Thursday, January 24, 2013

                             ຫາກ​ບໍ່​ເຊື່ອ​ກໍ​ຕ້ອງໄດ້​ອາ​ສາ​ຟັງ!!​ຈາກ​ຮາຍ​ງານ​ເມຶ່ອ​ປີ​ຜ່ານ​ມານີ້​ເອງ.
 ຮະ​ດັບ​ຄວາມ​ໂປ່ງ​ໃສ​ຂອງ​ຮັ​ຖ​ບາ​ລໂຈຮາ​ທິ​ປ​ໄຄ​ຍ​ລາວ​ຊີ້​ວ່າ​ກຸ່ມ​ພວກນີ້​ມີ​ກາ​ຮ​ຄໍ​ຮ໌ຮັ​ປ​ຊັ່ນຮະ​ດັບ​ໂລກ
 ຮາຍ​ງານ​ຂອງ​ອົງ​ຄ໌​ກາ​ຮ​ຄ​ວາມໂປ່ງ​ໃສ​ໂດຽອິງ​ຕາມ​ຮາຍ​ງານ​ຂອງ​ຮັ​ຖ​ບາ​ລໂຈ​ຮາ​ທິ​ປ​ໄຕ​ຍ​ລາວ​ທີ່​ຮາຍ
ງານ​ໄປ​ຍັງ​ອົງ​ຄ໌​ກາ​ຮວ່າ...ໃນ​ປີນີ້​ຮັ​ຖ​ບາ​ລຯ​ ຕັ້ງ​ເປົ້າ​ໄວ້​ສູງ​ເຖິງ 8.3%ໂດຽ​ຈີ​ດີ​ພີ​ຈະມີ​ມູ​ລ​ຄ່າ​ຮວມ​  ເຖິງ
70,200 ລ້ານ​ລ້ານ​ກືບ​ຫຼື​ປ​ຼະ​ມານ 8,775 ລ້ານດອ​ລ​ລາ​ສ​ຫະ​ຮັ​ຖຯ.
   ພາບ​ເສ​ຖ​ກິ​ຈ​ຮັ​ຖ​ຫຸ່ນ​ແກວ​ບໍ່​ໄດ້​ຊົ່ວ​ຣ້າຍ​ແຕ່​ກາ​ຮ​ສຳ​ຮວ​ຈ​ໂດຽອົງ​ຄ໌​ກາ​ຮ​ຄວາມ​ໂປ່ງ​ໃສ​ຮະ​ຫວ່າງ​ປ​ຼະ​
ເທ​ສເສືອກ​ດັນ​ຄົ້ນ​ພົບ​ວ່າ​ກາ​ຮ​ຄໍ​ຮ໌​ຮັ​ປ​ຊັ່ນ​ພາຍ​ໃນ​ຮັ​ຖຯຍັງບໍ່​ໄດ້​ລົດ​ລາ​ວາ​ສອກ​ລົງ​ແລ້ວ​ຍັງ​ກັບ​ພາ​ກັນ
ຄໍ​ຮ໌​ຮັ​ປ​ຊັ່ນ​ຢ່າງ​ທົ່ວ​ຫ​ນ້າ​ແລະ​ຫ​ນັກ​ຫ​ນ່ວງ​ຍິ່ງ​ຂຶ້ນນັບ​ຕັ້ງ​ແຕ່​ຮະ​ດັບ​ຕ່ຳ​ຈົນ​ເຖິງ​ສູງ​ສຸດ​ແລະ​ໂກງ​ກິນ​ກັນ
​ຢ່າງ​ເປີດ​ແປນບໍ​ອາຍ​ແມ້ກຼະ​ທັງ​ປ​ຼະ​ເທ​ສ​ໃຫ້​ກາ​ຮ​ຊ່ອຍ​ເຫຼືອ.
