Wednesday, January 23, 2013

ຕາມ​ທຶ​ສ​ດີ​ສັງ​ຄົມ​ນິ​ຍົມ​ທີ່​ຕຼາ​ອອກ​ມາ​ເປັນ​ຄຳ​ພີ​ທີ່​ພວກ​ເຂົາ​ແຫກ​ປາກ ແຫກ​ຕາ​ໄວ້​ໃນ​ຕຳ​ນານນັ້ນ​ວ່າ:
-ໃນ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ຄອມ​ມິວ​ນິ​ສ​ຍ໌​ຈະ​ບໍ່​ມີ​ຄົນ​ຣັ່ງ​ຄົນ​ມີ ທຸກ​ພາກ​ສ່ວນ​ຕ້ອງ​ສ​ເມີ​ກັນ.
-ປ​ຼະ​ຊາ​ຊົນ​ຕ້ອງ​ເປັນ​ໃຫ​ຍ່​ໃນ​ແຜ່ນ​ດິນ.
-ທຸກ​ພາກ​ສ່ວນ​ຕ້ອງ​ຍຶດ​ຫມັ້ນ​ຖື​ຫມັ້ນ​ໃນ​ອຸ​ດົມ​ກາ​ຮ​ສັງ​ຄົມ​ນິ​ຍົມ​ຄອມຯ​ຢ່າງ​ເຄັ່ງ​ຄັດ.
        ແຕ່​ນັບ​ແຕ່ນັ້ນ​ມາ​ບາງ​ພາກ​ສ່ວນ​ກໍ​ຕາຍ​ໂຫງ​ຕາຍ​ຫ່າໄປ​ຕົກ​ນາ​ຮົກ​ຫຼື​ຖືກ​ນຳ​ໄປ​ສູ່​ຫມໍ້​ກະ​ຖະ​ກາ​ສົບ​ເຫຼັກ
ສົບ​ທອງ​ເຈາະ​ກິນ​ລູກ​ຕາ​ໄປ​ແລ້ວ​ກໍ​ມີ​ແລະ​ຂ​ນະ​ນີ້​ຈ່າ​ຍົມ​ພ​ຼະ​ບາ​ລ​ອາ​ຈ​ຂຶ້ນ​ບັນ​ຊີ​ດຳ​ໄວ້​ຣັບ​ພວກ​ສ​ຫາຍ​ທີ່​ຍັງ​ບໍ່
ລະ​ເວັ້ຍ​ກາ​ຮກຼະ​ທຳ​ຊົ່ວ​ຢູ່​ເວ​ລານີ້​ກໍ​ມີ.
        ຢ່າງ​ໃດ​ກໍ​ຕາມ​ຕົກ​ມາ​ຍຸ​ຄ​ສ​ມັຍ​ນີ້​ພວກ​ເປ​ຮ​ຕ​ເຫຼົ່າ​ນີ້​ຊ້ຳພັດປ່ຽນ​ຕຳ​ຮາໃຫມ່​ໄປ​ດຳ​ເນີນ​ອຸ​ດົມ​ກາ​ຮ​ນ໌​ໃນ​ລັດ
ທິ​ແກ້​ດີກວ່າ​ທຶ​ສ​ດີ​ໃຫມ່​ທີ່​ກຶນ​ແຕ່ນ້ຳລາຍ​ຕົນ​ເອງຕຼອດ​ຊາ​ຕິ​ບໍ່​ດີ​ຈຶ່ງ​ຫັນ​ມາ​ໃຊ້​ຄຳ​ວ່າ​.." ນ້ຳ​ຂຶ້ນ​ຣີບ​ຕັກ " ດັ່ງ​ນັ້ນ​
ຈະເຫັນ​ໄດ້​ວ່າ​ວິ​ຊາ​ຫມາ​ກິນ​ຄວາມ​ຄຶດ​ແລະ​ໃຊ້​ຮະ​ບອບ​ຜ​ເດັ​ຈ​ກາ​ຮ​ຊົນ​ຊັ້ນ​ຄວບ​ຄູ່​ກັນ​ໄປ​ກັບ​ທຶ​ສ​ດີ​ກິນ​ແມງວັນ​
ບໍ່ເບື່ອສຳ​ລັບ​ກຸ່ມ​ກຳ​ອຳ​ນາ​ຈ​ຮັ​ຖຫຼື​ກຸ່ມສູນ​ຍ໌​ກາງ​ພັ​ຄຯພ້ອມ​ກັບ​ເອກ​ລັກ​ສ​ນ໌​ແລະ​ສັນ​ຍາ​ລັກ​ນ໌​ແຫ່ງ​ສັງ​ຄົມ​ນິ​ຍົມ
