Wednesday, January 30, 2013

                        ສືບ​ຕໍ່​ຮາຍ​ງານສ​ບັບ​ຜ່ານ​ມາ(ຮະ​ວັງ​ເອ​ຊຽນ​ຈະ​ກາບ​ເປັນ​ເອ​ຊ້ຽນໂຈ​ຮາ​ທິ​ປ​ໄຕ​ຍ)
  ເມືຶ່ອງ​ໃນ​ຮະ​ບົບ​ໂຈ​ຮາ​ຊາ​ທິ​ປ​ໄຕ​ຍ​ຄົງ​ບໍ່​ມິ​ແລະ​ແຕກ​ຕ່າງ​ໄປຈາກຮະ​ບົບ​ໂຈ​ຮາ​ທິ​ປ​ໄຕຍ​ຮະ​ບົບ​ເຫມົາ​ອິ​ສ
ໂຣ​ຈິ​ມິນ​ອິ​ສ..ໃນ​ກັມ​ພູ​ຊານັ້ນ​ນັກ​ຂ່າວ​ອີກ​ຄົນ​ນຶ່ງ​ຖືກ​ສາ​ລ​ເຕັ້ຽ​ຕັດ​ສິນ​ຈຳ​ຄຸກ 20ປີ​ໃນ​ຂໍ້​ຫາ​ກະ​ບົ​ຕ​ຕໍ່ຮັ​ຖເພາະ
ຄັດ​ຄ້ານກ​ສນ​ຍາດ​ຊີງ​ທີ່​ດິນ​ຈາກ​ປ​ຼະ​ຊາ​ຊົນ​ຕາມ​ຊົນ​ບົ​ທ​ໂດຽ​ເຈົ້າ​ຫ​ນ້າ​ທີ່​ຮັ​ຖ​ຂ​ນະ​ທີ່​ອີກ​ຫຼາຍ​ຄົນ​ຖືກ​ຂົ່ມ​ຂູ່​ສາ​
ຮະ​ພັດຕາມ​ຣູ​ປ​ແບບ​ທາງ​ກາ​ຮ​ເຄີຍໃຊ້.
     ທັງ​ນີ້​ເນື່ອງ​ຈາກ​ປ​ຼະ​ຊາ​ກອນ​ກັມ​ພູ​ຊາ​ຈຳ​ນວນ​ຫຼາຍ​ຫມຶ່ນ​ຄົນ​ອ່ານ​ຫ​ນັງ​ສືບໍ່​ເປັນ​ເຫມືອນ​ກັບ​ປ​ຼະ​ຊາ​ຊົນ​ລາວ
ຈຶ່ງ​ອາ​ໃສ​ຂໍ້​ມູ​ລ​ຂ່າວ​ສາ​ຮ​ຈາກວິ​ທ​ຍຸ​ແລະ​ໂທ​ຮະ​ທັ​ສ​ນ໌ແລະ​ສື່​ທັງ​ຫມົດ​ນີ້​ຢູ່​ພາຍ​ໃຕ໊​ອຳ​ນາ​ຈ​ຂອງ​ທາງ​ກາ​ຮ​ກັມ​ພູ​
ຊາ. ໂດຽ​ສ​ເພາະ​ເຂ​ຕ​ຊົນ​ບົ​ທ​ຈຶ່ງ​ບໍ່​ຄ່ອຍ​ມີ​ຊ່ອງ​ທາງເຂົ້າ​ເຖິງ​ສື່​ສາ​ຮ​ທີ່​ເປັນ​ກາງໆ.
     ສຳ​ລັບ​ວຽ​ຕ​ນາມ​ກຳ​ລັງ​ຖືກ​ຊາວ​ໂລກ​ປ​ຼະ​ນາມ​ແລະ​ທັງ​ຈາກ​ອົງ​ຄ໌ກອນ​ສິດ​ທິ​ມະ​ນຸ​ສ​ຍ໌​ຊົນ​ທົ່ວ​ໂລກ​ເພາະ​ຮັ​ຖຯ
ຄວບ​ຄຸມ​ສື່​ຕ່າງໆ​ຢ່າງ​ເຂັ້ມ​ງວດ ແຖມ​ຍັງ​ຈຳ​ຄຸກບ​ລອກ​ເກິ​ຮ໌​ນັບ​ສິບໆ​ປີ​ເພາະ​ຂຽນ​ຂໍ້​ຄວາມ​ວິ​ຈາ​ຮ​ນ໌​ໃນ​ອິນ​ເຕີ​ຮ໌​
ເນັ​ຕ​ຊຶ່ງ​ເມື່ອ​ບໍ່​ນານ​ມານີ້ ຊີ​ປ້າ​ໄດ້​ຖ​ແລງ​ຣຽກ​ຣ້ອງ ເລ ລຸງ ມິນ​ຫ໌ ເລ​ຂາ​ທິ​ກາ​ຮ​ເອ​ຊ່ຽນ​ຄົນ​ໃຫມ່​ຈາກວຽ​ຕ​ນາມ
ເລັ່ງ​ແກ້​ໄຂ​ບັນ​ຫາ​ດ້ານ​ສິດ​ທິ​ເສ​ຮີ​ພາບ​ທັງ​ຫລາຍນັ້ນໆ​ທັງ​ໃນ​ວຽ​ຕ​ນາມ,ແລະ​ປ​ຼະ​ເທ​ສ​ສ​ມາ​ຊິກ​ເອ​ຊ່ຽນ​ອື່ນໆ​ໂດຽ​