    ສ​ເພາະ​ຮັ​ຖ​ຫຸ່ນລາ​ວແລະ​ແກວ​ຜູ່​ເປັນ​ນາຍ​ທັງ​ສອງ​ປ​ຼະ​ເທ​ສ​ຂອງ​ເອ​ຊ່ຽນ​ທີ່​ດັ​ຊ​ນີ​ຊີ້​ວັດ CPI
(Corruption Perception Index) ຕົກ​ຕ່ຳ​ທີ່​ສຸດ​ໃນ​ຊ່ວງ 4 ປີ​ຜ່ານ​ມາ ຊຶ່ງ​ຫມາຍ​ຄວາມ​ວ່າ​ຮະ​ບົບ​ກາ​ຮ
ສໍ້​ໂກງ​ພາ​ຄ​ຮັ​ຖຯ​ໄດ້​ແຜ່​ຂ​ຍາຍ​ອອກ​ໄປ​ທົ່ວ​ປ​ຼະ​ເທ​ສ​ທັ້ງໆ​ຮັ​ຖ​ຯຫຸ່ນກໍ​ຫາ​ຖືກ​ຣັບ​ຣູ້​ເຂົ້າ​ເປັນ​ສ​ມາ​ຊິກອົງ​ຄ໌​
ກາ​ຮກາ​ຮ​ຄ້າ​ໂລກ​ໃນ​ປີນີ້​ແລະ​ມີ​ຕ​ລາດ​ຫຸ້ນ​ຫຼື​ຕ​ລາດ​ຫຸ່ນ?..ດັ​ຊ​ນີ​ຊີ້​ວັດ​ຄວາມ​ໂປ່ງ​ໃສ​ຢູ່​ຮະ​ດັບທີ 160​ຂອງ
ບັນ​ຊີ​ທີ່​ປ​ຼະ​ກອບ​ໄປ​ດ້ວຍ 174 ອັນ​ດັບ/ປ​ຼະ​ເທ​ສ/ດິນ​ແດນ​ທົ່ວ​ໂລກ.
    ກາ​ຮ​ຄໍ​ຮ໌​ຮັ​ປ​ຊັ່ນ​ພາຍ​ໃນ​ພາ​ຄ​ຮັ​ຖຯ​ໄດ້​ເພີ້ມ​ທວີ​ຕ່ຳ​ສຸດ 6 ອັນ​ດັບ​ຈາກ​ປີ​ຜ່ານ​ມາ​ທີ່​ເຄີຍ​ຢູ່​ອັນ​ດັບ​ທີ 151
ເມື່ອ​ປີ 2551 ໃນ​ບັນ​ດາ​ປ​ຼະ​ເທ​ສ​ຄອມຯ​ລາວ,ອັ​ຟ​ຮິ​ກາ​ຕາ​ວັນ​ຕົກ​ແລະ​ເກົາ​ຫລີ​ເຫ​ນືອ.ໃນ​ຂ​ນະ​ມີ​ຫຼາຍ​ຝ່າຍ
ມອງວ່າ​ກຸ່ມ​ຜ​ເດັ​ຈ​ກາ​ຮ​ລາວ​ຕ້ອງ​ໄດ້ເລັ່ງກຳ​ຈັດ​ຄວາມ​ບໍ່ໂປ່ງໃສ​ທັງ​ຫລາຍ​ໃຫ້​ຫມົດ​ໄປ​ຢ່າງ​ໄວ​ແລະ​ຫລີກ
ລ້ຽງ​ບໍ່​ໄດ້..ແລະ​ປ​ຼັບ​ປ່ຽນ​ທັງ​ຮະ​ບົບ​ແລະ​ຮະ​ບອບ​ທີ່​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ກາ​ຮ​ນ໌​ກາ​ຮ​ເຄື່ອນ​ໄຫວ​ຂອງ​ໂລກ
ຍຸ​ຄ​ໂລ​ກາ​ພິ​ວັ​ຕ​ນ໌​ໃຫ້​ໄວບໍ່​ດັ່ງ​ນັ້ນຫົວ​ຊົນ​ຝາ​ແນ່ນອນ​ໃນ​ຕົ້ນ​ປີ​ຫ​ນ້າ.
