Saturday, January 19, 2013

                           ບົ​ທວິ​ເຄາະ​ຫ໌​ຂອງ​ນັກ​ວິ​ຊາ​ກາ​ຮ​ເອ​ເຊັຽ-ປາ​ຊິ​ຟິກ 2013
ທ່າ​ທີ​ແລະ​ບົ​ທ​ບາ​ທ​ຂອງ​ສ​ຫະ​ຮັ​ຖຯ-ຈີນ​ກຳ​ລັງ​ ​ພະ​ເຊີນ​ຫ​ນ້າ​ກັນ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ປາ​ຊິ​ຟິກ​ໃກ້​ເຂົ້າ​ມາ
ເຮື້ອຍໆ..ບາງ​ປ​ຼະ​ເທ​ສ​ໃນ​ພູ​ມິ​ພາ​ຄນີ້​ຕ່າງ​ກໍ​ເຊັຽ​ຈີນ​ເພາະ​ຈີນ​ຢູ່​ໃກ້​ກວ່າໂດຽ​ສ​ເພາະໄທ​ຍ​ຫວັງ​ເພິ່ງ​ຈີນ​ຫຼາຍ
ກວ່າ​ອະ​ເມ​ຮິ​ກາ..ກາ​ຮ​ທີ່​ເອາະ​ອະ​ເມ​ຮິ​ການັ້ນ​ແຫລະ​ຄື​ລູກ​ໄມ້​ໄທ​ຍ​ທີ່​ໃຊ້​ໄດ້​ຜົ​ລ​ມາ​ໂດຽ​ຕຼອດເຫມືອນ​ກັບ
 ລິງ​ຫຼອກ​ເຈົ້າ​ແລະ​ກໍ​ເຂົ້າ​ຕຳ​ນານ​ໂບ​ຣານ​ກ່າວ​ໄວ້​ວ່າ  ຟັງ​ຄວາມ​ໄທ​ຍ ໄຟ​ຟ​ຫມ້​ຣ້ານ​ຫ​ຍ້າ..ຫຼື​ເອີ້ນ​ວ່າຢຽບ
ເຣືອ​ສອງ​ແຄມນັ້ນ​ແຫລະ.(ແຕ່​ໃນ​ຂ​ນະດຽວ​ກັນ​ກໍ​ມີ​ວັນ​ນະ​ກັມ​ຈາກ​ຊາວ​ເອ​ເຊັຽວ່າ..ຈີນ​ບໍ່​ຍອມ​ປ່ຽນ​ລັດ​ທິ
ກາ​ຮ​ປ​ົກ​ຄອງນັ້ນ​ແຫຼະ​ດີ..ຫາກ​ຈີນ​ປ່ຽນ​ຫຼຶ​ປະ​ຕິ​ຣ​ູປກາ​ຮ​ປົກ​ຄອງ​ເມື່ອ​ໃດ ໂລກ​ຕ້ອງ​ສະ​ເຖືອນ​ແນ່ນອນ..??