ໄວກ່ອນ​ເອ​ຊ່ຽນ​ຈະ​ເຂົ້າ​ສູ່​ເອ​ອີ​ຊີ​ພາຍ​ໃນ​ປີ 2557ຈະ​ເຖິງນີ້.
      ດ້າ​ນຶງ​ຄ໌​ກາ​ຮ​ກາ​ຮ​ສຶກ​ສາ ວິ​ທ​ຍາ​ສາ​ສ​ຕ​ຮ໌​ແລະ​ວັ​ທ​ນະ​ທັມ​ຍູ​ເນ​ສ​ໂກ​ຮະ​ບຸ​ວ່າ​ນອກ​ຈາກ​ຊາ​ຕິ​ເອ​ຊ່ຽນ​ຈະ​ມີ
ຮະ​ບອບ​ກາ​ຮ​ປົກ​ຄອງ​ທີ່​ແຕກ​ຕ່າງ​ກັນ​ຕັ້ງ​ແຕ່​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ຮັ​ຖ​ສະ​ພາ​ໄປ​ຈົນ​ເຖິງຜ​ເດັ​ຈ​ກາ​ຮ​ໂຈ​ຮາ​ຊາ​ທິ​ປ​ໄຕ​ຍ
ແລະ​ຄອມ​ມິວ​ນິ​ສ​ຍາ​ທິ​ປັ​ຕ​ຍ໌. ສື່ມວ​ລ​ຊົນ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ​ໃຕ້​ກັບ​ບັນ​ຫາ​ຕ່າງໆ​ກັນ​ໄປ​ເຊັ່ນ​ບໍ່​
ວ່າຈະ​ເປັນ​ຖືກ​ຮັ​ຖ​ໃຊ້​ອຳ​ນາ​ຈຄວບ​ຄຸມເດັດ​ຂາດ ຖືກ​ກົ​ລ​ໄກ​ຮັ​ຖ​ແຊກ​ແຊງ​ແລະ​ຕ້ອງ​ປະ​ຕິ​ບັ​ຕິ​ງານ​ຖ້າມ​ກາງ
ອິດ​ທິ​ພົ​ລ​ຈາກ​ພາ​ຄ​ທຸ​ຮະ​ກິ​ຈ​ແລະ​ກຸ່ມ​ກາ​ຮ​ເມືອງ..
    ນອກ​ຈາກນັ້ນ​ສື່ມວ​ລ​ຊົນ​ມາກ​ມາຍ​ໃນ​ເອ​ຊ່ຽນ​ຍັງ​ຂາດ​ແຄນ​ກາ​ຮ​ຝຶກ​ຝົນ​ໃນ​ວິ​ຊາ​ຊີ​ພ​ນັກ​ຂ່າວ​ເຣັດ​ໃຫ້​ງານ
ຂາດ​ຄຸນ​ພາບ​ແລະ​ບາງ​ຄັ້ງ​ກໍ​ຮາຍ​ງານ​ຂ່າວ​ໂດຽ​ລະ​ເມີດ​ຈັ​ລ​ຍາ​ບັນ​ສື່​ສາ​ກົ​ລ​ຫຼື​ຂາດ​ຄວາມ​ເຂົ້າ​ໃຈ​ຕໍ່​ບົ​ທ​ບາດ​ຂອງ
​ສື່​ໃນ​ຖາ​ນະ​ກົ​ລ​ໄກ​ສ້າງ​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ດ້ວຍ.
     ສນັ້ນ​ໃນ​ຍຸ​ຄ​ປັ​ຈຸ​ບັນ​ກາ​ຮ​ເຜີຍ​ແພ່ຂໍ້​ມູ​ລ​ຂ່າວ​ສາ​ຮ​ຢ່າງ​ເສ​ຮີ (free flow of information)ຖຶ​ເປັນ​ເຮື້ອງ​ສຳ​ຄັນ
​ບໍ່​ວ່າ​ຈະ​ໃນ​ເຊິງ​ກາ​ຮ​ສ້າງ​ຮະ​ບອບປ​ຼະ​ຊາ​ທິ​ປ​ໄຕ​ຍ​ຂອງ​ປ​ຼະ​ເທ​ສ​ຫຼື​ກາ​ຮ​ເສິມ​ສ້າງ​ເສ​ຖ​ກິ​ຈ​ເຊີງ​ສ້າງ​ສັ​ລ​ຄ໌​ບັ​ລ​ດາ
ສ​ມາ​ຊິກ​ເອ​ຊ່ຽນ​ຈຶ່ງ​ເຫັນ​ຄວນ​ເລັ່ງ​ພິ​ຈາ​ຮະ​ນາ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ໂດຍ​ໄວ​ທີ່​ສຸດ.

No comments:

Post a Comment