Saturday, January 19, 2013

                                           ສັກ​ຍະ​ພາບ​ຂອງ​ຈີນ​ເວ​ລານີ້
               ໃນ​ໂລກ​ແຫ່ງ​ຄວາມ​ເປັນ​ຈິງ​ບໍ່​ອີງ​ນິ​ຍາຍ​ແລະ​ບໍ່​ໂຄ​ຊ​ນາ​ຊວນ​ເຊື່ອນັ້ນ​ກໍ​ຄື ປ​ຼະ​ຊາກອນອະ​ເມ
ຮິ​ກາ​ຫຼື​ໃນ​ໂລກ​ເສ​ຮີ​ບໍ່​ມີ​ໃຜ​ຫ​ນີ​ໄປ​ອາ​ໃສ​ຢູ່​ໃນ​ປ​ຼະ​ເທ​ສ​ຈີນ​ຫຼື​ປ​ຼະຊາ​ກອນ​ໃນ​ເຄືອ​ພັນ​ທ໌​ມິ​ຕ​ຮ​ຈີນ​ລ້ວນ​ແຕ່
ຫ​ນີ​ເຂົ້າ​ມາ​ອາ​ໃສ​ໃນ​ສ​ຫະ​ຮັ​ຖຯ​ແລະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ເຮື້​ອຽໆ!!ນັ້ນ​ແຫຼະ​ຄື​ສິ່ງ​ພິ​ສູ​ຕ​ນ໌​ເຖິງ​ຄວາມ​ຣັ່ງ​ມີ
ສີ​ສຸ​ຂ!!
    ສິ່ງ​ທີ່​ຈີນ​ຖືວ່າມີ​ສັກ​ຍະ​ພາບ​ຕ່າງໆ​ອາ​ຈ​ຈະ​ກາຍ​ເປັນ​ອົງ​ຄ໌​ປ​ຼະ​ກອບທີ່​ສ້າງຄວາມ​ໄຣ້​ສ​ເຖັຽ​ຮະ​ພາບ​ຂຶ້ນ​
ໄດ້​ໃນ​ພົ​ລ​ວັ​ຕ​ຂອງ​ຈີນ-ອະ​ເມ​ຮິ​ການີ້ນັ້ນ​ຄື​ເສ​ຖ​ກິ​ຈແຕ່​ຢ່າງ​ໃດ​ກໍ​ຕາມ​ວິກ​ຮິ​ຕ​ເສ​ຖ​ກິ​ຈ​ກາ​ຮ​ຄັງ​ທີ່​ກຳ​ລັງ
ເກີດ​ຂຶ້ນ​ໃນ​ສ​ຫະ​ຮັ​ຖຯ​ຈະ​ບໍ່​ແມ່ນ​ອຸ​ປ​ສັກ​ດິ໌​ໃນ​ທາງ​ຍຸ​ທ​ສາ​ສ​ຕ​ຮ໌​ກາ​ຮ​ທ​ຫາ​ຮ​ເພາະ​ສ​ຫະ​ຮັຯ​ມີ​ພຶ້ນ​ຖານ
ທາງ​ກາ​ຮ​ຄັງ​ແລະ​ເສ​ຖ​ກິ​ຈ​ມາ​ຍາວ​ນານ​ເປັນ​ສັ​ຕວັ​ຕິ​ແລະ​ຍັງ​ເປັນ​ຄົນ​ດຽວ​ຄື​ເສ​ຖ​ຖີ​ໂລກ​ແລະ​ມ​ຫາ​ອຳ​
ນາ​ຈໂລກ​ເທົ່າ​ທຸກວັນ​ນີ້.