    ຢ່າງ​ໃດ​ກໍ​ຕາມ ກາ​ຮ​ປ່ຽນ​ຖ່າຍ​ອຳ​ນາ​ຈ​ທີ່​ບັງ​ເກີດ​ຂຶ້ນ​ທັງ​ໃນ​ສ​ຫະ​ຮັ​ຖ​ແລະ​ຈີນ​ເມື່ອ​ປີ 2012 ທີ່​ຜ່ານ​ມາ
ໄດ້​ສົ່ງ​ຜົ​ລ​ໃຫ້​ຜູ່​ກຳ​ບັງ​ຫຽນ​ຂອງ​ແຕ່​ລະ​ປ​ຼະ​ເທ​ສ​ທີ່​ເປັນ​ພວກ​ທີ່​ມີ​ແນວ​ໂນ້ມ​ເດີນ​ສາຍ​ກາງໆ. ແຕ່​ຄວາມ​ສັມ
ພັນ​ທ໌​ຂອງ​ສອງ​ປ​ຼະ​ເທ​ສ​ຊຶ່ງ​ຖື​ເປັນ​ຄວາມ​ສັມ​ພັນ​ທ໌​ຮະ​ດັບ​ທວິພາ​ຄີ ທີ່​ທ​ຮົງຄວາມ​ສຳ​ຄັນທີ່​ສຸດ​ຂອງ​ໂລກ​​ຊຶ່ງ
ປັ​ຈຈຸ​ບັນກຳ​ລັງ​ເພິ້ມ​ຄວາມ​ຕຶງ​ຄຽດ​​ໜັກ​ຂຶ້ນເຮື້​ອຽໆ. ຍຸ​ທ​ສາ​ສ​ຕ​ຮ໌​ທາງ​ກາ​ຮ​ທ​ຫາ​ຮ​ຂອງ​ສ​ຫະ​ຮັ​ຖຯ​ຊຶ່ງ​ໄດ້
ເນັ້ນ​ຫ​ນັກ​ແລະ​ປັກ​ຫຼັກ​ໄວ້​ຢູ່​ທີ່​ເອ​ເຊັຽ​ຕຼອດ​ກາ​ລ.
   ແລະ​ກາ​ຮ​ທີ່​ສ​ຫະ​ຮັ​ຖຯ​ຫັນ​ໄປ​ສ​ນັບ​ສ​ນຸນ​ຍິ່​ປຸ່ນ​ໃນ​ກໍ​ຮະ​ນີ​ພິ​ພາ​ທ​ຫມູ່​ເກາະ​ຕຽວ​ອິ້ງ​ເຊ​ກາ​ກຸ ຢ່າງ​ໂຈ່ງ​ແຈ້ງ
ແລະ​ກາຍ​ເປັນ​ສ​ຖາ​ນະ​ກາ​ຮ​ນ໌​ທີ່​ອາ​ຈ​ປະ​ທຸ​ບານ​ປາຍ​ກາຍ​ເປັນ​ຄວາມ​ຣ້າ​ຍແຣງທີ່​ສຸດ​ໃນ​ປີ 2013 ນີ້​ກໍ​ໄດ້
ໃນ​ຂ​ນະ​ທີ່​ພວກ​ເຣົາ​ອາ​ຈ​ໄດ້​ເຫັນ​ກາ​ຮ​ເດີນ​ນະ​ໂຍ​ບາຍ​ແບບ​ຕຶ່ນ​ເຕັ້ນ​ຍິ່ງ​ຂຶ້ນ​ຈາກ​ທັງ​ສອງ​ປ​ຼະ​ເທ​ສນີ້​ກໍ​ໄດ້.
   ສ່ວນ​ຈີນ​ກາ​ຮ​ປ່ຽນ​ຖ່າຍ​ອຳ​ນາ​ຈ​ພາຍ​ໃນ​ຍັງ​ບໍ່​ທັນ​ມີ​ຫຽັງຕື່ນ​ເຕັ້ນ​ເພາະ​ມັນ​ເປັນ​ເຮື້ອງ​ຄອມຯ​ກັບ​ຄອມຯ
ໃນ​ຂ​ນະ​ທີ່​ສ​ຫະ​ຮັ​ຖຯນາຍ​ໂອບາ​ມາ​ພັ​ຄ​ເດ​ໂມ​ແຄ​ຮ​ຕ​ຫຼຶ​ເອີ້ນ​ວ່າ​ພັ​ຄ​ສັງ​ຄົ​ມ​ນິ​ຍົມ​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ທີ່ຖືກ​ເລືອກ​
