Wednesday, August 8, 2012

ກາຮຫມູນວຽນກັນກ້າວຂຶ້ນຂອງຮາຊວົງຜເດັຈກາຮຊຸດປັຈຈຸບັນນັ້ນກໍຄືຮະບົບຜູກຂາດອຳນາຈແລະຮະ
ບົບອຸປຖັມພ໌ຊຶ່ງຣັບໃຊ້ແຕ່ສເພາະສຫາຍພາຍໃນກຸ່ມກົງຈັກຮພັຄ-ຮັຖໂດຍບໍ່ຄຳນຶງເຖິງຮະດັບຄວາມຣູ້
ຮະດັບກາຮສຶກສາກາຮບໍຮິຫາຮຈັດກາຮແລະກາຮພັທນາຮະດັບຊາຕິມັນຈຶ່ງຍຸ້ງປານເຈັກຂາຍລວດມາ
ຈົນເຖິງປັຈຈຸບັນໂດຍສເພາະສາຍຮາຊວົງເລົ່າລີເຂຕພາຄເຫນືອ,ຮາຊວົງເມືອງພວນແກ້ວບຸນພັນແລະ
ສາຍຮາຊວົງຈຳປາສັກ ສີພັນດອນໂດຍສເພາະອິດທິພົລຕ່າງຊາຕິໃນລາວຊຶ່ງແມ່ນແກວກັບຈີນ ຝ່າຍຈີນ
ອາໃສຊື້ຈ້າງຈອບອອຍກຸ່ມຜູ່ມີອຳນາຈໃນພັຄ-ຮັຖໃຫ້ເປັນລູກແຫຼ້ງຕີນມື. ສ່ວນແກວໃຊ້ອຳນາຈເຕັງຫົວ
ກຸ່ມກຳອຳນາຈພັຄ-ຮັຖເພາະແກວຖືຕາມສັນຍາມິຕຮພາບລາວ-ວຽຕຊຶ່ງໃນນັ້ນກໍຄືບັງຄັບໃຫ້ລູກແຫຼ້ງ
ຕີນມືຜູ່ໄດ້ຊຸບລ້ຽງມາຈົນໄດ້ໄຊຊນະນັ້ນປະຕິບັຕິຕາມຄຳບົງກາຮຂອງຕົນຊຶ່ງໃນນີ້ສ່ວນໃຫຍ່ແມ່ນຮາຊ
ວົງສີພັນດອນທີ່ສືບທອດຈາກຮາຊວົງພົມວິຫານນັ້ນເອງ.
    ໃນວົງຈອນອຸບາທຕ໌ອັນນີ້ໄດ້ສົ່ງຜົລກຼະທົບຕໍ່ຊັພໃນດິນສິນໃນນ້ຳຂອງຊາຕິ ກຼະທົບຕໍ່ປຼະຊາຊົນລາວ
ແລະກຼະທົບຕໍ່ບຸຄລາກອນຂອງຮັຖຜູ່ທີ່ມີເຈຕນາຕ້ອງກາຮສ້າງຊາຕິແກ້ໄຂຄວາມຍາກຈົນຂອງປຼະຊາຊົນ
ແຕ່ບໍ່ມີໂອກາສເພາະຮາຊວົງຜເດັຈກາຮເຫຼົ່ານີ້ຜູກຂາດອຳນາຈຫນ້າທີ່ໄວ້ໃຫ້ແຕ່ສເພາະລູກຫູານຍາຕິ
ໂກໂຫຕິກາຂອງພວກເຂົາທັ້ງໆທີ່ບໍ່ມີຮະດັບກາຮສຶກສາ ຊຶ່ງໃນປຼະເທສບໍ່ແມ່ນບໍ່ມີນັກວິຊາກາຮ ນັກວິ
ຊາກາຮມີແຕ່ບໍ່ມີວາສນາໄດ້ດຳຮົງລົງມືທຳງານເທົ່ານັ້ນເອງ.