ຄອມ​ມິວ​ນິ​ສ​ຍາ​ທິ​ປ​ໄຕ​ຍ​ກັນ​ດັ່ງ​ທີ່​ປ​ຼາ​ກົ​ຕ​ເປັນ​ຂ່າວ​ໃນ​ຫ​ນ້າ​ຫ​ນັງ​ສື​ພິມ​ທັງ​ໃນ​ປ​ຼະ​ເທ​ສ​ຈີນ​ແລະ​ໃນ​ປ​ຼະ​ເທ​ສວຽ​ຕ​
ນາມແມ້​ແຕ່​ໃນ​ອະ​ດີ​ຕ​ຫົວ​ໂຈກ​ຂອງ​ຮັ​ສ​ເຊັຽ​ເອງ​ເວ​ລານີ້​ຜູ່​ທີ່​ມີ​ສົມ​ບັ​ຕິ​ຣັ່ງ​ມີ​ທີ່​ສຸດ​ໃນ​ຮັ​ສ​ເຊັຽ​ໄດ້​ແກ່​ສ​ຫາຍ​ປູ​ຕິນ
ຜູ່​ນຳຂອງ​ປ​ຼະ​ເທ​ສຮັສ​ເຊັຽແລະ​ມີ​ຄົນ​ດຽວ​ສາ​ມາດ​ຊີ້​ຟ້າ​ຊີ້​ດິນ​ໃນ​ຮັ​ສ​ເຊັຽ​ໄດ້.
     ເມື່ອ​ພວກ​ເຂົາ​ມີ​ອຳ​ນາ​ຈ​ວາ​ສ​ນາ​ຍ່ອມ​ທຳ​ກາ​ຮ​ໃດໆ​ໃນ​ປ​ຼະ​ເທ​ສ​ກໍ​ໄດ້​ເພາະ​ພວກ​ເຂົາ​ເປັນ​ເຈົ້າ​ຂອງ..ສນັ້ນ
ຄົງ​ບໍ່​ແມ່ນ​ເຮື້ອງ​ແປຼກ​ປ​ລາດ​ທີ່​ກຸ່ມ​ກຳ​ອຳ​ນາ​ຈ​ຮັ​ຖຯ​ແຫ່ງ​ລັດ​ທິສັງ​ຄົມ​ນິ​ຍົມ​ຄອມ​ມິວ​ນິ​ສຍາ​ທິ​ປ​ໄຕ​ຍ​ມີ​ມະ​ຫ​ເສ​ຖ​
ຖີຫຼາຍກວ່າ​ປ​ຼະ​ເທ​ສ​ເສ​ຮີ​ນິ​ໂຍມາ​ທິ​ປ​ໄຕ​ຍ​ເພາະ​ລັດ​ທິນີ້​ມີ​ປ​ຼະ​ຊາ​ຊົນ​ຕຼ​ຮວ​ຈ​ໄດ້ນັ້ນ​ກໍ​ຄື​ກົ​ຕ​ຫມາຍ​ຄວບ​ຄຸມ​ຕາມ
ລັກ​ສ​ນະ​ສາ​ກົ​ລ​ກຳ​ນົດ​ໄວ້ຕ່າງ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ຄອມ​ມິວ​ນິ​ສ​ຍາ​ທິ​ປ​ໄຕ​ຍ​ຊຶ່ງ​ບໍ່​ມີ​ໃຜ​ສາ​ມາດ​ຕຼວ​ຈ​ສອບ​ກັນ
ໄດ້ເພາະ​ພັ​ຄ​ກາ​ຮ​ເມືອງ​ດຽວ​ຄຸມທັງ 3 ອຳ​ນາ​ຈ:ບໍ​ຮິ​ຫາ​ຮ,ນິ​ຕິ​ບັນ​ຍັ​ຕິ​ແລະ​ຕຸ​ລາ​ກາ​ຮ​ຂຶ້ນ​ຕຼົງ​ກັບ​ສູນ​ກາງ​ພັ​ຄ​ຊຶ່ງ​ມີ
ພຽງ​ເລ​ຂາ​ພັ​ຄ​ເປັນ​ຜູ່​ມີ​ອຳ​ນາ​ຈ​ຮວບ​ທັງ​ສອງ​ຫ​ນ້າ​ທີ່​ເປັນ​ທັງ​ເລ​ຂາຯ​ພັ​ຄ​ແລະ​ເປັນ​ທັງ​ປ​ຼະ​ທານ​ປ​ຼະ​ເທ​ສ.
