Friday, August 3, 2012

ຂໍ້ພິພາທຈີນໃນທະເລຈີນໃຕ້ມີຜົລກຼະທົບຕໍ່ເອຊ່ຽນຢ່າງໃດ?
   ແຫຼ່ງຂ່າວຈາກຈາຮ໌ກາຕາ: ນັກວິເຄາະຫ໌ຮະບຸກາຮທີ່ສມາຊິກເອຊ່ຽນມີຄວາມເຫັນບໍ່ລົງລອຍກັນວ່າຈະ
ຈັດກາຮເຮື້ອງທີ່ຈີນອ້າງສິດທິທັບຊ້ອນໃນທະເລຈີນໃຕ້ຢ່າງໃດ ມີຜົລຕໍ່ກາຮຕັ້ງປຼະຊາຄົມເສຖກິຈເອຊ່ຽນ
ໃນປີ 2015 ຢ່າງໃດ?
   ເຈົ້າຫນ້າທີ່ແລະກາຮເມືອງໃນສມາຄົມປຼະຊາຊາຕິເອເຊັຽຕະວັນອອກສຽງໃຕ້ກ່າວວ່າຄວາມບໍ່ລົງລອຍ
ນີ້ອາຈບໍ່ສົ່ງຜົລໂດຽຕຼົງຕໍ່ກາຮຕັ້ງປຼະຊາຄົມເສຖກິຈເອຊ່ຽນ ແຕ່ນັກວິເຄາະຫ໌ມອງວ່າກາຮທີ່ຈີນລົງທຶນໃນ
ເອຊ່ຽນຫຼາຍຂຶ້ນຫວັງຊື້ໃຈກຸ່ມຜູ໋ນຳເອຊ່ຽນນັ້ນ ເຣັດໃຫ້ຈີນມີອິດທິພົລຈົນເຖິງຂັ້ນສາມາດຂັດຂວາງບໍ່ໃຫ້ເອ
ຊ່ຽນມີຈຸດຢືນຣ່ວມກັນໃນເຮື້ອງທະເລຈີນໃຕ້ໄດ້ເຊັ່ນກັນ.
    ສ່ວນນາຍສຸຮິນທຮ໌ ເລຂາທິກາຮເອຊ່ຽນກ່າວວ່າ ກາຮທີ່ປຼະຊຸມຮັຖມົນຕຼີຕ່າງປຼະເທສເອຊ່ຽນທີ່ກັມພູຊາ
ເມື່ອບໍ່ນານມານີ້ບໍ່ສາມາດອອກຖແລງກາຮນ໌ຣ່ວມໄດ້ເປັນຄັ້ງແຮກ ຖືເປັນສັນຍານເຕືອນລ່ວງຫນ້າແລະບໍ່
ແມ່ນຄັ້ງສຸດທ້າຍ ຊຶ່ງຫາກເອຊ່ຽນຍັງບໍ່ມີກົລໄກກາງທີ່ແຂງແກ່ງກໍຍາກທີ່ຈະປຼະສານແລະຕຼວຈສອບປຼະເດັນ
ຕ່າງໆທີ່ອາຈລຸກລາມເປັນເຮື້ອງໃຫຍ່ໄດ້.
    ສ່ວນດ້ານອະເລັກ ເຊັຍສ ເຈມາດູ ຄນະຮັຖສາສຕຮ໌ ມຫາວິທຍາລັຍເປລິດາ ຣາຮາປັນ ໃນອິນໂດເນເຊັຽ
ກ່າວວ່າ ສມາຊິກເອຊ່ຽນຈະດຳເນີນກາຮໂດຍຄຳນຶງເຖິງຜົລປຼະໂຍຊນ໌ຂອງປຼະເທສເປັນຫຼັກດັ່ງທີ່ເກີດຂຶ້ນ
ກັບຂໍ້ພິພາທທະເລຈີນໃຕ້ ໃນກໍຮະນີຂອງກັມພູຊານັ້ນຈີນໃຫ້ໃນສິ່ງທີ່ກັມພູຊາຕ້ອງກາຮຂນະທີ່ເອຊ່ຽນໃຫ້
ສິ່ງທີ່ເປັນນາມທັມ.
    ນັບແຕ່ປີ 1994-2011 ຈີນເຂົ້າລົງທຶນໃນກັມພູຊາມີມູລຄ່າຮວມ 8,800 ລ້ານດອລລາປັຈຈຸບັນຈີນເປັນຜູ່ລົງ
ທຶນຮາຍໃຫຍ່ທີ່ສຸດໃນກັມພູຊາແລະພມ້າແລະກຳລັງໄລ່ຕາມຍູໂຮປ ຍິ່ປຸ່ນແລະສຫະຮັຖຯຂຶ້ນເປັນຜູ່ລົງທຶນ
ຮາຍໃຫຍ່ໃນເອຊ່ຽນທັງພູມິພາຄ..ອັນນີ້ຄືບົທວິເຄາະຫ໌ສຳຄັນທີ່ເຕືອນສະຕິກຸ່ມຜູ່ນຳປຼະເທສຕ່າງໆໃນເອ
ຊ່ຽນເພາະຈີນຕ້ອງກາຮຈະກ້າວກຼະໂດດຂຶ້ນຕາມຫຼັງຮັສເຊັຽໃນກາຮເປັນເສືອເສຖກິຈອັນດັບ 9 ສນັ້ນຈີນຈຶ່ງ
ທຳທຸກວິຖີທາງແລະກາຍເປັນເຖົ້າແກ່ເງິນ "ຖາງ"..​ໃນ​ພູມິ​ພາຄ​ແຫ່ງ​ນີ້​ໃຫ້​ໄດ້​ເພາະ​ຈີນ​ຖື​ເປັນສນາມ​ຮົບ​ແຫ່ງ
ສຸດ​ທ້າຍ​ທີ່​ໃກ້​ບ້ານ​ເພື່ອ​ຍາດ​ແຍ່ງ​ອິດ​ທິພົລກັບສຫະຮັຖຯ​​ໃນ​ຂນະ​ທີ່​ວັດຖຸ​ດິບ​ໃນ​ແຖບ​ນີ້​ຍັງ​ດົກຫນາ​ໂດຍ​ທີ່
ຈີນ​ພຍາ​ຍາມ​ເດີນ​ຕາມຣອຍ​ແລະ​ບົທບາ​ທຂອງ​ສຫະຮັຖ​ເຮື້ອງ​ວິທີ​ກາ​ຮຊອກ​ຫາ​ວັດຖຸ​ດິບ​ໂດຍ​ຈີນ​ຍັງ​ບໍ່​ຈຳ​ເປັນ
ຕ້ອງ​ຂຸດ​ກົ່ນ​ແຣ່ທາຕຸ​ພາຍ​ໃນ ທຸ້ມຊື້​ຈາກ​ພາຍ​ນອກ​ກ່ອນ​ນັ້ນ​ເອງ.

No comments:

Post a Comment