.     ຫາກຈີນ​ຄາດ​ຫວັງ​ວ່າ​ເມື່ອເມື່ອ​ກາ​ຮ​ຄັງ​ແລະ​ເສ​ຖ​ກິ​ຈ​ອະ​ເມ​ຮິ​ກາ​ເກີດ​ວິກ​ຮິ​ຈ​ຈອງ​ເປັນ​ບັນ​ຫາ​ໃນ
ດ້ານ​ຄວາມ​ຫມັ້ນ​ຄົງ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ຮະ​ດັບ​ທີ່​ເຈັກ​ຝັນ..ອະ​ເມ​ຮິ​ກາ​ມີ​ມາ​ຕຖານສາ​ກົ​ລ​ທຸກ​ຢ່າງ​ຕ່າງ​ກັບ
ຈີນ​ທີ່​ອາ​ໃສ​ກາ​ຮ​ໂຄ​ຊ​ນາ​ຊວນ​ເຊື່ອ​ແລະ​ປ​ຮິ​ມານ ແຕ່​ບໍ່​ມີ​ຄຸນ​ພາບ​ຜ​ລິ​ຕ​ພັນ​ທ໌​ເກືອບທຸກຊ​ນິດ​ລ້ວນ​ແຕ່
ໄປ​ກ​ອປ​ປີຂອງ​ອະ​ເມ​ຮິ​ກາ​ແລະ​ຍູ​ໂຮ​ປ​ແລະ​ອະ​ເມ​ຮິ​ກາ​ມີ​ພັນ​ທ໌​ມິ​ຕ​ຮ​ທີ່​ຮັ່ງ​ມີ ຕ່າງ​ກັບ​ຈີນ​ທີ່​ມີ​ພັນ​ທ໌​ມິ​ຕ​ຮ
ກຼະ​ຈອກງອກ​ຫງ້ອຍ​ແບບ​ຫາ​ເຊົ້າ​ກິນ​ຄ່ຳແລະ​ເຖິງ​ແມ່ນ​ຈີນ​ຈະ​ສະ​ແດງ​ຕົວ​ວ່າ​ເປັນ​ເສ​ຖ​ຖີ​ເງິນ​ຖັງ​ປານ​ໃດ
ຄົງ​ຍາກ​ຈະ​ເຣັດ​ໃຫ້​ພັນ​ທ໌​ມິ​ຕ​ຮ​ອະ​ເມ​ຮິ​ກາ​ຕົກ​ຫລຸມ​ພາງ​ໄດ້​ງ່າຍໆນອກ​ຈາກ​ກຸ່ມ​ໃນ​ເຄືອ​ຂອງ​ສ​ຫາຍ​ແກວ
ສ​ຫາຍ​ຮັ​ສ​ເຊັຽ​ແລະ​ສ​ຫາຍ​ຈີນ​ເອງ.
    ຢ່າງ​ໃດ​ກໍ​ຕາມ​ກາ​ຮ​ຈັດ​ວາງ​ກຳ​ລັງ​ທ​ຫາ​ຮ​ຂອງ​ສ​ຫະ​ຮັ​ຖຯ​ສາ​ມາດ​ທີ່​ຈະ​ບັ​ລ​ເທົາ​ຄວາມ​ຫວາດ​ລະ​ແວງ
ຢ້ານ​ກົວ​ຂອງ​ຈີນ​ທີ່​ວ່າ​ຈະ​ຖຶກ​ປິດ​ລ້ອມ​ແລ້ວ​ດັ່ງ​ນັ້ນ​ໃນ​ທາງ​ເປັນ​ຈິງ​ກໍ​ອາ​ຈ​ຈະ​ຊ່ອຍ​ປັບ​ປຸງ​ສາຍ​ພົວ​ພັນ​ທ໌
ທວິ​ພາ​ຄີ​ໃຫ້​ດີ​ຂຶ້ນ​ໄດ້ແລະ​ກໍ​ຍັງ​ບໍ່​ແນ່ດອກ​ນາຍ..
     ກາ​ຮ​ປັບ​ປ່ຽນ​ກາ​ຮ​ເມືອງ​ຈີນ​ຖື​ວ່າ​ເປັນ​ກົ​ລ​ຍຸ​ທ​ຫຼື​ເອີ້ນ​ວ່າ​ເຈັກ​ຫຼິ້ນ​ຍິ້ວ​ໃນ​ສະ​ພ​າຕົບ​ມື​ຈີນຄັ້ງ​ນີ້ອາ​ຈ​ເປັນ
ປັ​ຈ​ຈັຍ​ສຳ​ຄັນເຣັດ​ໃຫ້​ສ​ຫະ​ຮັ​ຖຯ​ກັບ​ຈີນ​ເຂົ້າ​ສູ່​ກາ​ຮ​ພະ​ເຊີນ​ຫ​ນ້າ​ກັນ​ຮະ​ດັບ​ພູ​ມິ​ພາ​ຄ​ໄດ້​ຢ່າງກະ​ທັນ​ຫັນ.
ກໍ​ໄດ້. ບາງ​ທີຜູ່​ນຳ​ຈີນອາ​ຈ​ຈະ​ສວຍ​ໃຊ້​ຄວາມ​ຂັດ​ແຍ່ງ​ທາງ​ທ​ຫາ​ຮ​ກໍ​ອາ​ຈ​ພຽງ​ເພື່ອກຼະ​ຕຸ້ນ​ໃຫ້​ປ​ຼະ​ຊາ​ຊົນ
ຈີນ​ກັບ​ຫັນ​ມາ​ສ​ນັບ​ສ​ນຸນ​ຕົນ​ໃນ​ກາ​ຮ​ດຳ​ເນີນ​ກະ​ບວນ​ກາ​ຮ​ປະ​ຕິ​ຣູ​ປ​ກາ​ຮ​ເມືອງ​ໃຫ້​ເປັນ​ປ​ຼະ​ຊາ​ທິ​ປ​ໄຕ​ຍ
ຫຼາຍ​ຂຶ້ນກວ່າ​ຍຸ​ຄ​ສ​ມັຍ​ສ​ຫາຍ​ຫູ ຈິນ​ເຖົາ​ກໍ​ໄດ້.
