Friday, January 11, 2013

                       ຍິ່​ປຸ່ນ​ເຮິ້ມ​ເອົາ​ບົ​ທ​ບາ​ທ​ສຳ​ຄັນ​ຫຼັງ​ຈາກວາງ​ຕົວ​ເປັນ​ກາງ​ມາ​ນານ​
ໃນ​ຂ​ນະ​ດຽວ​ກັນ​ຫຼັງ​ຈາກ​ນາ​ຍົກຯ​ຄົນ​ໃຫມ່​ຂຶ້ນ​ມາ​ກໍ​ປ​ຼະ​ກາ​ສ​ໂປ້ງ​ທັນ​ທີ​ວ່າ​ຂໍ​ລົບ​ລ້າງ​ຄຳ​ປ​ຼະ​ກາ​ສ​ຂໍ​ໂທ​ສ
ກັບ​ທຸກ​ປ​ຼະ​ເທ​ສ​ທີ່​ຮັ​ຖ​ບາ​ລ​ຍິ່​ປຸ່ນ​ປ​ຼະ​ກາ​ສ​ຂໍ​ໂທ​ສ​ໄປ​ແລ້ວ..ແລະ​ຂ​ນະ​ນີ້​ຍິ່​ປຸ່ນ​ກໍ​ໄດ້​ເສີມ​ແຂ້ວ​ເລັບ​ທາງ
ທ​ຫາ​ຮ​ໃຫ້​ເປັນ​ທີ​ເກງ​ຂາມ​ຕໍ່​ປ​ຼະ​ເທ​ສ​ຕ່າງໆ​ທົ່ວ​ເອ​ເຊັຽ​ແລະ​ເທົ່າ​ທີ​ຕິດ​ຕາມ​ກາ​ຮ​ເຄື່ອນ​ໄຫວ​ຂອງ​ຍິ່​ປຸ່ນ
ສາ​ມາດ​ກ່າວ​ໄດ້​ວ່າ..ອິ​ສ​ຮາ​ເອ​ລ​ແຫ່ງ​ເອ​ເຊັຽ..ເພາະ​ຍິ່​ປຸ່ນ​ສາ​ມາດກຼະ​ທຳ​ໄດ້​ເນື່ອງ​ຈາກ​ຍິ່​ປຸ່ນ​ເປັນ​ເຖິງ
ຮະ​ດັບ​ປ​ຼະ​ເທ​ສມ​ຫາ​ເສ​ຖ​ຖີ​ອັນ​ດັບ​ສອງ​ຂອງ​ໂລກ​ຣອງ​ຈາກ​ສ​ຫະ​ຮັ​ຖຯ.
   ນອກນັ້ນ​ທາງ​ດ້ານ​ກາ​ຮ​ທ​ຫາ​ຮ​ຍິ່​ປຸ່ນ​ກໍ​ເປັນ​ນຶ່ງ​ໃນ​ເອ​ເຊັຽ​ຄັ້ງ​ອະ​ດີ​ຕ..ຊຶ່ງ​ໃນ​ຈັງ​ຫວະ​ທີ່​ຮັ​ຖ​ບາ​ລ​ຍິ່​ປຸ່ນ​ອອກ
ມາ​ເຄື່ອນ​ໄຫວ​ເພື່ອ​ເຣັດ​ໃຫ້​ກໍ​ຮະ​ນີ​ຫມູ່​ເກາະ​ພິນ​ນາ​ເຄິ​ລ​ກາຍ​ມາ​ເປັນ​ເຮື້ອງ​ຮະ​ດັບ​ຊາ​ຕິນີ້​ຍັງ​ບັງ​ເກີດ​ຂຶ້ນ
ໃນ​ຊ່ວງ​ຫົວ​ລ້ຽວ​ຫົວ​ຕໍ່​ສຳ​ລັບ​ກາ​ຮ​ເມື​ອງ​ຍິ່​ປຸ່ນ.
