Wednesday, January 2, 2013

 ເມືອງ​ລາວ​ທີ່​ຫ​ນ້າ​ສົງ​ສາ​ຮ ສ​ຍາມ​ກໍ​ຢາກ​ຍຶດ​ຄອງ​ໃຫ້​ເປັນ​ອະ​ນາ​ນິ​ຄົມ ແກວ​ກໍ​ຢາກ ຈິນ​ກໍ​ຢາກ ແຕ່​ຄົງ​ຍາກ
ຫາກ​ຊົນ​ເຜົ່າ​ລາວ​ຍັງ​ຣັກ​ຊາ​ຕິ​ແພງ​ເຊື້ອ ມີ​ຄວາມ​ຣັກ​ສາ​ມັ​ຄ​ຄີ​ກັນ​ແຫ​ນ້ນແລະ​ຫາກ​ກຸ່ມ​ຜຸ​່ກຳ​ນາ​ຈ​ຮັ​ຖມີ​ຮະ
​ດັບຂັບ​ເຄື່ອນ​ບໍ​ຮິ​ຫາ​ຮ ປ​ຼາສ​ຈາກອະ​ຄ​ຕິ ເປັນ​ງົວ​ລືມ​ຕີນ ເຫັນ​ຂີ້​ດີກວ່າ​ໄສ້.
   ຫາກ​ເບິ່ງຍ້ອນກັບ​ໄປ​ຫາ​ນະ​ໂຍ​ບາຍ ແຜນ​ກາ​ຮ​ຫຼື​ໂຄງ​ສ້າງ​ຂອງ​ກຸ່ມ​ກຳ​ອຳ​ນາ​ຈ​ແລ້ວ ມັນ​ເປັນ​ພຽງ​ກົ​ລ​ອຸ
ບາຍ​ຕົບ​ຕາ​ປ​ຼະ​ຊາ​ຊົນ​ແລະ​ຕ່າງ​ປ​ຼະ​ເທ​ສ​ທີ່​ໃຫ້​ກາ​ຮ​ຊ່ອຍ​ເຫຼືອ​ລາວ​ເທົ່າ​ນັ້ນ​ທາ​ຕິ​ແທ້​ແລ້ວ ທັງ​ຫມົດ​ເວ​ລານ​ີ້
ບໍ່​ວ່າ​ແກວ ຈີນ ສ​ຍາມ​ເຂົ້າ​ມາ​ຫາ​ຜົ​ລ​ປ​ຼະ​ໂຍ​ຊ​ນ໌​ໃນ​ປ​ຼະ​ເທ​ສ​ລາວ​ເວ​ລານີ້ນັ້ນ​ກໍ​ລ້ວນ​ແລ້ວ​ແຕ່​ແມ່ນ​ສັນ​ຍາ
ມິ​ຕ​ຮ​ພາບ​ຮະ​ຫວ່າງ ແກວ-ຈີນ​ແລະ​ສ​ຍາມ​ທັງ​ສິ້ນ ພວກ​ເຂົາ​ຈຶ່ງ​ຖື​ກັມ​ສິດ​ທິ​ໃນ​ແຜ່ນ​ດິນ​ລາວ​ແລະ​ພວ​ກ
ເຂົາ​ຈຶ່ງ​ຂົນ​ເອົາ​ປ​ຼະ​ຊາ​ກອນ​ເຂົາ​ເຂົ້າ​ມາ​ເປັນ​ຕົວ​ແປ​ສຳ​ຄັນ​ສຳ​ຫຼັບ​ຕິດ​ຕາມ​ເຄື່ອນ​ໄຫວ​ຂອງ​ຮັ​ຖຯ​ຫຸ່ນ​ລາວ
ແລ້ວ​ປ​ຼະ​ຊາ​ຊົນ​ລາວ​ທັງ​ປ​ຼະ​ເທ​ສ​ຈຶ່ງ​ກາຍ​ເປັນ​ປ​ຼະ​ຊາ​ຊົນ​ຜູ່​ອາ​ໃສ​ເທົ່າ​ນັ້ນ.
   ຊຶ່ງ​ກໍ​ກຸ່ມ​ກຳ​ອຳ​ນາ​ຈນັ້ນ​ເອງ​ເປັນ​ຜູ່​ໃຫ້​ສິດ​ທິ​ແກ່​ພວກ​ຕ່າງ​ຊາ​ຕິ​ແລະ​ປ​ຼະ​ຊາ​ຊົນ​ລາວ​ເອງ​ຕ້ອງ​ຕື່ນ​ຕົວ​ໃຫ້
ທັນ​ກັບ​ກາ​ຮ​ປ່ຽນ​ແປງ​ຄັ້ງ​ນີ້​ໂດຽ​ສະ​ເພາະບັ​ລ​ດາ​ທູ​ຕ​ຕ່າງ​ປ​ຼະ​ເທ​ສ​ທີ່​ປ​ຼະ​ຈຳ​ຢູ່​ໃນ​ລາວນັ້ນ​ແຫຼະ​ຄື​ທີ່​ເພິ່ງ​ເຣົາ
