Thursday, January 10, 2013

                  ເວົ້າ​ນຳ​ພວກ​ກືກ​ເສ​ຖ​ສາ​ສ​ຕ​ຮ໌​ກໍ​ວ່າ​ໄປ​ຕາມ​ທີ່​ເຫັນ ແຕ່​ຫາກ​ເວົ້າ​ກັບ ....
ກາ​ຮ​ຂ​ຍາຍ​ຕົວ​ຂອງ​ເສ​ຖ​ກິ​ຈ​ໃນ ສ​ປ​ປ ລາວ​ຕາມ​ທີ່​ພວກ​ເຂົາ​ຄຸຍນັ້ນ​ແມ່ນ​ເວົ້າ​ແຕ່​ສ​ເພາະ​ເພື່ອ​ໃຫ້​ປ​ຼະ​ຊາ​
ຊົນລາວ​ດີ​ໃຈ​ຄື​ກັບ​ຕົດ​ໃຫ້​ຫມາ​ດົມ..ພຽງ​ແຕ່​ສິນ​ຄ້າ​ສັ່ງ​ເຂົ້າ​ຈາກ​ຕ່າງ​ປ​ຼະ​ເທ​ສ​ເທົ່າ​ນັ້ນ​ແຫຼະ​ເກີນ​ດຸ​ລ​ໄປ
ເທົ່າ​ໃດ​ແລ້ວ​ໂດຍ​ສ​ເພາະ​ກັບ​ໄທ​ຍ​ເທົ່າ​ນັ້ນ​ມັນ​ຍັງ​ເກີນ​ເຄິ່ງ​ຢູ່​ແລ້ວ ແລ້ວ​ເປັນ​ຫຽັງຈຶ່ງ​ຫ​ນ້າ​ດ້ານ​ວ່າ​ເສ​ຖ
ກິ​ຈ​ຂ​ຍາຍ​ຕົວ​ສູງຢູ່​ອີກ.!!
   ສ​ເພາະ​ດອກ​ເບັ້ຽ​ເງິນ​ຢືມ​ຈາກ​ຕ່າງ​ປ​ຼະ​ເທ​ສພຸ້ງ​ຂຶ້ນ​ເຖິງ ຫ້າ​ລ້ານໆ​ແລ້ວ..ພັ​ຄ-ຮັ​ຖ​ສ​ນຸກ​ຄຸຍ​ໂວ ແຕ່​ປ​ຼະ
ຊາ​ຊົນ​ລາວ​ທຸກ​ເຜົ່າ​ພັນ​ທ໌​ແບກ​ຫນີ້​ໃຫ້​ຮັ​ຖ​ບາ​ລ..ຕົວ​ກຸ່ມ​ຮັ​ຖ​ບາ​ລ​ສ​ນຸກ​ຈ່າຍ​ຟຸມ​ເຟືອຍ​ໄປ​ຕ​ລາດ​ເມືອງ
ໄທ​ຍ ມີເງິນຝາກ​ໃນ​ທ​ນາ​ຄານ​ຕ່າງ​ປ​ຼະ​ເທ​ສ.
    ຊັ​ພ​ພ​ຍາ​ກອນ​ທັມ​ຊາ​ຕິ​ຂອງ​ແຜ່ນ​ດິນ​ຖືກ​ທຳ​ລາຍ​ເຜົາ​ຜານ​ເພາະ​ກຸ່ມ​ກຳ​ອຳ​ນາ​ຈ​ເປີດ​ໂອ​ກາ​ສ​ໃຫ້​ຕ່າງ
ດ້າວ​ເຂົ້າ​ມາ​ຂຸດ​ກົ່ນ​ໂດຍ​ສ​ເພາະ​ກັບ​ແກວ​ໂດຽອ້າງວ່າ​ໃຫ້​ສັ​ມ​ປ​ທານ ແຕ່​ທາ​ຕຸ​ແທ້​ເປັນ​ພຽງ​ຄາ​ຮົມ​ຂອງ
