໍເລີຍກາຍເປັນນົກ
ແກ້ວກຳລັງຫັດປາກເພາະພວກເຂົາເອງກໍເຊັ່ນດຽວກັນບໍ່ວ່ານັກຮົບ ນັກກາຮເມືອງທີ່ອ້າງຕົນເອງເປັນນັກ
ປະຕິວັຕິນັ້ນເປັນພຽງກ່າວຕາມຫຼັງກຸ່ມຂາຍຊາຕິສຸພານຸວົງ,ຫນູຮັກ ພູມສວັນ,ສມານ ວິຍະເກຕແລະພູມີ
ວົງວິຈິຕ ຊຶ່ງຄົນທັງຫມົດລ້ວນແຕ່ຕ້ອງຫາຄະດີຫອບເງິນເດືອນພນັກງານຮັຖໂຕນເຂົ້າປ່າໄປອາໃສແກວ
ດັ່ງນັ້ນພວກເຂົາຈຶ່ງກາຍເປັນຫນິແກວເກົ້າຊົ່ວໂຄຕຮແລະຍອມເອົາແຜ່ນດິນຜືນນີ້ໄປໃຫ້ແກວຄອບຄອງ
ແລະເຂົ້າມາຂົນຂວາຍເອົາຊັພພຍາກອນທັມຊາຕິຂອງລາວແລະຂນະດຽວກັນປຼະເທສລາວເລີຍກາຍໄປ
ເປັນປຼະເທສອະນານິຄົມແບບໃຫມ່ຂອງແກວ.
   ໃນຂນະດຽວກັນ 8 ເຂື່ອນໃນຈີນຈະເຣັດໃຫ້ແມ່ນ້ຳຂອງກາຍເປັນພຽງຣ່ອງນ້ຳໃນອະນາຄົຕ ປຼະເທສທີ່
ລໍຄວາມຕາຍຫາກຈີນຈະທຳລາຍຫຼືບີບຕໍ່ຮອງທາງກາຮເມືອງປຼະເທສຫຼັງ 4 ເຂື່ອນຈີນຕ້ອງຕົກເປັນເບັ້ຽ
ລ່າງຢ່າງຫຼີກລ້ຽງບໍ່ໄດ້.
   ທັງນີ້ເພາະເຂື່ອນຂນາດໃຫຍ່ທັງ 4 ແຫ່ງນີ້ຈະຕ້ອງເກັບນ້ຳໄວ້ໃນປຮິມານຮວມຫຼາຍກວ່າ 17,600 ລ້ານ
ລູກບາສກ໌ເມຕຮ ຊຶ່ງຖືໄດ້ວ່າບໍ່ຫຼາຍປານໃດ ຖ້າຫາກເປັນໃນຊ່ວງນ້ຳມາກຂຶ້ນ ແຕ່ບັນາສຳລັບໃນຊ່ວງເວ
ລານີ້ຢູ່ທີ່ວ່ານ້ຳທີ່ຫລໍ່ລ້ຽງແມ່ນ້ຳຂອງສ່ວນໃຫຍ່ມາຈາກກາຮລະລາຍຂອງຫິມະຂອງພູເຂົາຫິມະລັຍທີ່ທິ
ເບຕເທົ່ານັ້ນ ແຕ໋ຫາກເມື່ອມີເຂື່ອນຂນາດໃຫຍ່ເຖິງ 4 ແຫ່ງມາຂວາງກັ້ນເພື່ອກັກເກັບນ້ຳ ໄວ້ເພື່ອຜລິຕ
ກຼະແສໄຟຟ້າແລະເພື່ອສນອງນ້ຳໃຫ້ກັບກາຮກະເສຕຮໃນຈີນເປັນດ້ານຫຼັກ ຮວມທັງຍັງຕ້ອງມີກາຮກັກ
ເກັບນ້ຳໄວ້ເພື່ອຫລໍ່ລ້ຽງຕົວເຂື່ອນເພື່ອບໍ່ໃຫ້ເກີດກາຮແຕກແຫງດ້ວຍນັ້ນຈຶ່ງເຣັດໃຫ້ກາຮໄຫລຂອງນ້ຳ
ທີ່ມາຈາກກາຮລະລາຍຂອງຫິມະດັ່ງກ່າວຈະສາມາດໄຫລລົງມາສູ່ເຂຕຕອນລ່າງໄດ້ກໍຕໍ່ເມື່ອມີກາຮປ່ອຽ
ນ້ຳອອກຈາກເຂື່ອນໃນຈີນເທົ່ານັ້ນ.