    ນອກ​ຈາກນີ້​ຮາຍ​ງານ​ສ​ບັບ​ນີ້​ຍັງ​ກ່າວ​ເຖິງ​ໂຣງ​ໄຟ​ຟ້າ​ພ​ລັງ​ນ້ຳ​ເທີນ 2 ໃນ​ແຂວງ​ຄຳ​ມ່ວນທີ່​ຫໍ່​ສ້າງ​ໂດຽ​ທຶນ
ຝັ່ງ​ເສ​ສ,ໄທ​ຍ-ລາວ​ທີ່​ທາງ​ຮັ​ຖຯ​ຫຸ່ນ​ໄດ້​ສົ່ງ​ຈຳ​ຫ​ນ່າຍ​ໃຫ້​ກັບ​ປ​ຼະ​ເທ​ສ​ໄທ​ຍ​ຕັ້ງ​ແຕ່​ປີ​ຜ່ານ​ມາອີກ. ກາ​ຮ​ຜ​ລີ​ຕ​ໄຟ​
ຟ້າຂອງ​ລາວ​ເປັນ​ພຽງ​ຂ​ແນງ​ລົງ​ທຶນຍອດ​ນິ​ຍົມ​ຂອງ​ນັກ​ລົງ​ທຶນ​ຕ່າງ​ຊາ​ຕິ​ເພາະ​ຜູ່​ລົງ​ທຶນ​ຈະ​ໄດ້​ຫຼາຍ​ຢ່າງ​ໃນ​ໂຄງ
ກາ​ຮ​ສ້າງ​ເຂຶ່ອນ​ເຊັ່ນ​ຈະ​ໄດ້​ໄມ້,ແຣ່​ທາ​ຕຸ​ສຳ​ຄັນໆ​ຕິດ​ມື​ໄປ​ດ້ວຍ​ຈຶ່ງ​ມີ​ຫຼາຍ​ບໍ​ຮິ​ສັ​ທ​ຕ້ອງ​ກາ​ຮ​ລົງ​ທຶນ ແຕ່​ຕ້ອງ​ມີ
ສ່ວນ​ໄດ້​ເສັຽກັບ​ຮັ​ຖ​ມົນ​ຕຼີ​ກ່ຽວ​ຂ້ອງ​ທຸກ​ຮາຍ.
    ປ​ຼະ​ເທ​ສ​ທີ່​ເຫັນ​ດີ​ເຫັນ​ງາມ​ໃນ​ໂຄງ​ກາ​ຮ​ຕ່າງໆ​ໃນ​ລາວ​ໄດ້​ແກ່: ໄທ​ຍ​ແລະ​ແກວເພາະ​ທັງ​ສອງ​ປ​ຼະ​ເທ​ສນີ້​ໄດ້
ຣັບ​ເອກ​ສິດ​ທິ​ພິ​ເສ​ສ​ຕຼອດ​ກາລ. ໂຄງ​ກາ​ຮນ້ຳເທີນ 2​ແຫ່ງນິ້ທາງ​ທ​ນາ​ຄາ​ຮ​ໂລກ​ບໍ່​ໄດ້​ຄ້ຳປ​ຼະ​ກັນເງິນ​ກູ້​ຂອງ​ປ​ຼະ
ເທ​ສ​ຜູ່​ລົງ​ທຶນ​ກໍ​ເທົ່າ​ກັບ​ບໍ່​ຣັບ​ເຮື້ອງ​ຄວາມ​ໂປ່ງ​ໃສ​ໃຫ້​ເປັນ​ໂຄງ​ກາ​ຮ​ຕົວ​ຢ່າງ.ແຕ່​ເຂື່ອນ​ອື່ນໆ​ອີກ 20-30ແຫ່ງ
ທີ່​ກຳ​ລັງ​ກໍ່​ສ້າງ​ຂ​ນະ​ນີ້​ບໍ່​ໄດ້​ມີ​ຫຼັກ​ປ​ຼະ​ກັນ​ໃດໆ​ທັງ​ສິ້ນ​ແລະ​ໃນ​ປີນີ້​ຫຸ່ນ​ລາວ​ຍັງ​ຄົງ​ຕົດ​ອັນ​ດັບ​ກຸ່ມ​ປ​ຼະ​ເທ​ສ​ຄໍ​ຮ໌​ຮັປ
​ຊັ່ນແຜ່​ຂ​ຍາຍ​ດັ​ຊ​ນີ​ຄວາມ​ໂປ່ງ​ໃສ​ມີ​ກາ​ຮ​ເສື່ອມ​ຖ​ອຍ​ລົງ​ຫ​ນັກ​ຂຶ້ນ.
