Monday, January 21, 2013

                   ຮັ​ຖ​ບາ​ລ​ສັງ​ຄົມ​ນິ​ຍົມ​ຄອມ​ມິວທິ​ປ​ໄຕ​ຍ​ແຫ່ງວຽ​ຕ​ນາມ​ປ​ຼະ​ກາ​ສ​ເມື່ອ​ບໍ່​ນານ​ມານີ້​ວ່າ
ຈະ​ເພິ້ມ​ກາ​ຮ​ລົງ​ທຶນ​ໃນ​ລາວ​ອີກ​ສອງ​ເທົ່າ..!!ແຕ່​ປ​ຼະ​ຊາ​ຊົນ​ລາວ​ພາ​ກັນ​ຕົກ​ໃຈ​ຕຶ່ນ​ໃນ​ກາ​ຮ​ລົງ​ທຶນ​ຂອງ​ແກວ
ແທນ​ທີ່​ຈະ​ດີ​ໃຈ​ເພາະ​ນັບ​ຕັ້ງ​ແຕ່​ພັ​ຄ-ຮັ​ຖ​ຫຸ່ນ​ຜ​ເດັ​ຈ​ກາ​ຮ​ແກວ​ຫຼື​ຕົວ​ແທນ​ອາ​ນາ​ນິ​ຄົມ​ທິ​ປ​ໄຕ​ຍ​ເຂົ້າ​ມາ​ລົງ​ທຶນ
ໃນ​ລາວ​ປ​ຼະ​ຊາ​ຊົນ​ລາວ​ຍັງ​ບໍ່​ຣູ້​ວ່າ​ທຶນ​ກາ​ຮ​ລົງ​ທຶນ​ຫຼາຍ​ພຽງ​ໃດ?ແລະ​ຍັງ​ບໍ່​ປ​ຼາ​ກົ​ຕ​ໃຫ້ເຫັນວ່າ​ມີ​ຕຶກ​ຫ້າງ​ຣ້ານ
ຈັກ​ຫຼັງ ເທົ່າ​ທີ່​ຣູ້​ເຫັນ​ເປັນ​ສີ​ມື​ແກວ​ສ້າງນັ້ນ​ມັນ​ລ້ວນ​ແຕ່​ແມ່ນ​ເງິນ​ຊ່ອຍ​ເຫຼືອ​ຈາກ​ໂລກ​ເສ​ຮີ ແກວ​ເປັນ​ພຽງ​ຜູ່
ຣັບ​ເຫມົາ​ຊຶ່ງ​ເປັນ​ຂໍ້​ຕົກ​ລົງ​ຮະ​ຫວ່າງ​ນາຍ​ແກວ​ກັບ​ລູກ​ສ​ມຸນ​ແກວ. ໂດຽ​ສ​ເພາະ​ທາງ​ພາ​ຄ​ໃຕ້​ຂອງ​ລາວ​ແລະ​
ທາງ​ພາ​ຄ​ເຫ​ນືອມີ​ແຕ່​ແກວ​ເຕັມ​ບ້ານ​ເຕັມ​ເມືອງ​ຍາດ​ແຍ່ງ​ອາ​ຊີ​ພ​ຄົນ​ລາວ​ໂດຽອ້າງ​ພຽງ​ວ່າ​ແຣງ​ງານ​ລາວ​ບໍ່
ມີ​ຄຸນ​ພາບ.
