Thursday, August 9, 2012

ຄຳເຕືອນຈາກຜູ່ນຳອິນໂດເນເຊັຽວ໋າ"ພິພາທທະເລຈີນໃຕ້ໄຟລາມໂກນ ຕ້ອງເລັ່ງຈີນ-ເອຊ່ຽນຫາແນວ
ທາງຣ່ວມກັນໃຫ້ໄວທີ່ສຸດ!!
      ເອເອຟພີ-9 ສິງຫາ 2012..ຜູ໋ນຳອິນໂດເນເຊັຽຊີ້ວ່າ.. ມີຄວາມສ່ຽງທີ່ສຸດໃນຄວາມຂັດແຍ່ງຮະຫວ່າງ
ຸປຼະເທສທີ່ອ້າງກັມສິດທິທັບຊ້ອນໃນທະເລຈີນໃຕ້ອາຈລຸກລາມກາຍເປັນຊນວນສົງຄາມ ຫາກເອຊ່ຽນແລະ
ຈີນບໍ່ສາມາດຕົກລົງ"​ແນວທາງຣ່ວມກັນ​ໄດ້​ໂດຽ​ໄວ".
     ​ໃນ​ເມື່ອສມາຊິກ​ສມາ​ຄົມ​ເອຊ່ຽນ​ມີ​ຄວາມ​ເຫັນ​ແຕກ​​ແຍກ​ກ່ຽວ​ກັບປຼະ​ເດັນ​ນີ້​ຮະ​ຫວ່າງ​ກາ​ຮປຼະຊຸມ​ຮະ​
ດັບຮັຖມົນຕຼີຕ່າງປຼະ​ເທສທີ່​ພນົມ​ເປັນ​​ເດືອນ​ຜ່ານ​ມາ​ແລະ​ເປັນ​ຄັ້ງ​ແຮກ​ໃນ​ປຼະວັຕິ​ສາສຕຮ໌ 45ປີ​ຂອງ​ເອຊ່ຽນ
ທີ່​ບໍ່​ສາມາດ​ອອກ​ຖ​ແລງ​ກາ​ຮນ໌ຣ່ວມພາຍ​ຫຼັງ​ເສັຈສິ້ນ​ກາ​ຮປຼະຊຸມ.
    ມາ​ຮ໌ດີ ນາ​ຕາ​ເລ​ກາ​ວາ ຮມຕ.ຕ່າງປຼະ​ເທ​ສອິນ​ໂດ​ເນ​ເຊັຽ​ໃຫ້​ສັມພາສນ໌ຮະ​ຫວ່າງ​ງານ​ສລອງ 45ປີ​ແຫ່ງ​
ກາ​ຮກໍ່ຕັ້ງ​ສມາ​ຄົມ​ເອຊ່ຽນ​ເມື່ອ​ວັນ​ພຸ​ທ 8ສິງຫາ ທີ່​ກຸງ​ຈາ​ກາ​ຮ໌ຕາ​ວ່າ ນີ້​ເປັນ​ປຼະ​ເດັນ​ທີ່ຣຽກຣ້ອງ​ໃຫ້​ເອຊ່ຽນ
​ແລະ​ຈີນ​ມີ​ແນວທາງ​ແລະ​ກາ​ຮດຳ​ເນີນ​ກາ​ຮຣ່ວມກັນ.
   "ຫາກປຼາສຈາກຈັລຍາບັລນ໌ແລ້ວ ເຣົາກໍມີຄວາມສ່ຽງທີ່ຈະເກີດຄວາມຂັດແຍ່ງຂຶ້ນອີກໃນອະນາຄົຕ"
  ທີ່ຜ່ານມາເອຊ່ຽນກັບຈີນໄດ້ຕົກລົງກັນຈັດທຳ"ປຕິນຍາ" Declaration ວ່າ​ດ້ວຍ​ແນວທາງ​ປະຕິບັຕິ​ຂອງ
ປຼະ​ເທສທີ່​ກ່ຽວຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້​ໂດຍ​ທີ່​ຝ່າຍ​ເອ​ຊ່ຽນ​ກຳລັງ​ພຍາ​ຍາມ​ຜັກ​ດັນ​ໃຫ້​ທຳ​ຄວາມ​ຕົກລົງ
ກ່ຽວ​ກັບ"​ແນວທາງ​ປະຕິບັຕິ"(guidelines)​ເພື່ອ​ທີ່​ຈະ​ເຣັດ​ໃຫ້​ປຕິນຍາ​ສບັບນີ້​ມີ​ຜົລ​ໃນ​ທາງ​ປະຕິບັຕິ​ຢ່າງ
​ເປັນຣູປທັມ​ຫຼາຍ​ຂຶ້ນ​ໃນ​ກາ​ຮປ້ອງ​ກັນ​ບໍ່​ໃຫ້​ຊາຕິ​ຕ່າງໆ​ທີ່​ອ້າງ​ກັມ​ສິດທິ​ທັບ​ຊ້ອນ​ໃນ​ທະ​ເລ​ຈີນ​ໃຕ້​ເກີດ​ກາ​ຮ
ພະ​ເຊີນ​ຫນ້າ​ກັນ​ຢ່າງຣຸນ​ແຣງ.
