Thursday, August 9, 2012

                           3 ຊາຕິອິນໂດຈີນຂອງສະພາເອຊ່ຽນກຳລັງຈະແຕກດັງໂຜະ??
    ເຮື້ອງທັງຫມົດເນື່ອງຈາກກາຮລົງທຶນຂອງບໍຮິສັທຈີນໃນກັມພູຊານັ້ນໃນເຂຕເສຖກິຈພິເສສ ຊຶ່ງຕ້ອງໃຊ້
ເງິນລົງທຶນຮວມເຖິງ 3,000 ລ້ານດອລລາເທົ່ານັ້ນ ແຕ່ກາຮລົງທຶນຂອງກຸ່ມບໍຮິສັທຈີນຍັງໄດ້ຕັ້ງເປົ້າຫມາຍ
ທີ່ຈະພັທນາເຂຕເສຖກິຈພິເສສແຫ່ງນີ້ໄວ້ເພື່ອຮອງຮັບແຜນກາຮຂຸດຄົ້ນນ້ຳມັນແລະແກ໊ຊທັມຊາຕິໃນອ່າວ
ໄທຍທັງໃນເຂຕກັມພູຊາແລະເຂຕທັມຊ້ອນທາງທະເລກັບໄທຍຂຶ້ນມາໃຊ້ປຼະໂຍຊນ໌ໃນກາຮພັທນາທາງເສຖ
ກິຈໃນອະນາຄົຕອັນໃກ້ນີ້ນັ້ນກໍຫມາຍຄວາມວ່າຈີນຫວັງກິນຮວບທາງກາຮລົງທຶນໃນບໍຮິເວນນີ້ຂອງກັມພູ
ຊານັ້ນເອງ. ສນັ້ນກ່ອນເຫຕຸຈະເກີດຈຶ່ງຂໍເຕືອນກຸ່ມກຳອຳນາຈລາວວ່າຫາກຍັງດຶ້ດ້ານຮະວັງບໍ່ມີແຜ່ນດິນ
ຕາຍໃສ່..ສຳລັບປຼະຊາຊົນລາວຜູ່ເປັນເຈົ້າຂອງແຜ່ນດິນຫາກບໍ່ຕຼຽມກາຮນ໌ປ່ຽນຮະບອບຈະບໍ່ມີໂອກາສ!!
   ຍິ່ງໄປກວ່ານັ້ນນາຍຮຸນ ເຊລ ນາຍົກຯກັມພູຊາຍັງໄດ້ເຊີນໃຫ້ບໍຮິສັທໃຫຍ່ດ້ານພລັງງານຂອງຈີນຄື China
National Offshore Oil Corp (CNOOC) ເຂົ້າໄປມີອ່ຽວໃນກາຮສຳຮວຈແຫຼ່ງນ້ຳມັນແລະແກ໊ຊໃນອ່າວໄທຍ
ດ້ວຽ ຈຶ່ງຖຶເປັນສິ່ງທີ່ກົດດັນຕໍ່ Chevron Corp ຂອງສຫະຮັຖຯເຖິງຂນາດເຣັດໃຫ້ Hillary Clinton ຮມຕ.ຕ໋າງ
ປຼະເທສສຫະຮັຖຯຕ້ອງນຳທັພນັກທຸຮະກິຈອະເມຮິກັນໄປຣ່ວມປຼະຊຸມ US-ASEAN Business Council ທີ່
ເມືອງສຽມຮຽບຕໍ່ເນື່ອງຈາກກາຮປຼະຊຸມຮັຖມົນຕຼີຕ່າງປຼະເທສເອຊ່ຽນຄັ້ງຫຼັງສຸດນີ້ທີ່ມີ ຍິງຮັກສນ໌ ນາຍົກຯ
ໄທຍແລະພົລ.ອ.ເຕັງ ເສັງ ປຼະທານາທິບໍດີພມ້າເປັນແຂກຣັບເຊິນດ້ວຍ.