        ນອກ​ຈາກນີ້​ຄົນແກວທີ່​ເຂົ້າ​ມາ​ຢູ່​ອາ​ໃສດິນ​ລາວເທົ່າ​ທີ່​ຊາບ​ເຂົາ​ເລົ່າຈາກ​ປາກ​ເຂົາ​ວ່າ​ເຂົາ​ເຂົ້າ​ມາ​ຕາມ
​ສັນຍາ​ແລະ​ຂໍ້​ຕົກ​ລົງ​ຮະ​ຫວ່າງ​ຮັ​ຖຯ​ລາວ​ແລະຮັ​ຖຯ​ແກວທີ່​ເປັນ​ພັນ​ທ໌​ມິ​ຕ​ຮ​ສ​ນິ​ທ​ແຫ​ນ້ນ. ອີກ​ແກວ​ນຶ່ງເວົ້າວ່າ
ຄຸນ​ຄ່າ​ເງິນ​ຂອງ​ແກວ​ມັນ​ເຟີ້​ບໍ່​ມ​ຮາ​ຄາ​ເທົ່າ​ເງິນ​ເກືອບ. ສ່ວນ​ອີກ​ສ​ຫາຍ​ແກວ​ນຶ່ງວ່າ​ລາວ​ເປັນ​ຫນີ້​ແກວ​ຍ້ອນ​ຂໍ
ໃຫ້​ແກວ​ມາ​ຊ່ອຍ​ຮົບ​ແລະ​ທ​ຫາ​ຮ​ແກວ​ຕາຍ​ໃນ​ກາ​ຮ​ຕໍ່​ສູ້​ປົດ​ປ່ອຍ​ລາວ​ໃຫ້​ກັບ​ຮັ​ຖ​ບາ​ລ​ຄອມ​ມິວ​ທິ​ປ​ໄຕ​ຍ​ລາວ
ເຖິງ 50 ຫມຶ່ນ​ສ​ຫາຍ. ສນັ້ນ​ພໍ​ແມ່​ທ​ຫາ​ຮແກວ​ທີ່​ຕາຍ​ຈຶ່ງ​ທວງ​ເອົາ​ຄ່າ​ຕອບ​ແທນ​ຈາກ​ຮັ​ຖ​ຫຸ່ນ​ລາວແລະ​ໃນ
ເມື່ອ​ບໍ່​ມີ​ເງິນ​ໃຊ້​ຫນີ້​ຈຶ່ງ​ເຂົ້າ​ມາ​ຕັດ​ເອົາ​ໄມ້,ແຣ່​ທາ​ຕຸຕ່າງໆ​ໃນ​ດິນ​ລາວ​ຕາມ​ຂໍ້​ຕົກ​ລົງ​ກັນ​ໄວ້.
       ສ່ວນ​ຄົນ​ລາວ​ຫຼາຍ​ຄົນ​ຖາມ​ວ່າ​ແລ້ວ​ແກວ​ຈະ​ເຂົ້າ​ປົດ​ປ່ອຍ​ເອົາ​ແກວ​ໃຕ້​ຕ້ອງ​ຜ່ານ​ດິນ​ລາວ​ທາງ​ເຂ​ຕໄມ້
ລົ້ມ​ແບ່ງ​ເຂ​ຕແດນຮະ​ຫວ່າງ​ແກວກັບ​ລາວເປັນ​ຫຽັງຮັ​ຖຯ​ສ​ມຸນ​ແກວ​ບໍ່​ຕໍ່​ວ່າ​ຕໍ່​ຂານ​ໃຫ້​ແກວ​ໃຊ້​ຫນີ້​ຄືນ?ແລະ
ຕາມ​ຂໍ້​ຕົກ​ລົງ​ຮະ​ຫວ່າງ​ລາວ​ແດງກ່າວ​ກັບ​ລາວ​ຂາວ​ວ່າ​ທ​ຫາ​ຮຕ່າງ​ຊາ​ຕິ​ຕ້ອງ​ອອກ​ຈາກ​ດິນ​ລາວ​ໃຫ້​ຫມົດ
ກ່ອນ​ເຊັນ​ສັນ​ຍາ​ໂຣມ​ລາວ..ທັ້ງໆ​ທີ່​ຝ່າຍ​ລາວ​ຂາວ​ບໍ່​ມີ​ທ​ຫາ​ຮ​ຕ່າງ​ດ້າວ​ແມ້​ແຕ່​ຄົນ​ດຽວ​ໃນ​ດິນ​ລາວນອກ
ຈາກ​ອົງ​ຄ໌​ກາ​ຮ​ຊ່ອຍ​ເຫຼືອ​ຂອງ​ສ​ຫະ​ຮັ​ຖຯ​ອະ​ເມ​ຮິ​ກາ​ເທົ່າ​ນັ້ນ ກຼະ​ດູກທ​ຫາ​ຮ​ອະ​ເມ​ຮິ​ກັນທີ່​ຊອກ​ເກັບ​ກຳ​ກັນ
ຢູ່​ເວ​ລານີ້​ມັນ​ລ້ວນ​ແລ້ວ​ແຕ່​ແມ່ນ​ນັກ​ບິນ​ຂັບ​ໄລ່​ໄປ​ຖິ້ມ​ຮະ​ເບີດ​ໃນ​ວຽ​ຕ​ນາມ​ບໍ່​ແມ່ນ​ທ​ຫາ​ຮ​ປ​ຼະ​ຈຳ​ກາ​ຮ​ຢູ່​ລາວ
ຕ່າງ​ຈາກກຼະ​ດູກ​ທ​ຫາ​ຮ​ແກວ​ທີ່​ຊອກ​ເກັບ​ກັນ​ຢູ່​ເວ​ລານີ້​ເພື່ອ​ນຳ​ຄືນ​ໄປ​ວຽ​ຕ​ນາມ​ຈຳ​ນວນ 50ພັນ​ຄົນ​ທີ່​ເຂົ້າ​ມາ
ສູ້​ຮົບ​ຊ່ອຍ​ລູກ​ສ​ມຸນ ແລ້ວ​ຮັ​ຖ​ບາ​ລ​ຄອມ​ມິວ​ທິ​ປ​ໄຕ​ຍ​ແກວ​ຍັງ​ປະ​ຕິ​ເສ​ທວ່າ​ບໍ່​ມີ​ທ​ຫາ​ຮ​ຕ່າງ​ດ້າວ​ໃນ​ລາວ.?
