Wednesday, January 16, 2013

    " ໂຈ​ຮາ​ທິ​ປ​ໄຕ​ຍ" ກຸ່ມ​ໂຈ​ຮ​ທີ່​ຫຼິ້ນ​ສິງ​ຫ໌​ແທນ​ແກວ​ແລະ​ຈີນ!!ແກວ​ກັບ​ຈີນ​ຫຼິ້ນ​ສິງ​ຫ໌​ໂຕ​ແນວ​ທາງ​ດຽວ​ກັນ
                   ແຕ່ໃຫ້​ຮະ​ວັງ​ແລະ​ພິ​ເຄາະ​ຫ໌​ໃຫ້​ອອກ​ໃນ​ວາ​ຮະກາ​ຮເຊີດ​ສິງ​ຫ໌​ໂຕ​ຂອງ​ຈີນ​ແລະ​ແກວ ??
       ຈາກ​ຮາ​ງານ​ຫ​ນັງ​ສື​ພິມ​ທ້ອງ​ຖິ່ນ​ທັງ​ເອກ​ຊົນ​ແລະ​ພາ​ຄ​ຮັ​ຖຯ​ຂ​ນະ​ນີ້​ທົ່ວ​ຈີນ​ກຳ​ລັງ​ຕັ້ງ​ຄຳ​ຖາມ​ກັນ​ຢ່າງ
ຫ​ນ້າ​ສົງ​ໃສວ່າ..ມັນ​ຈະ​ເປັນ​ໄປ​ໄດ້​ຈິງ​ແທ້ບໍ..?ໃນ​ພັ​ຄ​ຄອມຯ​ຈີນ​ມີ 3​ກຸ່ມ​ໃຫ​ຍ່​ຄື: ສາຍ​ອະ​ນຸ​ລັກສ​ນ໌​ນິ​ຍົມ-
ສາຍ​ຊ້າຍ​ຈັດ​ຫຼື​ຊ້າຍ​ຕົກ​ຂອບ​ແລະ​ສາຍ​ເສ​ຮີ​ນິ​ຍົມ.
       ໃນ​ປີ 3013 ນີ້ມີ​ປ​ຼາ​ກົ​ຕ​ກາ​ຮ​ນ໌​ສຳ​ຄັນໆ​ໂດຽ​ສ​ເພາະ​ໃນ​ປ​ຼະ​ເທ​ສ​ຈີນ​ເປັນ​ປ​ຼະ​ເທ​ສ​ທຳ​ອິດ ໃນ​ຂ​ນະ​ທີ່​ແກວ
ປ​ຼະ​ກາ​ສ​ຊັດ​ເຈນ​ວ່າ​ຈະ​ເພິ້ມ​ກາ​ຮ​ລົງຶນ​ໃນ ສ​ປ​ປ ລາວ​ປ​ຼະ​ເທ​ສ​ອະ​ນາ​ນິ​ຄົມ​ໃນ​ປີ 2013-2014 ໃນ​ຂ​ນະ​ທີ່​
ຊາວລາວ​ທົ່ວ​ໂລກ​ປ​ຼະ​ນາມ​ກາ​ຮ​ລົງ​ທຶນ​ໃນ​ລາວ​ຂອງ​ແກວ ເພາະ​ເທົ່າ​ທີ່​ປ​ຼາ​ກົ​ຕ​ກາ​ຮ​ນ໌​ພຶ​ຕ​ຕິ​ກັມ​ຂອງ​ແກວ
ໃນ ສ​ປ​ປ ລາວ​ຜ່ານ​ມານັ້ນ​ມັນ​ບໍ່​ແມ່ນ​ກາ​ຮ​ລົງ​ທຶນ ແຕ່​ຫາກ​ແມ່ນກາ​ຮ​ເຂົ້າ​ມາ​ເກັບ​ເກນ​ທ໌​ເອົາ​ພຽງ​ຜົ​ລ​ປ​ຼະ
ໂຍ​ຊ​ນ໌​ດັ່ງ​ທີ່​ພວກ​ເຂົາ​ກ່າວ​ໄວ້​ແຕ່​ຕົ້​ນ​ວ່າ​ເຂົ້າ​ມາ​ເກັບ​ຫນີ້​ສົງ​ຄາມ. ສ່ວນກັມ​ກອນ ແລະ​ປ​ຼະ​ຊາ​ຊົນ​ແກວ​ຂົນ
​ກັນ​ເຂົ້າ​ມາ​ຄື​ກອງ​ກຳ​ລັງ​ທ​ຫາ​ຮ​ວຽ​ຕ​ກົງ​ແລະ​ຄອບ​ຄົວ​ທັງ​ສິ້ນເພາະ​ແກວ​ຖື​ຕາມ​ສັນ​ຍາ​ທີ່​ກຸ່ມ​ໂຈ​ຮາ​ທິ​ປ​ໄຕ​ຍ
ເຊັ່ນ​ໄວ້​ໃຫ້​ກ່ອນ​ລົງ​ມື​ປຸ້ນ​ອຳ​ນາ​ຈ​ຂອງ​ປ​ຼະ​ຊາ​ຊົນ​ໂດຽອ້າງ​ເອົາ​ຊື່​ຂອງ​ປ​ຼະ​ຊາ​ຊົນ​ລາວ​ໄປ​ໃສ່​ວ່າ ພັ​ຄ​ປ​ຼະ​ຊາ
