Thursday, January 31, 2013

                                  ຄວາມ​ຄືບ​ຫ​ນ້າ​ກາ​ຮ​ເຄື່ອນ​ໄຫວ​ຂອງ​ໂຈ​ຮາ​ທິ​ປ​ໄຕ​ບ​ແຫ່ງ​ຈີນ
   (ປິດ​ຍຸ​ຄ​ແຫ່ງ​ອຳ​ນາ​ຈ​ຂົ້ວ​ດຽວຂອງ​ສ​ຫາຍ​ຫູ ຈິນ​ເຖົາ-ເຫວິນ ເຈິ​ເປົາແລະ​ຄວາມ​ແຕກ​ຕ່າງກາ​ຮ​ເຊີດ​ສິງ​ຫ໌​ໂຕ 
ຂົ້ວອຳ​ນາ​ຈ​ເກົ່າ​ກັບ​ໃຫມ່​..ຢ່າງ​ໃດ​ກໍ​ຕາມ​ນະ​ທີ່​ແຫ່ງ​ໃດ​ມີ​ກາ​ຮ​ກົດ​ຂິ່​ຂູດ​ຣີດ ທີ່​ແຫ່ງນັ້ນ​ຕ້ອງ​ເກີດ​ກາ​ຮ​ຕໍ່​ຕ້ານ)
ອິງ​ຕາມຮາຍ​ງານຕໍ່​ສະ​ພາຕົບມື​ແຫ່ງ​ຮັ​ຖ​ໂຈຮາ​ທິ​ປ​ັ​ຕ​ຮ​ຂອງ​ຈີນ​ໃນ​ກອງ​ປ​ຼະ​ຊຸມ​ສ​ມັ​ຊ​ຊາ​ແຫ່ງ​ຊາ​ຕິ​ທີ່​ຜ່ານ​ມາ​
ຂອງອະ​ທິ​ບໍ​ດີ​ສ​ຖາ​ບັນ​ກາ​ຮ​ເມືອງ​ແຫ່ງ​ພັ​ຄ​ໂຈ​ຮາ​ທິ​ປັ​ຕ​ຮ​ຂອງ​ຈີນ​ບໍ່​ມີ​ກາ​ຮ​ປ່ຽນ​ແປງ​ນະ​ໂຍ​ບາຍ​ແລະ​ອຸ​ດົມ​
ກາ​ຮ​ນ໌ຂອງ​ພັ​ຄຯ​ເທົ່າ​ທີ່​ຄວນ..ສ່ວນ​ໃຫ​ຍ່​ຍັງ​ເຫມືອນ​ເດີມ.
    ກາ​ຮ​ປິດ​ຍຸ​ຄ​ອຳ​ນາ​ຈ​ຂົ້ວ​ດຽວ​ມີ​ຄື:
-ກາ​ຮ​ເປັນ​ປ​ຼະ​ເທ​ສ​ສັງ​ຄົມ​ນິ​ຍົມ​ຫຼື​ໂຈ​ຮາ​ທິ​ປັ​ຕ​ຮນີ້​ບໍ່​ຍອມ​ປ່ຽນ​ແປງ​ເພາະ​ທາງ​ພັ​ຄຯ​ໄດ້​ວິ​ຈັຍ​ລັກ​ສ​ນະ​ຂອງ​ປ​ຼະ​
ເທ​ສ​ຈີນມາ​ນານ​ໂດຽອ້າງວ່າ​ໄດ້​ຜ່ານອຸ​ປ​ສັຄ​ດິ໌ຊ່ວງ​ກາງ​ຣາກ​ຖານ​ປ​ຼະ​ເທ​ສ​ໄວ້​ຫຼາຍ​ຢ່າງ ວິ​ທີ​ກາ​ຮນີ້​ໄດ້​ພິ​ສູ​ຈ​ນ໌
ແລ້ວ​ວ່າ​ສາ​ມາດ​ເຣັດ​ໃຫ້​ເກີດ​ກາ​ຮ​ພັ​ທ​ນາ​ໄວ​ທັນ​ໃຈ.
-ຍຸ​ທ​ສາ​ສ​ຕ​ຮ໌​ຮວມ​ແລະ​ເປົ້າ​ຫມາຍ​ຈີນ​ບໍ່​ປ່ຽນ​ແປງ​ເພາະ​ໄດ້​ສະ​ສົມ​ປ​ຼະ​ສົບ​ກາ​ຮ​ນ໌ນີ້​ແລະ​ປ​ຼະ​ສົບ​ຄວາມ​ສຳ​ເຮັ​ຈ
ໃນ​ກາ​ຮ​ເປັນ​ສູນ​ຍ໌​ຮວມ​ຂອງ​ປ​ຼະ​ຊາ​ຊົນ​ຈີນ​ທັງ​ຍັງ​ຕັ້ງ​ເປົ້າ​ຫມາຍ​ພາຍ​ໃນ​ປີ 2020 ຈະ​ເຣັດ​ໃຫ້​ປ​ຼະ​ຊາ​ຊົນ​ຈີນ
ສ່ວນ​ໃຫ​ຍ່​ມີ​ຊີ​ວິ​ຕ​ພູນ​ສຸ​ຂ​ໂດຽ​ທີ່​ປ​ຼະ​ຊຸມ​ສ​ມັ​ຊ​ຊາ​ໃຫ​ຍ່​ພັ​ຄຯ​ກໍ​ໄດ້​ເນັ້ນ​ຫ​ນັກ​ເປົ້າ​ຫມາຍນີ້​ວ່າ​ຈະ​ເຣັດ​ໃຫ້​ຮາຍ​ໄດ້
