Tuesday, January 29, 2013

                                ທັມ​ສອນ​ໃຫ້​ຣູ້​ແລະ​ເຂົ້າ​ໃຈ​ຮະ​ຫວ່າງ​ບາ​ປ​ກັບ​ບຸນ..ເວ​ຮ​ແລະ​ກັມ
                                                                    ທັມ​ມະ​ເຕືອນ​ໃຈ 3
                                    ຮວບ​ຮວມ​ໂດຽ​ຄ​ນະ​ສຶກ​ສາ​ແລະ​ເຜີຍ​ແພ່​ພຸ​ທ​ສາ​ສ​ນາເຫັນ​ວ່າ​ມີ​ຄຸນ​ຄື
-ໃນ​ໂລກນີ້​ມີ​ແຕ່​ພີ່​ແຕ່​ນ້ອງ​ດຽວ​ກັນ ເກີດ​ສ​ລັບ​ກ່ຽວ​ຂ້ອງ​ກັນ​ໄປ​ໂດຽ​ຄວາມ​ເປັນ​ບຸ​ຄ​ຄົ​ລ​ຕ່າງໆ ເຣົາ​ຄວນ​ພາ​ກັນ
​ຄິດເສັຽວ່າ ຄົນ​ທີ່​ເຣັດ​ໃຫ້​ເຣົາ​ບໍ່​ພໍ​ໃຈ​ໃນ​ຊາ​ຕິນີ້​ເປັນ​ຄົນ​ທີ່​ເຣົາ​ເຄີ​ເຣັດ​ໃຫ້​ເຂົາ​ບໍ່​ພໍ​ໃຈ​ມາ​ແລ້ວ​ໃນ​ຊາ​ຕິ​ປາງ​ກ່ອນ
ກໍ​ໄດ້​ແລະ​ຄົນ​ທີ່​ເຣົາ​ຂຸ່ນ​ເຄືອງ​ໃຈ​ເປັນ​ຄົນ​ທີ່​ກຳ​ລັງ​ມີ​ເວ​ຮ​ຕໍ່​ກັນ​ຈຶ່ງ​ຄວນ​ທີ່​ເຣົາ​ຈະ​ໃຫ້​ອະ​ໄພ​ຍ​ເມື່ອ​ບໍ່​ໂກ​ຕ​ເຄືອງ
ຜູ່​ໃດ​ກໍ​ຫມົດ​ເວ​ຮ​ກັບ​ຜູ່ນັ້ນ!!
                                                         ຄວາມ​ດີ​ແລະ​ກຸ​ສົ​ລ​ຈະ​ຈ​ເຮີນ​ເມື່ອ:
-ປຼ​າຖ​ນາຫາ​ກຸ​ສົ​ລ​ຄວາມ​ດີ 
-ປ່ຽນ​ຕ​ຄວາມຄິດ​ຈາກ​ອະ​ກຸ​ສົ​ລ​ໃຫ້​ເປັນ​ກຸ​ສົ​ລ
-ສ້າງ​ກຸ​ສົ​ລ​ເປັນ​ອາ​ຈິນ​ສ​ເມີ​ບໍ່​ໃຫ້​ຂາດ
-ໃຫ້​ຄຳ​ນຶງ​ລະ​ລຶກ​ຜູກ​ໃຈ​ເຖິງ ຄິດ​ສ​ເມີ​ທີ່​ຈະ​ສ້າງ​ຄວາມ​ດີ​ແລະ​ກຸ​ສົ​ລ​ສົງ​ເຄາະ​ຫ໌​ຜູ່​ອື່ນ​ໂດຽບໍ່​ມີ​ກັງ​ວົ​ລ​ເຖິງ​ຜົ​ລ
   ຣັບ ທຳ​ໃຈ​ເປັນ​ທັມ ມີ​ເມ​ຕ​ຕາ​ເປັນ​ຕົ້ນ.
      -ສັ​ຕວ໌​ໂລກ​ເກີດ​ມາ​ເປັນ​ຜູ່​ທີ່​ດູ​ຜົ​ລ​ຂອງ​ບຸນ​ແລະ​ຍາ​ປ​ແລະ​ກາ​ຮກຼະ​ທຳ​ບຸນ-ບາ​ປ​ຕໍ່​ໄປ:
-ໃຫ້​ເຊື່ອ​ຜົ​ລ​ແຫ່ງ​ກັມ​ຂອງ​ຕົນ​ເອງ ຫ​ນີ​ບໍ່​ພົ້ນ​ຜົ​ລ​ຂອງ​ກັມ.
-ລືກ​ດີ​ຄື​ເວ​ລາ​ທີ່​ທຳ​ກັມ​ດີ​ເທົ່າ​ນັ້ນ..
-ກັມ​ທີ່​ໃຫ້​ຜົ​ລ​ໃນ​ຊາ​ຕິ​ຕໍ່​ໄປ ໃຫ້​ຜົ​ລ​ມາກກວ່າ​ໃນ​ຊາ​ຕິນີ້
-ວິ​ບາກ​ເປັນ​ຜົ​ລ​ກັມ​ຂອງ​ຕົນ ຜູ່​ອື່ນ​ເຣັດ​ໃຫ້​ບໍ່​ໄດ້.
-ກັມ​ທີ່​ໄດ້​ກຼະ​ທຳ​ແລະ​ສະ​ສົມາ​ນານ​ແລ້ວ​ເປັນ​ປັ​ຈ​ຈັຍ​ໃຫ້​ວິ​ບາກ​ເກີດ​ຂຶ້ນ​ສ່​ູ​ສະ​ພາບ​ທັມ​ທີ່​ປ​ຼາ​ກົ​ຕ​ຂອງ​ຕາ ຫູ ລິ້ນ
ແລະ​ຈະ​ມູກ​ກາ​ຮ​ເປັນ​ກາ​ຮ​ໃຊ້​ຫນີ້​ກັມ​ທີ່​ໄດ້​ກຼະ​ທຳ​ມາ​ແລ້ວນັ້ນ​ແລ!!!

No comments:

Post a Comment