    ​ເອຊ່ຽນ​ຫູາຍປຼະ​ເທສຍັງ​ມຸ້ງ​ຫວັງ​ທີ່​ຈະ​ພັທນາ"​ແນວທາງ​ປະຕິບັຕິ" ​ເພື່ອ​ໃຫ້​ກາຍ​ເປັນຈັລຍາ​ບັລນ໌ (code
of conduct)ຊຶ່ງ​ຈະ​ມີ​ຄວາມ​ຜູກ​ພັນທ໌ປຼະ​ເທສຕ່າງໆ​ທີ່​ກ່ຽວຂ້ອງ​ຫຼາຍ​ຂຶ້ນ.
   ພາຍຫຼັງ​ກາ​ຮປຼະຊຸມ​ຮັຖມົນຕຼີຕ່າງປຼະ​ເທສ​​ເອຊ່ຽນໃນ​ກັມ​ພູ​ຊາ​ແລ້ວ ນາ​ດາ​ເລ​ກາ​ວາ​ໄດ້​ເດີນ​ສາຍ​ໄປ​ຍັງ​ປຼະ
​ເທສສມາ​ຊິກ​ຕ່າງໆ​ຈົນກຼະທັງ​ໃນ​ທີ່​ປຼະຊຸມ​ກໍ​ມີ​ກາ​ຮອອກ​ຄຳ​ຖ​ແລງ​ປຼະກາສຂໍ້ສ​ເນີ​ວ່າ​ດ້ວຍ​ຫຼັກກາ​ຮສຳຄັນໆ
ຂອງ​ແນວທາງ​ປະຕິບັຕິ​ສຳລັບ​ປຼະ​ເທສຜູ໋ກ່ຽວຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້​ອອກ​ມາ ​ແຕ່​ວ່າຄວາມ​ແຕກ​ແຫງ​ໃນ​ຫມູ່
ສມາ​ຊິກ​ເອຊ່ຽນ​ຍັງ​ຄົງ​ມີ​ຢູ່​ສູງ​ເຊັ່ນ​ດຽວ​ກັບ​ຄວາມ​ຂຸ່ນ​ເຄືອງ​ບໍ່ພໍ​ໃຈ​ກັນ​ຮະ​ຫວ່າງ​ຈີນ​ກັບ​ຊາຕິ​ເອຊ່ຽນ​ທີ່​ອ້າງ
ກັມ​ສິດທິ​ເຫນືອ​ທ​ະເລຈີນ​ໃຕ້​ໄດ້​ທັບ​ຊ້ອນ​ກັນ​ຢູ່.
     ທາງ​ດ້ານ​ຈີນ​ນັ້ນ​ສຫາຍ​ຫຍາ​ງ ​ເຈັຽຊີ ຮມຕ.ຕ່າງປຼະ​ເທສຈີນ​ມີ​ກຳນົດ​ເດີນທາງ​ເຢືອນອິນ​ໂດ​ເນ​ເຊັຽ,ບຮູ​ໄນ,
​ແລະ​ມາ​ເລ​ເຊັຽ​ໃນ​ວັນພຼະຫັສ 9 ສິງຫາ​ຊຶ່ງ​ນາ​ດາ​ເລ​ກາ​ວາສະ​ແດງ​ຄວາມ​ຄາດ​ຫວັງ​ວ່າ​ຈະ​ມີ​ໂອ​ກາສຫາ​ຮື​ຈຸດ
ຢືນ​ກ່ຽວ​ກັບ​ບັນຫາ​ໃນ​ທະ​ເລ​ຈີນ​ໃຕ້ຣ່ວມກັບສຫາຍ​ຫຍາ​ງ.