    ແຕ່​ໃນ​ຂ​ນະ​ທີ່​ກຳ​ລັງ​ພິມ​ຮາຍ​ງານ​ຢູ່ນີ້​ກໍ​ມີ​ຂ່າວ​ໂຜ່​ອອກ​ມາ​ໃນຈໍ​ແວ​ຟ​ໄຊ​ຕ໌​ຕອນນຶ່ງເມື່ອ 1/21/2013
ວ່າມາ​ດາມ​ຄ​ລິນ​ຕັນ ຮມ​ຕ.ຕ່າງ​ປ​ຼະ​ເທ​ສ​ສ​ຫ​ຮັ​ຖຯ​ປ​ຼະ​ກາ​ສ​ໂປ້ງວ່າ..ຈະ​ໃຫ້​ກາ​ຮ​ສ​ນັບ​ສ​ນຸນ​ຍິ່​ປຸ່ນ​ໃນ​ບັນ
ຫາ​ຫມູ່​ເກາະ​ພິ​ພາ​ທ​ກັບ​ຈີນ​ໃນ​ກອງ​ປ​ຼະ​ຊຸມ​ຊ່ວງ​ຮັບ​ປ​ຼະ​ທານ​ອາ​ຫາ​ຮ​ກາງວັນ​ຣ່ວມ​ກັບ ຮມ​ຕ.ຕ່າງ​ປ​ຼະ​ເທ​ສ
ຍິ່​ປຸ່ນ​ໂດຍ​ທັງ​ສອງ​ຝ່າຍ​ຕ່າງ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ວ່າ​ຄວາມ​ສັມ​ພັນ​ທ໌​ດ້ານ​ຄວາມ​ຫມັ້ນ​ຄົງ​ແລະ​ເສ​ຖ​ກິ​ຈ​ຮະ
ຫວ່າງ​ສອງ​ປ​ຼະ​ເທ​ສ​ຈະ​ຍັງ​ຄົງ​ຫ​ນຽວ​ແໜ້ນຕໍ່​ໄປ​ຫຼັງ​ອາ​ເບະ​ໄດ້​ຣັບ​ໄຊ​ຊ​ນະ​ເລືອກ​ຕັ້ງ​ຂາດ​ລອຍ​ຈາກ​ຄູ່​ແຂ່ງ
ແລະ​ດ້ວຍ​ເຫ​ຕຸນີ້​ເອງ​ເຣັດ​ໃຫ້​ສ​ຫາຍ​ຈີນ​ຣ້ອນໆ​ຫ​ນາວ​ແລະ​ເຣັດ​ໃຫ້​ສ​ຫາຍ​ຣຸນ​ເຊ​ລ​ສ​ມຸນ​ຈີນ​ຂ​ເມ​ຮ​ແດງ
ບໍ່​ຄ່ອຍ​ຈະ​ແນ່​ໃຈ​ໂດຍ​ສ​ເພາະ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ກໍ​ຈົບ​ຈາກ​ໂຣງ​ຣຽນ​ນາຍ​ຣ້ອຍ ແວ​ສ​ປອຍ
ແລະ​ມີ​ບັ​ລ​ດາ​ນາຍ​ທ​ຫາ​ຮ​ສ​ຫະ​ຮັ​ຖຯ​ນັ່ງ​ຮົ​ຖ​ຕ​ຮວ​ຈ​ກາ​ຮ​ນ໌​ຊາຍ​ແດນ​ຮະ​ຫວ່າງ​ກັມ​ພູ​ຊາ-ໄທ​ຍ​ຢູ່​ດ້ວຍ​ເວ
ລານີ້​ກໍ​ຍິ່ງ​ຕອກຢ້ຳ​ໃຫ້​ສ​ຫາຍ​ແກວ-ຈີນ​ເຫັນ​ວ່າ...ພວກ​ເອງ​ຮະ​ວັງ​ນີ້​ມັນ​ຂ​ເມ​ຮ..ນະ​ໂວຽ..ຝ່າຍ​ພ​ມ້າ​ກໍ​ວ່າ
..ເຣີ້ຍ!!..ນີ້​ມັນ​ພ​ມ້າ​ນະ​ເວີຍ!!ຈຶ່ງ​ເຣັດ​ໃຫ້​ຈີນ​ກັບ​ແກວ​ກາຍ​ເປັນ​ຫມາ​ບໍ່​ມີ​ເຈົ້າ​ບໍ່​ມີ​ພີ່​ລ້ຽງ​ເທົ່າ​ດຽວນີ້.   

No comments:

Post a Comment