ແລ້ວກຼະ​ດູກ​ແກວ​ທີ່​ຂຸດ​ກົ່ນ​ຊອກ​ຫາ​ເວ​ລານີ້​ແມ່ນກຼະ​ດູກ​ຫມາ​ຊັ້ນບໍ?.
     ສນັ້ນ​ກາ​ຮ​ທີ່​ແກວ​ວ່າ​ຈະ​ເພິ້ມ​ກາ​ຮ​ລົງ​ທຶນ​ໃນ​ລາວ​ໃນ​ເທື່ອນີ້​ພວກ​ເຣົາ​ຄວນ​ປ​ຼະ​ທ້ວງ​ໃຫ້​ພວກ​ມັນ​ຢຸດ​ໄດ້
ແລ້ວ​ເພາະ​ມັນ​ບໍ່​ແມ່ນ​ກາ​ຮ​ລົງ​ທຶນ​ຕາມ​ປະ​ຕິນ​ຍາ​ສາ​ກົ​ລ ແຕ່​ຫາກ​ແມ່ນ​ພວກ​ມັນ​ພາ​ກັນ​ເຂົ້າ​ມາ​ເພື່ອ​ຂຸດ​ກົ່ນ
ແລະ​ຕັດ​ເອົາ​ໄມ້​ຂອງ​ລາວ​ແລະ​ມາ​ຍຶດ​ທີ່​ທຳ​ກິນ​ພ້ອມ​ຂັບ​ໄລ່​ເຈົ້າ​ຂອງ​ດິນ..ພວກ​ເຣົາ​ຢ່າ​ໄປ​ອາ​ໃສ​ພັ​ຄ-ຮັ​ຖຯ
ຫຸ່ນ​ເພາະ​ມັນ​ເປັນ​ລູກ​ສ​ມຸນ​ແກວ-ຈີນ​ແລະ​ສ​ຍາມ​ທັງ​ສິ້ນ. ຕ້ອງ​ພາ​ກັນລຸກຂຶ້ນ​ຂັບ​ໄລ່​ໄສ​ຫົວ​ພວກ​ມັນ​ອອກ
ຈາກ​ດິນ​ລາວ​ພ້ອມ​ລູກ​ສ​ມຸນ​ພວກ​ມັນ. ທັງ​ນີ້​ເພາະ​ສ​ພາ​ວະ​ກາ​ຮ​ນ໌​ກາ​ຮ​ເຄື່ອນ​ໄຫວ​ຂອງ​ໂລກ​ກຳ​ລັງ​ເປີດ​ໂອ
ກາ​ສ​ໃຫ້​ກາ​ຮ​ຕໍ່​ສູ້​ເພື່ອ​ສິດ​ທິ​ມະ​ນຸ​ສ​ຍ໌​ຊົນ​ແລະ​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ຢ່າງ​ເຕັມ​ທີ່​ຢູ່​ແລ້ວ​ໂດຽມີ​ຫຼາຍ​ເງື​ອ່ນ​ໄຂ​ເຊັ່ນ:
ຮັ​ຖ​ບາ​ລ​ຫຸ່ນ​ໄດ້ຮະ​ເມີດຈັນ​ຍາ​ບັນ​ຄວາມ​ເປັນ​ຊົນ​ເຜົ່າ​ຂ່າ ລະ​ເມີດ​ອາ​ຮະ​ຍະ​ທັມ​ຊົນ​ເຜົ່າ​ຂ່າ ລະ​ເມີດວັ​ທ​ນະ
​ທັມ ລະ​ເມີດ​ກາ​ຮ​ເປັນ​ຊົນ​ເຜົ່າ​ຂ່າຕ່າງໆ​ໃນ​ເຂ​ຕ​ແຂວງ​ພາ​ຄ​ໃຕ້ບັງ​ຄັບ​ໃຫ້​ມາ​ຈຳ​ນົນ​ຕໍ່​ເຜົ່າ​ກຶມ​ມຸ​ຊຶ່ງ​ເປັນ​ຊົນ
ເຜົ່າ​ສ່ວນ​ນ້ອຍ​ທາງ​ພາ​ຄ​ເຫ​ໜືອ​ຂອງ​ລາວ. ທັ້ງໆ​ທີ່​ກຶມ​ມຸ​ເປັນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຂອງ​ເຜົ່າ​ຂ່າ?
