Sunday, January 20, 2013

       ສົງ​ຄາມ​ຍຸ​ຄ​ໃຫມ່​ເປັນ​ສົງ​ຄາມ​ໄຣ​ເທັ​ຄ ຈະບໍ່​ແມ່ນສົງ​ຄາມ​ຍົກ​ພົ​ລ​ຂຶ້ນ​ບົກ​ເຫມືອນ​ອະ​ດີ​ຕ!!
ຢ່າງ​ໃດ​ກໍ​ຕາມ​ສິ່ງ​ທີ່​ປ​ຼາ​ກົ​ຕ​ໃຫ້​ເຫັນ​ທັງ​ຊ່ວງ​ປີ​ຜ່ານ​ມາ​ຈົນ​ເຖິງ​ປີ 2013ນີ້ນັ້ນ​ກໍ​ຄື​ກໍ​ຮະ​ນີ​ພິ​ພາ​ທ​ເຮື້ອງ
ຫມູ່​ເກາະ​ທັງ​ມ​ຫູ່​ເກາະ​ແພ​ຮ​ສ​ລີ,ເກາະ​ປາ​ຮາ​ວາ​ຮ​ແລະ​ຫມູ່​ເກາະ​ກາ​ກຸ​ຂອງ​ຍິ່​ປຸ່ນ ລ້ວນ​ແຕ່​ມາ​ຈາກ
ຄວາມ​ຕ້ອງ​ກາ​ຮ​ວັດ​ຖຸ​ດິບ​ຂອງ​ຈີນ​ແລະ​ຈີນ​ເຊື່ອ​ວ່າ​ຫມູ່​ເກາະ​ຕ່າງໆ​ເຫຼົ່າ​ນີ້​ອາ​ຈ​ມີ​ວັດ​ຖຸ​ດິບ​ເຊັ່ນ​ນ້ຳມັນ
ແລະ​ອ່ືນໆຢູ່​ພຶ້ນ​ທໍ​ຮະ​ນີ​ແລະ​ພຶ້ນ​ທະ​ເລແຫ່ງນີ້ ຈີນ​ຈຶ່ງ​ພ​ຍາມ​ສງວນ​ທ່າ​ທີ​ແລະ​ເຄື່ອນ​ໄຫວ​ເພື່ອ​ປ​ຼາມ​ບໍ່
ໃຫ້​ຊາ​ຕິ​ຕ່າງໆ​ໃກ້​ຄຽງ​ເຂົ້າ​ໄປ​ຍຸ້ງ​ກ່ຽວ​ແລະ​ອ້າງວ່າ​ຫມູ່​ເກາະ​ທັງ​ຫມົດເປັນ​ຂອງຕົນ ທັ້ງໆ​ທີ່​ທົ່ວ​ໂລກ​ເອງ
ກໍ​ຣູ້​ຢູ່​ແລ້ວ​ວ່າ​ບໍ່​ແມ່ນ​ຂອງ​ຈີນຝ່າຍ​ດຽວ.
     ສນັ້ນ​ບັ​ລ​ຫາ​ຂໍ້ພິພາ​ທ​ຫມູ່​ເກາະ​ອາ​ຈ​ກາຍ​ເປັນ​ສົງ​ຄາມ​ຮະ​ຫວ່າງຈີນ-ຍິ່​ປຸ່ນ​ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້ ມັນ​ຢູ່​ທີ່
ວ່າ​ຣຸນ​ແຣງ​ຫຼຶ​ບໍ່​ຣຸນ​ແຣງ​ນັ້ນ​ມັນ​ຂຶ້ນ​ຢູ່​ກັບ​ສ​ຫະ​ຮັ​ຖຯ​ວ່າ​ຈະ​ເຂົ້າ​ເສິມ​ຍິ່​ປຸ່ນ​ດ້ວຍ​ວິ​ທີ​ໃດ​ຕ່າງ​ຫາກແລະ​ອາ​ຈ
ກາຍ​ເປັນ​ມ​ຫາ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສາມ​ກໍ​ໄດ້ເພາະ​ຫາກ​ເກີດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສາມ​ຈິງໆ​ຍູ​ໂຮ​ປ​ຄົງ​ບໍ່​ນິ້ງ
ເສິຍ​ຕ້ອງ​ຍື່ນ​ມື​ເຂົ້າ​ຣ່ວມ​ກັບ​ສ​ຫະ​ຮັ​ຖຯ​ເພາະ​ສ​ຫະ​ຮັ​ຖ​ເຄີຍ​ຊ່ອຍ​ສ​ຫະ​ພາບ​ຍູ​ໂຮ​ປ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ
ນຶ່ງ​ແລະ​ສອງ​ມາ​ແລ້ວ.