    ຢ່າງໃດກໍຕາມທາງກາຮຈີນມັກຈະກ່າວຕອບໂຕ້ກາຮກ່າວຫາມາຕຼອດວ່າບໍ່ເປັນຄວາມຈິງທີ່ເຂື່ອນ
ຂນາດໃຫຍ່ຂອງຈີນນັ້ນຄືຕົ້ນເຫຕຸຂອງໄພຍແລ້ງໃນເຂຕຕອນລ່າງຂອງແມ່ນ້ຳຂອງເພາະປຮິມາຕຮນ້ຳ
ທີ່ໄຫລຈາກເຂຕຈີນລົງສູ່ແມ່ນ້ຳຂອງທັງສາຍນັ້ນຄິດເປັນສັດສ່ວນພຽງ 16% ຂອງປຮິມາຕຮນ້ຳທັງຫມົດ
ຕຼອດປີເທົ່ານັ້ນ.(ຟັງຈີນຕອບໂຕ້ແລ້ວເປັນແນວໃດ ພວກສຫາຍສມອງຫມາ??ປັນຍາຄວາຍ).ພວກມັນ
ກ່າວແບບນັກເລງແລະດູຖູກວ່າພວກສຫາຍຄິດໄລ່ເລຂບໍ່ເປັນນັ້ນແຫລະ!!
    ແລະຍິ່ງໄປກວ່ານັ້ນ ທາງກາຮຈີນຍັງເນັ້ນຢ້ຳດ້ວຍວ່າເຂື່ອນໃນຈີນສາມາດທີ່ຈະຊ່ອຍບັລເທົາໄພຍ
ແຫ້ງແລ້ງແລະໄພຍນ້ຳຖ້ວມໃຫ້ກັບເຂຕຕອນລ່າງອີກຕ່າງຫາກເພາະເຂື່ອນໃນຈີນສາມາດທີ່ຈະກັກ
ເກັບນ້ຳໄວ້ໄດ້ໃນປຮິມາຕຮຫຼາຍໆໂດຍບໍ່ປ່ອຍນ້ຳລົງມາຍັງເຂຕຕອນລ່າງໃນຮະດູນ້ຳມາກ ສ່ວນໃນ
ຮະດູແລ້ງກໍຍັງຈະສາມາດປ່ອຍລົງສູ່ເຂຕຕອນລ່າງໄດ້ເພາະສນັ້ນເຂື່ອນໃນຈີນຈຶ່ງມີຜົລປຼະໂຍຊນ໌ຕໍ່
ເຂຕລ່າງຫຼາຍກວ່າຜົລກຼະທົບດ້ານລົບ..ອັນນີ້ກໍສແດງໃຫ້ເຫັນວ່າເຂຕຕອນລ່າງໄພຍນ້ຳຖ້ວມທີ່ຜ່ານ
ມານັ້ນກໍຄືກາຮປ່ອຍນ້ຳທຳລາຍພືຊພັນທ໌ທັນຍາຫາຮຂອງປຼະເທສທີ່ຢູ່ຕອນລ່າງຂອງຈີນຢ່າງແນ່ນອນ.