     ເສິກແບ້ຮະຫວ່າງຈີນ-ຟິລິບປິນສ໌ແລະວຽຕນາມຄັ້ງນີ້ CNOOC ຂອງຈີນໄດ້ຕັ້ງຄວາມຫວັງທີ່ຈະໄດ້ຣັບ
ສ່ວນແບ່ງໃນຜົລປຼະໂຍຊນ໌ຈາກນ້ຳມັນແລະແກ໊ຊໃນເຂຕທັບຊ້ອນຮະຫວ່າງໄທຍ-ກັມພູຊາບໍ່ຫນ້ອຍເຊັ່ນກັນ
ເຖິງແມ່ນຈະມາທີຫຼັງກໍຕາມ ແຕ່ກາຮທີ່ສື່ທາງກາຮຈີນໄດ້ໂຫມຂ່າວກ່ຽວກັບກາຮຄອງອັນດັບ 1 ຂອງຈີນໃນ
ຖານະທີ່ມີມູລຄ່າລົງທຶນໃກັມພູຊາຫຼາຍທີ່ສຸດຫຼື 10,000 ລ້ານດອລລາແລ້ວນັ້ນ ໃນຂນະທີ່ກາຮລົງທຶນສະສົມ
ໃນກັມພູຊາຂອງສຫະຮັຖຯມີພຽງບໍ່ເຖິງ 400 ລ້ານດອລລາຈຶ່ງເຣັດໃຫ້ຈີນຫມັ້ນໃຈວ່່າສຖານະພາບຂອງ
CNOOC ໃນສາຍຕາຂອງ ຣຸນເຊລຍ່ອມບໍ່ດ້ອຍໄປກວ່າ Chevron Corp.ຂອງສຫະຮັຖຯ.
   ຍິ່ງເມື່ອປຼະກອບກັບກາຮທີ່ກຸ່ມບໍຮິສັທຈາກຈີນຍັງໄດ້ເລັ່ງພັທນາເຂຕເສຖກິຈພິເສສທີ່ສີຫານຸວິລລ໌ໄດ້ຢ່າງ
ເປັນຣູປທັມແລະວ່ອງໄວໄລຍະກວ່າ 2 ປີມານີ້ທັງຍັງໄດ້ໃຫ້ຄວາມຊ່ອຍເຫຼືອແກ່ຮັຖຯຣຸນເຊລຄິດເປັນມູລ
ຄ່າສເລັ່ຽກວ່າ 700 ລ້ານດອລລາຕໍ່ປີໃນຊ່ວງ 5 ປີມານີ້ໂດຍທີ່ບໍ່ຮວມເຖິງກາຮໃຫ້ເງິນກູ້ດອກເບັ້ຽຕ່ຳແລະ
ກາຮຊ່ອຍເຫຼືອດ້ານທະຫາຮນັບພັນລ້ານດອລລານັ້ນຈຶ່ງຖືເປັນກາຮຕອບສນອງຕໍ່ຄວາມຕ້ອງກາຮຂອງຣຸນ
ເຊລທີ່ຢາກຈະເປັນນາຍົກຯຕຼອດກາລໄດ້ເປັນຢ່າງດີ ຊຶ່ງຕຼົງກັນຂ້າມກັບວຽຕນາມຢ່າງສິ້ນເຊິງທີ່ຖືກມອງ
ວ່າເປັນຜູ່ສູບຊັພພຍາກອນໄປຈາກກັມພູຊາແລະລາວຕຼອດໄລຍະກວ່າ 30ປີມານີ້.
      ສ່ວນດ້ານທາງກາຮລາວຄອມຯຫຸ່ນນັ້ນເຖິງແມ່ນວ່າຈະໄດ້ຈັດງານສເລີມສລອງໂອກາສຄົບຣອບ 35
ປີຄວາມສັມພັນທ໌ແບບພິເສສຣ່ວມກັບວຽຕນາມຢ່າງຍິ່ງໃຫຍ່ທີ່ເປັນເມືອງອະນານິຄົມຂອງວຽຕຯກໍຕາມ
ແຕ່ສຳລັບໃນຮະດັບຄວາມຂັດແຍ່ງໃນທະເລຈີນໃຕ້ນັ້ນເຫັນວ່າທາງກາຮຫຸ່ນລາວຈະໄດ້ວາງຕົວກາງໆ
ໂດຍທີ່ລືມນຶກໄປວ່າວຽຕນາມເປັນມຫາມິຕຮ ຊຶ່ງໃນນັ້ນກໍບໍ່ແມ່ນເຮື້ອງທີ່ຜິດປົກຕິແຕ່ຢ່າງໃດ ຖ້າຫາກຈະ
ພິຈາຮນາໃນແງ່ຂອງຜົລປຼະໂຍຊນ໌ທີ່ທາງກາຮຫຸ່ນລາວໄດ້ວາດຫວັງໄວ້ວ່າຈະຣ໋ວມມືກັບຈີນໃນອະນາຄົຕ
ຢ່າງໃດ???ໂດຍໃນທີ່ນີ້ກໍຮວມເຖິງໂຄງກາຮກໍ່ສ້າງທາງຮົຖໄຟຫົວຈຮວດທີ່ເຊື້ອມຕໍ່ກັບຈີນທີ່ດ່ານບໍ່ແຕນ
ໃນແຂວງຫຼວງນ້ຳທາຜ່ານເມືອງອຸດົມໄຊ-ຫຼວງພຼະບາງ-ວັງວຽງມາທີ່ນະຄອນວຽງຈັນທຮ໌ຊຶ່ງຈະຕ້ອງເພິ່ງ
ຫາເງິນລົງທຶນຂອງຈີນ 7,000 ລ້ານດອລລານັ້ນເອງ.
