Friday, February 1, 2013

                                                        ທັມ​ມະ​ທາງ​ໃຈ 5   
       ອ່ານ​ຂ່າວ​ຝ່າຍ​ໂລກ​ເຣັດ​ໃຫ້​ປວດ​ກະ​ບາ​ລ​ຈຶ່ງ​ຊອກ​ບໍ​ຮິ​ບົ​ທ​ທັມ​ມະ​ມາ​ໃຫ້​ອ່ານເພື່ອ​ເປັນ​ປັ​ຈ​ຈັຍ
             ໃນ​ກາ​ຮ​ບັ​ລ​ເທົາແລະ​ຫຼົງ​ຢູ່​ໃນຄຳ​ວ່າ ໂກ​ສະ ໂມ​ຫະ ໂລ​ພະ ໂທ​ສະຂອງວັນ​ພັກ​ຜ່ອນນີ້:
    ທ່ານ​ວ່າ ອັນ​ນຶ່ງ​ໆ ສຸ​ຂ ທຸກ​ຂ໌​ຕາມ​ໃນ​ເຮື້ອງ​ທີ່​ໃຈ​ຄິດ​ນຶກ​ຫຼາຍກວ່າ ສຸ​ຂ ທຸກ​ຂ໌​ທາງ​ກາຍ.
-​ຈິ​ຕ​ຄິດ​ຕາມ​ສຽງ​ທີ່​ໄດ້​ຍິນ​ຄິດ​ເຖິງ​ຄວາມ​ຫມາຍ​ຂອງ​ຄຳ​ທີ່​ເປັນ​ສຽງສ​ູງໆ​ຕ່ຳໆ..
-ຊື່ ຄິດ​ເຖິງ​ແຕ່​ພຽງ​ຊື່ ທັງ​ຕາຍ​ຫຼື​ຢູ່​ກໍ​ເຫມືອນໆ​ກັນ.
-ຄວາມ​ຄິດ​ຫຼັງຊອບ​ເຮື້ອງ​ຮາວ​ບັນ​ຍັ​ຕິ​ທີ່​ບໍ່​ມີ​ຫຽັງເລີຍ
-ຄວາມ​ຄິດ​ຫຼອກ​ຕົວ​ເອງວ່າ​ຫ​ນັງ ລະ​ຄອນ ຣູ​ປ​ພາບ ວິ​ທ​ຍຸ ໂທ​ຮະ​ທັມ​ນ໌ ເສັ້ນ​ບົນ​ກຼະ​ດາ​ສ​ເປັນ​ຈິງ.
-ຈິ​ຕ​ຄິດ​ວ່າ​ເຮື້ອງ​ເກົ່າໆ​ດ້ວຍ​ຄວາມ​ຣັກ ໂລ​ພ ໂກ​ທ ຫຼົງ ເປັນ​ອະ​ກຸ​ສົ​ລ​ຣັບ​ເຄາະ​ຫ໌​ກັມ​ໂດຽ​ຊື່ນ​ຕາ.
-ໂລ​ພະ​ຊອບ​ເຮື້ອງ​ທີ່​ຄິດ​ເປັນ​ສົມ​ບັ​ຕິ​ບັນ​ຍັ​ຕິ​ຕ່າງໆ ຄິດ​ເຖິງ​ຮາ​ພ​ຍົ​ສ ສັ​ລ​ເສິນ ສຸ​ຂ ບໍ​ຮິ​ວາ​ຮ​ເຮື້ອງ​ທີ່​ຄິດ​ຫຼື
  ສິ່ງ​ອື່ນ​ໃດ​ທັງ​ສິ້ນ​ຈະ​ຫມົດ​ໄປ​ໃນ​ທັນ​ທີ​ຂ​ນະ​ທີ່​ຈິ​ຕ​ດັບ​ລົງ​ຊັ​ພ​ຍ໌​ສົມ​ບັ​ຕິ​ທີ່​ມີ​ກໍ​ຫມົດ​ສິ້ນ​ໄປ​ພ້ອມໆ​ກັບ​ກາ​ຮ​ດັບ
  ຂອງ​ສັງ​ຂາ​ຮແລະ​ຈິ​ຕ.
-ມີ​ຄວາມ​ສຸ​ຂ​ບໍ່​ໄດ້ ຖ້າ​ຍັງ​ຄິດ​ບໍ່​ດີ​ຢູ່​ຕໍ່​ໄປ.
-ນຶກ​ເຖິງ​ຈິ​ຕ​ບໍ່​ດີ​ຂອງ​ຜູ່​ອື່ນ​ເຣັດ​ໃຫ້​ເກີດ​ໂທ​ສະ​ເປັນ​ທຸກ​ຂ໌.
-ຜູ່​ທີ່​ເວົ້າ​ອາ​ຈ​ບໍ່​ໄດ້​ຄິດ​ຕາມ​ທີ່​ເຣົາ​ຄິດ ຈະ​ເດົາ​ໃຈ​ໃຜ​ບໍ່​ໄດ້​ວ່າ​ເຂົາ​ນັ້ນ​ຄິດ​ຢ່າງ​ໃດ.
-ທ່ານ​ກຳ​ລັງ​ໂກ​ທ​ຄວາມ​ຄິດ​ຂອງ​ທ່ານ​ຢູ່​ກັບ​ຜູ່​ທີ່​ທ່ານ​ໂກ​ທນັ້ນ ເຂົາ​ອາ​ຈກຳ​ລັງ​ທຳ​ດີ​ຫຼື​ກຳ​ລັງ​ສວດ​ມົ​ລ​ຕ໌​ຢູ່​ກໍ​ໄດ້.
-ປ​ຼາ​ຖ​ນາ​ສິ່ງ​ໃດໆ​ແລ້ວ​ບໍ່​ໄດ້​ກໍ​ເປັນ​ທຸກ​ຂ໌.
-ທີ່​ໃດ​ມີ​ບັນ​ຫາ ທີ່ນັ້ນ​ເກີດ​ໂລ​ພະ ໂທ​ສະ ໂທ​ຫະ ຈະ​ມືດ​ມົນ.
-ຊີ​ວິ​ຕ​ເຣົາ​ສັ້ນ​ທີ່​ສຸດ ຢ່າ​ມົວ​ໄປ​ຄິດ​ເສັຽ​ເວ​ລາ​ຈັດ​ກາ​ຮ​ກັບ​ຜູ່​ອື່ນ ສະ​ສົມ​ປັນ​ຍາ​ເພື່ອ​ຈັດ​ກາ​ຮ​ກັບ​ຕົວ​ເຣົາ​ໃຫ້​ດີ​ທີ່​ສຸດ
  ນັ້ນ​ແຫລະ​ຄື​ຕົວ​ຕົນ​ທີ່​ເປັນ​ປ​ຼະ​ໂຍ​ຊ​ນ໌.
                      (ຫ​ນັງ​ສື​ທັມ​ເຕືອນ​ໃຈ ແຕ່​ທ່ານມັກ​ປ​ຼະ​ມາ​ທ)

No comments:

Post a Comment