   ທັງ​ນີ້​ກໍ​ເພາະ​ຝ່າຍ​ຈີນ​ເຄີຍ​ໄດ້​ຫ​ນຸນ​ຊ່ອຍ​ພວກ​ແຂກ​ມຸ​ສ​ລິມ​ກໍ​ກາ​ຮ​ຣ້າຍ​ທຸກ​ກຸ່ມ​ທີ່​ເຄື່ອນ​ໄຫວ​ຢູ່​ເວ​ລານີ້
ເຖິງ​ບໍ່​ດ້ວຍ​ກຳ​ລັງ​ທ​ຫາ​ຮ​ແຕ່​ກໍດ້ວຍ​ກາ​ຮ​ສົ່ງອາ​ວຸ​ທ​ຍຸ​ທ​ໂທ​ປ​ຼະ​ກອນ​ດັ່ງ​ທີ່​ພວກ​ເຣົາ​ເຫັນ​ເຫ​ຕຸ​ກາ​ຮ​ນ໌​ຕ່າງໆ
ໃນ​ໂລກ​ອາ​ຫ​ຮັບ​ທີ່​ບຸກ​ໂຈມ​ຕີ​ກອງ​ກຳ​ລັງ​ສ​ຫະ​ຮັ​ຖຯ​ຢູ່​ເວ​ລານີ້. ໃນ​ເຮື້ອງນີ້​ສ​ຫະ​ຮັ​ຖຯ​ຣູ້​ດີ​ແລະ​ເຄີຍ​ຈັບ
ໄດ້​ຫຼັກ​ຖານ​ຈາກ​ກຸ່ມ​ກໍ່​ກາ​ຮ​ຣ້າຍ​ມາ​ແລ້ວ​ດັ່ງ​ນັ້ນ​ສົງ​ຄາມ​ທີ່​ຈະ​ເກີດ​ຂຶ້ນ​ຕ້ອງ​ເປັນ​ສົງ​ຄາມ​ເຕັມ​ຣູ​ປ​ແບບ
ແລະ​ຈະ​ເປັນ​ສົງ​ຄາມມ​ຫາ​ປ​ລັຍ​ເພາະ​ເປັນສົງຄາມ​ນິວ​ເຄ​ລັຽ​ຮ໌.
   ຢ່າງ​ໃດ​ກໍ​ຕາມ​ຫາກ​ເກີດ​ສົງ​ຄາມມ​ຫາ​ປ​ລັຍ​ຈິງໆ​ເຊື່ອ​ວ່າ​ຄົງ​ເປັນສົງ​ຄາມ​ປົດ​ປ່ອຍ​ປ​ຼະ​ຊາກ​ອນ​ຫຼື​ຮະ
ບາຍ​ປ​ຼະ​ຊາ​ກອນ​ໂລກ​ເພາະ​ມັນຈະ​ລົ້ນ​ໂລກຢູ່​ແລ້ວ ແຕ່​ມັນ​ຂຶ້ນ​ຢູ່​ກັບ​ວ່າ​ໃຜ​ຈະ​ໄວ​ກວ່າ​ກັນ​ໃນ​ກາ​ຮ​ກົດ
ປຸ່ມແລະ​ພວກ​ເຣົາ​ຕ້ອງ​ເຂົ້າ​ໃຈ​ດ​ີໆ​ວ່າ ອາ​ວຸ​ທ​ນິວ​ເຄ​ຮັຽ​ຮ໌​ມີ​ສົນ​ທິ​ສັນ​ຍາ​ແລະ​ຢູ່​ພາຍ​ໃຕ້​ກະ​ຕິ​ກາ​ໃນ​ກາ​ຮ
ໃຊ້ຂອງ​ກົດ​ສາ​ກົ​ລ. ແຕ່​ຍັງ​ອີກ​ອາ​ວຸ​ທມ​ຫາ​ປ​ລັຍ​ຊ​ນິດ​ນຶ່ງ​ທີ່​ຍັງ​ບໍ່​ມີ​ໃນ​ສັນ​ທິ​ສັນ​ຍານັ້ນ​ກໍ​ຄື​ອາ​ວຸ​ທມ​ຫາ​ປ​ລັຍ
ນິວ​ຕ​ຮອນອາ​ວຸ​ທ​ໄນ​ໂທ​ຮ​ເຢນເພາະ​ຍັງ​ບໍ່​ໄດ້​ສົ່ງ​ໄປ​ຖ​ລົ່ມ​ໃສ່​ປ​ຼະ​ເທ​ສ​ໃດໆ​ເທື່ອ​ແລະ​ຄົງ​ມີ​ປ​ຼະ​ເທ​ສ​ດຽວ​ໃນ
ໂລກ​ຫາກ​ມີ​ເພາະ​ຮາ​ຄາ​ມັນ​ແພງ​ເກີນກວ່າ​ຈະ​ຜ​ລິ​ຕ​ໄດ້​ນອກ​ຈາກ​ສ​ຫະ​ຮັ​ຖຯ​ເທົ່າ​ນັ້ນ.
