Monday, January 28, 2013

                                                                       ພາ​ຄ​ທີ 2
                          ທັມ​ເຕືອນ​ໃຈ​ພາ​ຄ​ທີ 2  ແຕ່​ບັ​ລ​ດາ​ທ່ານ​ມັກ​ຢູ່​ໃນ​ຄວາມປ​ຼະມາ​ທ
  (ຮວບ​ຮວມ​ໂດຽ​ຄ​ນະ​ສຶກ​ສາ​ແລະ​ເຜີຍ​ແພ່​ພຸ​ທ​ສາ​ສ​ນາ ...ທຸກ​ສາ​ສ​ນາ​ລ້ວນ​ແຕ່​ສອນ​ໃຫ້​ເປັນຄົນ​ດີ ສາ​ສ​ນາ
ທີ່​ສອນ​ໃຫ້​ຄົນ​ທທຳຊົ່ວ ປ​ຼະ​ພຶ​ຕ​ຊົ່ວ​ນັ້ນບໍ່​ແມ່ນ​ສາ​ສ​ນາເປັນ​ພຽງ​ວັນ​ນະ​ກັມ​ບາງ​ບົ​ທ).
 "ຜູ່​ທີ່ກຼະ​ທຳ​ເປັນ​ອະ​ກຸ​ສົ​ລ ກໍ​ຕ້ອງ​ໄດ້​ຣັບ​ຜົ​ລ​ຂອງ​ອະ​ກຸ​ສົ​ລ​ຢ່າງ​ຫລີກ​ບໍ່​ພົ້ນ "
                                     *ບໍ່​ກ້າວ​ກ່າຍ​ໃນ​ອະ​ກຸ​ສົ​ລ​ຂອງ​ຜູ່​ອື່ນໆ:
   -ກິ​ເລສຂອງ​ຕົນ​ເອງ..ເຣັດ​ໃຫ້​ຄິດ​ວົກ​ວົນ​ຢູ່​ແຕ່​ກັບ​ທີ່..
   -ຢ່າ​ລັກ​ໄປ​ເດົາ​ຄວາມ​ຄິດ​ຂອງ​ຜູ່​ອື່ນ
   -ກິ​ເລ​ສ​ຂອງ​ເຣົາ​ເຣັດ​ໃຫ້​ເຣົາ​ບໍ່​ມີ​ຄວາມ​ສຸ​ຂ
                                     *ຈົ່ງ​ຄິດ​ໃຫ້ເປັນ​ກຸ​ສົ​ລນັ້ນ​ລະ​ດີ.
    -ກາ​ຮ​ຟັງ​ພ​ຼະ​ທັມ​ສ​ເມີຄວາມ​ເຂົ້າ​ໃຈພ​ຼະ​ທັມ​ຍ່ອມ​ສະ​ສົມ​ໄປ​ໃນ​ພົ​ພ​ຫ​ນ້າ..
      ບາງ​ຄົນ​ສ​ແວງ​ຫາ​ທັມ​ໄປ​ສູ່​ສ​ຖານ​ທີ່​ຕ່າງໆ​ຫຼາຍ​ແຫ່ງ​ເພື່ອ​ສ​ແວງ​ຫາ​ທັມ​ໂດຍ​ບໍ່​ເຂົ້າ​ໃຈ​ວ່າ​ມີ​ທັມ​ປ​ຼາ​ກົ​ຕ
ຢູ່​ຕ​ລອດ​ເວ​ລາ​ຕັ້ງ​ແຕ່​ເກີດ​ຈົນ​ຕາຍ ທີ່​ໃກ້​ທີ່​ສຸດ​ຄື​ທີ່​ຕົວ​ເອງ​ກໍ​ເປັນ​ທັມ​ທັງ​ຫມົດ!..ທຸກ​ສິ່ງ​ພາຍນອກ​ກໍ​ເປັນ​ທັມ​
ທັງ​ສິ້ນ​ເມື່ອ​ຣູ້​ວ່າເປັນ​ທັມ​ຈຶ່ງ​ໄປ​ສ​ແວງ​ຫາ​ທັມ​ເພາະ​ບໍ່​ເຂົ້າ​ໃຈ​ທັມ​ນັ້ນ​ເອງ.
      ເມື່ອ​ໃດ​ໄດ້​ຟັງ​ພ​ຼະ​ທັມ​ໄດ້​ເຂົ້າ​ໃຈ​ທັມ​ກໍ​ຈະ​ຣູ້​ວ່າ​ທັມ​ນັ້ນ​ບໍ່​ຕ້ອງ​ສ​ແວງ​ຫາ​ທັມ​ແລະ​ບໍ່​ມີ​ບຸ​ຄ​ຄົ​ລ​ນຶ່ງ​ຄົນ​ໃດ​ຈະ​
ສາ​ມາດສ້າງ​ທັມ​ຊ​ນິດ​ນຶ່ງ​ຊ​ນິດ​ໃດ​ໃຫ້​ເກີດ​ຂຶ້ນ​ມາ​ໄດ້​ເພາະ​ວ່າ​​ຂ​ນະ​ນີ້ເກີດ​ຂຶ້ນ​ມາ​ແລ້ວ​ເພາະ​ເຫ​ຕຸ​ປັ​ຈ​ຈັຍ.
      ເຫັນ​ໃນ​ຂ​ນະ​ນີ້​ເກີດ​ຂຶ້ນ​ມາ​ແລ້ວ​ຈະ​ບໍ່​ຢາກ​ເຫັນ​ກໍ​ຕ້ອງ​ໄດ້​ເຫັນ ຄວາມ​ຈິງນັ້ນ​ເຫັນ​ໃນ​ຂ​ນະ​ທີ່ກໍ​ກຳ​ລັງດັບ
ໄປ ເກີດ​ຂຶ້ນ​ແລ້ວ​ກໍ​ດັບ​ຢ່າງວ່ອງ​ໄວ ໄດ້​ຍິນ​ເກີດ​ຂຶ້ນ​ແລ້ວ​ກໍ​ດັບ​ໄປ ໄດ້​ກິ່ນ​ເກີດ​ຂຶ້ນ​ແລ້ວ​ກໍ​ດັບ​ໄປ.
       ອັນ​ນິ້​ຄື​ລັກ​ສ​ນະ​ຂອງສັງ​ຂາ​ຮ ທັມ​ທັງ​ຫຼາຍ​ຊຶ່ງ​ເປັນ​ສະ​ພາບ​ທັມ​ທີ່​ມີ​ປັ​ຈ​ຈັຍ​ປຸງ​ແຕ່ງ​ຈຶ່ງ​ເກີດ​ຂຶ້ນ ເມື່ອ​ເກີດ​
ຂຶ້ນ​ແລ້ວກໍ​ບໍ່​ທ່ຽງ​ຄົນ​ເກີດ​ແລະບໍ່​ທ່ຽງນັ້ນ​ເປັນ​ທຸກ​ຂ໌​ເປັນ ອະ​ນັຕ​ຕາ ທີ່​ເຣົາ​ເຄີຍ​ໄດ້​ຍິນ​ເຮື້​ອຽໆ​ວ່າ ອະ​ນິ​ຕ​ຈັງ
ທຸກ​ຂັງ ອະ​ນັ​ຕ​ຕາ ເປັນ​ຂອງ​ແທ້​ແຫ່ງ​ຈິ​ຕ​ທັມ​ຄຳ​ສັ່ງ​ສອນ​ຂອງ​ພ​ຼະ​ພຸ​ທ​ອົງ​ຄ໌​ທ​ຮົງ​ເຕືອນ​ໄວ້.

No comments:

Post a Comment