Monday, January 14, 2013

                           ກາ​ຮ​ພະ​ເຊີນ​ຫ​ນ້າ​ຮະ​ຫວ່າງ​ຈີນ-ສ​ຫະ​ຮັ​ຖ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ​ໃຕ້
(ຊາວ​ໂລກ​ເສ​ຮີ​ຈະບໍ່​ຫວັ່ນໄຫວ​ຕໍ່​ກາ​ຮ​ທີ່​ຈີນ​ຍັງ​ຣັກ​ສາ​ລັດ​ທິ​ແລະ​ດົມ​ກາ​ຮ​ນ໌​ອັນ​ເປັນ​ຄອມ​ມິວ​ນິ​ສ​ຍ໌​ໄວ້
ນາບ​ຂ່າວ​ຂູ່​ຊາວ​ໂລກ​ໂດຽ​ສ​ເພາະ​ອະ​ເມ​ຮິ​ກາ​ແລະ​ສ​ຫະ​ພາບ​ຍູ​ໂຮ​ປ..ແຕ່​ຊາວ​ໂລກ​ຢ້ານ​ຢ່າງ​ດຽວ​ຄື
ຢ້ານ​ຈີນ​ປ່ຽນ​ຮະ​ບອບ​ຈາກ​ຄອມຯ​ມາ​ເປັນ​ປ​ຼະ​ຊາ​ທິ​ປ​ໄຕ​ຍ..ເພາະ​ຖ້າ​ຫາກ​ຈີນຫັນ​ປ່ຽນ​ທິ​ສ​ສູ່​ປ​ຼະ​ຊາ​ທິ​ປ​
ໄຕ​ຍທຸກ​ຢ່າງ​ຂອງ​ໂລກ​ຍຸ​ຄ​ໃຫມ່​ຈະ​ຖືກ​ພັ​ທ​ນາ​ຢ່າງວ່ອງ​ໄວ ປ​ຼະ​ຊາ​ຊົນ​ທົ່ວ​ໂລກ​ດີ​ໃຈ​ແລະ​ຂອບ​ຄຸນ​ພ​ຼະ​
ເຈົ້າ. ແຕ່​ບັ​ລ​ດາ​ປ​ຼະ​ເທ​ສ​ໂລກ​ເສ​ຮີ​ອາ​ຈ​ລຳ​ບາກ​ເພາະ​ຄວາມ​ຍາດ​ແຍ່ງ​ຕ່າງໆ​ໃນ​ກາ​ຮ​ພັ​ທ​ນາ​ປ​ຼະ​ເທ​ສ
ໃຜ​ມັນ​ຄົງ​ສູ້​ຈີນ​ບໍ່​ໄດ້​ແມ້​ແຕ່​ປ​ຼະ​ເທ​ສ​ທີ່​ພັ​ທ​ນາ​ແລ້ວ. ທັງ​ນີ້​ເພາະ​ຈີນ​ມີ​ຜືນ​ແຜ່ນ​ດິນກວ້າງ​ຂວາງ ມີ​ປ​ຼະ​ຊາ
ກອນ​ເປັນ​ພັນໆ​ລ້ານ ຕ​ລາດກວ້າງ​ຂວາງ​ແລະ​ຄ່າ​ແຣງ​ງານ​ຕ່ຳ ຜູ່​ທີ່​ຈະ​ແຂ່ງ​ຂັນ​ໄດ້​ທັນ​ຄື​ອິນ​ເດັຽ​ເພາະ
ຂ​ນະ​ນີ້​ອິນ​ເດັຽກໍ​ມີ​ປ​ຼະ​ຊາ​ກອນ​ພັນໆ​ລ້ານ ແຕ່​ດ້ານ​ເທັ​ຄ​ໂນ​ໂລ​ຍີ່​ທັນ​ສ​ມັຍ​ເຫ​ນືອກວ່າ​ຈີນ​ແລະ​ຕ​ລາດ
ຄ່າ​ແຣງ​ງານ​ຖືກ​ພໆ​ກັບ​ຈີນແລະ​ກາ​ຮດິ້ນ​ຣົນ​ຂອງ​ທັງ​ສອງ​ປ​ຼະ​ເທ​ສ​ມີ​ພຽງ​ວັດ​ຖຸ​ດິບ​ປ້ອນ​ລົງ​ງານ​ແລະ
ຕ່າງຊອກ​ຫາພັນ​ທ໌​ມິ​ຕ​ຮ​ກາ​ຮ​ຕ​ລາດ​ເທົ່າ​ນັ້ນ​ເອງ.
