Saturday, January 5, 2013

ພັ​ຄ​ປ​ຼະ​ຊາ​ຊົນ​ປະ​ຕິ​ວັ​ຕິ​ທີ່​ກຸ່ມ​ກຳ​ອຳ​ນາ​ຈ​ຮັ​ຖຯ​ຫຸ່ນ​ແອບ​ອ້າງ​ເປັນ​ພຽງ​ກຸ​ສ​ໂລ​ບາຍ​ທີ່​ດົງ​ຈີ້​ແກວ​ສັ່ງ​ໃຫ້​ນຳ
ໃຊ້​ໃນ​ຸ​ດົມ​ກາ​ຮ​ນ໌ປົກ​ປ້ອງ​ຜົ​ລ​ປ​ຼະ​ໂຍ​ຊ​ນ໌​ຂອງ​ແກວ​ໃນ​ປ​ຼະ​ເທ​ສ​ລາວ ຊຶ່ງ​ທາ​ຕຸ​ແທ້​ກໍ​ຄື​ລາວ​ແລະ​ກັມ​ພູ​ຊາ
ເປັນ​ຮັ​ຖ​ອະ​ນາ​ນິ​ຄົມ​ແຫ່ງວຽ​ຕ​ນາມ​ແທນ​ຊື່​ໃນ​ຄຳ​ວ່າ​..ສ​ຫະ​ພັນ​ທ໌ອິນ​ໂດ​ຈີນແລະ​ທຳ​ລາຍ​ພາບ​ພົ​ຈ​ນ໌
ຂອງ​ສ​ຫະ​ພັນ​ທ໌​ອິນ​ໂດ​ຈີນ​ແຫ່ງ​ຝ​ຼັ່ງ​ເສ​ສ.
 ປ​ຼະ​ຊາ​ຊົນ​ລາວ​ບໍ່​ໄດ້​ຂາຍ​ຊາ​ຕິ​ບໍ່​ໄດ້​ລົ້ມ​ລ້າງ​ເຊື້ອ​ຊາ​ຕິ​ເຜົ່າ​ພັນ​ທ໌​ຕົນ​ແຕ່​ຫາກ​ແມ່ນ​ກຸ່ມ​ຂາຍ​ຊາ​ຕິ​ສ​ຫາຍ​ສຸ​
ພາ​ນຸ​ວົງ,ໄກ​ສອນ ພົມ​ວິ​ຫານ,ສ​ຫາຍ​ຫ​ນູ​ຣັກ,ສ​ຫາຍສ​ມານ ວິ​ຍະ​ເກ​ຕ,ສ​ຫາຍ​ຄຳ​ອ້ວນ ບຸ​ຜາ,ສ​ຫາຍ​ອາ​ຊ່າງ
ເລົາ​ລີ,ສ​ຫາຍ​ລໍ​ບ​ລີ​ເຍົາ.
 ແຜນ​ທັງ​ມົດ​ນີ້​ເກີດ​ຈາກ​ເຈົ້າ​ວົງ​ຫ​ນ້າ​ຫັກ​ຫຼັງ​ເຈົ້າ​ວັງ​ຫຼວງ ຊຶ່ງ​ໃນ​ນີ້​ແຜນ​ຫັກ​ລ້າງ​ຄັ້ງ​ສຳ​ຄັນ​ແລະ​ຣຸນ​ແຣງ​ອັນ
ປ​ຼະ​ກອບ​ກັບ​ແຜນ​ກາ​ຮ​ນ໌​ສ​ຍາມ​ຕ້ອງ​ກາ​ຮ​ນ໌​ກືນ​ກິນ​ລາວ​ອີກ​ຫວັງ​ຊັ​ພ​ພ​ຍາ​ກອນ​ທັມ​ຊາ​ຕິ​ໃນ​ລາວ​ຈຶ່ງ​ປັ້ນ​ໃຫ້
ສ​ຫາຍ​ເພັ​ຊ​ຮາ​ຊ​ເສີມ​ສ້າງ​ພັ​ຄ​ປະ​ຕິ​ວັ​ຕິ​ວັ​ຕິ​ຂຶ້ນ​ມາ​ໂດຽ​ສ​ຖາ​ບັນ​ກະ​ສັ​ຕ​ຮິ​ຍ໌​ສ​ຍາມ​ຢູ່​ເບື້ອງ​ຫຼັງ​ແລະ​ໃຫ້​ກາ​ຮ
ສ​ນັບ​ສ​ນຸນ​ຕຼອດ​ກາ​ຮ​ນ໌..ແລ້ວ​ພັ​ຄ​ແນວ​ລາວ​ຣັກ​ຊາ​ຕິ​ແລະ​ລາວ​ອິ​ສ​ຮະ​ຈຶ່ງ​ຫາຍ​ໄປ​ຈາກ​ຂບວນກາ​ຮ​ຕໍ່​ສູ້
ຂອງ​ຄົນ​ລາວ​ກາຍ​ມາ​ເປັນ​ພັ​ຄ​ປະ​ຕິ​ວັ​ຕິ​ປ​ຼະ​ຊາ​ຊົນ​ລາວ. ທັ້ງ​ທີ່​ປ​ຼະ​ຊາ​ຊົນ​ລາວ​ບໍ່​ໄດ້​ເຫັນ​ດີ​ເຫັນ​ຊອບ​ແລະ​ບໍ່