     ແລະໃນຂນະດຽວກັນທາງກາຮວຽຕນາມແລະກັມພູຊາຕ່າງກໍໄດ້ສະແດງທ່າທີຄັດຄ້ານໂຄງກາຮກໍ່ສ້າງ
ເຂື່ອນໄຊຍບຸຮີໃນແມ່ນ້ຳຂອງຂອງລາວໂດຍທີ່ຝ່າຍກັມພູຊາໄດ້ຍົກເຫຕຸຜົລກ່ຽວກັບຜົລກຼະທົບຕໍ່ກາຮປຼະ
ມົງ ສ່ວນຝ່າຍວຽຕນາມຜູ່ເປັນນາຍໄດ້ຍົກເຫຕຸຜົລກາຮກຼະທົບດ້ານກາຮກະເສຕຮທີ່ສາມຫຼ່ຽມປາກແມ່
ນ້ຳຂອງທີ່ເປັນອູ່ເຂົ້າອູ່ນ້ຳທີ່ສົມບູນທີ່ສຸດຂອງວຽຕນາມນັ້ນກໍຍັງເຣັດໃຫ້ຝ່າຍຫຸ່ນລາວມອງວ່າກາຮຄັດຄ້ານ
ດັ່ງກ່າວຈະຕ້ອງສົ່ງຜົລກຼະທົບຕໍ່ເນື່ອງໄປເຖິງແຜນກາຮພັທນາໄປສູ່ກາຮເປັນຜູ່ສົ່ງອອກພລັງງານໄຟຟ້າ
ຮາຍໃຫຍ່ໃນເອເຊັຽຫຼື Battery of Asia ຂອງຮັຖຯຫຸ່ນລາວອີກດ້ວຍ ເພາະຖ້າຫາກກາຮຄັດຄ້ານດັ່ງກ່າວ
ນີ້ສັມເຮັຈຜົລກໍຍ່ອມຈະສົ່ງຜົລກຼະທົບຢ່າງຕໍ່ເນື່ອງໄປເຖິງໂຄງກາຮກໍ່ສ້າງເຂື່ອນອື່ນໆຂອງຮັຖຯຫຸ່ນລາວ
ຕາມສາຍແມ່ນ້ຳຂອງແລະໃນປຼະເທສລາວດ້ວຍ.
     ຊຶ່ງຈາກທີ່ກ່າວມາທັງຫມົດນີ້ຈະເຫັນໄດ້ວ່າຄວາມສາມັຄຄີຊຸມນຸມຮະຫວ່າງສາມຊາຕິອິນໂດຈີນທີ່ດຳ
ເນິນມາຈາກອະດີຕກາລນັ້ນໄດ້ເຮິ້ມມອງເຫັນກາຮພະເຊີນຫນ້າກັບຄວາມເປັນຈິງທີ່ວ່າ"ຄວາມເປັນມຫາ
ມິຕຮຈາກກາຮຣ່ວມກັນຕໍ່ສູ້ເພື່ອກອບກູ້ຊາຕິໃນອະດີຕນັ້ນບໍ່ສຳຄັນເທົ່າກັບຜົລປຼະໂຍຊນ໌ທີ່ຈະເຣັດໃຫ້ກຸ່ມ
ທີ່ມີອຳນາຈນັ້ນສາມາດທີ່ຈະຍຶດກຸມອຳນາຈໃຫ້ຢູ່ກັບພວກຕົນໄດ້ຕໍ່ໄປອີກນານແສນນານ"ໂດຍຄຳຕອບ
ສຳລັບຮັຖຯຣຸນເຊນແລະກຸ່ມກຳອຳນາຈໃນລາວເວລານີ້ກໍຄືກາຮມີຜົລປຼະໂຍຊນ໌ຣ່ວມກັບຈີນນັ້ນເອງເປັນ
ສຳຄັນ.!!!ແລະຜົລຈະອອກມາຢ່າງໃດຄົງບໍ່ຊ້າເກີນລໍຢ່າງແນ່ນອນເພາະຂນະນີ້ໂຈທກາຮເມືອງແລະກາຮ
ທຫາຮມີລາງຄ້າວໆແລ້ວວ່າຫຼັງເລືອກຕັ້ງຜູ່ນຳສຫະຮັຖຯຕ້ອງມີກາຮສະເລີຍບັລຫາແນ່ນອນ.

No comments:

Post a Comment