ຕໍ່​ຫົວ​ຂອງ​ປ​ຼະ​ຊາ​ຊົນ​ຈີນ​ຂ​ຍາຍ​ອີກ​ເທົ່າຕົວເມື່ອ​ທຽບ​ກັບ​ປີ 2010 ແລະ​ກາ​ຮ​ຂ​ຍາຍ​ຕົວ​ດ້ານ​ເສຖກິ​ຈ​ຕ້ອງ​ຢູ່​ໃນ​
ອັ​ຕ​ຮາ 6.8%  ດັ່ວງນັ້ນເປັນ​ພຽງ​ເຈັກ​ຝັນ​ເຫັນ​ແຣ້ງ​ຈັບ​ຫຼັງ​ຄາ​ບ້ານ​ຫຼື​ບໍ່​ຕ້ອງ​ຕິດ​ຕາມ.
-ຈີນ​ໄດ້​ວາງ​ຣາກ​ຖານ​ຂອງ​ຕົນ​ໃຫ້​ເປັນ​ປ​ຼະ​ເທ​ສ​ກຳ​ລັງ​ພັ​ທ​ນາ​ທີ່​ໃຫ​ຍ່​ທີ່​ສຸດ​ໃນ​ໂລກ​ເພາະ​ຈະ​ໄດ້​ສວຍ​ໃຊ້​ເປັນ​
ເງື່ອນ​ໄຂບັ້ງ​ຕົວະແລະ​ແຫກ​ຕາ​ກຸ່ມ​ໂຈ​ຮາ​ທິ​ປັ​ຕ​ຮກຼະ​ຈອກ​ລູກ​ສ​ມຸນ​ວ່າ​ອີກ​ບໍ່​ນານຈີນຕ້ອງ​ກ້າວ​ຂຶ້ນ​ທຽບ​ອະ​ເມ
ຮິ​ກາ​ສົມ​ໃຈ​ນຶກ.
-ຄວາມ​ຣ່ວມ​ມື​ຮະ​ຫວ່າງ​ປ​ຼະ​ເທ​ສ​ຜູ່​ນຳ​ໃຫມ່ຈີນວ່າ​ເນັ້ນ​ຫ​ນັກ​ເຮື້ອງ​ສັນ​ຕິ​ພາບ​ບໍ່​ປ່ຽນ​ແປງ​ແລະ​ຈະ​ຂ​ຍາຍ​ຄວາມ
ຣ່ວມ​ມື​ຫຼາຍ​ຂຶ້ນ​ເພາະ​ເມື່ອ​ຈີນ​ກ້າວ​ຂຶ້ນ​ເປັນ​ມ​ຫາ​ອຳ​ນາ​ຈ​ຈະ​ບໍ່​ສ້າງ​ຄວາມ​ຂັດ​ແຍ່ງ​​ກັບ​ປ​ຼະ​ເທ​ສ​ອື່ນໆ.
-ສຳ​ລັບຄວາມ​ສັມ​ພັນ​ທ໌​ທີ່​ມີ​ຕໍ່​ເອ​ຊ່ຽນ​ແລະ​ກັບ​ໄທ​ຍ​ບໍ່​ປ່ຽນ​ແປງ​ກາ​ຮ​ພັ​ທ​ນາ​ເນັ້ນ​ສັນ​ຕິ​ພາບ​ຄວາມ​ສ​ເມີ​ພາບ
ແລະ​ມີ​ປ​ຼະ​ໂຍ​ຊ​ນ໌​ຣ່ວມ​ກັນ​ເປັນ​ຫຼັກ.
     ຢ່າງ​ໃດ​ກໍ​ດີ​ສຳ​ລັບ​ຄວາມ​ສັມ​ພັນ​ທ໌​ຂອງ​ຈີນ​ກັບ​ໄທ​ຍ​ເວ​ລານີ້​ໃນ​ບໍ​ຮິ​ບົ​ທ​ຂອງ​ສ​ຖາ​ນະ​ກາ​ຮ​ນ໌​ໂລກນັ້ນ​ທັງ
ສອງ​ຊາ​ຕິ​ຕ້ອງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ມີ​ຄວາມ​ສັມ​ພັນ​ທ໌​ໃນ​ລັກ​ສ​ນະ​ຫຸ້ນ​ສ່ວນ​ທາງ​ຍຸ​ທ​ສາ​ສ​ຕ​ຮ໌​​ຈະ​ມີຫຼາຍ
ກວ່າຄວາມ​ສັມ​ພັນທ໌ດ້ານ​ເສ​ຖ​ກິ​ຈ​ເທົ່າ​ນັ້ນຄື​ທັງ​ສອງ​ຝ່າຍ​ຕ້ອງ​ເຊື້ອມ​ສັມ​ພັນ​ທ໌​ກັນ​ທຸກ​ມິ​ຕິ​ທັງ​ເສ​ຖ​ກິ​ຈ,ສັງ​ຄົມ
ວັ​ທ​ນະ​ທັມ​ແລະ​ພາກ​ປ​ຼະ​ຊາ​ຊົນ​ເພຶ່ອ​ພູ​ມິ​ພາກ​ເອ​ເຊັຍ.

No comments:

Post a Comment