    ສ່ວນ​ດ້ານ​ອາ​ວຸ​ທ​ຍຸ​ທ​ໂທ​ປະ​ກອນນັ້ນ​ຕໍ່​ໃຫ້​ອີກ​ເຄິ່ງ​ທົ​ສວັ​ຕິ​ຈີນ​ກໍ​ບໍ່​ສາ​ມາດ​ຕາມ​ທັນ​ອິນ​ເດັຽໄດ້ໃນ
ຂ​ນະ​ດຽວ​ກັນຕົກ​ມາ​ປີ 2013 ​ຈີນ​ບໍ່​ນຶກ​ບໍ່​ຝັນ​ວ່າ​ຍິ່​ປຸ່ນ​ຊຶ່ງ​ເປັນ​ນຶ່ງ​​ທັງ​ດ້ານເທັ​ຄ​ໂນ​ໂລ​ຍີ່ແລະ​ເປັນ​ສອງ
ດ້ານມ​ຫາ​ເສ​ຖ​ຖີ​ໃນ​ຈຳ​ນວນ 7 ຊາ​ຕິມ​ຫາ​ອຸ​ຕ​ສາ​ຫະ​ກັມ​ໂລກ​ຜູ່​ນຶ່ງໃນ​ເອ​ເຊັຽ​ແລະໂປ້​ວ່າ​ຂໍ​ຍົກ​ເລີກ
ແລະ​ລົບ​ລ້າງ ໃນ​ຄຳ​ປ​ຼະ​ກາ​ສ​ທີ່​ຍິ່​ປຸ່ນ​ຣຸກ​ຣານ​ປ​ຼະ​ເທ​ສ​ຕ່າງໆ​ທີ່​ປ​ຼະ​ກາ​ສ​ຂໍ​ໂທ​ສປ​ຼະ​ເທ​ສນັ້ນໆທຸກ​ສ​ບັບ
ແລະ​ປັບ​ປຸງ​ສ​ເຖັຽ​ຮະ​ພາບກອງ​ທັ​ພ​ດ້​ວຽງົບ​ປ​ຼະ​ມານ​ຫຼາຍ​ຣອຍ​ລ້ານດ​ລ​ລາ​ພ້ອມ​ທັງ​ເລັ່ງ​ຊື່​ເຄື່ອງ​ບິນ
ຮົບ​ລຸ້ນ​ໃຫມ່ໆ,ເຣືອ​ດຳ​ນ້ຳ​ແລະ​ຂີ​ປ​ນາ​ວຸ​ທ​ສຳ​ຄັນໆ.
     ໃນ​ຂ​ນະ​ທີ່​ສ​ຫະ​ຮັ​ຖຯ,ອັງ​ກ​ຮິ​ສ​ແລະ​ປ​ຼະ​ເທ​ສ​ໃນ​ຍູ​ໂຮ​ປ​ຕະ​ວັນ​ຕົກ​ຕ່າງ​ພາ​ກັນ​ແຫ໋​ກັນ​ເຂົ້າ​ໄປ​ລົງ​ທຶນ
ເປັນ​ພັນໆ​ລ້ານ​ໃນ​ພ​ມ້າ..ຖ້າ​ຈະ​ຖາ​ວ່າ ແລ້ວ ສ​ປ​ປ ລາວ​ຈະ​ເປັນ​ຢ່າງ​ໃດ..ຕອບ​ໄດ້​ຄຳ​ດຽວ​ວ່າມ​ຫາ
ອຳ​ນາ​ຈ​ໂລກ​ຄົງ​ປ່ອຍ​ໃຫ້​ກຸ່ມ​ຜ​ເດັ​ຈ​ກາ​ຮ​ລາວ​ລູກ​ສ​ມຸນ​ແກວ​ທີ່​ເປັນ​ກົບ​ໃນ​ນ*ສ້າງນັ້ນ​ນັ່ງ​ນັບ​ຫມາກ
ພ້າວ​ຫ້າວ​ໄປ​ເຮື້​ອຽໆ​ກ່ອນ​ຣອດມື້ນັ້ນ​ມາ​ເຖິງ​ພວກ​ມັນ​ຍອມ​ເອງ..ເພາະ​ຈຳ​ເປັນ​ທີ່​ສຸດ​ແກວ​ຜູ່​ເປັນ
ນາຍ​ຫຼັງ​ຈາກ​ຖອນ​ທຶນ​ຈາກ​ລາວ​ແລ້ວນັ້ນ​ແກວ​ຈຶ່ງ​ຫັກ​ມຸມ 90 ອົງ​ສາ​ໄດ້​ແລະ​ແກວ​ດຽວນີ້​ຮະ​ວັງ​ຕົວ
ເປັນ​ພິ​ເສ​ສ​​ແລະ​ພ​ຍາ​ຍາມ​ພ​ຍຸງ​ຕົວ​ໄວ້​ຢ້ານ​ຈີນ​ເຕະ​ຈຶ່ງ​ຫັນ​ໄປ​ເຊີນ​ນາຍ​ເຫນືອ​ຫົວຄຶ​ຮັ​ສ​ເຊັຽມາ​ຄ້ຳ
ບັ​ລ​ລັງ​ພ໌​ຊ່ອຍ..