    ກຼະ​ບອກ​ສຽງ​ພັ​ຄ-ຮັ​ຖ​ແລະ​ເອກ​ຊົນ​ຄົນ​ຂອງ​ພັ​ຄ​ແຫກ​ປາກ​ພາດ​ຫົວ​ຂ່າວ​ຫ​ນ້າ​ນຶ່ງ​ຫ​ໜັງ​ສື​ພິມ​ວ່າ​ໃນ​ປ​ຼະ​ເທ​ສ
ຈີນ​ເວ​ລານີ້​ມີມ​ຫາ​ເສ​ຖ​ຖີ​ຈີນ​ເກີດ​ຂຶ້ນ​ແລ້ວ  5,000 ສ​ຫາຍ. ໃນ​ຂ​ນະ​ດຽວ​ກັນ​ຫ​ນັງ​ສື​ພິມ​ໄຊ​ນ່າ​ເດ​ລີ​ສ​ບັບ​ວັນ​ທີ
22,/1/2013  ໄດ້​ຮາຍ​ງານ​ເພິ້ມ​ເຕິມ​ອີກວ່າ​ສ​ເພາະ​ໃນ​ກຸງ​ປັກ​ກິ່ງ​ພຽງ​ແຫ່ງ​ດຽວ​ມີ​ມະ​ຫາ​ເສ​ຖ​ຖີ​ເກີດ​ຂຶ້ນ​ເມື່ອ​ປີ
ຜ່ານ​ມານີ້​ເຖິງ 1,000 ສ​ຫາຍ​ແລະ​ມີ​ຄອບ​ຄົວ​ຣັ່ງ​ມີ​ເກີດ​ຂຶ້ນ​ເຖິງ 100,000 ຄອບ​ຄົວ.
    ດັ່ງ​ນັ້ນ​ເມືຶ່ອ​ປ​ຼະ​ເທ​ສ​ຫົວ​ໂຈກ​ທັງ​ຈີນ,ແກວ​ແລະຮັ​ສ​ເຊັຽ​ຊຶ່ງ​ເປັນ​ປ​ຼະ​ເທ​ສ​ຫົວ​ໂຈກ​ທີ່​ກຸ່ມ​ໂຈ​ຮາ​ທິ​ປ​ໄຕ​ຍ​ລາວ
ທີ່​ປຸ້ນ​ອຳ​ນາ​ຈ​ຈາກ​ປ​ຼະ​ຊາ​ຊົນ​ລາວ​ຈຳຕ້ອງມີມ​ຫາ​ເສ​ຖ​ຖີ​ແລະ​ເສ​ຖ​ຖີ​ເກີດ​ຂຶ້ນ​ໃນ​ລາວ. ທັງ​ນີ້​ກໍ​ເພາະ​ອຳ​ນາ​ຈ​ໃນ
ມື​ພວກ​ເຂົາ ພວກ​ເຂົາ​ຍ່ອມກຼະ​ທຳ​ໄດ້​ແລະ​ພວກ​ພ້ອງ​ລູກ​ຫຼານ​ເຂົາ​ກໍ​ຕ້ອງ​ເປັນ​ເສ​ຖ​ຖີ​ໄປ​ຕາມໆ​ກັນ​ເພາະ​ຂອງ
ຟ​ຮີ​ຢູ່​ໃນ​ມື ຊາ​ຕິ​ຈະ​ຈິບ​ຫາຍ ບ້ານ​ເມືອງ​ພັງ​ທ​ລາຍ​ປ​ຼະ​ຊາ​ຊົນ​ຈະ​ຕາຍ​ຫ່າ​ຍ້ອນ​ຄວາມ​ຈົນເທົ່າໃດ​ບໍ່​ສຳ​ຄັນ​ເພາະ
ປ​ຼະ​ຊາ​ຊົນ​ສຳ​ຮອງ​ມີ​ທັງ​ແກວ-ຈີນ​ຢູ່​ແລ້ວ.