ຊ​ົນ​ປະ​ຕິ​ວັ​ຕິ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ວັນນະ​ກັມທີ່​ເຂົາ​ກ່າວ​ໂຄ​ຊ​ນາ​ທີ່ວ່າ ປ​ຼະ​ຊາ​ຊົນ​ຕ້ອງ​ເປັນ​ໃຫ​ຍ່​ໃນ​ແຜ່ນ
ດິ..ແຕ່​ພວກ​ເຂົາ​ຖົ່ມ​ນ້ຳລາຍຫົດ​ຫ​ນ້າ​ພວກ​ເຂົາ​ເອງ​ແທນ​ທີ່​ປ​ຼະ​ຊາ​ຊົນ​ຈະ​ເປັນ​ໃຫ​ຍ່​ພວກ​ເຂົາ​ເປັນ​ໃຫ​ຍ່​ເອງ
ຕາມ​ຄຳ​ບັນ​ຊາ​ຂອງ​ແກວ​ແລະ​ສ​ຍາມ.
     ສ່ວນ​ວ່າດ້ານ​ຈີນ​ກຳ​ລັງຈະ​ເຮິ້ມ​ດຳ​ເນີນ​ກາ​ຮ​ປະ​ຕິ​ຣູ​ປ ​ຮະ​ບົບຮັ​ຖ​ກາ​ຮ​ຄັ້ງໃຫ​ຍ່ໂດຽ​ເປັນ​ທີ່​ຄາດ​ກັນ​ວ່າ
​ຫ​ນ່ວຍ​ງານ​ຮະ​ດັບກຼະ​ຊວງ​ຕ່າງໆ​ຈະ​ຖຶກ​ລົດ​ຈຳ​ນວນ​ພົ​ລ​ລົງ​ເຄິ່ງ​ນຶ່ງ ໃນ​ເຮື້ອງນີ້​ອາ​ຈ​ກໍ່​ໃຫ້​ເກີດ​ແຣງກຼະ​ເພື້ອມ
ດ້ານ​ປ​ຼະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນ​ທັງ​ພາ​ຄຮັ​ຖຯ​ແລະ​ກາ​ຮຕ​ລາດ. ແຕ່​ມັນ​ຈະ​ສ້າງກອງ​ທັ​ພ​ຂອງ​ຜູ່​ບໍ່​ພໍ​ໃຈ​ຂຶ້ນ​ມາ
ພ້ອມໆ​ກັນ​ເນື່ອງ​ຈາກ​ພວກ​ເຂົາ​ກຳ​ລັງ​ພະ​ເຊີນ​ກາ​ຮ​ສູນ​ຍ໌​ເສັຽອຳ​ນາ​ຈ​ແລະ​ແຫຼ່ງ​ທຳ​ມາ​ຫາ​ກິນ​ທີ່​ສ້າງ​ຄວາມ
ຣັ່ງ​ມີ​ສີ​ສຸກ​ຂ໌. ໃນ​ຂ​ນະ​ທີ່​ພວກ​ເຂົາ​ຕ້ອງ​ກາ​ຮ​ເຈ​ຮະ​ຈາ​ຕໍ່​ຮອງ​ກັນ​ເພື່ອ​ຜັກ​ດັນ​ກາ​ຮ​ປ່ຽນ​ແປງ​ໃນ​ຄັ້ງ​ນີ້​ພ້ອມໆ
ກັບ​ຕ້ອງ​ກາ​ຮ​ກຸມ​ບັງ​ຫຽນ​ໃນ​ກາ​ຮ​ຄວບ​ຄຸມ​ກຸ່ມ​ອະ​ນຸ​ຮັກ​ສ​ນ໌​ນິ​ຍົມ​ຕ່າງໆ​ພາ​ໃນ​ພັ​ຄ​ຄອມຯ​ພວກ​ເຂົາ​ຕ້ອງ​ໃຫ້
ຮະ​ບົບ​ເຫຼົ່າ​ນີ້​ລົງ​ຕົວ​ຈຶ່ງ​ຖື​ເປັນ​ບົທ​ທົດ​ສອບອັນ​ຫ​ນັກ​ຫ​ນ່ວງ​ຢ່າງ​ສາ​ຫັ​ສ​ເວ​ລາ​ນີ້​ສຳ​ລັບ​ສ​ຫາຍ ລີ້ ຈີນ​ຜັງ​ຜູືິ່​ກຳ
ລັງ​ຈະ​ກ້າວ​ຂຶ້ນ​ເປັນ​ຜູ່​ນຳ​ພັ​ຄ-ຮັ​ຖ​ຈີນຄົນ​ໃຫມ່ໃນ​ເດືອນມິ​ນາຈະ​ເຖິງນີ້.
