Tuesday, January 29, 2013

                                            ບົ​ທ​ຮາຍ​ງານ​ຂອງ​ເອ​ເຊັຽ ໄທ​ມ໌ 1/23/2013
                             ກາ​ຮ​ຈະ​ກ້າວ​ໄປ​ສູ່​ປ​ຼະ​ຊາ​ຄົມ​ເສ​ຖ​ກິ​ຈ​ເອ​ຊ່ຽນ(ເອ​ອິ​ຊີ)ເພື່ອ​ຣ່ວມ​ພັ​ທ​ນາ​ເສ​ຖ​ກິ​ຈ​ຂອງ​ພູ​ມິ
ພາ​ຄ ແຕ່​ເຫັນ​ວ່າ​ເສ​ຮີ​ພາບ​ໃນ​ກາ​ຮ​ສະ​ແດງ​ຄວາມ​ເຫັນ​ຕາມ​ຮະ​ບອບ​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ຂອງ​ບັ​ລ​ດາ​ກຸ່ມ​ປ​ຼະ​ເທ​ສ
ເອ​ຊ່ຽນ​ນັ້ນ​ມີ​ກາ​ຮ​ພັ​ທ​ນາ​ທີ່​ຊ້າ​ທີ່​ສຸດ.
    ຄັ້ງ​ຫຼັງ​ສຸດ​ຂອງ​ອາ​ທິ​ຕ​ຍ໌​ຜ່ານ​ມາ​ກໍ​ຮະ​ນີ​ກາ​ຮ​ຈັບ​ກຸມທ່ານ​ສົມ​ຍົ​ສ​ພະ​ລື​ສາ​ກະ​ເສມ​ສຸ​ຂ​ອະ​ດີ​ຕ​ບັ​ນ​ນາ​ທິ​ກາ​ຮ
ນິ​ຕ​ຍະ​ສາ​ຮ"ສຽງ​ທັກ​ສິນ​ຫຼື​ ວອຍ​ຊ໌ອອ​ຟ ທັກ​ສິນ"ທີ່​ຖືກ​ຈຳ​ຄຸກ 11ປີດ​້ວຍ​ຂໍ້​ຫາ​ສອງກຼະ​ທົງ​ຖື​ເປັນ​ປ​ຼະ​ເດັນ​ທີ່
ກ່ຽວ​ໂຍງ​ເຖິງ​ບັ​ລ​ຍາ​ກາ​ສ​ດ້ານ​ສິດ​ທ​ິ​ເສ​ຮີ​ພາບ​ໃນ​ໄທ​ຍ.
   ໃນ​ຂ​ນະ​ທີ່​ສື່ມວ​ລ​ຊົນ​ທົ່ວ​ໂລກ​ຮາຍ​ງານ​ເຮື້ອງນີ້​ເປັນ​ຂ່າ​ວ​ເດັ່ນ​ບໍ່​ວ່າ​ຈະ​ເປັນ​ບີ​ບີ​ຊີ ຊີ​ເອ​ເອັນເອັນ​ແລະ​ນິວ
ຢອກ​ໄທ​ມ໌.ຂ​ນະ​ທີ່​ມີ​ປະ​ຕິ​ກິ​ຮິ​ຍາ​ຈາກ​ຫຼາຍ​ຫ​ນ່ວຍ​ງານ​ທົ່ວ​ໂລກ​ເຊັ່ນ​ຂ້າ​ຫຼວງ​ໃຫ​ຍ່​ຍູ​ເອັນ​ຕ່າງ​ສະ​ແດງ​ຄວາມ
ບໍ່​ເຫັນ​ດ້ວຍ ດ້ານ​ສ​ຫະ​ພາບ​ຍູ​ໂຮ​ປ​ກໍ​ອອກ​ຖ​ແລງ​ກາ​ຮ​ນ໌​ວ່າ​ບັ​ລ​ດາ​ຊາ​ຕິ​ສ​ມາ​ຊິກ​ຣູ້​ສຶກ​ກັງ​ວົ​ລ​ໃຈ​ຕໍ່​ສ​ຖາ​ນະ​
ກາ​ຮ​ນ໌ປ​ຼະ​ຊາ​ທິ​ປ​ໄຕ​ຍ​ໃນ​ໄທ​ຍ.
