Wednesday, August 8, 2012

                                   3 ຊາຕິອິນໂດຈີນກຳລັງຈະແຕກດັງໂຜະເພາະຈີນເປັນຕົ້ນເຫຕຸ
ຈາກບົທວິເຄາະຫ໌ຂອງສຖາບັນກາຮສຶກສາເອເຊັຽຕະວັນອອກສຽງໃຕ້ຮະບຸເມື່ອວັນເສົາຮ໌ຜ່ານມາວ່າ 
ເຖິງແມ່ນວ່າຈະບໍ່ມີກາຮສະແດງອອກຢ່າງເປີດແປນເຫມືອນກັບທາງກາຮຟິລິບປິນສ໌ທີ່ບໍ່ພໍໃຈຕໍ່ກາຮ
ສະແດງບົທບາທຂອງທາງກາຮກັມພູຊາໃນຖານະເຈົ້າພາບຈັດກາຮປຼະຊຸມຮັຖມົນຕຼີຕ່າງປຼະເທສເອ
ຊ່ຽນຄັ້ງທີ 45 ທີ່ກຸງພນົມເປັນເມື່ອຜ່ານມານິ້ກໍຕາມ ເພາະທາງກາຮວຽຕນາມກໍໄດ້ສະແດງອອກເຖິງ
ຄວາມບໍ່ພໍໃຈໂດຽຕຼົງຕໍ່ທາງກາຮກັມພູຊາໃນກາຮເຈຮຈາທວິພາຄີຮະຫວ່າງຮັຖມົນຕຼີຕ່າງປຼະເທສຂອງ
ທັງສອງປຼະເທສຊຶ່ງນັ້ນກໍເປັນເພາະທາງກາຮວຽຕນາມຍັງຄົງຖືວ່າຮັຖບາລກັມພູຊາພາຍໃຕ້ກາຮນຳ
ຂອງຣຸນເຊລນັ້ນຄືມຫາມິຕຮທາງອຳນາຈຢູ່ໃນຕົວນັ້ນເອງ ຈຶ່ງບໍ່ໄດ້ສະແດງຄວາມບໍ່ພໍໃຈອອກມາຢ່າງ
ໂຈ່ງແຈ້ງເຫມືອນກັບຟິລິບປິນສ໌ຊຶ່ງຮັຖມົນຕຼີກາຮຕ່າງປຼະເທສເຖິງກັບຕ້ອງບິນກັບກຸງມານິລາທັ້ງໆທີ່
ກາຮປຼະຊຸມຍັງບໍ່ສິ້ນສຸດວາຮະ.(ຈີນກຳລັງກາຍເປັນແກ່ບຸນທຸ້ມຊຶ້ທຸກຢ່າງທີ່ຂວາງຫນ້າແລະທີ່ເຫັນວ່າ
 ຕົນເອງມີປຼະໂຍຊນ໌ຄືດ້ານກາຮລົງທຶນແລະດ້ານຄວາມຫມັ້ນຄົງທາງທຫາຮຂອງຈີນ.)
      ຄັ້ນເມື່ອກາຮເຈຮະຈາທັງໃນຮະດັບທວິພາຄີແລະຮະດັບພຫຸພາຄີກໍຕາມແຕ່ກໍຍັງບໍ່ທັນເຫັນວ່າທາງ
ກັມພູຊາໃນຖານະປຼະເທສເຈົ້າພາບປຼະຊຸມຯຈະຍິນຍອມພ້ອມໃຈຕາມດ້ວຍກາຮບັລຈຸປຼະເດັນກ່ຽວກັບ
ຄວາມຂັດແຍ່ງໃນກາຮອ້າງກັມສິດທິອະທິປໄຕຍເຫນືອຫມູ່ເກາະແປຮສລີແລະພາຮາເຊລໃນເຂຕທະເລ
ຈີນໃຕ້ໃຫ້ເປັນປຼະເດັນທີ່ສຳຄັນໃນຖແລງກາຮນ໌ຣ່ວມຂອງກາຮປຼະຊຸມຮັຖມົນຕຼີຕ່າງປຼະເທສເອຊຽນໃນ
ຄັ້ງຫຼັງສຸດນີ້ ທາງກາຮວຽຕນາມຈຶ່ງໄດ້ສະແດງອອກເຖິງຄວາມບໍ່ພໍໃຈຕໍ່ກາຮສະແດງບົທບາທດັ່ງກ່າວ
ຂອງກາຮກັມພູຊາຢ່າງຊັດເຈນ ຊຶ່ງນັ້ນກໍເປັນທີ່ມາຂອງກາຮບໍ່ຍິນຍອມໃຫ້ມີກາຮຖແລງກາຮນ໌ຣ່ວມສຳ
ລັບກາຮປຼະຊຸມ ຮັຖມົນຕຼີຕ່າງປຼະເທສເອຊ່ຽນໃນຄັ້ງນີ້ແລະຍັງຖືວ່າເປັນກາຮຫັກຫນ້າປຼະເທສເຈົ້າພາບ
ເຊັ່ນກັມພູຊາໂດຍຕຼົງດ້ວຍ.
    ກາຮສະແດງທ່າທີຕອບໂຕ້ຂອງທາງກາຮວຽຕນາມທີ່ມີຕໍ່ທາງກາຮກັມພູຊານັ້ນຍ່ອມຈະບໍ່ແມ່ນເຮື້ອງ