    ຢ່າງໃດກໍຕາມສະພາບຂອງຮະດັບນ້ຳທີ່ລົດລົງຢ່າງຫນ້າຕົກໃຈໃນເຂຕຕອນລ່າງແມ່ນ້ຳຂອງເວລານີ້
ກໍອາຈສາມາດນຳມາກ່າວລົບລ້າງເຖິງສັພຄຸນດັ່ງກ່າວຂອງເຂື່ອນໃນຈີນໄດ້ເປັນຢ່າງດີ ເຖິງແມ່ນວ່າຈົນ
ເຖິງທຸກວັນນີ້ຈະຍັງຄົງບໍ່ມີໃຜສາມາດທຳກາຮສຶກສາຫາຄວາມຈິງມາໂຕ້ແຍ້ງແລະຖົກຖຽງກັບຈີນບໍ່
ທັນໄດ້ກໍຕາມ..
    ແຕ່ຕ້ອງບໍ່ລືມວ່າທາງກາຮຈີນບໍ່ໄດ້ມີພຽງເຂື່ອນຂນາດໃຫຍ່ 4 ເຂື່ອນທີ່ວ່ານີ້ເທົ່ານັ້ນ ຫາກຍັງໄດ້ວາງ
ເປົ້າຫມາຍທີ່ຈະກໍ່ສ້າງເຂື່ອນຂນາດໃຫຍ່ບົນແນວແມ່ນ້ຳຂອງໃນເຂຕຈີນເພຶ້ມຂຶ້ນອີກ 4 ໂຄງກາຮເປັນຢ່າງ
ຕ່ຳເພື່ອເຣັດໃຫ້ສາມາດຜລິຕກຼະແສໄຟຟ້າໃຫ້ໄດ້ຮວມກັນເຖິງ 25,000 ເທກກະວັຕຕ໌ອີກດ້ວຍ.
     ເຂື່ອນຂນາດໃຫຍ່ທີ່ຈີນກຳລັງສ້າງຂຶ້ນເວລານີ້ຄືເຂື່ອນ ນູຈ້າດູ້ ຊຶ່ງສາມາດກັກນ້ຳໄວ້ໄດ້ປຮິມາຕຮຮວມ
ບໍ່ຕ່ຳກວ່າ 40,000 ລູກບາສຕ໌ເມຕຮຫຼືຫຼາຍກວ່າປຮິມາຕຮນ້ຳເຂື່ອນຂນາດໃຫຍ່ 4 ແຫ່ງສາມາດເກັບນ້ຳ
ໄວ້ໄດ້ເວລານີ້ເກີນກວ່າ 10ເທົ່າ.
      ສຳລັບເຄື່ອງສຽວວານກໍຫາເດີນເຄື່ອງຜລິຕພລັງງານໄຟຟ້າໄດ້ເຖິງ 4,200 ເມກກະວັຕຮນັ້ນຍັງຖືເປັນ
ເຂື່ອນທີ່ຫວາດຮະແວງທີ່ສຸດເນື່ອງຈາກເປັນເຂື່ອນທີ່ສູງກວ່າຮະດັບນ້ຳປົກຕິໃນຮະດັບແນວນ້ຳຂອງເຖິງ
292 ເມຕຮເພື່ອເຣັດໃຫ້ເຂື່ອນສາມາດທີ່ຈະກັກເກັບນ້ຳໃຫ້ໄດ້ໃນປຮິມາຕຮເຖິງ 15,000ລ້ານລູກບາສຍ໌
ເມຕຮ. ສຳລັບເຂື່ອນຕູຈ້າຕູ່ນັ້ນ ເຖິງແມ່ນຈະຢູ່ສູງໃນຮະດັບເຂື່ອນສຽວວານກໍຕາມ ແຕ່ກາຮທີ່ວິສວະກອນ
ຈີນໄດ້ຕັ້ງເປົ້າຫມາຍທີ່ຈະໃຫ້ເຂື່ອນແຫ່ງນີ້ສາມາດຜລິຕກຼະແສໄຟຟ້າໃຫ້ໄດ້ເຖິງ 5,500 ເມກກະວັຕຕ໌ນັ້ນ
ຈຳເປັນຈະຕ້ອງກັກເກັບນ້ຳໄວ້ໃນປຮິມາຕຮບໍ່ນ້ອຍກວ່າ 43,000 ລ້ານລູກບາສກ໌ເມຕຮ.