ມາເປັນ​ຜູ່​ນຳອີກ​ຣອບ​ໃຫມ່ນັ້ນ​ເປັນ​ຜູ່​ທີ່​ຖືກ​ຈີນ​ແລະ​ຊາວ​ຜ​ເດັ​ຈ​ກາ​ຮຮັ​ຖຯ​ລາວ​ທັງ​ຫຼາຍໄດ້​ມາ​ພິ​ຈາ​ຮະ​ນາ
ໃນ​ເຮື້ອງ​ລຶກໆ​ແລ້ວ​ຄວາມ​ສັມ​ພັນ​ທ໌​ທວິ​ພາ​ຄີ​ທີ່​ທ​ຮົງ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ໂລກນັ້ນ​ກັບ​ຍັງ​ຄົງ​ມີ​ຄວາມ​ຕຶງ
ຄຽດ​ແລະ​ຂ​ຍາຍ​ຕົວ​ຝັງ​ຣາກ​ຫ​ນັກ​ຍິ່ງ​ຂຶ້ນ​ເຮື້ອຍໆ​ຕ່າງ​ກັບ​ທວິ​ພາ​ຄີ​ຮະ​ຫວ່າງ​ຈີນ​ກັບ ສ​ປ​ປ ລາວໂດຽ​ສ​ເພາະ
ດ້ານ​ຍຸ​ທ​ສາ​ສ​ຕ​ຮ໌​ທາງ​ທ​ຫາ​ຮ​ຂອງ​ສ​ຫະ​ຮັ​ຖຯ​ທີ່​ປັກ​ຫຼັກ​ແຫ​ນ້ນ​ແລະ​ເນັ້ນ​ຫ​ນັກ​ໃສ່​ໄວ້ເອ​ເຊັຽ-ປາ​ຊິ​ຟິກ​ແລະ
ອະ​ເມ​ຮິ​ກາ​ຊ*ພັດ​ໄປ​ຫ​ນຸນ​ຍິ່​ປຸ່ນ​ໃນ​ກໍ​ຮະ​ນີ​ພິ​ພາ​ທ​ຫມູ່​ເກາະ​ຈຶ່ງ​ຖື​ວ່າ​ເປັນ​ກາ​ຮ​ປ​ີນ​ກຽວ​ກັນ​ຢ່າງ​ຣຸນ​ແຣງ
ແລະ​ອອກ​ຫ​ນ້າ​ອອກ​ຕາ​ທີ່​ສຸດ​ເວ​ລານີ້.
    ໃນ​ຂ​ນະ​ທີ່​ຈີນ​ກັບ​ວໍ​ຊິງ​ຕັນ​ນັ້ນ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ມາ​ຍາວ​ນານ​ໃນ​ເຮື້ອງ​ທີ່​ສ​ຫະ​ຮັ​ຖຯ​ຂາຍ​ອາ
ວຸ​ທ​ຍຸ​ທ​ໂທ​ປະ​ກອນ​ສຳ​ຄັນໆ​ໃຫ້​ກັບ​ໄຕ້​ຫວັນ​ແລະ​ເກົາ​ຫຼີ​ໃຕ້. ສນັ້ນ​ກາ​ຮ​ພະ​ເຊີນ​ຫ​ນ້າ​ກັນ​ຊ່ວງ​ປີ  2013ນີ້
ຈຶ່ງ​ຖື​ວ່າ​ສຳ​ຄັນ​ທີ່​ສຸດ​ເພາະ​ມັນ​ຕຼົງ​ກັບ​ຕຳ​ນານ​ຫມໍ​ໂຫ​ຮ​ທັງ​ໃນ​ພູ​ມິ​ພາ​ຄ​ແລະ​ຍູ​ໂຮ​ປ​ວ່າ​ປີນີ້​ເປັນ​ປີ​ສຳ​ຄັນ​ທີ່
ມະ​ນຸ​ສ​ຍ໌​ຜູ່​ທີ່​ມັກ​ໂຮບ ໂກ​ທຫຼົງແລະ​ທຳ​ລາຍ​ຜູ່​ອື່ນ​ຈະ​ໄດ້​ຣັບ​ຜົ​ລ​ກັມ.?
  
  

No comments:

Post a Comment