        ເຊັ່ນໃນປີ 2010ຜ່ານມາສຫາຍຈຸມມະລີ ໄຊຍະສອນທີ່ເປັນຫົວຫນ້າອຳມາດຝ່າຍໃຕ້ກໍໄດ້ກຳຈັດ
ສຫາຍບົວສອນ ບຸບຜາວັນນາຍົກຯລົງໃນຄວາມຂັດແຍ່ງຮະຫວ່າງແກວກັບຈີນກາງສະພາແລ້ວນຳ
ເອົາສຫາຍທອງສິງ ທັມວົງປຼະທານສະພາຕົບມືທີ່ຫົວຫນ້າອຳມາດຝ່າຍຮາຊວົງເມືອງພວນມາແທນ
ໂດຍໃຫ້ເຫຕຸຜົລພຽງວ່າສຫາຍບົວສອນມີບັນຫາກ່ຽວກັບຊີວິຕຄອບຄົວ ແຕ່ຖ້າມອງໃນແງ່ຂອງອຳ
ນາຈທາງກາຮເມືອງແລ້ວກໍຄືເປັນກາຮປັບປ່ຽນນີ້ມີນັຍໆທີ່ສແດງເຖິງກາຮໃຊ້ອຳນາຈສູງສຸດທີ່ຊັດ
ເຈນເປັນຄັ້ງແຮກຂອງສຫາຍຈຸມມະລີເພາະຈິງໆແລ້ວຜູ່ທີ່ສເນີແຕ່ງຕັ້ງໃຫ້ບົວສອນມາເປັນນາຍົກຯ
ນັ້ນກໍຄືສຫາຍຄຳໄຕ ສີພັນດອນໃນຂນະທີ່ມີອຳນາຈໃນຮັຖບາລ.
   ນອກຈາກນັ້ນກໍຍັງມີບຸຄລາກອນລຸ້ນໃຫມ່ຂອງພັຄທີ່ຈົບກາຮສຶກສາຈາກຕ່າງປຼະເທສມີທັງໂລກ
ຕະວັນຕົກແລະໂລກອະດີຕສຫະພາບໂຊວຽຕອີກຫຼາຍຄົນກໍໄດ້ຣັບກາຮສນັບສນຸນສົ່ງເສີມແຕ່
ຕ້ອງແມ່ນລູກຫຼານຂອງກຸ່ມກາຮປະຕິວັຕິເຊັ່ນສຫາຍບຸນປອນ ບຸດຕະນະວົງທີ່ກ້າວມາຈາກຕຳແຫໜ່ງ
ເຈົ້າແຂວງອຸດົມໄຊຂຶ້ນມາເປັນກັມກາຮກົຼມກາຮເມືອງແລະຄນະເລຂາຯພັຄຯສ່ວນສຫາຍພັນຄຳ ວິ
ພາວັນໄດ້ຣັບຕຳແຫນ່ງທັງກັມກາຮກຼົມກາຮເມືອງພັຄຯແລະຄວບຕຳແຫນ່ງຮັຖມົນຕີກຼະຊວງສຶກສາ
ທິກາຮແລະກີລາອີກເພື່ອເປັນກາຮເອົາໃຈຮາຊວົງເມືອງພວນ.
    ສ່ວນຜູ່ທີ່ເປັນຍາຕິໂກໂຫຕິກາຂອງອະດີຕຜູ່ນຳທັງຫຼາຍຂອງພັຄຯນັ້ນກໍຍັງຄົງໄດ້ຣັບຕຳແຫນ່ງ
ສຳຄັນໆໃນທາງກາຮເມືອງຕໍ່ໄປເຊັ່ນສຫາຍໄຊສົມພອນ ພົມວິຫານຍັງຄົງເປັນກັມກາຮບໍຮິຫາຮສູນຍ໌ກາງພັຄຯແລະຮອງປຼະທານສະພາຕົບມືຢູ່ໃນຂນະທີ່ ພົລ
ຕຼີ.ສັນຍາຮັກ ພົມວິຫານກໍເປັນທັງກັມກາຮບໍຮິຫາຮສູນຍ໌ກາງພັຄຯແລະຫົວຫນ້າກຼົມໃຫຍ່ເສນາທິ
ກາຮກອງທັພທັງຍັງໄດ້ຣັບກາຮສົ່ງເສີມໃຫ້ກ້າວສູ່ຕຳແຫນ່ງຮັຖມົນຕຼີຊ່ອຍປ້ອງກັນປຼະເທສເພື່ອລໍຈັງ
ຫວະເປັນເຈົ້າກຼະຊວງຕໍ່ໄປ.