    ສນັ້ນ​ຮັ​ຖ​ບາ​ລ​ຫຸ່ນ​ລາວ​ແດງ​ຈະບໍ່​ແມ່ນແດງ​ເລືອດ​ທຸງ​ເພື່ອ​ລາວ​ທັງຊາ​ຕິ ​ແຕ່​ຫາກ​ແມ່ນແດງ​ເພື່ອ​ແກວ​ແດງ​
ແລະຈີນ​ແດງແລ້ວ​ລາວ​ທັງ​ຊາ​ຕິ​ຈຶ່ງເດືອດຣ້ອນ​ທຸກ​ຂ໌​ຈົນມາ​ເຖິງ .38 ປີ​ນັບ​ແຕ່​ພວກ​ເຂົາ​ປຸ້ນ​ອຳ​ນາ​ຈ​ເອົາ​ປ​ຼະ
ຊາ​ຊົນ​ໄປ​ອ້າງວ່າ...ພັ​ຄ​ປະ​ຊາ​ຊົນ​ປະ​ຕິ​ວັ​ຕິ ແຕ່​ທາ​ຕຸ​ແທ້​ແມ່ນ​ພັ​ຄ​ປະ​ຕິ​ວັ​ຕິ​ຍຶດ​ອຳ​ນາ​ຈ​ໄປຈາກປ​ຼະ​ຊາ​ຊົນ​ແລະ
ພ​ຍາ​ຍາມ​ກີດ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ສາ​ມັ​ຄ​ຄີ​ພາຍ​ໃນ​ຊາ​ຕິ​ເຊັ່ນ​ປະ​ຕິ​ເສ​ສ​ລາວນອກວ່າ​ເປັນ​ຕ່າງ​ດ້າວ​ແລະ​ສ້າງ
ຄວາມ​ແຕກ​ແຍກ​ໃຫ້​ກັບ​ເຜົ່າ​ພັນ​ທ໌​ລາວ​ເຊັ່ນ​ລືບ​ລ້າງ​ເຜົ່າ​ຂ່າ​ທາງ​ພາ​ຄ​ໃຕ້​ທັງໆ​ທີ່​ພວກ​ເຂົາ​ຊ່ອຍ​ປົດ​ປ່ອຍ​ຊາ​ຕິ
ຂ້າ​ສີ​ທົນ​ກົມ​ມະ​ດຳ​ຫົວ​ຫ​ນ້າ​ເຜົ່າ​ແລະ​ມາ​ສ້າງ​ຕັ້ງ​ເຜົ່າ​ກຶມ​ມຸ​ທາງ​ພາ​ຄ​ເຫ​ນືອ​ແລະ​ໃຫ້​ເຜົ່າ​ຂ່າ​ພາ​ຄ​ໃຕ້​ມາ​ຂຶ້ນ​ກັບ
ເຜົ່າ​ກຶມ​ມຸ.ທັງໆ​ທີ່​ເຜົ່າ​ກຶມ​ມຸ​ບໍ່​ໄດ້​ຊ່ອຍ​ກູ້​ຊາ​ຕິ​ນັບ​ແຕ່​ໃດໆ​ມາເລືອດ​ນັກ​ສູ້​ແມ່ນ​ເຜົ່າ​ອ້າຍ​ໃຫ​ຍ່​ທາງ​ພາ​ຄ​ໃຕ້​ເຜົ່າ
ກຶມ​ມຸ​ພາ​ຄ​ເຫ​ນືອ​ເປັນ​ພວກ​ສວຍ​ໂອ​ກາ​ສ​ຫາ​ກິນ​ນຳ​ແຕ່​ຜູ່​ໄດ້​ໄຊ​ຊ​ນະ.

No comments:

Post a Comment