Tuesday, August 7, 2012

ກໍຮະນີພິພາທອາຈບານປາຍໄດ້ທຸກເວລາເພາະນັ້ນກໍຄືຄວາມຕ້ອງກາຮຂອງຈີນ
ແລະເນື້ອໃນໃຈຄວາມສຳຄັນກໍເພື່ອກວນນ້ຳໃຫ້ຂຸ່ນຈົນກວ່າຈີນຈະຊື້ຈ້າງຈອບອອຍກຸ່ມກຳອຳນາຈຕ່າງໆ
ໃນເອເຊັຽຕະວັນອອກສຽງໃຕ້ໄດ້ທັງຫມົດ ຊຶ່ງໃນນັ້ນກໍຄືວັດຖຸດິບທີ່ປຼະເທສແຖບນີ້ຍັງພໍມີໃນຄວາມຕ້ອງ
ກາຮຂອງຈີນໃນຂນະສ້າງຄວາມບໍ່ສະດວກດ້ານກາຮທຫາຮໃຫ້ກັບສຫະຮັຖຯແລະຂນາບຂ້າງແກວສັຕຼູຄູ່
ແຄ້ນສມັຍຍຸຄສົງຄາມເຢັນໄປໃນຕົວແລະເວລານີ້ບໍ່ແມ່ນທັມດາໆ ເຖິງຂັ້ນຣຽກອຸປທູຕສຫະຮັຖຯເຂົ້າພົບ
ກໍສະແດງວ່າຣ້ອນຣົນພໍສົມຄວນ. ທັງນີ້ສເພາະດ້ານອະເມຮິກາແລ້ວແມ່ນຢູ່ໃນຊ່ວງຫາສຽງແລະເຫຼືອອີກ
90 ວັນຈະມີກາຮເລືອກຕັ້ງປຼະທານາທິບໍດີສຫະຮັຖຯຮະຫວ່າງພັຄເດໂມແຄຮຕຜູ່ກຳອຳນາຈຢູ່ເວລານີ້
ແລະຜູ່ທ້າຊີງຕຳແຫນ່ງຄືພັຄຮິພັບລິກັນນັ້ນເອງ.
   ຢ່າງໃດກໍຕາມເມື່ອ 6ສິງຫາ 2012 ຈີນເຖິງຂັ້ນຣຽກອຸປທູຕສຫະຮັຖຯມາຣັບຄຳປຼະທ້ວງກໍຮະນີສຫະຮັຖ
ສະແດງຄວາມກັງວົລເຮື້ອງຄວາມຕຶງຄຽດໃນທະເລຈີນໃຕ້. ໃນເຮື້ອງນີ້ກຼະຊວງຕ່າງປຼະເທສຈີນຖແລງເມື່ອ
ວັນເສົາຮ໌ຜ່ານມາວ່າສຫາຍຈາງ ຄຸນເຊິງ ຮມຕ.ຕ່າງປຼະເທສຈີນໄດ້ຣຽກນາຍໂຮເບິຮ໌ດ ຫວັງອຸປທູຕສຫະ
ຮັຖຯເຂົ້າພົບເພື່ອປຼະທ້ວງກໍຮະນີກຼະຊວງຕ່າງປຼະເທສສຫະຮັຖຯຖແລງເມື່ອວັນສຸກຮ໌ວ່າກຳລັງຕິດຕາມ
ສຖານະກາຮນ໌ໃນທະເລຈີນໃຕ້ຢ່າງໃກ້ຊິດ ຊຶ່ງກາຮທີ່ຈີນເສິມສ້າງກຳລັງທຫາຮໃນນ່ານນ້ຳດັ່ງກ່າວສວນ
ທາງກັບຄວາມພຍາຍາມທາງກາຮທູຕເພື່ອແກ້ໄຂຂໍ້ພິພາທແລະສ່ຽງຕໍ່ກາຮເຣັດໃຫ້ພູມິພາຄນີ້ຕຶງຄຽດ
ຍິ່ງຂຶ້ນ.
    ສຫາຍຈາງ ກ່າວວ່າຖ້ອມຖແລງຂອງສຫະຮັຖຯບໍ່ຄຳນຶງເຖິງຂໍ້ເທັຈຈິງ ບິດເບືອນສົ່ງສັນຍານຜິດພາດ
ແລະບໍ່ສນັບສນຸນຄວາມພຍາຍາມຂອງຝ່າຍທີ່ກ່ຽວຂ້ອງໃນກາຮຮັກສາສັນຕິພາບແລະສເຖັຽຮະພາບ
ຂອງທະເລຈີນໃຕ້ຫຼືເອເຊັຽ-ປາຊິຟິກ ຈິນຂໍສະແດງຄວາມບໍ່ພໍໃຈຢ່າງຍິ່ງແລະຄັດຄ້ານຢ່າງແຂງຂັນ ຂໍຣຽກ
ຣ້ອງໃຫ້ສຫະຮັຖຯອອກມາແກ້ໄຂຂໍ້ຜິດພາດໂດຽທັນທີຂໍໃຫ້ສຫະຮັຖຯເຄົາຮົພອະທິປໄຕຍແລະບູຮນະ
ພາບທາງດິນແດນຂອງຈີນຮວມທັງພຍາຍາມໃຫ້ຫຼາຍຂຶ້ນເພື່ອສເຖັຽຮະພາບແລະຄວາມມັ່ງຄັ່ງໃນເອ
ເຊັຽ-ປາຊິຟິກຢ່າງແທ້ຈິງ.
    ທະເລຈີນໃຕ້ໄດ້ກາຍເປັນກໍຮະນີພິພາທທາງທຫາຮທີ່ສຳຄັນທີ່ສຸດຂອງເອເຊັຽຈາກກາຮທີ່ຈີນອ້າງວ່າ
ມີກັມສິດທິຄອບຄອງພຶ້ນທີ່ສ່ວນໃຫຍ່ ສ່ວນວຽຕນາມແລະຟິລິບປິນສ໌ຕ່າງກໍອ້າງກັມສິດທິຄອບຄອງ
ຫມູ່ເກາະບາງແຫ່ງເຊັ່ນກັນ.
    ມີ 6 ຊາຕິທີ່ອ້າງກັມສິດທິຄອບຄອງພຶ້ນທີ່ທັງຫມົດຫຼືບາງສ່ວນໃນທະເລຈີນໃຕ້ ຊຶ່ງກາຍເປັນປຼະເດັນ
ສຳຄັນໃນທີ່ປຼະຊຸມຮັຖມົນຕຼີຕ່າງປຼະເທສສມາຄົມປຼະຊາຊາຕິເອເຊັຽຕະວັນອອກສຽງໃຕ້ທີ່ກັມພູຊາເມື່ອ
ເດືອນຜ່ານມາຈົນບໍ່ສາມາດອອກຖແລງກາຮນ໌ຣ່ວມໄດ້.
    ແຕ່ຢ່າງໃດກໍຕາມເພື່ອຄວາມບໍ່ປຼະມາທແລະເປັນກຳລັງແກ່ພັນທ໌ມິຕຮຂອງສຫະຮັຖຯແປນກາກອນ
ກໍໄດ້ສົ່ງເຣືອບັນທຸກເຄື່ອງບິນແລະເຣືອຮົບເຂົ້າປຼະຈຳກາຮໃນເອເຊັຽ-ປາຊິຟິກຣຽບຣ້ອຍແລ້ວ.

No comments:

Post a Comment