    ແລະ​ກໍ​ເຊື່ອ​ວ່າ​ຫາກ​ຈີນ​ຍັງ​ບ້າ​ດີ​ເດືອດ​ແລະ​ທ້າ​ທາຍ​ຣຸກ​ຣານ​ປ​ຼະ​ເທ​ສ​ຕ່າງໆ​ຢູ່​ຂ​ນະ​ນີ້​ຄື​ຊື້​ຈ້າງ​ຈອບ​ອອຍ
ກຸ່ມ​ຜູ່​ນຳ​ຜ​ເດັ​ຈ​ກາ​ຮ​ທີ່​ຮະ​ເມີດ​ກົດ​ສາ​ກົ​ລ​ເຮື້ອງ​ສິດ​ທິ​ມະ​ນຸ​ສ​ຍ໌​ຊົນແລະ​ຫ້າມ​ປ​ຼາມ​ຂັດ​ຂວາງ​ທຳ​ລາຍ​ພວກ
ຜູ້​ຄົ​ນ​ທີ່​ຕ້ອງ​ກາ​ຮປ​ຼະ​ຊາ​ທິ​ປ​ໄຕ​ຍໂດຍ​ສ​ເພາະ​ໃນ​ເຂ​ຕ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ​ໃຕ້​ກໍ​ບໍ່​ແນ່​ສ​ເມີ​ໄປວ່າ​ຈີນຈະ
ປອດ​ໄພ​ຍ..ທຸກ​ຢ່າງ​ຂອງ​ທີ່​ໃຫ້​ຕ້ອງ​ມາ​ຈາກນ້ຳ​ໃຈ​ສັຍ​ສັ​ທ​ທາ​ບໍ່​ແມ່ນ​ຊື້​ກຸ່ມ​ຜູ່​ນຳ​ຜ​ເດັ​ຈ​ກາ​ຮ​ມາ​ຂົ່ມ​ເຫງ​ກົດ
ຂີ່​ປ​ຼະ​ຊາ​ຊົນຜູ່​ບໍ່​ມີ​ໂອ​ກາ​ສ​ຕອບ​ໂຕ້..ດັ່ງ​ນັ້ນ​ຮະ​ເບີດ​ຊ​ນິດນີ້​ອາ​ຈ​ເປັນ​ປ​ຼະ​ເທ​ສ​ຈີນ​ເປັນ​ປ​ຼະ​ເທ​ສ​ທຳ​ອິດ​ກ່ອນ
ຈະ​ມີ​ກາ​ຮ​ທຳ​ສົນ​ທິ​ສັນ​ຍາ​ຫ້າມ​ໃຊ້​ຮະ​ເບີດ​ປ​ຼະ​ເພ​ທນີ້ແລະ​ກຼະ​ເທ​ສ​ທີ່​ຣຸກ​ຣານ​ປ​ຼະ​ເທ​ສ​ອື່ນໆເວ​ລານີ້​ໄດ້​ແກ່
ຈີນ​ແລະ​ແກວ​ໃນ​ສອງ​ລັດ​ທິ​ຄື​ລັດ​ທິ​ເຫມົາ​ແລະ​ລັດ​ທິ​ໂຣ ຈິ​ມິນນັ້ນ​ເອງ.