    ທາງດ້ານສຫາຍ ດວງສວັສ ສຸພານຸວົງລູກຊາຍສຸພານຸວົງກໍໄດ້ຣັບເປັນຮັຖມົນຕຼີປຼະຈຳສຳນັກນາຍົກຯ
ໃນຂນະທີ່ສຫາຍ ນາມ ວິຍະເກຕຸລູກຊາຍຫົວຫນ້າອຳມາດຝ່າຍໃຕ້ອະດີຕປຼະທານສະພາຕົບມືຍັງຄອງ
ຕຳແຫນ່ງຮັຖມົນຕຼີອຸຕສາຫະກັມ-ກາຮຄ້າຕໍ່ອີກນຶ່ງສມັຍ ສ່ວນສຫາຍສອນໄຊ ສີພັນດອນລູກຊາຍຮາຊ
ວົງສີພັນດອນເປັນທັງເຈົ້າແຂວງຈຳປາສັກຕໍ່ໄປອີກນຶ່ງສມັຍຄວບທັງຕຳແຫນ່ງເລຂາທິກາຮພັຄແຂວງ
ອີກດ້ວຍແລະໃນຂນະທີ່ສຫາຍເອກສະວ່າງ ວົງວິຈິຕຍາຕິໂກສຫາຍພູມີ ວົງວິຈິຕກໍກ້າວຂຶ້ນເປັນຮັຖມົນ
ຕຼີສາທາຮະນະສຸຂເຕັມຕົວ.
    ແລະຍິ່ງໄປກວ່ານັ້ນດ້ວຍເຫຕຸທີ່ວ່າພັຄຯໄດ້ປຼະກາສເປົ້າຫມາຍຕໍ່ປຼະຊາຊົນວ່າຈະນຳປຼະເທສໃຫ້ຫຼຸດ
ພົ້ນຈາກຄວາມຍາກຈົນພາຍໃນປີ 2015 ແລະນຳພາປຼະເທສໃຫ້ພົ້ນສະພາບດ້ອຍພັທນາໃນປີ 2020
ແລ້ວຈຶ່ງເຣັດໃຫ້ພັຄຯຕ້ອງໄດ້ອາໃສບຸຄລາກອນລຸ້ນໃຫມ່ທີ່ມີຄວາມສາມາດແລະຣູ້ເທົ່າທັນກັບສຖານະ
ກາຮນ໌ໂລກທີ່ປ່ຽນແປງຕຼອດເວລາ ພາກັນວ່າດັ່ງນັ້ນແລະຄວາມຢູ່ລອດຂອງພັຄໂທນເປັນອັນວ່າສິ້ນສຸດ
ລົງ..ແຕ່ໃນເຮື້ອງນີ້ມີນັກວິເຄາະຫ໌ຫຼາຍຄົນເຫັນວ່າຄວາມປ່ຽນແປງສເພາະພາຍໃນຄົນຂອງພັຄຯຍັງບໍ່
ສາມາດປັບປ່ຽນໄດ້ເພາະຮະດັບຄວາມຣັບຣູ້ແລະປຼະສົບກາຮຍັງບໍ່ທັນມີພຽງພໍຕ້ອງມາຈາກທາງນອກ
ບັນຫາແລະອຸປສັກຂອງກາຮພັທນາຊາຕິຫຼືຫຼີກເວັ້ນປຼະເທສດ້ອຍພັທນານັ້ນສິ່ງທີ່ສຳຄັນສຸດແມ່ນຮະບອບ
ກາຮປົກຄອງທີ່ເປັນຜເດັຈກາຮໂດຍພັຄດຽວນັ້ນແຫຼະຕໍ່ໃຫ້ປ່ຽນສິບຄັ້ງກໍຍັງຢູ່ບ່ອນເດິມແລະຕໍ່ໃຫ້ສຖາ
ປນາຂຶ້ນຕື່ມອີກ 10 ຮາຊວົງກໍຍັງເຫມືອນກົບໃນນ້ຳສ້າງຢ່າງເດີມ.

No comments:

Post a Comment