        ນອກນັ້ນ​ຍັງ​ປ່ອຍ​ໂອ​ກາ​ສ​ເອົາ​ແຜ່ນ​ດິນ​ລາວ​ໄປ​ຈຳ​ນອງ​ແລະ​ເຊົ່າ​ຊື້​ໃຫ້​ແກ່​ຈີນ-ແກວ-ສ​ຍາມ​ແຫ່ງ​ລະ
90 -80-60ປີ​ສຸດ​ແລ້ວ​ແຕ່​ຕ່າງ​ຊາ​ຕິ​ເຫຼົ່າ​ນີ້​ຕ້ອງ​ກາ​ຮ​ແຫ່ງ​ໃດໆ​ທົ່ວ​ດິນ​ລາວ. ແຕ່​ຫາກ​ຊັ​ພ​ພ​໌ພຍາກອນ​ເຫຼົ່າ
​ນັ້ນຫມົດ​ແລ້ວ..ບັ​ລ​ທ່ານ​ຜູ່​ເປັນ​ເຈົ້າ​ຂອງ​ປ​ຼະ​ເທ​ສ​ຈະ​ຢູ່​ກັນ​ຢ່າງ​ໃດ​ແລະ​ຫາກ​ຮັ​ຖຯ​ຫຸ່ນ​ເຫຼົ່າ​ນີ້​ບໍ່​ມີ​ເງິນ​ໃຊ້​ຫ​ນີ້
ຕ່າງ​ຊາ​ຕິ​ເຫຼົ່າ​ນີ້​ກໍ​ສະ​ແດງວ່າ​ແຜ່ນ​ດິນ​ຜືນນີ້​ຕົກ​ເປັນ​ຂອງ​ສາມ​ຊາ​ຕິນີ້​ຢ່າງ​ແນ່ນອນ!..ແລ້ວ​ບັ​ລ​ດາທ່ານຈະ
ໄປ​ອຸ​ທອນ​ສາ​ລ​ຫມາ​ແຫ່ງ​ໃດ​ຟ້ອງ​ຮ້ອງເອົາ​ຄືນ​ແລະ​ບັ​ລ​ດາ​ທ່ານ​ບໍ່​ມີ​ເງິນ​ມີ​ຄຳ​ຈ້າງ​ເຄື່ອງ​ບີນ​ຫ​ນີ​ໄປ​ຕ່າງ​ປ​ຼະ
ເທ​ສ​ຄື​ກຸ່ມ​ຜ​ເດັ​ຈ​ກາ​ຮ​ຄອມ​ມິວ​ທິ​ປ​ໄຕ​ຍ​ພວກນີ້​ແລະ​ເວ​ລານີ້​ພວກ​ຈັດ​ສົ່ງ​ຊັ​ພ​ພ໌​ສິນ​ເຂົາ​ໄວ້​ຕ່າງ​ປ​ຼະ​ເທ​ສ​ຫມົດ
ແລ້ວ!!ຈຶ່ງ​ຂໍ​ຝາກ​ໄວ້​ກັນ​ລືມ.

No comments:

Post a Comment