-ຢ້ານ​ອະ​ເມ​ຮິ​ກາ​ເຕະ​ໂດ່ງແລະ​ຕໍ່​ໄປ​ຫາກ​ເອ​ຊຽນ​ລວມ​ຕົວ​ກັນ​ເປັນເຫມືອນ​ສ​ຫະ​ພາບ​ຍູ​ໂຮ​ປ​ໄດ້
ທຸກ​ຢ່າງ​ຕ້ອງ​ປ່ຽນ​ແປງ​ເຊັ່ນ​ໃຊ້​ເງິນ​ຕຼະ​ກຸ​ລ​ດຽວ,ປ່ຽນ​ແປງ​ຮະ​ບອບ​ກາ​ຮ​ປົກ​ຄອງ​ໃຫມ່ ກາ​ຮ​ໄປ​ມາ
ຫາ​ສູ່​ບໍ່​ຈຳ​ເປັນ​ຕ້ອງຊ້​ພັ​ສ​ປອ​ຕ ພຽງ​ໃບ​ຂັບ​ຂິ່​ກໍ​ໃຊ້​ໄດ້..ແຕ່​ກໍ​ອົດ​ເປັນ​ຫ່ວງ​ນຳ​ຊະ​ຕາ​ກັມ​ປ​ຼະ​ຊາ​ຊົນ
ລາວ​ບໍ່​ໄດ້​ເພາະ​ແກວ​ຕ້ອງ​ອອກ​ຫ່າງ​ລາວ ໃນ​ຂ​ນະ​ທີ່​ຈີນ​ສ້າງ​ຫນີ້​ໃຫ້​ກຸ່ມ​ສ​ມຸນ​ແກວ​ແບກ​ເປັນ​ພັນໆ
ລ້ານ.
     ແລະນັບ​ແຕ່​ກຸ່ມ​ສມ​ຸນ​ແກວ​ປຸ້ນ​ອຳ​ນາ​ຈ​ຂອງ​ປ​ຼະ​ຊາ​ຊົນ​ລາວ​ໄປ​ຜ່ານ​ມາ 38 ປີ​ແຜ່ນ​ດິນ​ລາວ
ແປນ​ປານ​ຫົວ​ລ້ານ..ໃນ​ຂ​ນະ​ທີ່ກ​ແກວ​ບຸກ​ເຂົ້າ​ມາ​ຖອນ​ຫນີ້,ຈີນ​ກໍ​ຖອນ​ຫນີ້,ຮັ​ສ​ເຊັຽກໍ​ຖອນ​ຫນີ້,ໄທ​ຍ
ກໍ​ຖອນ​ຫນີ້​ເພາະ​ໃຫ້​ກາ​ຮ​ອູ້ມ​ຊູ​ພັ​ຄ​ປະ​ຕິ​ວັ​ຕິ​ປ​ຼະ​ຊາ​ຊົນ​ລາວ​ກ່ອນ​ຈະ​ຂ້າມ​ໄປ​ປຸ້ນ​ອຳ​ນາ​ຈ​ປ​ຼະ​ຊາ​ຊົນ
ລາວ.


No comments:

Post a Comment