ໄດ້​ຣ່ວມ​ກາ​ຮ​ປະ​ຕິ​ວັ​ຕິ.
     ສາຍ​ເຫ​ຕຸ​ສຳ​ຄັນ​ກ່ອນ​ຈະ​ມີ​ກາ​ຮ​ຈັດ​ທາງ​ກາ​ຮ​ເມືອງ​ຂອງ​ກຸ່ມ​ຂາຍ​ຊາ​ຕິ​ສ​ຫາຍ​ເຫັ​ຊ​ຮາ​ຊ​ຈຶ່ງ​ສັ່ງ​ກຳ​ຈັດ
ບຸ​ຄ​ຄົ​ລ​ສຳ​ຄັນ​ແລະ​ມີ​ອິດ​ທິ​ພົ​ລ​ທາງ​ພາ​ຄ​ໃຕ້​ແລະ​ພາ​ຄ​ເຫ​ນືອ​ໃຫ້​ສິ້ນ​ຊາກ​ເສັຽກ່ອນຊຶ່ງ​ທາງ​ພາ​ຄ​ໃຕ້​ກໍ​ມີ
ທ່ານ​ສີ​ທົນ ກຼົມ​ດຳ​ທາງ​ພາ​ຄ​ເຫ​ນືອ​ມີ​ທ່ານ​ນາຍ​ພົ​ລ.ພົມ​ມາ ດວງ​ມະ​ລາ.
  ທ່ານ​ສີ​ທົນ ກຼົມ​ເປັນ​ບຸ​ຄ​ຄົນ​ທີ່​ຊາວ​ລາວ​ເຜົ່າ​ຕ່າງໆ​ທາງ​ພາ​ຄ​ໃຕ້​ເຄົາ​ຮົ​ພ​ນັບ​ຖື​ແລະ​ຍອມ​ຣັບ​ແລະ​ເປັນ​ນັກ
ຊາ​ຕິ​ນິ​ຍົມ. ສ່ວນ​ທ່ານ​ພົມ​ມາ ດວງ​ມະ​ລາ​ເປັນ​ຫົວ​ຫ​ນ້າເຜົ່າ​ກຶມ​ມຸທາງ​ພາ​ຄ​ເຫ​ນືອ​ແລະ​ເປັນ​ນັກ​ຊາ​ຕິ​ນິ​ຍົມ
ຜູ່​ສຳ​ຄັນ​ແລະ​ເປັນ​ຜູ່​ລຶບ​ລ້າງ​ຄວາມ​ເປື່ອຍ​ເຍື່ອຍ​ຂອງ​ກຸ່ມ​ຜູ່​ດີ​ໃນ​ອະ​ດີ​ຕ​ໃນ​ນັ້ນ​ກໍ​ຄື..ສ​ມັຍ​ເຣືອງ​ອຳ​ນາ​ຈ​ຂອງ
ຝ​ຼັ່ງ​ເສ​ສນັ້ນ​ແມ່ນ​ຊື່..ສິ​ມຸມ..ທີ່​ເຄີຍ​ເປັນ​ເສ​ນາ​ບໍ​ດີ​ຫຼື​ອາ​ມາ​ຕ​ມາ​ແຕ່​ດຶກ​ດຳ​ບັນ​ພ໌​ຖິ້ມ​ຈຶ່ງ​ບໍ່​ຄ່ອຍ​ມີ​ຊື່​ປ​ຼາ​ກົ​ຕ​ໃນ
ກາ​ຮ​ຕໍ່​ສູ້​ແລະ​ຖືກ​ລືມ​ຈາກ​ປ​ຼະ​ວັ​ຕິ​ສາ​ສ​ຕ​ຮ໌​ຊາ​ຕິ​ລາວ​ທາງ​ພາ​ຄ​ເຫ​ນືອເທົ່າ​ທຸກວັນ​ນີ້.(ເຄີຍທ່ານ​ໃດ​ໄດ້​ອ່ານ
ບັນ​ທຶກ​ປົກ​ດຳ​ຂອງ​ທ່ານ ​ຄຳ​ຈັຍ​ທ​ຮ໌ ປ​ຼະ​ດິ​ສ​ອະ​ດີ​ຕ​ປ​ຮິນ​ຍາ​ເອກ​ຝ່າຍ​ອັກ​ສອນ​ສາ​ສ​ຕ​ຮ໌​ລາວ​ຈະ​ເຂົ້າ​ໃຈ​ເຖິງ
ຄວາມ​ມັກ​ໃຫ​ຍ່​ໃຝ່​ສູງ​ຂອງ​ຮະ​ບອບ​ກະ​ສັ​ຕ​ຮິ​ຍ໌ລາວ​ແຕ່​ລະ​ອົງ​ຄ໌​ໃນ​ອະ​ດີ​ຕ​ເຖິງ​ວາ​ຮະ​ສຸດ​ທ້າຍ​ແຫ່ງ​ຮາ​ຊ​ອາ
ນາ​ຈັກ​ຮ​ລາວ.

   
    

No comments:

Post a Comment