ກຸ່ມ​ກຳ​ອຳ​ນາ​ຈ​ລາວ ສ່ວນ​ຄວາມ​ເປັນ​ຈິງນັ້ນ​ຄື​ເມືອງ​ລາວ​ເປັນ​ອະ​ນາ​ນິ​ຄົມ​ແບບ​ໃຫມ່​ຂອງ​ແກວ​ໄປ​ແລ້ວ
ຫຼາຍ​ພາກ​ສ່ວນ ໃນ​ຂ​ນະ​ດຽວ​ກັນຈີນ​ຄອມຯ​ເຊົ່າ​ດິນ​ແກວ​ບໍ່​ແມ່ນ​ເຊົາ​ດິນ​ລາວ​ເຊັນ​ສັນ​ຍາ​ເຊົ່າ​ເຖິງ   90
ປີ​ເຫມືອນ​ກັບ​ສ​ມັຍ​ອັງ​ກ​ຮ​ິສເຊົ່າ​ດິ​ຣອງ​ກົງ..ແຕ່​ວ່າ​ຫາກ​ຊັ​ພ​ພ​ຍາ​ກອນ​ຫມົດ​ໄປ​ຈາກ​ແຜ່ນ​ດິນ​ຜືນນີ້​ແລ້ວ
ຊາ​ຕິ​ລາວ​ແລະ​ປ​ຼະ​ຊາ​ຊົນ​ລາວ​ຈະ​ຫາ​ຫຽັງ​ມາກິນ?
   ຫາກ​ກ່າວ​ເຖິງ​ຄວາມ​ຈ​ເຮີນ​ຕາມ​ທີ່​ທາງກຼະ​ບອກ​ສຽງ​ພວກ​ກະ​ບົ​ຕ​ແຫກ​ປາກວ່າ ເມືອງ​ລາວ​ຈ​ເຮີນ​ກ້າວ
ຫ​ນ້ານັ້ນ​ເປັນ​ພຽງ​ວາ​ທະ​ກັມ​ເພື່ອ​​ຫຼອກ​ປ​ຼະ​ຊາ​ຊົນລາວ​ຕາມ​ຊົນ​ບົ​ທ..ແຕ່​ໂດຍ​ທາງ​ຕຼົງ​ກັນ​ຂ້າມນັ້ນ​ຈ​ເຮີນ
ຈິງ​ໆແທ້ລ້ວນ​ແຕ່​ແມ່ນ​ກຸ່ມ​ກຳ​ອຳ​ນາ​ຈ​ຮັ​ຖຯ​ທີ່​ມີ​ເງິນ​ຝາກ​ທ​ນາ​ຄາ​ນ​ໂລກ,ມີ​ຮົ​ຖ​ເກງ​ຄັນ​ງາມ​ຂິ່ ແຕ່​ປ​ຼະ​ຊາ
ຊົນ​ຍິ່ງ​ທຸກ​ຂ໌​ຕຶ່​ມ​ທຸກ​ຂ໌.
    ໃນ​ທາງ​ພາກ​ປະ​ຕິ​ບັ​ຕິຂອງກຸ່ມ​ໂຈ​ຮ​ຫ້າ​ຣ້ອຍ​ເປັນ​ພຽງ​ມາ​ຮ​ຍາກົ​ລຫຼິນ​ຕົບ​ຕາມ​ປ​ຼະ​ຊາ​ຊົນ​ລາວ​ແລະ
ຊາວ​ໂລກ​ທີ່​ຈີນ​ແລະ​ແກວ​ໃຫ້​ຫຼິນ​ຕາມ​ບົ​ທ​ບາ​ທ​ທີ່​ເຂົາ​ສັ່ງ​ກາ​ຮນັ້ນ​ເອງ.

No comments:

Post a Comment