   ກ່ອນ​ຫ​ນ້ານັ້ນ ກາ​ຍາ​ທ​ຮີ​ເຄີຍ​ໃຫ້​ສັມ​ພາກ​ສ​ນ໌​ຂ່າວ​ໃນ​ໄທ​ຍ​ບາງ​ສ​ບັບ​ວ່າ​ໃນ​ຊ່ວງ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ມີ​ກາ​ຮ
ລົງ​ໂທ​ສ​ຫຼື​ກົດ​ດັນ​ຕົວ​ກາງ​ກາ​ຮ​ສື່​ສາ​ຮ​ເຊັ່ນ ບ.ກ.ຫລື​ເວັບ​ມັ​ສ​ເຕີ​ຮ໌​ໂດຍ​ຮັ​ຖ​ໃນ​ເອ​ຊ່ຽນ​ບາງ​ປ​ຼະ​ເທ​ສ​ຈຳ​ນວນ​ມາກ.
ນອກ​ຈາກໄທ​ແລ້ວ ສ​ຖາ​ນະ​ກາ​ຮ​ນ໌​ດ້ານ​ເສ​ຮີ​ພາບ​ໃນ​ກາ​ຮ​ສະ​ແດງ​ອອກ​ຂອງ​ເອ​ຊ່ຽນ​ຍັງ​ຖື​ໄດວ່າເປັນ​ຫ່ວງ​ທີ່​ສຸດ.
ເຫັນ​ໄດ້​ຈາກ​ກາ​ຮ​ຈັດ​ອັນ​ດັບ​ເສ​ຮີ​ພາບ​ສື່​ຂອງ​ຟ​ຮີ​ດອມ ເຣົາ​ສ໌​ທີ່​ຊາ​ຕິ​ໃນ​ເອ​ຊ່ຽນ​ພາ​ກັນ​ສອບ​ຕົກ​ທັງ​ຫມົດ​ເພາະ
ຍັງ​ບໍ່​ມີ​ຊາ​ຕິ​ໃດ​ໄດ້​ອັນ​ດັບ​ສີ​ຂຽວ(ສື່​ມີ​ເສ​ຮີ​ພາບ​ເຕັມ​ທີ່)ເລີຍ​ສູງ​ສຸດ​ມີ​ພຽງແຕ່​ສີ​ເຫຼືອງບາງ​ສ່ວນແລະ​ແດງ)ນັ້ນ​ຄື​ສື່
ບໍ່​ມີ​ເສ​ຮີ​ພາບ.
  ສຳ​ລັບ​ໄທ​ຍ​ເມື່ອ​ກ່ອນ​ຢູ່​ໃນ​ເຂ​ຕ​ສີ​ແດງ ແຕ່​ກໍ​ຫາ​ເລື່ອນ​ຊັ້ນ​ຂຶ້ນ​ມາ​ເປັນ​ເຫຼືອງ​ເພາະ​ມີ​ກາ​ຮ​ເລືອກ​ຕັ້ງ​ຢ່າງ​ເສ​ຮີ
ເຖິງ​ຈະ​ມີ​ກາ​ຮ​ໃຊ້​ສິດ​ທິ​ເຖື່ອນ​ແລະ​ຊື້​ຄະ​ແນນ​ໃນ​ປີ 2554 .ສ່ວນ​ຟິ​ລິ​ປ​ປິນ​ສ໌​ເຖິງ​ແມ່ນ​ຈະ​ໄດ້​ສີ​ເຫຼືອງ​ແຕ່​ກໍ​ນັ່ງ
ໃນ​ຕຳ​ແຫ​ນ່ງ​ປ​ຼະ​ເທ​ສ​ທີ່​ມີ​ນັກ​ຂ່າວ​ຖືກ​ສັງ​ຫາ​ຮ​ຫຼາຍ​ທີ່​ສຸດ​ໃນ​ເອ​ຊ່ຽນ.
    ໃນ​ຂ​ນະ​ທີ່ ປ​ຼະ​ເທ​ສ​ໂຈ​ຮາ​ທິ​ປ​ໄຕ​ຍ​ແຫ່ງ​ປ​ຼະ​ເທ​ສ​ລາວ​ຊຶ່ງ​ຢູ່​ໃນ​ໂຊນ​ສີ​ແດງ​ເຕັມ​ຕົວ ແຕ່​ບໍ່​ແມ່ນ​ແດງ​ປ​ຼະ​ຊາ
ທິ​ປ​ໄຕ​ຍ​ເຫມືອນ​ພາ​ຄ​ອິ່​ສານ​ຂອງ​ໄທ​ຍຂ​ນະ​ນີ້​ກຳ​ລັງ​ດັງ​ໄປ​ທົ່ວ​ໂລກ​ບໍ່​ຕ້ອງ​ໃຫ້​ພັ​ຄ-ຮັ​ຖ​ໂຄ​ຊ​ນາ​ຊວນ​ເຊື່ອ​ກໍ​ໄດ້
ກໍ​ຮະ​ນີ​ຂອງ​ທ່ານ​ສົມ​ບັ​ຕິ ສົມ​ພອນ ເອັນ​ຈີ​ໂອ​ເຈົ້າ​ຂອງ​ຮາງວັ​ລ​ແມກ​ໄຊ​ໄຊ​ຖືກ​ອູ້ມ​ຫາຍ​ຕົວ​ໄປ​ແລະ​ນາງ​ສີ​ວັນ​ໄຊ
ທີ່​ແຂວງ​ຄຳ​ມ່ວນ​ຖືກ​ຈັບ​ຂັງ​ໂດຍ​ບໍ່​ດຳ​ເນີນ​ຄະ​ດີ​ກໍ​ຮະ​ນີ​ແກວ​ບຸກ​ຍຶດ​ທີ່​ທຳ​ກິນ​ມາ​ຕັ້ງ​ແຕ່​ປຸກ​ແຕ່​ປູ້ ແຕ່​ຮັ​ຖ​ທ້ອງ​ຖິ່ນ
ບອກວ່າ​ເປັນ​ພຶ້ນ​ທີ່​ສຳ​ປະ​ທານ​ຂອງ​ຮັ​ຖຯ.