   ຢ່າງ​ໃດ​ກໍ​ດີ​ຂໍ​ເຕືອນ​ທັງ​ປ​ຼະ​ຊາ​ຊົນ​ລາວ​ແລະ​ກຸ່ມ​ກຳ​ອຳ​ນາ​ຈ​ຜ​ເດັ​ຈ​ກາ​ຮ​ລາວ​ວ່າ:
-ກຸ່ມ​ຜ​ເດັ​ຈ​ກາ​ຮ​ສ​ມຸນ​ແກວ-ຈີນ-ສ​ຍາມ​ປຸ້ນ​ອຳ​ນາ​ຈ​ຈາກ​ປ​ຼະ​ຊາ​ຊົນ​ລາວ​ໄປ  38 ປີ​ແລ້ວ​ຍັງ​ບໍ່​ເຄີຍ​ຄືນ​ອຳ​
ນາ​ຈດັ່ງ​ກ່າວ​ໃຫ້​ປ​ຼະ​ຊາ​ຊົນ​ແລະ​ຍັງ​ທຳ​ລາຍ​ອຳ​ນາ​ຈ​ຕ່າງໆ​ທີ່​ເຫຼືອ​ຂອງ​ປ​ຼະ​ຊາ​ຊົນ​ພ້ອມ​ທັງ​ນຳ​ປ​ຼະ​ເທ​ສ​ໄປ
ເປັນ​ອາ​ນາ​ນິ​ຄົມ​ຂອງ​ແກວ​ແລະ​ເຊັນ​ໃຫ້​ຕ່າງ​ຊາ​ຕິ​ເຊັ່ນ​ຈີນ 90ປີ​ເຊັ່າ​ຊື້​ປ​ຼະ​ເທ​ສ​ລາວ​ໃຫ້​ແຫຼ່ງ​ທີ່​ມີ​ຊັ​ພ​ພ​ຍາ
ກອນ​ທັມ​ຊາ​ຕິ​ອຸ​ດົມແລະ​ປ່ອຍ​ໃຫ້​ແກວ​ເຂົ້າ​ມາ​ຂົ່ມ​ເຫງ​ຂຸດ​ກົ່ນ​ຊັ​ພ​ພ​ຍາກອນຂອງ​ລາວ​ໃນ​ເຂ​ຕ​ຕ່າງໆ​ຂອງ​
ປ​ຼະ​ເທ​ສໂດຍ​ແກວບອກວ່າ​ມາ​ເກັບ​ກູ້​ຫ​ນີ້​ສົງ​ຄາມ.ສ່ວນ​ສ​ຍາມ​ຜູ່​ໃຫ້​ກາ​ຮ​ຊ່ອຍ​ເຫຼືອ​ຕັ້ງ​ພັ​ຄ​ປະ​ຕິ​ວັ​ຕິ​ໃນ​ດິນ
ສ​ຍາມ​ກ່ອນ​ຂ້າມ​ມາ​ເຄື່ອນ​ໄຫວ​ໃນ​ປ​ຼະ​ເທ​ສ​ລາວ​ຈຶ່ງ​ທຳ​ຕົວ​ເຫມືອນ​ຫມີ​ກິນ​ເຜິ້ງ.
   ສນັ້ນ​ຈຶ່ງ​ຂໍ​ເຕືອນ​ປຼະຊາ​ຊົນ​ລາວ​ທົວທັງ​ປ​ຼະ​ເທ​ສວ່າປ​ຼະ​ຊາ​ທິ​ປ​ໄຕ​ຍ​ທົ່ວ​ໂລກ​ທີ່​ໄດ້​ມາ​ດ້ວຍ​ມື​ເປົ່າໆ​ບໍ່​ມີ​ທັງ
ຫມົດ​ລ້ວນ​ແຕ່​ມີ​ກາ​ຮ​ຕໍ່​ສູ້​ເອົາ​ເລຶອດ​ທາ​ແຜ່ນ​ດິນ​ທັງ​ສິ້ນແລະ​ຫາກ​ບັ​ລ​ດາ​ທ່ານ​ບໍ່​ສາ​ມັ​ຄ​ຄີ​ກັນ​ລຸກ​ຣື​ຂັບ​ໄລ່​ຈະ
ບໍ່​ມີ​ໃຜ​ຊ່ອຍ​ທ່ານ​ໄດ້​ສັນ​ໃດ​ຄື​ກັບ​ທ່ານ​ຕ້ອງ​ກາ​ຮ​ໂດດ​ຂ້າມ​ຣ່ອງນ້ຳ ທ່ານ​ຕ້ອງກຼະ​ໂດດ​ໄປ​ກ່ອນ ແລ້ວ​ຈຶ່ງ​ມີ​ຜູ່
ມາ​ຜັກ​ດັນ​ໃຫ້​ຂ້າມ​ເອງ..ຈຶ່ງ​ຂໍ​ຝາກ​ໄວ້.      
    
  

No comments:

Post a Comment