    ໃນ​ເຮື້ອງ​ນີ້​ຈຶ່ງຖື​ເປັນ​ແນວ​ດຶງ​ດູດຄັ້ງ​ສຳ​ຄັນ​ໃນ​ດິນ​ແດນ​ມັງ​ກອນ​ເພາະ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກາ​ຮ
ທ້າຍ​ທາຍ​ຕໍ່​ຄ​ນະ​ຜູ່​ນຳ​ຄອມຯ​ຈີນ​ຊຸດ​ປັ​ຈ​ຈຸ​ບັນ​ແຕ່​ທາ​ຕຸ​ແທ້ນັ້ນ​ຄື​ເປັນ​ກາ​ຮ​ທ້າ​ທາຍ​ກຸ່ມ​ອະ​ນຸ​ຮັກ​ສ​ນ໌​ນິ​ຍົມ
ນັ້ນ​ເອງ.ຂ​ນະ​ດຽວ​ກັນ​ໄດ້​ບົ່ງ​ບອກ​ເຖິງ​ກຸ່ມ​ເສ​ຮີ​ນິ​ຍົມ​ບໍ່​ຄວນ​ຈະ​ຜັກ​ດັນ​ໃຫ້​ຫ​ນັກ​ກວ່ານີ້​ເພາະ​ບໍ່​ດັ່ງ​ນັ້ນ​ຈະ
ກາຍ​ເປັນ​ກາ​ຮ​ເຣັດ​ໃຫ້​ຮັ​ຖຯ​ນາ​ວາ​ສ​ຫາຍ​ຫູ ຈິນ​ເຖົາ​ຫຼົ້ມ​ກາງ​ທະ​ເລ​ຈີນ​ໃຕ້​ເສັຽກ່ອນ.
   ໃນ​ເວ​ລາ​ດຽວ​ກັນ​ກາ​ຮ​ໄຕ່​ສວນ​ດຳ​ເນີນຄ​ດີ.ຂອງ​ສ​ຫາຍ​ປໍ​ຄາວນີ້​ຍັງ​ໄດ້​ກາຍ​ເປັນ​ທິ​ເດັດ​ໃນ​ກາ​ຮ​ຕັກ​ເຕືອນ
ພວກ​ທີ່​ຄັດ​ຄ້ານ​ຫົວ​ຊົນ​ຝາ​ໃນ​ກາ​ຮ​ປະ​ຕິ​ຣູ​ປ​ໃຫ້​ເຫັນ​ວ່າ​ຊະ​ຕາ​ກັມ​ຂອງ​ພວກ​ເຂົາ​ອາ​ຈ​ຈະ​ຕົກ​ຢູ່​ໃນ​ອັນ​ຕຼາຍ
ກໍ​ໄດ້​ຫາກ​ເຂົາ​ຍັງ​ເລືອກ​ທີ່​ຈະ​ເຂົ້າ​ຂ້າງ​ເຫັນ​ພ້ອມ​ວາ​ຮະ​ເກົ່າໆ​ຂອງ​ສ​ຫາຍ​ປໍ​ຜູ້​ຕ້ອງ​ຫາ​ຄ​ດີ​ຄ​າຕ​ກັມຈຶ່ງ​ຖື​ໄດ້​ວ່າ
ເປັນ​ກາ​ຮ​ປະ​ຕິ​ບັ​ຕິ​ກາ​ຮ​ກາ​ຮ​ສ້າງ​ຄວາມ​ສົມ​ດຸ​ລ​ຍ໌​ລະ​ອຽດ​ອ່ອນ​ໃນ​ຂ​ນະ​ທີ່​ສ​ຫາຍ​ຫູ ຈິນ​ເຖົາ​ກັບ​ສ​ຫາຍ​ສີ ຈິ້ນ​
ຝົງ​ກຳ​ລັງ​ທຳ​ງານ​ໄປ​ດ້ວຍ​ກັນ​ຢ່າງ​ໃກ້​ຊິດ​ເພື່ອ​ກຳ​ນົດ​ທິ​ສ​ທາງ​ກາ​ຮ​ເມືອງ​ຈີນ​ໃນ​ຊ່ວງ​ເວ​ລາ  .20​ປີ​ຂ້າງ​ຫ​ນ້າ
ຕໍ່​ຈາກ​ປີນີ້​ເປັນ​ຕົ້ນ​ໄປ.

No comments:

Post a Comment