    ກາ​ຮ​ອູ້ມຫາຍ​ຕົວ​ຂອ​ງ​ທ່ານ​ສົມ​ບັ​ຕິ ສົມ​ພອນ​ຫຼາຍ​ຝ່າຍມອ​ຝ​ວ່າ​ທາງ​ກາ​ຮ​ລາວ​ມີ​ສ່ວນ​ຣູ້​ເຫັນ​ແນ່ນອນ​ແລະ
ນອກ​ຈາກນີ້ ກຸ່ມ​ໂຈ​ຮາ​ທິ​ປ​ໄຕ​ຍ​ລາວ​ກໍ​ຫາ​ໄດ້​ຂັບ​ໄລ່​ເຈົ້າ​ຫ​ນ້າ​ທີ່​ອົງ​ຄ໌ກອນ​ພັ​ທ​ນາ​ຈາກ​ສວິ​ຕ​ເຊິ​ຮ໌​ແລນ​ດ໌​ອອກ
ຈາກ​ປຼະ​ເທ​ສ​ດ້ວຍ​ຄວາມ​ຜິດ​ຖານ​ຂັດ​ແຍ່ງ​ກັບ​ທາງ​ກາ​ຮ​ໂຈ​ຮາ​ທິ​ປ​ໄຕ​ຍ​ລາວ.
    ສ່ວນ​ກັມ​ພູ​ຊາ​ຈົນ​ເຖງ​ຂ​ນະ​ນີ້​ຍັງ​ຢູ່​ໃນ​ເຂ​ຕ​ສີ​ແດງ​ສົມ​ໃຈ​ນຶກ​ຂອງ​ຣຸນ​ເຊນ​ນາ​ຍົກ​ຕຼອດ​ຕາຍ​ກັມ​ພູ​ຊາ​ເພາະ
ມີ​ກົ​ຕ​ຫມາຍ​ບົ່ງ​ຊັດ​ວ່າ​ຫ້າມ​ວິ​ຈາ​ຮ​ນ໌​ເຈົ້າ​ຫ​ນ້າ​ທີ່​ຮັ​ຖຯ..ຂໍ້​ມູ​ລ​ຮະ​ບຸ​ວ່າ​ໃນ​ຣອບ 20ປີ​ຜ່ານ​ມາ ຫ​ນັງ​ສື​ພິມ​ກັມ​ພູ​
ຊາ 42 ສ​ບັບ​ຖືກ​ສັ່ງ​ປິດ​ຕາຍແລະ​ມີ​ກາ​ຮ​ຂົ່ມ​ຂູ່​ນັກ​ຂ່າວ​ໃນ​ປ​ຼະ​ເທ​ສ​ຕຼອດ​ກາ​ລ. ເມືຶ່​ອ​ປີ 2555 ມີ​ນັກ​ຂ່າວ​ຄົນ​ນຶ່ງ
ຖືກ​ລັກ​ພາ​ຕົວ​ແລະ​ຖືກ​ຄາ​ຕ​ກັມ​ຕໍ່​ມາ​ຫຼັງ​ນັກ​ຂ່າວ​ຄົນ​ນັ້ນ​ເປີດ​ໂປ່ງ​ກາ​ຮ​ລັກ​ລອບ​ຕັດ​ໄມ້​ຕຼອດ​ຈົ​ນ​ພຶ​ຕ​ຕິ​ກັມ​ຣີດ​ໄຖ
ຂອງ​ເຈົ້າ​ຫ​ນ້າ​ທີ່​ຮັ​ຖຯ.

No comments:

Post a Comment