ທີ່ປົກຕິຢ່າງແນ່ນອນເພາະແຕ່ໃດໆມາຮັຖບາລວຽຕນາມກໍໄດ້ສະແດງຫາຮໂອບອູ້ມຮັຖບາລຂອງຣຸນ
ເຊລມາໂດຽຕຼອດ ແຕ່ມາຍົກເວັ້ນໃນກາຮປຼະຊຸມຮັຖມົນຕຼີເອຊ່ຽນຄັ້ງຫຼັງສຸດນີ້ທີ່ທາງກາຮວຽຕນາມສຸດ
ທີ່ຈະທົທານຕໍ່ພຶຕຕິກັມອັນບໍ່ເພິ່ງປຼະສົງຄ໌ຂອງຮັຖບາລຣຸນເຊລໄດ້ອີກຕໍ່ໄປໂດຍສເພາະຢ່າງຍິ່ງພຶຕຕິກັມ
ອັນບໍ່ເພິ່ງປຼະສົງຄ໌ທີ່ວ່ານີ້ຍັງໄດ້ສົ່ງຜົລກຼະທົບຕໍ່ຜົລປຼະໂຍຊນ໌ແຫ່ງຊາຕິຂອງມຫາມິຕຮເຊັ່ນວຽຕນາມອີກ
ດ້ວຍ.
    ແຕ່ກໍແນ່ນອນທີ່ສຸດວ່າກາຮທີ່ທາງກາຮກັມພູຊາໄດ້ຕັດສິນໃຈເດີນຕາມຄວາມຕ້ອງກາຮດັ່ງກ່າວຂອງ
ທາງກາຮຈີນກໍຍ່ອມຈະບໍ່ແມ່ນເຮື້ອງທັມດາເຊັ່ນກັນເພາະກາຮທີ່ເຣັດໃຫ້ສາມາດກ່າວໄດ້ເລີຍວ່າຈີນນັ້ນ
ໄດ້ໃຫ້ຜົລປຼະໂຍຊນ໌ແກ່ຮັຖບາລກັມພູຊາຂອງຣຸນເຊລຢ່າງມຫາສາລແລະເພີ້ມຂຶ້ນຢ່າງລຽນຕິດໂດຍກໍ
ຮະນີນີ້ຍິ່ງຊັດເຈນທີ່ສຸດເວລານີ້ກໍຄືກາຮຕອບສນອງແຜນກາຮພັທນາເຂຕເສຖກິຈຂອງຮັຖບາລຣຸນເຊລ
ນັ້ນເອງ.
     ເຖິງແມ່ນວ່ານັບຈາກປີ 2005 ເປັນຕົ້ນມາຈົນເຖິງປັຈຈຸບັນ ຮັຖບາລຣຸນເຊນຈະໄດ້ອະນຸມັຕິໃຫ້ມີກາຮ
ກໍ່ຕັ້ງເຂຕເສຖກິຈພິເສສຢ່າງເປັນທາງກາຮແລ້ວເຖິງ 21 ແຫ່ງໃນທົ່ວປຼະເທສກໍຕາມແຕ່ເຫັນວ່າເຂຕທີ່
ຣຸນເຊລໄດ້ຝາກຄວາມຫວັງໄວ້ຫຼາຍທີ່ສຸດນັ້ນຄືເຂຕເສຖກິຈພິເສສທີ່ສີຫານຸວິລລ໌ຊຶ່ງມີຢູ່ເຖິງ 6 ແຫ່ງ
ດ້ວຍກັນແລະທີ່ຖືວ່າເປັນເຂຕເສຖກິຈພິເສສທີ່ຣຸນເຊລໄດ້ໃຫ້ຄວາມສຳຄັນທີ່ສຸດເຖິງກັບເດີນທາງໄປ
ຣ່ວມວາສີລາລືກສ໌ກາຮກໍ່ສ້າງດ້ວຍຕົນເອງ.
    ນັ້ນກໍຄືເຂຕເສຖກິຈພິເສສບົນເນື້ອທີ່ເກືອບ 1,700 ເຣກຕາຮ໌ຂອງເມືອງຊາຍຝັ່ງທະເລທີ່ສີຫານຸວິລລ໌
ໃນພາຄໃຕ້ກັມພູຊາຊຶ່ງຖືເປັນກາຮລົງທຶນຂອງກຸ່ມບໍຮິສັທ Jiangsu Taihu International Corp.ຈາກຈີນ
ສຳລັບບໍຮິສັທຈີນໄປລົງທຶນໃນລາວປ່ຽນຈາກຊື່ພາສາຈີນ ຊື່ພາສາອັງກຮິສມາເປັນພາສາລາວເຊັ່ນບໍ
ຮິສັທດອກຄຳ,ບໍຮິສັມເຫມີຍຄຳດັ່ງນີ້ເປັນຕົ້ນເພື່ອໃຫ້ພັຄ-ຮັຖຫຸ່ນແຫກຕາປຼະຊາຊົນແລະຕ່າງປຼະເທສໄດ້.
    (ກຸ່ມຜູ່ນຳກັມພູຊາກ້າບັງອາຈແຂງຂໍ່ກັບແກວ ແຕ່ກຸ່ມກຳອຳນາຈລາວກຳຫຳ..ຢ້ານຫຼາຍໃຫ້ລາຫນີ)

No comments:

Post a Comment