     ຈີນ​ມັກ​ອ້າງ​ກັມ​ສິດທິ​ເຫນືອ​ທະ​ເລ​ຈີນ​ໃຕ້​ເກືອບ​ຈະ​ທັງ​ຫມົດ ຈຶ່ງ​ທຳ​ໃຫ້​ເກີດ​ບັນຫາ​ກາ​ຮອ້າງ​ອະທິປ​ໄຕຍ
ທັບ​ຊ້ອນ​ກັບ​ຟິລິບ​ປິນສ໌.ມາ​ເລ​ເຊັຽ,ບຮູ​ໄນ​ແລະ​ວຽຕນາມ.
     ​ເລຂາທິກາ​ຮສມາ​ຄົມ​ເອຊ່ຽນ​ຄົນ​ປັຈຈຸ​ບັນ​ຄື​ນາຍ​ສຸ​ຮິນ​ທຮ໌ ພິສສຸວັນ(​ໄທຍ)ຊຶ່ງ​ວາ​ຮະ​ກາ​ຮດຳ​ຮົງ​ຕຳ​ແຫນ່​ງ
5 ປີ​ກຳລັງ​ຈະ​ຫມົດ​ລົງ​ແລ້ວ​ໂດຍ​ຈະ​ເຖິງຣອບຂອງ​ວຽຕນາມ​ຈະ​ກ້າວ​ຂຶ້ນ​ເປັນ​ເລຂາທິກາ​ຮ​ເອຊ່ຽນ​ຄົນ​ຕໍ່​ໄປ​ໃນ
ປີ 2013 ຈະ​ເຖິງ​ນີ້..ຫຼາຍ​ຝ່າຍ​ຕ່າງ​ກ່າວ​ສຽງ​ດຽວ​ກັນ​ວ່າ​ບັນຫາ​ທັບ​ຊ້ອນ​ທະ​ເລ​ຈີນ​ໃຕ້​ສນຸກຢ່າງ​ແນ່ນອນ​ເພາະ
ຄູ່​ກໍ​ຮະ​ນີພິພາ​ທກັບ​ຈີນ.
     ປັຈຈຸ​ບັນ​ວຽຕນາມ​ມີ​ກໍ​ຮະ​ນີພິພາ​ທທາງ​ກາ​ຮທູຕກັບ​ຈີນ​ປຼະຈຳ​ກ່ຽວ​ກັບ​ກັມ​ສິດທິ​ໃນ​ພຶ້ນທີ່​ທະ​ເລ​ຈີນ​ໃຕ້​ທັງ
​ໃນ​ເຮື້ອງ​ກາ​ຮ​ໃຫ້​ສັມປທານ​ເພື່ອ​ສຳ​ຮວຈ​ແຫຼ່ງນ້ຳມັນ​ແລະ​ແກ໊ຊທັມ​ຊາຕິ​ໃຕ້​ທະ​ເລ,ສິດທິ​ໃນ​ກາ​ຮປຼະມົງ​ແລະ
ກາ​ຮອ້າງ​ອະທິປ​ໄຕຍ​ເຫນືອ​ຫມູ່​ເກາະ​ສ​ແປ​ຮສລີ​ຍ໌​ແລະ​ພາ​ຮາ​ເຊ​ລ.
     ສນັ້ນ​ຈຶ່ງ​ຂໍ​ເຕືອນ​ກຸ່ມ​ກຳ​ອຳນາ​ຈລາວ​ວ່າ​ຮະ​ວັງ​ຫາກ​ບໍ່ຣີບຫັນປ່ຽນ​ໄປ​ສູ່​ຮະ​ດັບ​ສາກົລ​ໃຫ້​ເປັນ​ດັ່ງ​ພມ້າ​ທີ່
ກຳລັງ​ເດີນ​ຕາມ​ແນວທາງ​ປຼະຊາ​ທິປ​ໄຕຍ..ຄວາຍ​ຊົນ​ຄວາຍ​ຈະ​ແພ້​ຫຍ້າ​ແພດ​ແນ່ນອນ.!!!

No comments:

Post a Comment