     ສິນ​ຊັ​ພ​ຍ໌​ທີ່​ກຸ່​ມ​ຜ​ເດັ​ຈ​ກາ​ຮ​ລົງ​ທຶນເຫຼົ່າ​ນີ້​ຕາມ​ກາ​ຮ​ຄຳ​ນວນ​ຂອງ​ອົງ​ຄ໌​ກາ​ຮ​ຕຼວ​ຈ​ສອບ​ສາ​ກົ​ລ​ຮາຍ​ງານ​ວ່າໃນ
ຈີນນັ້ນ​ມີ​ເຖິງ​ຄົວ​ລະ ​73 ລ້ານ​ຫຍວນ​ແລະ​ເພີ້ມ​ຂຶ້ນ​ຣ້ອຍ​ລະ 14 ຕໍ່​ປີ. ສນັ້ນເມື່ອປ​ຼະ​ເທ​ສ​ຈີນ​ເກີດ​ຄວາມ​ຣັ່ງ​ມີ
ສີ​ສຸກ​ຂ໌​ຂຶ້ນ​ກໍ​ເພາະ​ຍ້ອນ​ບໍ​ຮິ​ສັ​ທ​ອະ​ເມ​ຮິ​ກັນ​ເຂົ້າ​ໄປ​ລົງ​ທຶນ​ບໍ່​ຢາກ​ໃຫ້​ປ​ຼະ​ຊາ​ຊົນ​ຈີນ​ຕາຍ​ແລ້ວ​ຜົ​ລ​ຕອບ​ແທນ​ປ​ຼະ
ຊາ​ຊົນ​ຈີນ​ກັບ​ໄປ​ດ່າ​ປ​ຼະ​ຊາ​ຊົນ​ອະ​ເມ​ຮິ​ກັນ​ຂອບ​ໃຈ​ຄຳ​ນຶ່ງ​ບໍ່​ມີ. ສ່ວນ​ໃນ​ສ​ຫະ​ຮັ​ຖຯ​ເກີດ​ຄົນ​ວ່າງ​ງານ​ເປັນ​ລ້ານໆ
ແລ້ວ​ເປັນ​ຫຽັງສະ​ພາ​ຕ່ຳ​ສະ​ພາ​ສູງ​ຂອງ​ສ​ຫະ​ຮັ​ຖຯ​ບໍ່​ສັ່ງ​ຖອນ​ບໍ​ຮິ​ສັ​ທ​ກັບ​ຄືນ​ປ​ຼະ​ເທ​ສ?ປ່ອຍ​ໃຫ້​ຈີນ​ເຍາະ​ເຍີ້ຍ​ຢູ່
ຢ່າງນັ້ນ​ບໍ?ອັນ​ນີ້​ເຣົາ​ເວົ້າ​ໃນ​ຖາ​ນະ​ເຣົາ​ເປັນ​ປ​ຼະ​ຊາ​ຊົນ​ອະ​ເມ​ຮິ​ກັນ​ຂໍ​ໃຊ້​ສິດ​ທິ​ບົນ​ພຶ້ນ​ຖານ​ທີ່​ຖືກ​ຕ້ອງ​ເພາະ​ເຣົາ
ເອງ​ເປັນ​ຜູ່​ນຶ່ງ​ໄປ​ປ່ອນ​ບັ​ຕ​ຮເອົາບັນ​ດາ​ທ່ານ.
     ຂ່າວ​ສາ​ຮ​ທ້ອງ​ຖິ່ນ​ຈີນສ​ບັບ​ລ້າ​ສຸດອາ​ທິ​ຕ​ຍ໌​ຜ່ານ​ມາຮາຍ​ງານ​ວ່າຕຼະ​ກຸ​ລ​ເສ​ຖ​ຖີ​ຈີນ​ແຕ່​ລະ​ຕົວ​ເມືອງ​ອ້ອມ
ຂ້າງ​ປັກ​ກິ່ງ​ໄດ້​ເພີ້ມ​ຂຶ້ນ​ຜ່ານ​ມານີ້​ຄິດ​ເປັນ 17 ເປີ​ເຊັນ​ປ​ຼະ​ມານ 1.74 ຕ໌ະ​ກຸ​ລ​ສ່ວນ​ຄົນ​ທີ່​ທຸກ​ຂ໌​ຈົນ​ແລະ​ຖືກ​ໄລ່​ທີ່
ບໍ່​ມີ​ທາງ​ເລືອກ​ບາງ​ຄອບ​ຄົວ​ພາ​ກັນ​ຊອກ​ທຸງ​ອະ​ເມ​ຮິ​ກັນ​ປີນ​ຂຶ້ນ​ໄປ​ປັກ​ໃສ່​ຫຼັງຄາ​ບ້ານພາ​ລູກ​ເມັຽນ​ອນ​ຄ້າງ​ເທິງ
ຫຼັງ​ຄາມີ​ປ​ຼາ​ກົ​ຕ​ໃຫ້​ເຫັນ.
                                      (ນ້ຳ​ບໍ່..ນ້ຳຄອງ..ຍັງ​ເປັນ​ຮອງ​ນ້ຳ​ລາຍ)ພ​ຼະ​ອາ​ຈາ​ຮ​ຍ໌ມ​ຫາ​ໂຊວ໌​ກ່າວ​ໄວ້.

No comments:

Post a Comment