ຕ້ອງ​ປ​ຼະ​ສານ​ກັບ​ທູ​ຕຯ​ໂລກ​ເສ​ຮີ​ໃຫ້​ທັນ​ກັບ​ເຫ​ຕຸ​ກາ​ຮ​ນ໌.
   ສິ່ງ​ຕ່າງໆ​ທີ່​ກ່າວ​ມານີ້​ປ​ຼະ​ຊາ​ຊົນ​ລາວ​ທັງ​ໃນ​ແລະ​ນອກ​ຍັງຖືກແກວ-ໄທ​ຍ​ຫຼອກ​ກິນ​ຕັບ​ຢູ່​ເຊັ່ນ​ໃນ​ປ​ຼະ​ເທ​ສ
ພໍ່​ຄ້າ​ແມ່​ຄ້າ​ປັນ​ຍາ​ອ່ອນ​ຮັບ​ຂອງ​ໄທ​ຍ​ໄປ​ຂາຍ​ອາ​ໃສ​ກິນ​ແຕ່​ຊີ້ນ​ຕິດກຼະ​ດູກ ສ່ວນ​ແກວ​ໃຊ້​ສິດ​ທິ​ເຫ​ນືອ​ດິ​ນ
ແດນ​ເກືອບ​ທຸກ​ຢ່າງ​ໃນ​ລາວ ແມ້​ແຕ່​ຮັ​ຖ​ບາ​ລ​ຫຸ່ນ​ປັ​ຈ​ຈຸ​ບັນ​ກໍ​ເປັນ​ພຽງ​ຮັ​ຖ​ບາ​ລ​ເງົາ​ບໍ່​ມີ​ອຳ​ນາ​ຈ​ເຫມືອນ​ກັບ
ເປັນຮັ​ຖ​ບາ​ລອະ​ນາ​ນິ​ຄົມ​ແກວ. ສ່ວນ​ລາວ​ຢູ່ນອກ​ຜູ່​ທີ່​ດັງ​ປຶ່ງ​ແຂນ​ໂຂງ​ຕາມ​ຊ້ອງ​ໂທ​ຮ​ັ​ສ​ນ໌​ບໍ່​ວ່າ​ຊ້ອງ​ໃດໆ​ກໍ
ເປັນ​ພຽງ​ແຫຼ່ງ​ຫາ​ເງິນ​ໃຫ້​ພໍ່​ຄ້າ​ໄທ​ຍ​ອາ​ໃສ​ກາ​ຮ​ຂາຍ​ຢາ​ໃນ​ຂ​ນະ​ດຽວ​ກັນ​ກໍ​ຫຼອກ​ໃຫ້​ຊາວ​ລາວ​ຫ​ນ້າ​ໂງ່​ໃນ
ຕ່າງ​ປ​ຼະ​ເທ​ສ​ບ້າ​ຄວາມ​ລຶ່ນ​ເລີງ​ດ້ວຍ​ກາ​ຮ​ເຕັ້ນ​ລຳ​ທຳ​ເພງ​ບໍ່​ມີ​ສາ​ຮະ​ແທນ​ທີ່​ຈະ​ນຳ​ເອົາ​ຂ່າວ​ສາ​ຮ​ບ້ານ​ເມືອງ
ມາ​ອອກ​ຂ່າວ​ໃຫ້​ເພືຶ່ອນໄດ້​ຊາບ..ຣູ້​ຫຼື​ຍັງ​ວ່າ​ໄທ​ຍ​ກຳ​ລັງ​ຫຼອກ​ໃຫ້​ພວກ​ສ​ຫາຍ​ເປັນ​ບ້າ​ ພວ​ກ​ສ​ຫາຍຄົງ​ຈະ
ພາ​ກັນ​ລືມ​ແລ້ວ​ວ່າ​ປ​ຼະ​ຊາ​ຊົນ​ລາວ​ຕາຍ​ເລາະ​ແຄມ​ຂອງ​ຫຼາຍ​ປານ​ໃດ? ແລ້ວ​ເຂົາ​ຍັງ​ມາ​ສວຍ​ໃຊ້​ພວກ
ສ​ຫາຍ​ທັງ​ຢູ່​ໃນ​ຮັ​ຖ​ບາ​ລ​ຫຸ່ນ ທັງ​ລາວ​ອົ​ພ​ຍົບ​ເປັນ​ຫມາ​ຣັບ​ໃຊ້​ຂາຍ​ຂອງ​ໃຫ້​ລາວ​ກັບ​ລາວ​ຂ້າ​ກັນ​ເອງ!!!
      

No comments:

Post a Comment