Sunday, February 3, 2013

                                                                     ທັມ​ເຕືອນ​ໃຈ 6
                                       (ຄວາມ​ຣູ້​ຫ​ນ້ອຍ ຢ່າ​ຄິດ​ຄອງ​ເມືອງ ຣົ່ມ​ຜ້າ​ເຫຼືອງ​ຢ່າ​ຈ​າຄວາມ​ບ້ານ)
                                " ຣັກ​ສາ​ໂຮ​ຄ​ທາງ​ໃຈໄດ້ ທຸກ​ຂ໌ທຸກໆ​ທາງ​ຈະ​ເບົາ​ບາງ​ລົງ​ໄດ້​ແຕ່​ຕ້ອງ​ປົງ​ໃຫ້​ຕົກ "
                                          (ທີ່​ມາ​ຂອງໂຮ​ຄ​ທາງ​ໃຈ​ເກີດ​ຈາກ...ໂລ​ພະ..ໂທ​ສະ...ໂມ​ຫະ)
ໃຈ​ຂອງ​ເຣົາ​ມີ​ແຜ​ຢູ່​ກ່ອນ​ແລ້ວ​ຄື ມີ​ໂລ​ພະ ...ໂລ​ພະ..ໂມ​ຫະ ເມື່ອ​ເປັນ​ອະ​ກຸ​ສົ​ລ​ເພິ້ມ​ຂຶ້ນມາອີກແຜ​ໃຈ​ຈະ​ຍິ່ງ
ຂ​ຍາຍ​ໃຫ​ຍ່​ຂຶ້ນ. (ຄວາມ​ພໍ​ໃຈ​ໃນ​ຣູ​ປ ສຽງ ກິ່ນ ຮົ​ສ  ໂຜ​ຕ​ຖັ​ພ​ພະ ເປັນ​ເຫ​ຕຸ​ໃຫ້​ເກີດ​ໂທ​ສະ​ໄດ້) .
   ສະ​ພາບ​ທັມ​ທີ່​ຍຶດ​ຖື​ວ່າ​ເປັນ​ສັ​ຕວ໌​ບຸ​ຄ​ຄົ​ລ​ຕົວ​ຕົນ​ເຣົາ​ນັ້ນ ເປັນ​ພຽງ​ນາມ​ທັມ​ແລະ​ຣູ​ປ​ທັມ ຊຶ່ງ​ສົມມຸ​ຕິຣຽກ​ຊື່
ໄປ​ຕາມ​ອາ​ກາ​ຮ​ທີ່​ປ​ຼາ​ກົ​ຕ​ຕ່າງໆ​ກັນ​ເທົ່າ​ນັ້ນ. ແຕ່​ໂດຽ​ລັກ​ສ​ນະ​ທີ່​ແທ້​ຈິງ​ແລ້ວ​ກໍ​ເປັນ​ສະ​ພາບ​ທັມ​ແຕ່​ລະ​ປ​ຼະ​ເພ​ທ
ທີ່​ເກີດ​ຂຶ້ນ​ເພາະ​ເຫ​ຕຸ​ປັ​ຈ​ຈັຍ​ແລ້ວ​ກໍ​ດັບ ເກີດ​ດັບ​ສືບ​ຕໍ່​ກັນ​ໄປ​ເລື້​ອຽໆ
    ພຽນ​ລະ​ລຶກ​ຣູ້​ສະ​ພາບ​ລັກ​ສ​ນະ​ທີ່​ກຳ​ລັງ​ປ​ຼາກົ​ຕເພື່ອ​ລະ​ຄວາມ​ຍຶດ​ຫມັ້ນ​ເຫັນ​ຜິດ​ວ່າ​ເປັນ​ຕົນ. ສິ່ງ​ທີ່​ເຫັນ​ທາງ​
ຕາທັງ​ຫມົດ​ເປັນ​ພຽງ​ສີ​ສັນ​ຕ່າງໆ ເມື່ອ​ຈຳ​ຄວາມ​ຕ່າງ​ຂອງ​ສີ​ເປັນ​ຣູ​ປ​ຣ່າງ ເຣັດ​ໃຫ້​ຄິດ​ນຶກ​ເປັນ​ວ​ັດຖຸບຸ​ຄ​ຄົ​ລ​ຕ່າງໆ
ຄວາມ​ຈິງ​ແລ້ວ​ເປັນ​ແຕ່​ພຽງ​ສິ່ງ​ທີ່​ປ​ຼາ​ກົ​ຕ​ໃຫ້​ເຫັນ​ທາງ​ຕາ​ເທົ່າ​ນັ້ນ​ເອງ ພາ​ກັນ​ໄປ​ຫຼົງ​ຮັກ​ຊອບ ຕິດ ຍຶດ​ຫມັ້ນ​ກໍ
ເພາະ​ບໍ່​ຣູ້​ຄວາມ​ຈິງ​ຂອງ​ສະ​ພາບ​ທັມ​ທີ່​ພຽງ​ເກີດ​ຂຶ້ນ ປ​ຼາ​ກົ​ຕ​ແລ້ວ​ດັບ​ໄປ​ເທົ່າ​ນັ້ນ.
                  (ນາມ​ທັມ​ທີ່​ຣູ້​ອາ​ຮົມ​ ຄິດ​ນຶກ​ເຮື້ອງ​ຕ່າງໆ ເມື່ອ​ຄິດ​ຖືກ​ຈຶ່ງ​ຈະ​ເປັນ​ກຸ​ສົ​ລ​ແລ)
                                            (ຄວາມ​ຣູ້​ຈະ​ເຣັດ​ໃຫ້​ເປັນ​ທຸກ​ຂ໌)

No comments:

Post a Comment