  ກາ​ຮ​ທີ່​ຍິ່​ປຸ່ນ​ປ​ຼະ​ສົບ​ວິກ​ຮິ​ຕ​ທາງ​ກາ​ຮ​ເມືອງ​ຊຶ່ງ​ຍັງ​ຄົງ​ດຳ​ເນີນ​ໄປ​ຢ່າງ​ຊ້າໆ​ໃນ​ຂ​ນະ​ທີ່​ປັກ​ກິ່ງ​ກຳ​ລັງ​ຈະ​ປ່ຽນ
ແປງ​ຄ​ນະຜ່​ູນຳແລະ​ກາ​ຮ​ທີ່​ສ​ຫະ​ຮັ​ຖຯ​ກຳ​ລັງ​ປັບ​ປຸງ​ປ່ຽນ​ແປງ​ຮັ​ຖ​ບາ​ລ​ໃຫມ່​ຊຶ່ງ​ແມ່ນ​ຜູ່​ເກົ່າ​ບໍ​ຮິ​ຫາ​ຮ​ກໍ​ຕາມ
ຄວາມ​ຂັດ​ແຍ່ງ​ຮະ​ຫວ່າງ​ຍິ່​ປຸ່ນ-ຈີນ​ຈະ​ຍັງ​ຕ້ອງ​ດຳ​ເນີນ​ຕໍ່​ໄປ​ອີກ​ແຕ່​ຄົງ​ເປັນ​ພຽງ​ສັນ​ຍາ​ລັກ​ສ​ນ໌​ຂ​ນະ​ທີ່​ບັນ
ເສ​ຖ​ກິ​ຈ​ໂລກ​ປ່ວນ​ຢ່າງ​ຣ້າຍ​ແຣງ​ຈຶ່ງ​ເປັນ​ແຣງ​ຈູງ​ໃຈ​ເຣັດ​ໃຫ້​ຄວາມ​ສ່ຽງ​ຕໍ່​ກາ​ຮ​ເກີດ​ເສິກ​ແບ້ນັ້ນ​ຜ່ອນ​ລົງ
ແຕ່​ບໍ່ຄາດ​ເດົາ​ໄດ້ວ່າ​ຈະ​ເກີດ​ຜົ​ລ​ລົບ​ຫຼື​ບວກ​ຂອງ​ເຫ​ຕຸ​ຣຸນ​ແຣງ​ໄດ້.
    ເຫ​ຕຸ​ກາ​ຮ​ນ໌​ທະ​ເລ​ຈີນ​ໃຕ້ຈະ​ເປັນ​ຢ່າງ​ໃດ​ໃນ​ອະ​ນາ​ຄົ​ຕ​ອັນ​ໃກ້​ຂຶ້ນ​ຢູ່​ກັບ​ກາ​ຮ​ເຄື່ອນ​ໄຫວ​ທາງ​ທ​ຫາ​ຮ
ຂອງ​ຈີນ..ສນັ້ນ​ຍິ່​ປຸ່ນ​ຈຶ່ງ​ປັບ​ປ່ຽນ​ວິ​ຖີ​ກາ​ຮ​ປ້ອງ​ກັນ​ຕົນ​ເອງ​ແລະ​ທ່າ​ທີ​ພັນ​ທ໌​ມິ​ຕ​ຮ​ຂອງ​ຕົນ​ໃນ​ເອ​ເຊັຽ​ໃຫ້
ໄວ​ໃນ​ກາ​ຮ​ຖ່ວງ​ດຸ​ລ​ອຳ​ນາ​ຈ​ທາງ​ທ​ຫາ​ຮ​ແລະ​ເສ​ຖ​ກິ​ຈ​ກັບ​ຈີນເພາະ​ຈີນ​ຍັງ​ເດີນ​ຫ​ນ້າ​ທ້າ​ທາຍ​ຄວາມ​ຫມັ້ນ
ຄົງ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ​ໃຕ້​ຢູ່​ຕ​ລອດ​ມາ.

No comments:

Post a Comment