Monday, January 28, 2013

     ມາ​ຕາມ​ນັດ​ແລ້ວ!! B-1 B-2 B-4& B-52 ​ສ​ປິ​ຮິ​ຕ ທີ່​ຈອດ​ຢູ່​ສນ​ຮມ​ບິນ Anderson Air force Base
   ຈາກ​ຮາຍ​ງານ​ຂອງ ແພນ​ຕາ​ກອນ​ສ​ບັບ 1/24/2013 ຮາຍ​ງານ​ໂດຽ​ເອ​ເຊັຽ​ໄທ​ມ໌​ວ່າ ຂ​ນະ​ນີ້​ເຄື່ອງ​ບິນ
ຖິ້ມ​ຮະ​ເບີດ​ຊ​ນິ​ທ​ດັ່ງ​ກ່າວ​ທັງ​ສາມ​ໄດ້​ເດີນ​ທາງ​ອອກ​ຈາກ​ສ​ນາມ​ບິນໃນ​ສ​ຫະ​ຮັ​ຖຯແລະມຸ້ງ​ຫ​ນ້າ​ປະ​ຕິ​ບັ​ຕິ​ພາ​
ຮະ​ກິ​ຈແຕ່​ເຊົ້າ​ມືດ​ຂອງວັນ​ດຽວ​ກັນ​ແລະ​ເຄື່ອງ​ບິນ​ດັ່ງ​ກ່າວ​ເປັນ​ເຄື່ອງ​ບິນຍ​ຸ​ທ​ສາ​ສ​ຕ​ຮ໌ 4 ຊ​ນິດ​ໄດ້​ຫມູນ​ວຽນ
ກັນ​ໄປ​ໃຊ້​ຖາ​ນ​ທັ​ພ​ອາ​ກາ​ສ​ແຫ່ງນີ້​ເປັນ​ເວ​ລາ​ນານ​ນັບ​ແຕ່​ປີ 1947 ແຕ່​ໄອ້​ປິ​ສາ​ຈ 2 ລຳ​ຊຶ່ງ​ໄປ​ປ​ຼະ​ຈຳ​ກາ​ຮ
ຖານ​ທັ​ພ​ອາ​ກາ​ສ​ໃນ​ມ​ຫາ​ສ​ມຸ​ທ​ປາ​ຊິ​ຟິກໃນ​ເດືອນນີ້​ໄດ້​ອອກ​ໄປ​ປ​ຼະ​ຈຳ​ກາ​ຮ​ຢ່າງ​ເປັນ​ຣູ​ປ​ທັມ​ຕາມ​ນະ​ໂຍ
ບາຍ​ກາ​ຮ​ຍົກ​ຍ້າຍ​ກຳ​ລັງ 60% ຂອງ​ສ​ຫະ​ຮັ​ຖຯ​ເຂົ້າ​ສູ່​ພູ​ມິ​ພາ​ຄ​ເອ​ເຊັຽ.
   ແຕ່​ຢ່າງ​ໃດ​ກໍ​ຕາມ​ຖ້າ​ຫາກ​ທຸກ​ຢ່າງ​ເປັນ​ໄປ​ຕາມ​ກຳ​ນົດ​ກ​າຮ​ນ໌ເຄື່ອງ​ບິນ​ຖິ້ມ​ຮະ​ເບີດ​ໄປ​ລະ​ໄກ​ລ*ຍຸ​ຄ​ທີ່
ສຸດ​ໃນ​ໂລກ​ທັງ​ຫມົດ​ນັ້ນ ກອງ​ທັ​ພ​ອາ​ກາ​ສ​ສ​ຫ​ະ​ສັ​ຖຯເຂົ້າ​ປ​ຼະ​ຈຳ​ກາ​ຮ​ທີ່​ເກາະ​ກວມ​ໃນ​ມ​ຫາ​ສ​ມຸ​ທ​ຮ​ປາ​ຊີ
​ຟິກແລ້ວ​ໃນ​ວັນ​ອາ​ທິ​ຕ​ຍ໌​ຜ່ານ​ມາແລະ​ເປັນ​ໄປ​ຕາມ​ນະ​ໂຍ​ບາຍ​ທີ່​ສະຫັ​ຖຯ​ຫວນ​ກັບ​ຄືນ​ສູ່​ເອ​ເຊັຽ​ຕາມ​ທີ່
ນາງ​ຄ​ລິນ ຮມ​ຕ.ຕ່າງ​ປ​ຼະ​ເທ​ສ​ໄດ້​ຖ​ແລງ​ໄວ້​ໃນ​ກອງ​ປ​ຼະ​ຊຸມ​ເອ​ຊ່ຽນ​ທີ່​ປ​ຼະ​ເທ​ສ​ກັມ​ພູ​ຊາ​ແລະ​ໃນ​ປຼະ​ເທ​ສ​ພ​ມ້າ
ສ​ມັຍ​ໄປ​ເຢືອນ​ນາງ​ອອງ​ຊ່ານ ຊູ​ຈີເພື່ອ​ຣັກ​ສາ​ຜົ​ລ​ປ​ຼະ​ໂຍຊ​ນ໌ຂອງ​ສ​ຫະ​ຮັ​ຖຯ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ຮວມ​ທັງ​ເອ​
ເຊັຽ ຕະ​ວັນ​ອອກ​ສຽງ​ໃຕ້​ດ້ວຍ.
   ສ່ວນ​ພ​ຍາ​ມັງ​ກອນຊາບ​ຂ່າວ​ກໍ​ໂຫມກຼະ​ພື​ໂຈມ​ຕີ​ຫາ​ວ່າ​ສ​ຫະ​ຮັ​ຖຯ​ກັບ​ຄືນ​ມາ​ໃຊ້​ສິດ​ທິ​ເພື່ອ​ປິດ​ລ້ອມ​ຈີນ
ຈຶ່ງ​ເກີດ​ອາ​ກາ​ຮ​ຣ້ອນໆ​ຫ​ນາວໆ​ພ້ອມ​ສັ່ງ​ໃຫ້​ສ​ມຸນ​ເກົາ​ຫລີ​ເຫ​ນືອ​ເຄື່ອນ​ໄຫວ​ນາບ​ຂູ່​ວ່າ​ຈະ​ໃຊ້​ກາ​ຮ​ທົດ​ລອງ
ອາ​ວຸ​ທ​ນິວ​ເຄ​ລັຽ​ຮ໌​ອີກ.
   ຢ່າງ​ໃດ​ກໍ​ຕາມ​ພູ​ມິ​ພາ​ຄ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ​ໃຕ້​ຕ້ອງ​ມີ​ກາ​ຮ​ປ່ຽນ​ແປງ​ແລະ​ປະ​ຕິ​ຣູ​ປ​ກັນ​ໃຫມ່​ຕາມ​ສັງ
ຄົມໂລກ​ຢ່າງ​ແນ່ນອນ..ປານນີ້​ສ​ຫາ​ຍ​ແກວ​ນາຍ​ເຫ​ນືອ​ຫົວ​ກຸ່ມ​ໂຈ​ຮາ​ທິ​ປ​ໄຕ​ຍ​ພວກສ​ຫາຍກຳ​ລັງ​ຈະ​ເຖິງ
ທາງ​ຕັນ​ພາຍ​ໃນ​ບໍ່​ຊ້ານີ້ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້.

No comments:

Post a Comment