     ທັງນີ້ເຂື່ອນໃຫຍ່ທັງສອງຂອງຈີນທັງສອງແຫ່ງນີ້ຈີນໃຊ້ງົບປຼະມານຄິດເປັນມູລຄ່າຮວມຫຼາຍກວ່າ 1\
ຫມຶ່ນລ້ານດອລລາຫຼືເກືອບສອງເທົ່າຂອງມູລຄ່າຜົລຜລິຕມວລຮວມຂອງລາວ. ດັ່ງນັ້ນໃຜຈະວິພາກສ໌ວິ
ຈາຮນ໌ຈີນຢ່າງໃດ ຈີນບໍ່ສົນໃຈມີແຕ່ຕົວະໄປເຮື້ອຍໆ ແມ່ນ້ຳຂອງຕຼອດແນວເປັນແມ່ນ້ຳສາກົລ ແລ້ວເວລາ
ຈີນຈະສ້າງເປັນຫັຽງບໍ່ນຳໂຄງກາຮສ້າງນີ້ສເນີຕໍ່ກັມມາທິກາຮສາກົລ?
   ຍິ່ງໄປກວ່ານັ້ນຄືກາຮທີ່ທາງກາຮຈີນບໍ່ເຄີຍສແດງທ່າທີທີ່ຈະເຂົ້າມາເປັນສມາຊິກໃນຄນະກັມມາທິກາຮ
ແມ່ນ້ຳຂອງ (Mekong River Commission-MRC) ຮ໋ວມກັບປຼະເທສຕ່າງໆລຸ່ມແມ່ນ້ຳຂອງຊຶ່ງກໍ່ຕັ້ງຂຶ້ນເມື່ອ
ປີ 1995 ນັ້ນ ກໍເພາະຈີນຕ້ອງກາຮທີ່ຈະສ້າງເຂື່ອນຕາມຄວາມຕ້ອງກາຮຂອງຕົນໂດຍບໍ່ຕ້ອງໄປມີພັນທະຜູກ
ພັນທ໌ໃນກາຮຈະປະຕິບັຕິຕາມຂໍ້ຕົກລົງໃດໆດ້ວຍກາຮໃຊ້ປຼະໂຍຊນ໌ນ້ຳໃນແມ່ນ້ຳຂອງນັ້ນເອງ.
    ສນັ້ນເຊື່ອວ່າຈີນຈະຕ້ອງຫາຊ່ອງທາງສ້າງເຂື່ອນຕໍ່ໄປອີກໃນແມ່ນ້ຳຂອງແລະແມ່ນ້ຳຂອງກໍຈະກາຍເປັນ
ພຽງຣ່ອງນ້ຳແຄບໆໃນອະນາຄົຕ ແຕ່ໃນທາງກັບກັນນັ້ນນັກວິເຄາະຫ໌ຕ່າງກ່າວວ໋າເຂື່ອນໃຫຍ່ເຫຼົ່ານີ້ຂອງ
ຈີນຈະສົ່ງຜົລກຼະທົບຕໍ່ຈີນຫນັກຂຶ້ນໃນຊ່ວງຫນ້າຝົນເພາະຈະຕ້ອງມີກາຮປ່ອຍນ້ຳມຫາສາລລົງມາໃນເຂຕ
ລ່າງນັ້ນເອງ.
                            (ສຫາຍລາວຜູ່ສລາດເບິ່ງແຕ່ຂອງໃນສິ້ນເມັຽ..ຊີນເບິ່ງໃຫ້ໄກກວ່ານີ້ຈະປອດໄພຍ)

No comments:

Post a Comment