Thursday, January 10, 2013

                   ເມືອງ​ລາວ​ໃຫ​ຍ່​ເທົ່າ​ກະ​ຕ່າຍດິ້ນ​ຕາຍ ເຮື້ອງ​ຄົນ​ຫາຍເຮື້ອງ​ຄົນ​ຫາຍ​ຊອກ​ບໍ່​ເຫັນ...
ຫມາຍ​ເຖິງ​ສ​ມັ​ຖ​ພາບຂອງ​ຮັ​ຖ​ບາ​ລ​ແລະ​ເຈົ້າ​ຫ​ນ້າ​ທີ່​ຮັ​ຖຯ​ດ້ອຍ​ຄວາມ​ສາ​ມາດ..ຖ້າ​ຫາກວ່າ​ຮັ​ຖຯ​ມີ​ຄວາມ
ສາ​ມາດກຼະ​ທຳ​ກາ​ຮ​ໄດ້​ຈິງ​ກໍ​ເທົ່າ​ກັບ​ວ່າ..ເປັນ​ແຜນ​ກາ​ຮ​ແລະ​ກາ​ຮ​ຈົງ​ໃຈ​ຂອງ​ພັ​ຄ-ຮັ​ຖ​ທີ່​ຍັງ​ບໍ່​ເລີກ​ລາ​ໃນ
ຄວາມ​ອາ​ຄາ​ຕ​ມາ​ຕ​ຣ້າຍ​ແລະ​ດັບ​ສູນ​ຍ໌​ເຜົ່າ​ພັນ​ທ໌​ລາວ​ຜູ່​ທີ່​ບໍ່​ເຫັນ​ພ້ອມ​ຫຼື​ໄປ​ຣັບ​ໃຊ້​ຕ່າງ​ຊາ​ຕິ​ເພື່ອ​ດັບ​ສູນ​ຍ໌
ເຜົ່າ​ພັນ​ທ໌​ລາວ​ແລ້ວ​ຂົນ​ເອົາ​ຊົນ​ຊາ​ຕິ​ຕ່າງ​ດ້າວ​ເຂົ້າ​ມາ​ກືນ​ກິນ​ລາວ.
    ກໍ​ຮະ​ນີ​ສ​ຫາຍ​ສົມ​ພອນ ສົມ​ບັ​ຕິ​ທີ່​ກ້ອງ​ລັດ​ວົງ​ຈອນຈັບ​ພາບ​ກາ​ຮ​ບັງ​ຄັບ​ລົງ​ຮົ​ຖ​ຈິ​ປ​ຂອງ​ເຈົ້າ​ຫ​ນ້າ​ທີ່ຯ​ແຕ່
ທາງ​ກາ​ຮ​ລາວ​ແດງ​ປະ​ຕິ​ເສ​ທ​ບໍ່​ຣູ້​ບໍ່​ເຫັນ​ໃນ​ຄັ້ງ​ນີ້​ທົ່ວ​ໂລກ​ເຂົາ​ປ​ຼະ​ນາມ​ທັງ​ໂລກ​ແລະ​ເຣັດ​ໃຫ້​ສ​ຫາຍ​ຍິງ​ຍົງ
ຫົວ​ເປັນແກວທີ່​ເປັນ​ທູ​ຕ​ຮັ​ຖຯ​ຫຸ່ນ​ລາວ​ໃນ​ສ​ຫະ​ປ​ຼະ​ຊາ​ຊາ​ຕິ​ຫ​ນ້າ​ແຕກ​ ຕອບ​ຄຳ​ຊັກຖາມເຫມືອນ​ສຸ​ນັຂ​ຖືກ
ນ້ຳຣ້ອນ..
   ບໍ່​ວ່າ​ຮະ​ດັບ​ໃດ​ຂອງ​ຮັ​ຖ​ບາ​ລ​ຫຸ່ນ​ແກວ​ເວ​ລານີ້​ຣ້ອນ​ຣົນ​ເພາະ​ມີ​ແຕ່​ເຮື້ອງ​ຂາຍ​ຂີ້​ຫ​ນ້າ ລີງ​ໄວ​ໂດດ​ຖືກ​ໄມ້
ໂດກເລີຍ​ໂດນ​ຄະ​ດີ​ລັກ​ພາ​ຕົວ​ພາຍ​ໃຕ້​ອຳ​ນາ​ຈ​ເຖື່ອນ​ຂອງ​ຮັ​ຖ​ບາ​ລ​ຫຸ່ນ​ແກວ​ດ້ວຍ​ກັນ​ຢ່າງ​ທົ່ວ​ຫ​ນ້າ. ນອກ
ສ​ຫາຍ​ສົມ​ພອນ ສົມ​ບັ​ຕ​ແລ້ວ​ຍັງ​ມີ​ນາງ​ສີ​ວັນ​ໄຊ ພົມ​ລາດ​ອີກ​ຄົນ​ນຶ່ງ​ທີ່​ທາງ​ກາ​ຮ​ລາວ​ແດງ​ໃຊ້​ອຳ​ນາ​ຈ​ເຖື​່ອນ
ຈັບ​ກຸມ​ເຂົ້າ​ຄຸກ​ຂໍ້​ຫາ​ຕໍ່​ຕ້ານ​ພັ​ຄ-ຮັ​ຖ​ທີ່​ທາງ​ກາ​ຮ​ຍຶດ​ແລະ​ໄລ່​ທີ່​ທຳ​ກິນ​ຂອງ​ປ​ຼະ​ຊາ​ຊົນ​ໃນ​ແຂວງ​ຄຳ​ມ່ວນ​ແລະ
ຂ​ນະ​ນີ້​ໃນ​ແຂວງ​ດັ່ງ​ກ່າວ​ກຳ​ລັງ​ອົ​ລ​ເວງ​ທີ່​ພ້ອມ​ລຸກ​ຂຶ້ນ​ທວງ​ຫນີ້​ຈາກຮັ​ຖບາ​ລ​ຫຸ່​ນ​ແກວ.
   

No comments:

Post a Comment